ໃນຍຸກທີ່ແຟຊັນບໍ່ໄດ້ວັດແທກຄຸນຄ່າຈາກວັດສະດຸລາຄາແພງພຽງຢ່າງດຽວ ແຕ່ຍັງຂັບເຄື່ອນດ້ວຍບົດສົນທະນາທາງວັດທະນະທຳ ແລະ ຄວາມຕະຫຼົກ, Jelly Firkin Bag ໄດ້ກາຍເປັນຕົວຢ່າງທີ່ໜ້າສົນໃຈຂອງປະກົດການດັ່ງກ່າວ. ກະເປົາທີ່ນຳເອົາຮູບຊົງອັນເປັນເອກະລັກຂອງກະເປົາຫຼູຫຼາລະດັບຕຳນານມາຕີຄວາມໝາຍໃໝ່ຜ່ານວັດສະດຸ PVC ໂປ່ງໃສ ແລະ ສີສັນຫຼາກຫຼາຍ ສ້າງຄວາມກົງກັນຂ້າມລະຫວ່າງຄວາມຫຼູຫຼາ ແລະ ຄວາມມ່ວນຊື່ນໄດ້ຢ່າງແນບນຽນ ຈົນກາຍເປັນສິ່ງທີ່ຜູ້ຄົນກ່າວເຖິງໃນຖານະວັດຖຸທາງວັດທະນະທຳສະໄໝນິຍົມ ຫຼື Pop Culture Object ຫຼາຍກວ່າຈະເປັນພຽງເຄື່ອງປະດັບແຟຊັນ. Jelly...
ເຖິງວ່າການແຂ່ງຂັນບານໂລກ ຫຼື FIFA World Cup 2026 ລະຫວ່າງ “ເກົາຫຼີໃຕ້” ກັບ “ເມັກຊິໂກ” ເມື່ອອາທິດທີ່ຜ່ານມາ ຈະຈົບລົງດ້ວຍໄຊຊະນະຂອງຝັ່ງເມັກຊິໂກ 1-0. ແຕ່ບອກເລີຍວ່າສິ່ງທີ່ສ້າງສຽງຮືຮາ ແລະ ແຍ່ງຊີນສຸດໆ ຈົນເຮັດໃຫ້ສື່ແຟຊັນທົ່ວໂລກຕ້ອງຫັນມາເບິ່ງ ບໍ່ແມ່ນແຕ່ເກມໃນສະໜາມເທົ່ານັ້ນ ແຕ່ມັນຄືຊຸດວອມທີ່ບັນດານັກເຕະເກົາຫຼີໃຕ້ໃສ່ນັ້ນເອງ. ຄໍເລັກຊັນນີ້ມີຊື່ວ່າ “Tigers of Asia”...
ຖ້າລອງສັງເກດເບິ່ງເວລາໄປທ່ຽວສະຖານທີ່ບັນເທີງ, ງານເທດສະການຕ່າງໆ ຫຼື ພຽງແຕ່ເລື່ອນເບິ່ງ TikTok, ສິ່ງໜຶ່ງທີ່ເຮົາມັກຈະເຫັນຜ່ານຕາຢູ່ສະເໝີກໍຄື “ຂອບຊຸດຊັ້ນໃນທີ່ມີໂລໂກ້ Calvin Klein” ທີ່ໂຜ່ອອກມາໃຫ້ເຫັນຢ່າງໂດດເດັ່ນ! ເອົາແທ້ໆ, ສິ່ງນີ້ບໍ່ແມ່ນພຽງແຕ່ເລື່ອງບັງເອີນ, ແຕ່ມັນໄດ້ກາຍເປັນວັດທະນະທຳທາງແຟຊັ່ນໄປແລ້ວ. ແຕ່ເຄີຍຕັ້ງຄຳຖາມກັນບໍ່ວ່າ? ເປັນຫຍັງແບຣນສະໄຕລ໌ມິນິມອລທີ່ລຽບງ່າຍແບບ CK ຈຶ່ງສາມາດຄອງໃຈ ແລະ ກາຍເປັນໄອເທັມຫຼັກຂອງທຸກເພດທຸກໄວ ແລະ LGBTQ+ ມາໄດ້ຫຼາຍທົດສະວັດໂດຍທີ່ກະແສບໍ່ເຄີຍຫຼຸດລົງ? ມື້ນີ້...
