ເຖິງເຈັບປວດຫຼາຍເທົ່າໃດ ແຕ່ຍັງບໍ່ຢຸດຝັນ ຟັງ SOMETHING ຈາກ KEEZY KBM ft HK

ແບ່ງປັນ

ເຖິງເຈັບປວດຫຼາຍເທົ່າໃດ ແຕ່ຍັງບໍ່ຢຸດຝັນ ຟັງ SOMETHING ຈາກ KEEZY KBM ft HK

12 November 2026● 11
✦ AI Summarized

Key Takeaways:

  • SOMETHING ເປັນເພງແນວ Hip-hop/Rap ຈາກ KEEZY KBM ທີ່ຮ່ວມງານກັບ HK ສິລະປິນຈາກໄທ ເຊິ່ງເລົ່າເຖິງຊີວິດທີ່ບໍ່ໄດ້ມີແຕ່ຄວາມສຳເລັດ ແຕ່ມີບາດແຜຈາກອະດີດ, ການສູນເສຍ ແລະ ຄວາມສຳພັນທີ່ປ່ຽນໄປ.
  • ເນື້ອເພງສະທ້ອນເຖິງການດີ້ນຮົນຝ່າຟັນ, ການເລີ່ມຕົ້ນໃໝ່ຊ້ຳໆ ແລະ ການຢືນດ້ວຍຕົນເອງຂອງ KEEZY KBM ພ້ອມຄວາມຕັ້ງໃຈສ້າງຜົນງານທີ່ມີຄວາມໝາຍໃຫ້ກັບວົງການເພງ.
  • ຄອບຄົວແມ່ນແຮງຊຸກດັນທີ່ສຳຄັນ ໂດຍສະເພາະຄວາມຕ້ອງການຢາກໃຫ້ແມ່ພູມໃຈ ແລະ ສ້າງອະນາຄົດທີ່ດີເພື່ອຄົນທີ່ລາວຮັກ.
  • ເພງຍັງເລົ່າເຖິງເລື່ອງລາວຂອງໝູ່ເພື່ອນ, ຄວາມຄິດຮອດໝູ່ສະໜິດ, ຄວາມເປັນຫ່ວງ ແລະ ຄວາມສຳພັນເກົ່າທີ່ບໍ່ສາມາດກັບມາເປັນຄືເກົ່າໄດ້.
  • ເຖິງຈະຕ້ອງພົບກັບຄວາມເຈັບປວດ ແລະ ຄວາມຊົງຈຳທີ່ຜ່ານມາ, ແຕ່ຊີວິດກໍຍັງຕ້ອງກ້າວເດີນຕໍ່ໄປເພື່ອເຮັດຄວາມຝັນໃຫ້ສຳເລັດ.

SOMETHING ເປັນເພງເພື່ອຊີວິດແນວ Hip-hop/Rap ຈາກ KEEZY KBM ທີ່ໄດ້ HK ສິລະປິນຈາກໄທມາຮ່ວມຮ້ອງ ເຊິ່ງຫຼັງຈາກທີ່ໄດ້ລອງຟັງແລ້ວນັ້ນ, ເຮົາກໍເຂົ້າໃຈຄວາມໝາຍທີ່ ​KEEZY KBM ຕ້ອງການເລົ່າໃຫ້ຟັງຜ່ານເພງນີ້ວ່າ ຊີວິດຂອງລາວບໍ່ໄດ້ມີແຕ່ຄວາມຝັນ ແລະ ຄວາມສຳເລັດພຽງເທົ່ານັ້ນ ແຕ່ມັນຍັງມີບາດແຜຈາກອະດີດ, ການສູນເສຍຄົນສຳຄັນໄປ ແລະ ຄວາມສຳພັນບາງຢ່າງທີ່ບໍ່ຄືເກົ່າ.

ອ່ານຕື່ມ:  ເພງໄວຣໍຄອງໃຈຊາວ TikTok "ຮອຍຍິ້ມຂອງເຈົ້າມັນຫວານໄປ" ຈາກ Zixna ແລະ Ran_Dom

ເນື້ອເພງສະທ້ອນເຖິງຊ່ວງຊີວິດຂອງສິລະປິນຄື KEEZY KBM ທີ່ຕ້ອງດີ້ນຮົນຝ່າຟັນຫຼາຍຢ່າງ ບາງຄັ້ງກໍຕ້ອງກັບໄປເລີ່ມຕົ້ນໃໝ່ຊ້ຳໆ ແລະ ຕ້ອງຢືນຢູ່ດ້ວຍຕົນເອງໃຫ້ໄດ້. ນອກຈາກການຢາກມີຊີວິດທີ່ດີຂຶ້ນ ແລະ ສ້າງຖານະໃຫ້ກັບຕົນເອງແລ້ວ ລາວຍັງຢາກສ້າງຜົນງານດົນຕີທີ່ມີຄວາມໝາຍ ແລະ ເຮັດບາງສິ່ງໃຫ້ກັບວົງການເພງອີກດ້ວຍ.

ສ່ວນແຮງຊຸກດັນທີ່ສຳຄັນຂອງລາວກໍຄື ຄອບຄົວ ໂດຍສະເພາະຄວາມຕ້ອງການທີ່ຢາກເຫັນແມ່ພູມໃຈ ແລະ ການຢາກສ້າງອະນາຄົດທີ່ດີ. ນີ້ຈຶ່ງເຮັດໃຫ້ເຫັນວ່າ ທຸກຢ່າງທີ່ລາວກຳລັງພະຍາຍາມສ້າງຂຶ້ນ ບໍ່ໄດ້ມີຄວາມໝາຍພຽງແຕ່ກັບຕົນເອງ ແຕ່ຍັງເພື່ອຄົນໃນຄອບຄົວທີ່ລາວຮັກນຳອີກ.

ເພງ SOMETHING ຍັງພາໃຫ້ເຮົາເຫັນອີກດ້ານຂອງຊີວິດ ຜ່ານເລື່ອງລາວຂອງໝູ່ເພື່ອນ ແລະ ຄົນທີ່ເຄີຍຮ່ວມທາງກັນມາ. ທັງຄວາມຄິດຮອດໝູ່ສະໜິດ ແລະ ຄວາມເປັນຫ່ວງເມື່ອຄົນໃກ້ຕົວຕ້ອງພົບກັບຄວາມເຈັບປວດ ລວມເຖິງຄວາມສຳພັນເກົ່າທີ່ບໍ່ສາມາດກັບມາເປັນຄືເກົ່າໄດ້.

ມັນເຮັດໃຫ້ເຮົາແນມເຫັນຄວາມຈິງທີ່ວ່າ ບາງຄົນທີ່ເຄີຍຢູ່ຂ້າງກັນ ມື້ໜຶ່ງອາດກາຍເປັນພຽງຄວາມຊົງຈຳ ເຊິ່ງເພງ SOMETHING ໄດ້ເລົ່າເຖິງຄວາມເຈັບປວດ, ຄວາມຄິດຮອດ ແລະ ຄວາມຫວັງ.

ເຖິງຈະຜ່ານຫຍັງມາຫຼາຍຢ່າງ ແຕ່ຊີວິດກໍຍັງຕ້ອງເດີນຕໍ່ ເພາະຍັງມີຄວາມຝັນທີ່ຢາກໄປໃຫ້ເຖິງ ແລະ ມີຄົນທີ່ຢາກສ້າງອະນາຄົດທີ່ດີໄປນຳກັນນັ້ນເອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.