ເຄີຍເປັນບໍ? ເວລາເລື່ອນຟີດ IG ຫຼື ໄຖ TikTok ແລ້ວເຫັນກະເປົາໃບທີ່ບັນດາຕົວແມ່ໃຊ້ກັນ ຫຼື ເກີບທີ່ເຫັນແລ້ວໃຈສັ່ນແຮງ ແຕ່ພໍຫັນມາເບິ່ງຍອດເງິນໃນບັນຊີ ໃຈກໍຫຼົ່ນໄປຢູ່ຕາຕຸ່ມທັນທີ! ຈົນມີແວບໜຶ່ງໃນຫົວທີ່ຄິດວ່າ “ຫຼືຈະລອງໄປຊອກຫາຂອງກັອບເກຣດນຽນໆ ມາໃສ່ປະທັງຊີວິດໄປກ່ອນດີບໍ?”
ເອົາແທ້ໆ ເລື່ອງນີ້ມັນບໍ່ແມ່ນແຕ່ເລື່ອງເງິນໃນກະເປົາຢ່າງດຽວ ແຕ່ມັນຄື “Aesthetic Pressure” ຫຼື ຄວາມກົດດັນໃນຍຸກໂຊຊຽວທີ່ພວກເຮົາຖືກບີບໃຫ້ຕ້ອງເບິ່ງດີ, ມີສະໄຕລ໌ ແລະ “ມີບ່ອນຢືນ” ຢູ່ຕະຫຼອດເວລາ ຈົນບາງເທື່ອພວກເຮົາເຜີເອົາຄຸນຄ່າຂອງຕົວເອງໄປຜູກໄວ້ກັບໂລໂກ້ແບຣນເນມໂດຍບໍ່ຮູ້ຕົວ. ມື້ນີ້ມ່ວນ ຈະມາຊວນລົມເລື່ອງ ດຣາມ່າການໃຊ້ຂອງແທ້-ຂອງກັອບ ມັນເປັນແນວໃດ ແລະ ເປັນຫຍັງຄຳຖາມນີ້ເຖິງບໍ່ມີຄຳຕອບງ່າຍໆ?
ຖ້າຢາກເຂົ້າໃຈວ່າເບື້ອງຫຼັງໂລກຂອງແຟຊັນເຮັດວຽກແນວໃດ ຕ້ອງຍ້ອນໄປເບິ່ງສາກ ‘Cerulean Monologue’ ໃນຕຳນານຈາກເລື່ອງ The Devil Wears Prada ເມື່ອ Miranda Priestly (ຮັບບົດໂດຍ Meryl Streep) ສອນ Andy ເລຂາສາວທີ່ຕະຫຼົກກັບຄວາມຕ່າງຂອງສາຍແອວສອງເສັ້ນທີ່ເບິ່ງຄືກັນ. ສາກນີ້ບໍ່ໄດ້ມີໄວ້ໂຊຄວາມຕົວແມ່ ແຕ່ມັນຄືການອະທິບາຍກົນໄກ “Trickle-down” ຫຼື ການທີ່ເທຣນດ໌ໄຫຼລົງຈາກຣັນເວຍ໌ມາຮອດຮ້ານຂ້າງທາງ.
“ເຈົ້າຄິດວ່າເຈົ້າເລືອກເສື້ອສະເວດເຕີສີຟ້າໝອງໂຕນັ້ນເອງເພາະເຈົ້າບໍ່ສົນໃຈແຟຊັນ ແຕ່ແທ້ໆ ແລ້ວສີຟ້ານັ້ນຖືກເລືອກມາໃຫ້ເຈົ້າໂດຍ ‘ຄົນໃນຫ້ອງນີ້’ ຕ່າງຫາກ”
ມິແຣນດ້າກຳລັງບອກໃຫ້ເຫັນວ່າ ສີ Cerulean ທີ່ Andy ໃສ່ຢູ່ ມັນບໍ່ແມ່ນແຕ່ສີຟ້າທົ່ວໄປ ແຕ່ມັນຄືສີທຳອິດຂອງສະຫັດສະວັດທີ່ Pantone ເລືອກໃຫ້ເປັນ Color of the Year 2000 ໂດຍໃຫ້ເຫດຜົນວ່າເປັນສີຂອງ “ທ້ອງຟ້າໃນມື້ສຸດທ້າຍຂອງສະຫັດສະວັດ” ມັນຖືກດີໄຊນ໌ດ້ວຍເມັດສີລາຄາແພງຢ່າງ Magnesium Stannate ແລະ ປະກົດຕົວເທິງຣັນເວຍ໌ຂອງ Oscar de la Renta ໃນປີ 2002 ກ່ອນຈະຖືກສົ່ງຕໍ່ໄປຍັງ Yves Saint Laurent ແລະ ດີໄຊເນີອີກຫຼາຍຄົນ ຈົນຖືກຜະລິດຊ້ຳ ແລະ ຫຼຸດເກຣດລົງມາເລື້ອຍໆ ຈົນຮອດແບຣນຟາດສ໌ແຟຊັນທີ່ Andy ຊື້ໃສ່ຢູ່.

