Highlights
- ຢຸດແບກເລື່ອງຄົນອື່ນຈົນຫົວຊິລະເບີດ ເພາະຄວາມເມື່ອຍທີ່ເປັນຢູ່ອາດບໍ່ໄດ້ເກີດຈາກການເຮັດວຽກໜັກ, ແຕ່ເກີດຈາກການທີ່ເຮົາເອົາໃຈໄປແບກຄວາມຄາດຫວັງ ແລະ ຄຳເວົ້າຂອງຄົນອື່ນໄວ້ຫຼາຍໂພດ.
- ຄວາມສຸກເລີ່ມຕົ້ນທີ່ການຕັດອອກ ເພາະສຸຂະພາບຈິດທີ່ດີ ບໍ່ແມ່ນການມີທຸກຢ່າງເພີ່ມຂຶ້ນ, ແຕ່ຄືການກ້າປະຕິເສດສິ່ງທີ່ເຮັດໃຫ້ໃຈດິ່ງ ແລ້ວຄັດສັນເອົາແຕ່ສິ່ງທີ່ຈຳເປັນຕໍ່ຄວາມຮູ້ສຶກໄວ້.
- ຮັກສາໃຈໂຕເອງໃຫ້ລອດກ່ອນ ໂລກໜ່ວຍນີ້ບໍ່ໄດ້ພັງລົງຍ້ອນເຮົາວາງມັນລົງຈັກບຶດໜຶ່ງດອກ, ກ່ອນຊິໂດດໄປຊ່ວຍ ຫຼື ຮອງຮັບອາລົມໃຜ ຕ້ອງກ້າ “ຊ່າງມັນ” ແລ້ວໃສ່ໜ້າກາກອົກຊີເຈນ Protect ຄວາມສຸກໂຕເອງກ່ອນ.
ທຸກຄົນເຄີຍເປັນບໍ່? ຢູ່ໆກໍຮູ້ສຶກເມື່ອຍຈົນຮ່າງກາຍຊິພັງ, ທັງໆທີ່ມື້ນັ້ນກໍບໍ່ໄດ້ໄປຍົກເຄື່ອງໜັກ ຫຼື ໃຊ້ແຮງງານອັນໃດເລີຍ. ແຕ່ໃນຫົວມັນພັດມຶນຕຶບ, ຮູ້ສຶກຄືຫົວຊິລະເບີດ, ເສັ້ນປະສາດຄືວ່າເຕັ້ນຕຸບໆ ຈົນຮ້ອນວູບວາບໄປໝົດ.
ຖ້າເປັນແບບນີ້… ບາງທີເຮົາກຳລັງແບກໂລກຂອງຄົນອື່ນໄວ້ໂດຍບໍ່ຮູ້ໂຕຢູ່ໃດ ແລະ ຄິດວ່າທຸກຄົນຄົງຈະເຂົ້າໃຈໃນສິ່ງນີ້ຄືກັນແມ່ນບໍ່? ເພາະບາງມື້ມັນກໍໃຫ້ຄວາມຮູ້ສຶກວ່າເປັນ Bad Day ຫຼື ເປັນມື້ທີ່ອີ່ຫຍັງວະ ທັງໆທີ່ມັນບໍ່ແມ່ນເລື່ອງຂອງເຮົາ ແຕ່ເຮົາຕ້ອງໄປຮູ້ສຶກກັບເລື່ອງຂອງຄົນອື່ນ.
ນັກຈິດຕະວິທະຍາຜູ້ຊ່ຽວຊານດ້ານຄວາມສຳພັນ John Gottma ໄດ້ບອກໄວ້ວ່າ ຄວາມກົດດັນສ່ວນໃຫຍ່ບໍ່ໄດ້ເກີດຈາກສິ່ງທີ່ເກີດຂຶ້ນກັບເຮົາ, ແຕ່ເກີດຈາກການທີ່ເຮົາພະຍາຍາມໄປຄວບຄຸມສິ່ງທີ່ເຮົາຄວບຄຸມບໍ່ໄດ້… ມັນກໍຄືຄວາມຄິດ ແລະ ຄຳເວົ້າຂອງຄົນອື່ນຫັ້ນແຫຼະ.
ນີ້ແຫຼະຄືສິ່ງທີ່ຫຼາຍຄົນອາດຈະບໍ່ຮູ້ ເພາະພໍຕື່ນມາແລ້ວຕ້ອງເຈິມັນໃນແຕ່ລະມື້ ຫຼື ມັນໄດ້ເກີດຂຶ້ນຖີ່ຫຼາຍເກີນໄປມັນກໍບໍ່ໄຫວຈົນເຮັດໃຫ້ອຶດອັດໃຈສຸດໆ. Muan RelationTips ເລີຍຢາກແຊຣ໌ສິ່ງນີ້ ເພື່ອໃຫ້ຢາກໃຫ້ທຸກຄົນເລີ່ມຮັບຮູ້ສິ່ງທີ່ມັນບໍ່ດີຕໍ່ຄວາມຮູ້ສຶກກັບໂຕເອງ.