ເຄີຍເປັນບໍ? ເວລາເລື່ອນຟີດ IG ຫຼື ໄຖ TikTok ແລ້ວເຫັນກະເປົາໃບທີ່ບັນດາຕົວແມ່ໃຊ້ກັນ ຫຼື ເກີບທີ່ເຫັນແລ້ວໃຈສັ່ນແຮງ ແຕ່ພໍຫັນມາເບິ່ງຍອດເງິນໃນບັນຊີ ໃຈກໍຫຼົ່ນໄປຢູ່ຕາຕຸ່ມທັນທີ! ຈົນມີແວບໜຶ່ງໃນຫົວທີ່ຄິດວ່າ “ຫຼືຈະລອງໄປຊອກຫາຂອງກັອບເກຣດນຽນໆ ມາໃສ່ປະທັງຊີວິດໄປກ່ອນດີບໍ?” ເອົາແທ້ໆ ເລື່ອງນີ້ມັນບໍ່ແມ່ນແຕ່ເລື່ອງເງິນໃນກະເປົາຢ່າງດຽວ ແຕ່ມັນຄື “Aesthetic Pressure” ຫຼື ຄວາມກົດດັນໃນຍຸກໂຊຊຽວທີ່ພວກເຮົາຖືກບີບໃຫ້ຕ້ອງເບິ່ງດີ, ມີສະໄຕລ໌ ແລະ...
ຕອນທຳອິດຫຼາຍຄົນອາດຈະເບິ່ງວ່າເປັນພຽງຊຸດພົມແດງທີ່ງາມຊຸດໜຶ່ງ ແຕ່ຄວາມຈິງແລ້ວ ຊຸດນີ້ຂອງ Sabrina ຄືການເອົາ “ປະຫວັດສາດຮູບເງົາຮໍລີວູດ” ມາພັນໄວ້ອ້ອມຕົວ. ຊຸດນີ້ເປັນຜົນງານສັ່ງຕັດພິເສດຈາກ Dior ໂດຍ Jonathan Anderson ດີໄຊເນີຕົວທັອບແຫ່ງຍຸກ ທີ່ຂຶ້ນຊື່ເລື່ອງການເຮັດ “ເສື້ອຜ້າໃຫ້ມີເລື່ອງເລົ່າ” ເປັນຫຼາຍກວ່າພຽງແຕ່ເຮັດໃຫ້ຊຸດນັ້ນອອກມາງາມ. ຖ້າໃຜຢູ່ສາຍແຟຊັນຈະຮູ້ເລີຍວ່າ Jonathan Anderson ບໍ່ແມ່ນສາຍເຮັດຊຸດ glam ເດີນພົມແດງທຳມະດາ ເພາະລາວຄືຄົນທີ່ມັກຈັບເອົາຄວາມ...
ເຄີຍບໍ່? ເວລານັ່ງໄຖຟີດໂຊຊຽວຕອນເດິກໆ ແລ້ວໄປສະດຸດຕາກັບຊຸດທີ່ບັນດາດາຣາເຊເລັບເຂົາໃສ່ກັນທີ່ເບິ່ງແລ້ວຫຼູຫຼາ ງົດງາມ ມີຄວາມໜ້ອຍແຕ່ຫຼາຍ ຈົນເຮົາເອງກໍອົດສົງໄສບໍ່ໄດ້ວ່າ “ຊຸດນີ້ລາຄາເທົ່າໃດ?” ຫຼື “ທີ່ມາຊຸດນີ້ເປັນແນວໃດ” ແລະເມື່ອເຮົາຫາຂໍ້ມູນກ່ຽວກັບເລື່ອງແຟຊັ່ນ ຫຼາຍຄັ້ງກໍມັກຈະໄດ້ຍິນຄຳວ່າ “Haute Couture” (ໂອຕ໌ກູຕູຣ໌) ຢູ່ໃນແຄັບຊັນແຟຊັນຊັ້ນສູງ ແຕ່ຄຳສັບເຫຼົ່ານີ້ມັນແມ່ນຫຍັງ? ເປັນຫຍັງວົງການແຟຊັ່ນຈຶ່ງຍົກຄຳນີ້ເປັນເໝືອນຄຳສັບຊັ້ນສູງຂອງວົງການແຟຊັ່ນ. ໃນຍຸກທີ່ໃຜໆກໍເວົ້າວ່າ “ພວກເຮົາຄວນຈ່າຍໃຫ້ກັບຄວາມຈຳເປັນ ຫຼາຍກວ່າຄວາມຟຸ່ມເຟືອຍ” ໂອຕ໌ກູຕູຣ໌ກັບຍິ່ງທະວີຄວາມສຳຄັນຂຶ້ນມາຢ່າງໜ້າປະຫຼາດ ເພາະມັນກຳລັງເຮັດໜ້າທີ່ພິສູດໃຫ້ໂລກເຫັນວ່າ “ຄຸນຄ່າທີ່ແທ້ຈິງຂອງງານດີໄຊນ໌”...