ນີ້ຄືສິ່ງທີ່ຮຽກວ່າ “The Cerulean Effect” ເຊິ່ງບໍ່ແມ່ນແຕ່ທິດສະດີໃນໜັງໃດ ເພາະຫຼັງຈາກໜັງອອກສາຍໃນຈໍໂຮງ ຍອດຄົ້ນຫາ ແລະ ຍອດຂາຍເສື້ອຜ້າສີນີ້ພຸ່ງສູງຂຶ້ນ ຈົນບໍລິສັດສີຕ້ອງເພີ່ມລາຍການຜະລິດ! ມັນພິສູດວ່າຕໍ່ໃຫ້ຈະຊື້ຂອງກັອບຫຼືຂອງຖືກ ລົດນິຍົມທີ່ເຈົ້າຄິດວ່າ “ເຮົາເລືອກເອງ” ແຕ່ແທ້ໆ ແລ້ວມັນຖືກກຳນົດໄວ້ແລ້ວໂດຍອຸດສາຫະກຳໄຮແຟຊັນ ແລະ ເມື່ອເທຣນດ໌ເຫຼົ່ານີ້ຖືກຜະລິດຊ້ຳຈົນເຟີໃນຕະຫຼາດກັອບປີ້ ມູນຄ່າຂອງ “ລົດນິຍົມ” ກໍຈະເລີ່ມປ່ຽນໄປສູ່ການວັດກັນທີ່ຕົວຕົນຫຼາຍກວ່າແຄ່ປ້າຍລາຄາ.
ເມື່ອເທຣນດ໌ໄຫຼລົງຈາກຣັນເວຍ໌ມາຮອດຮ້ານຂ້າງທາງ ມັນປ່ຽນຈາກເລື່ອງຂອງ “ສິລະປະ” ກາຍເປັນເລື່ອງຂອງ “ຕົວຕົນ” ທັນທີ.ລອງນຶກພາບວ່າພວກເຮົາກຳລັງນັ່ງຢູ່ກາງວົງສົນທະນາ ທີ່ມີຄົນກຳລັງຖຽງກັນເລື່ອງນີ້
“ເອົາແທ້ໆ ຂອງແທ້ມັນກໍເປັນແຕ່ບັດຜ່ານທາງສັງຄົມເອົາໄວ້ຄັດເກຣດຄົນບໍ່? ການທີ່ຄົນຊື້ຂອງກັອບ ມັນອາດຄືການພະຍາຍາມຕໍ່ຕ້ານລະບົບຊົນຊັ້ນຂອງຄົນທີ່ຢາກປີນຂ້າມກຳແພງລາຄາໄປໃຫ້ໄດ້!” ແຕ່ກໍມີສຽງສວນກັບມາ “ແຕ່ດຽວກ່ອນເອື້ອຍ! ການໃສ່ຊຸດທີ່ດີໄຊນ໌ຄ້າຍໆເພື່ອເຊຟງົບ ອັນນີ້ຂ້ອຍບໍ່ຕິດ ແຕ່ຖ້າຮອດຂັ້ນກັອບໂລໂກ້ ອັນນີ້ກໍຢາກເກີນໄປ ເພາະມັນຄືການຂະໂມຍຕົວຕົນເລີຍໃດ໋” ໃນຂະນະທີ່ຄົນນັ່ງຂ້າງໆ ແນມເບິ່ງພາບກວ້າງແລ້ວວິເຄາະ “ຂ້ອຍເບິ່ງອີກມຸມໜຶ່ງ ແບຣນຫູຼເພິ່ນບໍ່ໄດ້ຂາຍເຄື່ອງ ແຕ່ເພິ່ນຂາຍ ‘ຄວາມໝາຍ’ ສ່ວນຂອງກັອບຄືການຂາຍ ‘ອາລົມໃນລາຄາທີ່ເຂົ້າເຖິງໄດ້’ ແຕ່ຍິ່ງຂອງກັອບຫຼາຍເທົ່າໃດ ຂອງແທ້ກັບຍິ່ງເບິ່ງແພງ ແລະ ຍິ່ງຊົງຄຸນຄ່າສຳລັບຄົນບາງຄົນຫຼາຍຂຶ້ນໄປອີກ” ກ່ອນທີ່ຫາງສຽງສຸດທ້າຍຈະສະກິດໃຈ “ບາງເທື່ອສິ່ງທີ່ລູກຄ້າຊື້ແທ້ໆ ມັນຄື ‘ຄວາມໝັ້ນໃຈ’ ຖ້າເຈົ້າໃສ່ຂອງກັອບແລ້ວຕ້ອງຄອຍລະແວງ ຫຼົບສາຍຕາຄົນເພາະຢ້ານໂດນຈັບໂປ້ະ ຈາກຄວາມໝັ້ນໃຈມັນຈະກາຍເປັນຄວາມເມື່ອຍໃຈແທນ ຖາມຈິງວ່າມັນຄຸ້ມກັນແທ້ບໍ?”
