ເຖິງວ່າການແຂ່ງຂັນບານໂລກ ຫຼື FIFA World Cup 2026 ລະຫວ່າງ “ເກົາຫຼີໃຕ້” ກັບ “ເມັກຊິໂກ” ເມື່ອອາທິດທີ່ຜ່ານມາ ຈະຈົບລົງດ້ວຍໄຊຊະນະຂອງຝັ່ງເມັກຊິໂກ 1-0. ແຕ່ບອກເລີຍວ່າສິ່ງທີ່ສ້າງສຽງຮືຮາ ແລະ ແຍ່ງຊີນສຸດໆ ຈົນເຮັດໃຫ້ສື່ແຟຊັນທົ່ວໂລກຕ້ອງຫັນມາເບິ່ງ ບໍ່ແມ່ນແຕ່ເກມໃນສະໜາມເທົ່ານັ້ນ ແຕ່ມັນຄືຊຸດວອມທີ່ບັນດານັກເຕະເກົາຫຼີໃຕ້ໃສ່ນັ້ນເອງ.
ຄໍເລັກຊັນນີ້ມີຊື່ວ່າ “Tigers of Asia” ທີ່ເກີດຈາກການ Collab ກັນລະຫວ່າງ PEACEMINUSONE x Nike x ສະມາຄົມບານເຕະເກົາຫຼີ (KFA) ເຊິ່ງຄວາມພີກຄືມັນບໍ່ແມ່ນພຽງແຕ່ເສື້ອຜ້າກິລາທຳມະດາ ແຕ່ເປັນຜົນງານການອອກແບບຂອງສິລະປິນ ແລະ ແຟຊັນໄອຄອນລະດັບຕຳນານຢ່າງ G-DRAGON.
ເປັນຫຍັງງານນີ້ຕ້ອງເປັນ G-DRAGON?
ຫຼາຍຄົນອາດຈະສົງໄສວ່າ ເປັນຫຍັງແບຣນກິລາລະດັບໂລກຢ່າງ Nike ຈຶ່ງດຶງຕົວ G-DRAGON ຕົວພໍ່ຂອງວົງການ K-pop ມາຮ່ວມອອກແບບຊຸດບານເຕະ? ເລື່ອງນີ້ຕ້ອງຍ້ອນກັບໄປເບິ່ງໂປຣເຈັກຍັກໃຫຍ່ຂອງ Nike ທີ່ຊື່ວ່າ “X2”.
ໂປຣເຈັກ X2 ຄືແຄມເປນພິເສດຮັບບານໂລກ 2026 ທີ່ Nike ຈັບຄູ່ 7 ທີມຊາດ ເຂົ້າກັບ 7 ແບຣນ ຫຼື ສິລະປິນຊື່ດັງລະດັບໂລກ (ເຊັ່ນ: ຝຣັ່ງຄູ່ກັບແບຣນຫຼູ Jacquemus ຫຼື ການາດາຄູ່ກັບແບຣນ Nocta ຂອງ Drake) ແລະ ສິ່ງທີ່ໜ້າພູມໃຈຄື ເກົາຫຼີໃຕ້ເປັນຊາດດຽວໃນເອເຊຍ ທີ່ຕິດລາຍອັບນີ້.
ເມື່ອເປັນຕົວແທນໜຶ່ງດຽວຂອງເອເຊຍ ແລ້ວໃຜລະທີ່ຈະຖ່າຍທອດຈິດວິນຍານ, ການສະແດງ Soft Power ແລະ ອິດທິພົນຂອງ Pop Culture ເກົາຫຼີໃຕ້ໄດ້ດີໄປກວ່າ G-DRAGON? ການດຶງຕົວພໍ່ແຫ່ງວົງການ K-Pop ແລະ ເຈົ້າຂອງແບຣນ PEACEMINUSONE ມາຮ່ວມງານ ຈຶ່ງເປັນການປະກາດສັກດາໃຫ້ໂລກເຫັນເຖິງການປະສົມປະສານລະຫວ່າງ “ກິລາ x ສະຕຣີດແຟຊັນ x K-Pop” ຢ່າງສົມບູນແບບທີ່ສຸດ.

