ຢ່າປ່ອຍໃຫ້ຂໍ້ອ້າງຕ່າງໆ ມາປິດກັ້ນໂອກາດຂອງຕົນເອງ
ນີ້ແມ່ນສິ່ງທີ່ນາຍແບບ ແລະ ນັກສະແດງອິດສະລະ ໄຊ – ຈະເລີນໄຊ ຈັນທີ ຜູ້ທີ່ກ້າລອງສິ່ງໃໝ່ໆໄດ້ບອກກັບເຮົາ. ຍ້ອນເຫດຜົນນີ້ເອງ, ຈຶ່ງເປັນຈຸດເລີ່ມຕົ້ນໃຫ້ລາວໄດ້ມີໂອກາດຮ່ວມສະແດງກັບນັກສະແດງຄຸນນະພາບຂອງໄທ ໃນຊີຣີສ໌ເລື່ອງ “ພາບລວງຕາຍ” ເທິງແພລດຟອມຊື່ດັງຄື Netflix.

ແຕ່ກ່ອນທີ່ຈະໄດ້ມາສະແດງເລື່ອງນີ້, ໄຊ ແມ່ນໄດ້ໄປຖ່າຍງານໂຄສະນາສິນຄ້າໂຕໜຶ່ງ ເຊິ່ງທີມງານຈາກຊີຣີສ໌ທີ່ກຳລັງຫານັກສະແດງຢູ່ໄດ້ຊັກຊວນໃຫ້ລາວລອງໄປເຂົ້າການສະແດງເພື່ອຄັດເລືອກເບິ່ງ ແລະ ນັ້ນກໍກາຍເປັນອີກໜຶ່ງໂອກາດສຳຄັນໃນຊີວິດຂອງລາວ.
ນີ້ຈຶ່ງເປັນສິ່ງທີ່ເປີດໂອກາດໃຫ້ ໄຊ ໄດ້ຮ່ວມສາກກັບນັກສະແດງມືອາຊີບຂອງໄທທີ່ລາວມັກ ແຖມຍັງເປັນປະສົບການໃໝ່ທີ່ທ້າທາຍທັງ ດ້ານການສະແດງ ແລະ ການປັບຕົວດ້ານພາສາ ເຊິ່ງການໄດ້ເປັນສ່ວນໜຶ່ງຂອງຜົນງານນີ້ ບໍ່ພຽງແຕ່ເປັນອີກໜຶ່ງປະສົບການ ພ້ອມເປັນອີກກ້າວສຳຄັນທີ່ເຮັດໃຫ້ເຫັນວ່າ ການທີ່ ໄຊ ກ້າທີ່ຈະລອງ ມັນໄດ້ພາລາວໄປພົບກັບໂອກາດດີໆຢູ່ສະເໝີ.

ຈາກຖ່າຍໂຄສະນາ ສູ່ໂອກາດຮ່ວມສະແດງໃນຊີຣີສ໌ Netflix
ຈຸດເລີ່ມຕົ້ນຂອງໂອກາດທີ່ໄດ້ຮ່ວມສະແດງຊີຣີສ໌ຄັ້ງນີ້, ແມ່ນມາຈາກການທີ່ ໄຊ ໄປຖ່າຍໂຄສະນາໃຫ້ສິນຄ້າໂຕໜຶ່ງ ເຊິ່ງໃນມື້ນັ້ນ, ທີມງານທີ່ມາດູແລການຖ່າຍໂຄສະນາແມ່ນທີມ Casting (ການຄັດເລືອກນັກສະແດງ) ຂອງຊີຣີສ໌ ພາບລວງຕາຍ.
ຫຼັງຈາກໄດ້ເຫັນ ໄຊ, ພວກເຂົາກໍໄດ້ຊັກຊວນໃຫ້ລອງໄປເຂົ້າການສະແດງເພື່ອຄັດເລືອກຮັບບົດນີ້ ເພາະເຫັນວ່າໄຊມີພາບລັກທີ່ເໝາະສົມກັບບົດບາດ.