ຈັງຫວະນີ້ ຖ້າເຮົາເອົາທິດສະດີທາງເສດຖະສາດທີ່ຮຽກວ່າ “Lipstick Effect” ມາຢາຍໄວ້ກາງວົງ ມັນອາດຈະຊ່ວຍອະທິບາຍພຶດຕິກຳນີ້ໄດ້ດີຂຶ້ນຄືໃນຍາມທີ່ເສດຖະກິດພັງ ຄົນເຮົາກໍຍັງພ້ອມຈ່າຍເງິນເລັກໆນ້ອຍໆ ເພື່ອຊື້ຄວາມສຸກມາຢຽວຢາຈິດໃຈ ຂອງກັອບເລີຍກາຍເປັນ ‘ທາງອອກສຸກເສີນ’ ໃນມື້ທີ່ກະເປົາແຫ້ງ ໃຫ້ຫົວໃຈຍັງໂຫຍຫາການຍອມຮັບ.
“ສຸດທ້າຍແລ້ວ ເຮົາກຳລັງຊື້ເສື້ອຜ້າມາເພື່ອ ‘ສື່ສານຕົວຕົນ’ ຂອງພວກເຮົາເອງ ຫຼື ໃສ່ເພື່ອໃຫ້ ‘ຄົນອື່ນຍອມຮັບ’ ກັນແທ້?”

ສະໄຕລ໌ຄືເລື່ອງຂອງ “ຄົນ” ບໍ່ແມ່ນ “ປ້າຍລາຄາ” ການບໍ່ມີເງິນຊື້ຂອງແທ້ແລ້ວຫັນໄປເບິ່ງຂອງກັອບ ບໍ່ໄດ້ແປວ່າເຮົາເປັນຄົນບໍ່ດີ ແຕ່ມັນແຄ່ສະທ້ອນວ່າເຮົາກຳລັງພະຍາຍາມຫາບ່ອນຢືນໃນໂລກທີ່ “ພາບລັກ” ມີອຳນາດເໜືອພວກເຮົາຫຼາຍເກີນໄປ.
ແຕ່ຢາກໃຫ້ຈື່ໄວ້ວ່າ ແຟຊັນຄື “ພາສາ” ທີ່ພວກເຮົາໃຊ້ບອກໂລກວ່າພວກເຮົາເປັນໃຜ ຖ້າພວກເຮົາຫຼົງແຕ່ໃຊ້ພາສາປອມໆຂອງຄົນອື່ນ ພວກເຮົາກໍຈະຊອກຫາສຽງທີ່ແທ້ຈິງຂອງຕົວເອງບໍ່ເຫັນຈັກເທື່ອ. ຄວາມເທ້ທີ່ຢັ້ງຢືນ ແລະ ມີຄລາສທີ່ສຸດໃນໄລຍະຍາວ ຄືການເປັນ “ຕົວຂອງຕົວເອງ” (Authenticity).
ຄຸນຄ່າຂອງເຮົາບໍ່ໄດ້ຂຶ້ນຢູ່ກັບແບຣນທີ່ສວມໃສ່ ແຕ່ຂຶ້ນຢູ່ກັບວິທີທີ່ໃສ່ຂອງເຮົາຕ່າງຫາກ ຖ້າເຮົາໃສ່ຄວາມໝັ້ນໃຈ ແລະ ຄວາມເປັນຕົວເອງລົງໄປ ຕໍ່ໃຫ້ເປັນເສື້ອສີພື້ນທຳມະດາບໍ່ມີໂລໂກ້ ເຮົາກໍຈຶ້ງໄດ້ແບບບໍ່ມີໃຜສູ້ ເຊື່ອໂລດ!