“ເງິນ” ສາມາດຊື້ໄດ້ທຸກຢ່າງໃນໂລກນີ້ບໍ່? ຖ້າຄຳຕອບຂອງເຈົ້າຄື “ແມ່ນ” ແປວ່າເຈົ້າອາດຈະຍັງບໍ່ເຄີຍຍ່າງເຂົ້າໄປໃນຊັອບຂອງ Hermès. ລອງຈິນຕະນາການເບິ່ງ ເຈົ້າເປັນເສດຖີໃໝ່ ຖືເງິນຫຼັກລ້ານຍ່າງເຂົ້າໄປໃນຮ້ານດ້ວຍຄວາມໝັ້ນໃຈ, ຊີ້ໄປທີ່ຮູບກະເປົາ Birkin ຫຼື Kelly ແລ້ວບອກພະນັກງານວ່າ “ເອົາໜ່ວຍນີ້ເລີຍ, ຮູດບັດໄດ້ເລີຍ.” ແຕ່ສິ່ງທີ່ພະນັກງານຈະຕອບກັບມາ ພ້ອມດ້ວຍຮອຍຍິ້ມທີ່ສຸພາບທີ່ສຸດຄື “ຂໍໂທດນຳເດີ້ເຈົ້າ, ສິນຄ້າບໍ່ມີໃນສະຕັອກເລີຍເຈົ້າ.” ເກີດຫຍັງຂຶ້ນ? ເປັນຫຍັງແບຣນລະດັບໂລກເຖິງກ້າປະຕິເສດເງິນກ້ອນທີ່ມາກອງຢູ່ຕໍ່ໜ້າ? ກ່ອນຈະຮູ້ເຫດຜົນ,...
ເມື່ອສີ… ບໍ່ໄດ້ເປັນພຽງເທຣນ ແຕ່ແມ່ນ “ຕົວຕົນ” ທີ່ເຮົາເລືອກຈະເປັນ. ເຄີຍສັງເກດບໍ່ວ່າບາງຊ່ວງເຮົາຢາກແຕ່ງຕົວດ້ວຍສີຂາວລ້ວນ, ງຽບໆ, ລຽບໆ ບໍ່ຢາກໃຫ້ໃຜສົນໃຈ. ແຕ່ພໍຜ່ານໄປໜ້ອຍໜຶ່ງ ເຮົາກໍຢາກໃສ່ຊຸດສີສົ້ມອອກໄປນັ່ງກິນເຂົ້າກັບໝູ່, ຫົວສຽງດັງໆ ໂດຍບໍ່ສົນໃຈໂລກ. ມັນບໍ່ແມ່ນຄວາມບໍ່ແນ່ໃຈໃນຕົວເອງ — ແຕ່ມັນຄື ເຮົາປ່ຽນໄປ. ແລະໃນປີ 2026 ນີ້, ວົງການແຟຊັ່ນກໍຈັບສັນຍານນັ້ນໄດ້ ຜ່ານການປະກາດ “ສີແຫ່ງປີ”...
ເຖິງວ່າຈະເບິ່ງຄືວ່າເປັນສິ່ງຟຸ່ມເຟືອຍ, ແຕ່ເຄື່ອງນຸ່ງ ແລະ ເທຣນແຟຊັ່ນກໍສະທ້ອນເຖິງຄວາມຮູ້ສຶກຂອງສັງຄົມສະເໝີ. ໃນຊ່ວງປ່ຽນຜ່ານປີຈາກ 2025 ມາເປັນ 2026, Depop ແອັບພລິເຄຊັນສັນຊາດອັງກິດຢູ່ໃນເຄືອ Etsy ສຳລັບການຊື້ຂາຍເສື້ອຜ້າມືສອງ, ສິນຄ້າແຟຊັ່ນວິນເທດ ແລະ ຂອງສະສົມສຸດຮິບ ທີ່ໄດ້ຮັບຄວາມນິຍົມສູງຫຼາຍໃນກຸ່ມ Gen Z ທົ່ວໂລກ ໄດ້ໃຊ້ສະຖິຕິທີ່ພວກເຂົາພົບເຫັນໃນປີທີ່ຜ່ານມາເພື່ອເດົາທິດທາງທີ່ແຟຊັ່ນອາດຈະເກີດຂຶ້ນໄປໃນປີນີ້ ແລະ ຈາກການລາຍງານດັ່ງກ່າວເຮັດໃຫ້ເຫັນວ່າ ໂລກອິນເຕີເນັດ,...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.