ການຄັດເລືອກທີ່ເຕັມໄປດ້ວຍຄວາມລຸ້ນ ທຸກຢ່າງຖືກເກັບເປັນຄວາມລັບ
ນມື້ທີ່ໄປຄັດເລືອກນັ້ນ, ບໍ່ມີໃຜຮູ້ເລີຍວ່າຜົນງານທີ່ພວກເຂົາກຳລັງຈະຖືກຄັດເລືອກນັກສະແດງຢູ່ແມ່ນຊີຣີສ໌ເລື່ອງໃດ, ມີໃຜເປັນນັກສະແດງຫຼັກ ຫຼື ແຕ່ລະຄົນຈະໄດ້ຮັບບົດບາດແນວໃດ. ທຸກຢ່າງຖືກເກັບເປັນຄວາມລັບທັງໝົດ ເຮັດໃຫ້ ໄຊ ເອງກໍທັງລຸ້ນ ແລະ ຢາກຮູ້ວ່າໂອກາດຄັ້ງນີ້ຈະພາຕົນເອງໄປຮອດຈຸດໃດ.
ໃນຂັ້ນຕອນທົດສອບການສະແດງ, ຜູ້ເຂົ້າຮັບການຄັດເລືອກຕ້ອງເຂົ້າຫ້ອງເທື່ອລະຄົນ ໂດຍແຕ່ລະຄົນກໍໃຊ້ເວລາຢູ່ພໍສົມຄວນ. ເມື່ອຮອດຄິວຂອງ ໄຊ ທີມງານກໍອະທິບາຍເລື່ອງລາວ ແລະ ເຫດການໃນຊີຣີສ໌ໃຫ້ຟັງ ກ່ອນຈະໃຫ້ລອງສະແດງຕາມບົດທີ່ໄດ້ຮັບ.
“ໃນຕອນນັ້ນ, ຂ້ອຍເລືອກທີ່ຈະສະແດງອອກມາຕາມຄວາມຮູ້ສຶກຂອງຕົນເອງ ທັງອາລົມ, ສີໜ້າ, ທ່າທາງ ແລະ ຄຳເວົ້າ ໂດຍໄດ້ລອງສະແດງໄປທັງໝົດ 3 ຮອບ. ຈາກນັ້ນທີມງານກໍໃຫ້ກັບບ້ານ ແລະ ລໍຖ້າຟັງຜົນ” ໄຊ ແບ່ງປັນປະສົບການ.
ຈາກມື້ນັ້ນທີ່ລາວ ແລະ ນັກສະແດງຄົນອື່ນໆ ໄດ້ໄປທົດລອງສະແດງໃນຮອບຄັດເລືອກ ໂດຍທີ່ບໍ່ຮູ້ຫຍັງຫຼາຍທຸກວິນາທີທີ່ລໍຖ້າຜົນນັ້ນມັນຄົງຈະຕື່ນເຕັ້ນແບບສຸດໆເລີຍທຸກຄົນ. ສຸດທ້າຍ, ໂອກາດນັ້ນກໍໄດ້ກາຍເປັນຈຸດເລີ່ມຕົ້ນຂອງບົດບາດໃໝ່ໃນຊີວິດຂອງ ໄຊ.

ພາບ: Chalernxai Chanthi
ບົດບາດ “ລູກປ້າແສງ” ໃນຊີຣີສ໌ ພາບລວງຕາຍ
ສຳລັບບົດບາດທີ່ ໄຊ ໄດ້ຮັບໃນຊີຣີສ໌ເລື່ອງນີ້ ແມ່ນ “ລູກປ້າແສງ” ເຊິ່ງເປັນຕົວລະຄອນແມ່-ລູກທີ່ມີນິໄສຢາກຮູ້ຢາກເຫັນ ແລະ ມັກໃສ່ໃຈເລື່ອງລາວຂອງຄົນອ້ອມຂ້າງ ໂດຍສະເພາະຄອບຄົວເພື່ອນບ້ານທີ່ກຳລັງຕົກເປັນຂໍ້ສົງໄສຂອງຄົນໃນໝູ່ບ້ານ.
ຕາມຄວາມເຊື່ອ ແລະ ຄຳບອກເລົ່າຂອງຊາວບ້ານ ຄອບຄົວນັ້ນຖືກກ່າວຫາວ່າອາດມີ “ຜີໂພງ” ອາໄສຢູ່ພາຍໃນເຮືອນ ເຊິ່ງຄວາມເຊື່ອ ແລະ ຂໍ້ສົງໄສນີ້ກໍຄ່ອຍໆກາຍເປັນປະເດັນທີ່ຄົນໃນຊຸມຊົນຈັບຕາເບິ່ງ. ດ້ວຍນິໄສທີ່ມັກສັງເກດ ແລະ ຢາກຮູ້ເລື່ອງລາວຂອງຄົນອື່ນ ສອງຕົວລະຄອນ ແມ່-ລູກ ຈຶ່ງຄອຍຕິດຕາມເຫດການນີ້ ພ້ອມກັບຄວາມສົງໄສວ່າ ເລື່ອງທີ່ຊາວບ້ານເຊື່ອ ແລະ ເວົ້າຕໍ່ໆກັນນັ້ນ ຈະເປັນຄວາມຈິງຫຼືບໍ່.
