ໜ້າຫຼັກ ມ່ວນຊວນເບິ່ງ ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City
ມ່ວນຊວນເບິ່ງ

ຄວາມຮັກຈະເປັນແນວໃດ? ເມື່ອຍັງຖືກສັງຄົມປິດກັ້ນຄວາມເປັນພວກເຂົາ ເບິ່ງຊີຣີສ໌ເລື່ອງ Love in the Big City

ແບ່ງປັນ

ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City (2024) ມານຳສະເໜີ.

ໂດຍເນື້ອຫາແມ່ນໄດ້ເລົ່າກ່ຽວກັບການໃຊ້ຊີວິດໃນເມືອງໃຫຍ່ຂອງກຸ່ມຄົນລຸ້ນໃໝ່ໃນ ໂຊລ ເກົາຫຼີໃຕ້ ທີ່ບອກເລົ່າເຖິງຄວາມສຳພັນຂອງກຸ່ມໝູ່ເພື່ອນ ແລະ ຄົນຮັກທີ່ຕ້ອງປະເຊີນກັບຄວາມຊັບຊ້ອນຂອງຊີວິດ ທັງເລື່ອງຄວາມຮັກ, ສຸຂະພາບ, ການຊອກຫາຕົວຕົນ ແລະ ການດຳເນີນຊີວິດໃນເມືອງໃຫຍ່ທີ່ເຕັມໄປດ້ວຍຄວາມວຸ່ນວາຍ.

Love in the Big City (2024) ມີປະເດັນທີ່ໜ້າສົນໃຈກໍຄືໃນເລື່ອງໄດ້ເລົ່າເຖິງມຸມມອງຊີວິດຂອງຊາຍໜຸ່ມທີ່ມີຊື່ວ່າ Go Yeong ລາວມີຄວາມມັກສ່ວນຕົວຄືການຮັກເພດດຽວກັນ, ການພະຍາຍາມໃຊ້ຊີວິດໃນແບບທີ່ຕົວເອງຕ້ອງການໂດຍບໍ່ຢາກໃຫ້ຖືກຈຳກັດ ແລະ ການຕີຂອບເຂດກັບຮູບແບບສັງຄົມແບບເກົ່າ. ລາວຍັງໄດ້ປະເຊີນກັບຄວາມທ້າທາຍໃນການຄົ້ນຫາຕົວຕົນ, ຄວາມສັບຊ້ອນໃນຄວາມສຳພັນ ແລະ ຊີວິດຮັກ, ຄວາມໂດດດ່ຽວ ແລະ ຕ້ອງໄດ້ຮັບມືກັບແຮງກົດດັນຈາກທາງສັງຄົມທີ່ຍັງບໍ່ເປີດກວ້າງໃນເພດທີ່ມີອັກຄະຕິຕໍ່ກຸ່ມ LGBTQ+.

ບົດບາດຄວາມເປັນ LGBTQ+ ໃນ Love in the Big City ກໍໄດ້ຖືກເລົ່າເຖິງໃນມຸມມອງທີ່ມີຄວາມເລີກເຊິ່ງຫຼາຍ, ເຮັດໃຫ້ເຫັນເຖິງຄວາມທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງໃນດ້ານວັດທະນະທຳສັງຄົມເກົາຫຼີ, ເລື່ອງລາວໄດ້ດຳເນີນຊີວິດຮັກຂອງພວກເຂົາທີ່ມີທັງຄວາມສຸກ, ຄວາມເຈັບປວດ ແລະ ຂໍ້ຈຳກັດຕ່າງໆ.

ໃຜທີ່ກຳລັງຫາຊີຣີສ໌ເບິ່ງຕ້ອງລອງ, ພວກເຮົາຈະຮູ້ອີກຄຸນຄ່າ ແລະ ອີກໜຶ່ງມຸມມອງຂອງຊີວິດຈາກເລື່ອງນີ້ Love in the Big City ມີທັງໝົດ 8 ຕອນ ເບິ່ງ Streaming ໄດ້ທີ່ Netflix.

ໂດຍ: ທີມບັນນາທິການ Muan

See also  ປົດປ່ອຍທຸກຄວາມຮູ້ສຶກພາຍໃນກັບ "ສຸກໃຈ It’s Okay the Series"

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນເບິ່ງ

ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood...

ມ່ວນຊວນເບິ່ງ

Flow: ແມວດຳຈາກລັດເວຍສູ່ລາງວັນ Oscars – ແອນິເມຊັນອິນດີ້ທີ່ທຳລາຍອຳນາດຂອງຄ້າຍໃຫຍ່ດ້ວຍທຶນທີ່ຈຳກັດ

ບໍ່ຈຳເປັນຕ້ອງເປັນຜົນງານຈາກຄ້າຍໃຫຍ່ກໍຊະນະ Oscars ໄດ້ ບົດຮຽນຈາກ Flow ຮູບເງົາແອນິເມຊັນຈາກລັດເວຍ ດ້ວຍການສ້າງສັນດ້ວຍຊັບພະຍາກອນທີ່ຈຳກັດ ແລະ ບອກເຮົາວ່າທີມນ້ອຍໆກໍມີຄວາມເປັນໄປໄດ້ຖ້າເຮົາລົງມືເຮັດ. ຜົນການປະກາດລາງວັນ Oscars ຫຼື...

ມ່ວນຊວນເບິ່ງ

ເປັນແມ່ຍິງຕ້ອງງາມ ແລະ ຫ້າມເຖົ້າ? ຊວນເບິ່ງ The Substance ໜັງ Body Horror ທີ່ວິພາກວິຈານມາດຕະຖານຄວາມງາມຂອງສັງຄົມຢ່າງເຈັບແສບ

ເປັນແມ່ຍິງຕ້ອງງາມ ແລະ ຫ້າມເຖົ້າ? ຊວນເບິ່ງ The Substance ໜັງ Body Horror ທີ່ວິພາກວິຈານມາດຕະຖານຄວາມງາມຂອງສັງຄົມຢ່າງເຈັບແສບ

ມ່ວນຊວນເບິ່ງ

ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix

ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things...