ໜ້າຫຼັກ Muan.la - ສາລະບັນເທີງ The Interview ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?
The Interview

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

ແບ່ງປັນ

ໃນໂລກຂອງວົງການເພງລາວທີ່ກຳລັງມີຜົນໃໝ່ໆຖືກປ່ອຍອອກມາຢ່າງດຸເດືອດ, ກະແສດົນຕີໃໝ່ກຳລັງກໍ່ຕົວຂຶ້ນພາຍໃຕ້ການຂັບເຄື່ອນຂອງສາມສິລະປິນໜຸ່ມໄຟແຮງຈາກ Surftape. ນີ້ບໍ່ແມ່ນພຽງຄ້າຍເພງທຳມະດາ ແຕ່ເປັນຂະບວນການທີ່ຄືກັບຄື້ນໃຫຍ່ ເຊິ່ງພ້ອມທີ່ຈະມາຍົກລະດັບເພງລາວສູ່ເວທີສາກົນ.

muan.space ໄດ້ນັ່ງລົມກັບຜູ້ກໍ່ຕັ້ງ Surftape ປະກອບດ້ວຍ Just” ຫຼື ພອນປະເສີດ ຫຼວງລາດ, XXXXVIIV (ວິນ) ຫຼື ວິນມະນີ ໄຊຍະລາດ, ແລະ gomen. ຫຼື ອານຸສອນ ສິງສຸວົງ ເພື່ອເຈາະເລິກເລື່ອງລາວ, ຄວາມທ້າທາຍ ແລະ ຄວາມຝັນທີ່ຂັບເຄື່ອນຄ້າຍເພງທີ່ກຳລັງສ້າງປະກົດການນີ້.

ຈຸດເລີ່ມຕົ້ນຂອງຄື້ນລູກໃໝ່

ຊື່ Surftape ມາຈາກການຜະສົມຄຳວ່າ Surf ທີ່ໝາຍເຖິງ ການໂຕ້ຄື້ນນ້ຳ ແລະ Tape ທີ່ເປັນສາຍເທັບຈາກກະແຊັດເພງຍຸກກ່ອນ. ເມື່ອລວມກັນແລ້ວ ມັນກາຍເປັນ “ຄື້ນແຫ່ງສຽງເພງ” ທີ່ພັດຜ່ານວົງການເພງລາວ. ຄ້າຍນີ້ກໍ່ຕັ້ງໂດຍ Just” ສິລະປິນໜຸ່ມຜູ້ມີສະເໜ່ດ້ວຍແນວເພງ Pop, R&B, ແລະ ວິນ (XXXVIIV) ໂປຣດິວເຊີຜູ້ສ້າງຜົນງານເພງດັງໃຫ້ສິລະປິນລາວມາແລ້ວຫຼາຍຄົນ. Surftape ເກີດຈາກວິໄສທັດຮ່ວມ: ປັບປ່ຽນອຸດສາຫະກຳເພງລາວ ແລະ ສ້າງເວທີໃຫ້ສິລະປິນລາວກັບສາກົນ.

“ພວກເຮົາຢາກສ້າງບາງສິ່ງທີ່ບໍ່ແມ່ນພຽງເພງ ແຕ່ເປັນມໍລະດົກ,” Just” ເລົ່າດ້ວຍຄວາມມຸ່ງໝັ້ນ. “ເພງລາວມີທ່າແຮງຫຼາຍ ແຕ່ຕ້ອງການຈຸດປະກາຍເພື່ອໄປໃຫ້ໄກກວ່າ.”

ຈຸດປະກາຍນັ້ນກາຍເປັນແປວໄຟເມື່ອ gomen., ສິລະປິນ Lo-Fi R&B ຜູ້ມີເພງດັງຢ່າງ ຜິດຫວັງ, ເຂົ້າມາຮ່ວມທີມ. ໃນຕອນນັ້ນ, gomen. ກຳລັງຝັນຢາກສ້າງຄ້າຍເພງຂອງຕົນເອງເພື່ອພາເພງລາວໄປສູ່ເວທີໂລກ. ບໍ່ຮູ້ວ່າເປັນໂຊກຊະຕາ ຫຼື ຈັງຫວະຂອງໂຊກລາງ ທີ່ພາສາມຄົນນີ້ມາພົບກັນ. “ພໍໄດ້ລົມກັນ ພວກເຮົາຮູ້ທັນທີວ່າເຮົາກຳລັງໄປໃນທິດທາງດຽວກັນ,” gomen. ເລົ່າພ້ອມຮອຍຍິ້ມ. ຄຳຂວັນຂອງພວກເຂົາແມ່ນ “ຄວາມຝັນດຽວກັນ ຄື້ນດຽວກັນ” (Same Dream Same Wave) ສະແດງເຖິງຄວາມເປັນເອກະພາບ ແລະ ຄວາມທະເຍີທະຍານຂອງພວກເຂົາ.