ສາກໄລ່ຜີອອກຈາກໝູ່ບ້ານ, ສາກທີ່ຮູ້ສຶກຂົນລຸກ ແລະ ຖ່າຍທຳຍາກ
ການໄດ້ເຂົ້າມາຮັບບົດບາດນີ້ເຮັດໃຫ້ ໄຊ ໄດ້ມີໂອກາດຮ່ວມສະແດງໃນຫຼາຍສາກສຳຄັນ ກັບນັກສະແດງມືອາຊີບຂອງໄທ. ໜຶ່ງໃນສາກທີ່ລາວປະທັບໃຈ ແລະ ຈື່ໄດ້ດີ ແມ່ນສາກໄລ່ຜີອອກຈາກໝູ່ບ້ານ ເຊິ່ງເປັນສາກທີ່ມີທັງຄວາມເຊື່ອ, ຄວາມສັດທາ ແລະ ພິທີກຳເຂົ້າມາກ່ຽວຂ້ອງ.
ບັນຍາກາດໃນສາກນັ້ນເຮັດໃຫ້ ໄຊ ຮູ້ສຶກຂົນລຸກ ແລະ ຕື່ນເຕັ້ນຫຼາຍ ແຕ່ຂະນະດຽວກັນກໍເປັນສາກທີ່ຖ່າຍທຳຍາກທີ່ສຸດ ເພາະມີອຸປະສັກຫຼາຍ ເຊິ່ງເວລານັ້ນຝົນກໍໄດ້ຕົກລົງມາເປັນໄລຍະ ເຮັດໃຫ້ການຖ່າຍທຳຕ້ອງຢຸດ ແລະ ເລີ່ມໃໝ່ຊ້ຳໆຫຼາຍຄັ້ງ.

ພາບ: Chalernxai Chanthi
ຕື່ນເຕັ້ນທີ່ໄດ້ຮ່ວມສາກກັບນັກສະແດງຊັ້ນນຳຂອງໄທ
ອີກໜຶ່ງສາກທີ່ ໄຊ ໄດ້ບອກກັບເຮົາວ່າຕື່ນເຕັ້ນທີ່ສຸດແມ່ນ “ນີ້ແມ່ນສາກທີ່ຂ້ອຍມັກ ແລະ ຮູ້ສຶກຕື່ນເຕັ້ນ ເພາະໄດ້ເຂົ້າສາກກັບນັກສະແດງທີ່ມີປະສົບການຂອງໄທຫຼາຍຄົນ ເຊິ່ງສາກນີ້ແມ່ນໄດ້ໄປບ້ານປ້າພັນນີ (ແມ່ນາງເອກ) ໃນຕອນກາງຄືນພ້ອມກັບສາລະວັດພີດ ເຊິ່ງສາກນັ້ນມີແມ່ນໄດ້ລວມນັກສະແດງຫຼັກຫຼາຍຄົນຮ່ວມສະແດງ ບໍ່ວ່າຈະເປັນ ແຕ້ວ ນະຖາພອນ (แต้ว ณฐพร), ເຈດ ເຈດພິພັດ (เจษ-เจษฎ์พิพัฒ), ອໍກັສ ວະຊິຣະວິດ (ออกัส วชิรวิชญ์) ແລະ ແມ່ຕ້ອມ”.
ການໄດ້ຢູ່ໃນສາກດຽວກັບນັກສະແດງທີ່ຕົນເອງຄຸ້ນເຄີຍຜ່ານຜົນງານຕ່າງໆ ຈຶ່ງເປັນອີກໜຶ່ງປະສົບການທີ່ ໄຊ ຮູ້ສຶກຕື່ນເຕັ້ນ ແລະ ປະທັບໃຈຫຼາຍ. ນອກຈາກປະສົບການຕໍ່ໜ້າກ້ອງແລ້ວ, ການໄປຖ່າຍທຳຢູ່ຈັງຫວັດເລີຍ ຍັງເປັນອີກສິ່ງໜຶ່ງທີ່ ໄຊ ຕ້ອງປັບໂຕ ເພາະກອງຖ່າຍໄດ້ຈັດຄູສອນພາສາເລີຍມາຊ່ວຍສອນຢ່າງຈິງຈັງ ໂດຍຕ້ອງໃສ່ໃຈທຸກຈຸດຂອງຄຳເວົ້າ ເພື່ອໃຫ້ການອອກສຽງຖືກຕ້ອງຕາມພາສາຖິ່ນ.