ດີໄຊນ໌ສຸດຈຶ້ງ ແລະ ດີເທວທີ່ຄວາມອັນເລິກເຊິ່ງ
ຄຳວ່າ “Tigers of Asia” ຫຼື ຂຸນພົນໂສມຂາວ ແມ່ນສາຍານາມຂອງທີມຊາດເກົາຫຼີໃຕ້. ເຮຍຈີ ກໍເລີຍຈັບເອົາເອກະລັກຈຸດນີ້ມາຕີຄວາມໝາຍໃໝ່ ຜ່ານມຸມມອງຂອງຕົວເອງໃຫ້ເບິ່ງມີຄວາມຂີ້ຫຼິ້ນ ແລະ ສະຕຣີດຂຶ້ນ:
- ດອກເດຊີ້ກີບຫຼຸດ: ໂລໂກ້ຊິກເນເຈີປະຈຳຕົວຂອງ PEACEMINUSONE ຖືກເອົາມາຕິດໃຫ້ເດັ່ນໆຢູ່ກາງຫຼັງ ແຕ່ຮອບນີ້ພິເສດໂດຍປັກເປັນຂອບດ້ວຍ ສີບົວ ແລະ ສີຟ້າອ່ອນ ເພື່ອໃຫ້ເຂົ້າກັບສີຂອງສັນຍາລັກແທກຶກ (Taegeuk) ເທິງທຸງຊາດເກົາຫຼີໃຕ້.
- ເສືອ Swoosh: ເຮຍຈີໄດ້ອອກແບບລາຍກຣາຟິກແຂ້ວເສືອ ໃຫ້ເບິ່ງກືນໄປກັບໂລໂກ້ Swoosh ຂອງ Nike ອາລົມຄືກັບແຂ້ວເສືອກຳລັງຄາບດອກເດຊີ້ຢູ່.
- ກິ່ນອາຍ Workwear: ລືມຊຸດກິລາຜ້າ Spandex ແບບເກົ່າໆໄປໄດ້ເລີຍ ເພາະຕົວເສື້ອຜ້າໄດ້ຮັບແຮງບັນດານໃຈມາຈາກສະໄຕລ໌ Workwear ຂອງເກົາຫຼີຍຸກໃໝ່ ໃສ່ເຊຍບານກໍອິນ ຫຼື ຈະໃສ່ແມັດຊ໌ຍ່າງຕາມຖະໜົນຊິວໆ ກໍຫຼໍ່ເທ້ໄດ້.

ຄໍເລັກຊັນນີ້ຈັດເຕັມຕັ້ງແຕ່ຫົວຮອດຕີນ ແຕ່ຊິ້ນທີ່ສ້າງເລື່ອງສຸດໆ ຈົນເປັນກະແສໄວຣັລ ຕ້ອງຍົກໃຫ້
- ສະນິກເກີ Cryoshot CTR360 (ແຣຣ໌ໄອເທັມ): ພະເອກຂອງງານທີ່ຄົນຕາມຫາກັນແບບສຸດໆ. G-DRAGON ຈັບເອົາເກີບສະຕັດໃນຕຳນານຂອງ Nike ລຸ້ນ CTR360 ມາເຮັດໃໝ່ໃຫ້ເປັນເກີບຜ້າໃບໃສ່ຍ່າງຕາມຖະໜົນ ດ້ວຍການໃຊ້ໜັງສັງເຄາະສະໄຕລ໌ວິນເທຈ ແລ້ວເອົາ “ພື້ນຢາງໃສ” ມາຫຸ້ມທັບປຸ່ມສະຕັດເອົາໄວ້ ກາຍເປັນສະນິກເກີຊົງສະປອດທີ່ສາຍສະຕຣີດຕ້ອງການກັນໜັກຫຼາຍ.

- Puffer Jacket ສີດຳ: ແຈັກເກັດກັນໜາວນ້ຳໜັກເບົາ ພິມລາຍໂລໂກ້ຄູ່ KFA x PEACEMINUSONE. ຄວາມພີກຄືໄອເທັມນີ້ຖືກຢິບມາໂປຣໂໝດໂດຍ ຄາຣິນາ ວົງ Aespa ຈົນກາຍເປັນໄວຣັລດັງສະໜັ່ນໄປທົ່ວໂຊຊຽວ.
- X2 Pre-Match Jersey: ເສື້ອວອມຄໍມົນຕົວເກັ່ງທີ່ນັກເຕະໃສ່ກ່ອນລົງສະໜາມ ໂດດເດັ່ນດ້ວຍລາຍກຣາຟິກເສືອສີແດງສຸດດຸດັນທີ່ດ້ານໜ້າ ແລະ ດອກເດຊີ້ຂະໜາດໃຫຍ່ທີ່ດ້ານຫຼັງ.


ຄໍເລັກຊັນ Tigers of Asia ໄດ້ເລີ່ມວາງຂາຍໄປແລ້ວ ໃນຊ່ວງກາງເດືອນມິຖຸນາທີ່ຜ່ານມາ ທາງໜ້າເວັບຂອງ Nike ແລະ ແອັບ SNKRS ແລະ ບໍ່ຕ້ອງເດົາເລີຍ Sold Out ຢ່າງໄວ, ງານນີ້ບໍ່ແມ່ນແຕ່ແຟນບານທີ່ຕາມເກັບ ແຕ່ແຟນຄລັບ K-Pop ແລະ ສາຍສະຕຣີດແຟຊັນຕ່າງກໍແຫ່ກັນມາກົດຊື້ ຖືເປັນອີກໜຶ່ງຄໍເລັກຊັນແຫ່ງປີທີ່ປະສົມປະສານໂລກຂອງບານເຕະ, ແຟຊັນ ແລະ ດົນຕີເຂົ້າກັນຢ່າງລົງຕົວທີ່ສຸດ.