ອ່ານຕື່ມ:  ເພງທີ່ແຕ່ງຂຶ້ນຈາກປະສົບການຄວາມຮັກໄວໃສຂອງ ເຈນນີ ເບວລາ ແລະ ຕົວຕົນທີ່ຫຼາຍຄົນບໍ່ຮູ້

ການໂຕ້ຄື້ນໃນນ່ານນໍ້າໃໝ່ຂອງ Surftape

ການສ້າງຄ້າຍເພງໃນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ຍັງຂາດໂອກາດໃນອຸດສາຫະກຳດົນຕີສາກົນບໍ່ແມ່ນເລື່ອງງ່າຍ. Just” ແລະ ວິນ ຍັງຕ້ອງການທີມງານທີ່ແຂງແກ່ນ. ພວກເຂົາມີຄວາມຝັນທີ່ຍິ່ງໃຫຍ່ ແຕ່ຕ້ອງການຄົນມາຊ່ວຍຂັບເຄື່ອນ, ເຕີມເຕັມ ແລະ ບໍລິຫານທິດທາງຂອງ Surftape.

ນັ້ນຄືຈຸດທີ່ gomen. ກ້າວເຂົ້າມາ. ດ້ວຍຄວາມສາມາດທາງດ້ານສ້າງສັນ ແລະ ການບໍລິຫານ, ລາວສົມທົບກັບສອງຄົນແຮງບັນດານໃຈນີ້ໄດ້ຢ່າງສົມບູນ. ພວກເຂົາກຳນົດພາລະກິດທີ່ທະເຍີທະຍານ: ສ້າງບຸກຄະລາກອນດ້ານດົນຕີຂອງລາວ, ຜະລິດຜົນງານເພງທີ່ມີຄຸນນະພາບ ແລະ ກ້າວສູ່ເວທີສາກົນ ພ້ອມທັງສ້າງຄວາມໝັ້ນຄົງໃຫ້ສິລະປິນລາວ. ນີ້ບໍ່ແມ່ນພຽງແຕ່ການສ້າງເພງທີ່ດັງ ແຕ່ຍັງເປັນການສ້າງລະບົບທີ່ສິລະປິນລາວສາມາດຢູ່ໄດ້ດ້ວຍສິລະປະ ແລະ ແຂ່ງຂັນໄດ້ໃນລະດັບໂລກ.

ແນວຄິດຂອງພວກເຂົາມີທັງຄວາມໂຣແມນຕິກ ແລະ ທ້າທາຍ:

ປະເທດລາວເຮົາຈະບໍ່ມີທາງອອກສູ່ທະເລ ແຕ່ຫົວໃຈຂອງພວກເຂົາຈະສົ່ງສຽງເພງໄປໄກສູ່ທະເລໃຫຍ່ ນັ້ນກໍຄື ເວທີສາກົນ ເຊິ່ງດົນຕີບໍ່ມີພົມແດນສຳລັບ Surftape.

ສຽງເພງແຫ່ງອະນາຄົດ

Surftape ມີແນວເພງທີ່ຫຼາກຫຼາຍ ໂດຍມີຮາກຖານຢູ່ Pop ແລະ R&B ແຕ່ກໍຍັງເປີດກວ້າງສຳລັບການທົດລອງ. ພວກເຂົາໄດ້ສ້າງກະແສແລ້ວດ້ວຍການເປີດຕົວສິລະປິນໃໝ່ ນັ້ນກໍຄື Imel ກັບເພງ Trust Issue ທີ່ດຶງດູດຜູ້ຟັງ ແລະ Deymi ກັບ Lost in the Ocean ທີ່ໄດ້ຮັບຄວາມນິຍົມບໍ່ພຽງໃນລາວ ແຕ່ຍັງໄປເຖິງປະເທດໃກ້ຄຽງກໍຄືໄທ. ນີ້ສະແດງໃຫ້ເຫັນວ່າເພງລາວກໍສາມາດໂດດເດັ່ນໄດ້ທຸກບ່ອນ.