ບາງເທື່ອ… ຄວາມສຸກບໍ່ໄດ້ເກີດຈາກການມີເພີ່ມ ແຕ່ເກີດຈາກການຕັດອອກ, ພວກເຮົາມັກຖືກສອນວ່າ ຢາກມີຄວາມສຸກຕ້ອງມີເງິນເພີ່ມ, ມີໝູ່ເພີ່ມ, ມີຄວາມສຳເລັດເພີ່ມ. ແຕ່ໃນຄວາມເປັນຈິງແລ້ວ, ສຸຂະພາບຈິດທີ່ດີເລີ່ມຕົ້ນຈາກການ ຄັດສັນ ແລະ ຕັດສິ່ງທີ່ບໍ່ຈຳເປັນອອກ.
ຖ້າຍັງບໍ່ຮູ້ຈະຮັບມືແນວໃດ? ບໍ່ຕ້ອງກັງວົນເດີ ເພາະການທີ່ເຮົາມີຄຳຖາມກັບໂຕເອງ ນັ້ນແຫຼະຄືສັນຍານທີ່ບອກວ່າ ເຮົາເລີ່ມກວດເຊັກ ແລະ ຫັນມາຮັກໂຕເອງແລ້ວ.
Muan RelationTips ກໍເລີຍຈະນຳວິທີຈັດການຄວາມຮູ້ສຶກໂຕເອງມາແຊຣ໌ ແລະ ການຢຸດແບກໂລກໄວ້ຄົນດຽວ ໃຫ້ຫັນມາແບກໂລກຂອງໂຕເອງກ່ອນ ເພາະບາງເທື່ອເຮົາກໍຕ້ອງລອງ “ຊ່າງມັນ” ແດ່ ເພື່ອປົກປ້ອງຄວາມສຸກຂອງໂຕເອງ.
ຝຶກຕັ້ງກຳແພງໃຈ
ການປະຕິເສດບໍ່ແມ່ນການເຫັນແກ່ໂຕ ແຕ່ມັນຄືການຮັກໂຕເອງ, ເລື່ອງໃດທີ່ຟັງແລ້ວແຮງແຕ່ຊິພາໃຫ້ໃຈດິ່ງ ກໍໃຫ້ກ້າບອກປັດໄປກົງໆວ່າຊ່ວຍບໍ່ໄຫວ ເພາະແຕ່ລຳພັງຈັດການຄວາມຄິດ ແລະ ສະຕິຂອງໂຕເອງໃນຊ່ວງນີ້ກໍໜັກແລ້ວ.
ຝຶກ “ຊ່າງມັນ” ກັບເລື່ອງທີ່ຄວບຄຸມບໍ່ໄດ້
ລອງແຍກບັນຫາອອກເປັນ 2 ກອງງ່າຍໆ: ກອງທຳອິດແມ່ນເລື່ອງທີ່ເຮົາແກ້ໄຂໄດ້ ກໍໃຫ້ລົງມືເຮັດໄປ, ສ່ວນກອງທີສອງແມ່ນເລື່ອງທີ່ເຮົາປ່ຽນແປງບໍ່ໄດ້ຄືອະດີດ, ຄຳເວົ້າ ຫຼື ສາຍຕາຄົນອື່ນ… ເລື່ອງພວກນີ້ໃຫ້ປ່ອຍຜ່ານ ແລ້ວໂຍນຖິ້ມໄປເລີຍ ບໍ່ຕ້ອງເກັບມາຄິດໃຫ້ຮົກສະໝອງ.
ເຮັດ Emotional Detox
ພາໂຕເອງຫ່າງຈາກໜ້າຈໍ ແລະ ໂລກໂຊຊຽວຈັກມື້ໜຶ່ງ, ງົດຮັບຮູ້ເລື່ອງດຣາມ່າທຸກຢ່າງ ແລ້ວປ່ຽນໄປເຮັດສິ່ງທີ່ເຮັດໃຫ້ໃຈສະບາຍ ບໍ່ວ່າຊິເປັນການຟັງເພງ, ໄປຍ່າງຫຼິ້ນຮັບລົມ ຫຼື ນອນຫຼັບໃຫ້ເຕັມອີ່ມ ເພື່ອສ້າງພະລັງໃຫ້ສະໝອງໄດ້ພັກຜ່ອນແທ້ໆ.
ທຸກຄົນຮູ້ບໍ່ວ່າໂລກໜ່ວຍນີ້ບໍ່ໄດ້ພັງລົງຍ້ອນເຮົາຄົນດຽວດອກ ລອງວາງມັນລົງຈັກໜ່ອຍໜຶ່ງກ່ອນ ແລະ ກ່ອນຊິໂດດໄປຊ່ວຍຄົນອື່ນເຮົາກໍຕ້ອງຮັກສາໃຈໂຕເອງໃຫ້ລອດກ່ອນ ເພາະສຸດທ້າຍແລ້ວ, ບໍ່ມີໃຜຊິມາປົກປ້ອງຄວາມສຸກຂອງເຮົາໄດ້ດີເທົ່າໂຕເຮົາເອງອີກແລ້ວ.