ແຕ່ Surftape ບໍ່ໄດ້ຢຸດພຽງເທົ່ານີ້. ພວກເຂົາຍັງມີສິລະປິນ “ປິດສະໜາ” ທີ່ກຳລັງລໍຖ້າການເປີດຕົວ.

ຄື້ນທີ່ບໍ່ແຕກສະຫຼາຍ

ສິ່ງທີ່ເຮັດໃຫ້ Surftape ໂດດເດັ່ນແມ່ນ ຄວາມມຸ່ງໝັ້ນ ແລະ ຄວາມຊັດເຈນຂອງເປົ້າໝາຍ. ນີ້ແມ່ນຂະບວນການຂອງຄົນຮຸ່ນໃໝ່. ພວກເຂົາບໍ່ແມ່ນພຽງແຕ່ຄ້າຍເພງ ແຕ່ເປັນຊຸມຊົນຂອງຜູ້ທີ່ມີຄວາມຝັນ ທີ່ພ້ອມຈະຍົກລະດັບເພງລາວໃຫ້ເຖິງຂີດສຸດ.

ອ່ານຕື່ມ:  Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ

ຂະນະທີ່ Surftape ກຳລັງໂຕ້ຄື້ນລູກໃໝ່ນີ້, ພວກເຂົາແນມໄປທີ່ຂອບຟ້າ. ພວກເຂົາບໍ່ພຽງແຕ່ສ້າງເພງ ແຕ່ກຳລັງປ່ຽນເລື່ອງລາວຂອງສິລະປະລາວ ດ້ວຍແຕ່ລະຕົວໂນ້ດໃນຜົນງານທີ່ພວກເຂົາສັນສ້າງຂຶ້ນມາ. ດ້ວຍພະລັງ ແລະ ຄວາມຕັ້ງໃຈທີ່ໝັ້ນແກ່ນ, ຄື້ນລູກນີ້ກຳລັງແຮງຂຶ້ນເລື້ອຍໆ.

ທຸກຄົນພ້ອມແລ້ວບໍ່ ທີ່ຈະໂຕ້ຄື້ນນີ້ໄປພ້ອມກັບ Surftape?

ບົດຄວາມທີ່ກ່ຽວຂ້ອງ

ພາຮູ້ຈັກ ມັນນີ້ ມົງກຸດເພັດ ຫານຊະນະ ສາວງາມຂາລຸຍ ຕຳແໜ່ງ Miss World Laos 2026

ໃນໂລກຂອງການເຮັດວຽກເບື້ອງຫຼັງທີ່ເຕັມໄປດ້ວຍການຜະຈົນໄພ ໃຜຈະເຊື່ອວ່າຍັງຈະມີຜູ້ຍິງຄົນໜຶ່ງທີ່ຖືຕາກ້ອງ ແລະ ມັກທີ່ຈະລຸຍລົງພື້ນທີ່ຕ່າງໆ ຈະກາຍມາເປັນຕົວແທນສາຍສະພາຍລາວເທິງເວທີລະດັບໂລກໃນ Miss World 2026. ມື້ນີ້ ມ່ວນຈະພາທຸກຄົນໄປຮູ້ຈັກກັບ ມັນນີ້ –...

ພາຮູ້ຈັກ ຫວາດ ສີສະຫວາດ ບົວລະວົງ ໜຸ່ມຫຼໍ່ມາດເຂັ້ມ ເຈົ້າຂອງຕຳແໜ່ງ Mister World Laos 2026

ເບື້ອງຫຼັງໃບໜ້າທີ່ຄົມເຂັ້ມ ແລະ ບຸກຄະລິກທີ່ສະຫງ່າງາມນັ້ນ ມີເລື່ອງລາວ ແລະ ມຸມໜ້າຮັກທີ່ຫຼາຍຄົນອາດຍັງບໍ່ເຄີຍຮູ້ ກັບ ຫວາດ – ສີສະຫວາດ ບົວລະວົງ ໜຸ່ມນັກທຸລະກິດໄວ...

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.