ຖືເປັນອີກໜຶ່ງລາຍລະອຽດທີ່ເຮັດໃຫ້ເຮົາເຫັນວ່າ ການສະແດງບໍ່ໄດ້ມີພຽງອາລົມ ແລະ ທ່າທາງເທົ່ານັ້ນ ແຕ່ລາຍລະອຽດຂອງພາສາກໍເປັນສ່ວນສຳຄັນເຊັ່ນກັນ.

ກຳລັງໃຈຈາກຄົນລາວ ຫຼັງຊີຣີສ໌ອອກສາຍ
ຫຼັງຈາກຊີຣີສ໌ອອກອາກາດ ໄຊ ໄດ້ຮັບກະແສຕອບຮັບທີ່ດີຈາກຄົນອ້ອມຂ້າງ. ຫຼາຍຄົນຕ່າງດີໃຈ ແລະ ພູມໃຈທີ່ລາວໄດ້ມີສ່ວນຮ່ວມໃນຜົນງານນີ້ ພ້ອມທັງຢາກຮູ້ວ່າລາວຮັບບົດເປັນໃຜ ແລະ ມີບົດບາດແນວໃດໃນເລື່ອງ.
ສຳລັບຄົນທີ່ຮູ້ຈັກ ແລະ ຕິດຕາມລາວມາກ່ອນ ການໄດ້ເຫັນ ໄຊ ປາກົດຕົວໃນຊີຣີສ໌ ກໍຄົງເປັນອີກໜຶ່ງຄວາມພູມໃຈ ແລະ ເປັນເລື່ອງທີ່ຢາກບອກຕໍ່ໃຫ້ຄົນອື່ນໄດ້ຮູ້. ນອກຈາກນັ້ນ, ບາງຄົນກໍຍັງສົງໄສວ່າ ໄຊ ໄດ້ໂອກາດເຂົ້າມາຮ່ວມສະແດງໃນຊີຣີສ໌ເລື່ອງນີ້ໄດ້ແນວໃດ ແລະ ເສັ້ນທາງກ່ອນຈະມາຮອດຜົນງານນີ້ເປັນແນວໃດ.
ຄຳຖາມ ແລະ ຄວາມສົນໃຈເຫຼົ່ານີ້ ກາຍເປັນອີກໜຶ່ງສິ່ງທີ່ເຮັດໃຫ້ໄຊຮູ້ສຶກດີໃຈ ເພາະເຫັນວ່າ ມີຄົນກຳລັງສົນໃຈໃນສິ່ງທີ່ລາວເຮັດ ແລະ ຢາກຕິດຕາມຜົນງານຂອງລາວຕໍ່ໄປ.
“ທຸກຄົນກະຕືລືລົ້ນທີ່ຈະໄປຫາເບິ່ງວ່າຂ້ອຍເຮັດຈັງໃດ, ສະແດງເປັນໃຜໃນເລື່ອງນີ້ ສ່ວນນີ້ຢາກຂອບໃຈທຸກຄົນຫຼາຍໆທີ່ສະໜັບສະໜຸນກັນ” ໄຊ ກ່າວ.

ພາບ: Chalernxai Chanthi
ກ້າວຕໍ່ໄປຢາກລອງບົດບາດທີ່ເນັ້ນສະແດງອາລົມ
ປະສົບການໃນຊີຣີສ໌ເລື່ອງນີ້ເຮັດໃຫ້ ໄຊ ຮູ້ສຶກທ້າທາຍກັບສາຍການສະແດງຫຼາຍຂຶ້ນ ແລະ ເປີດໃຈຢາກຮຽນຮູ້, ຢາກລອງສິ່ງໃໝ່ໆ ພ້ອມກັບບົດບາດທີ່ຫຼາກຫຼາຍກວ່າເກົ່າ.
ຫາກມີໂອກາດໃນອະນາຄົດ ບົດບາດທີ່ລາວຢາກລອງຫຼາຍທີ່ສຸດແມ່ນບົດທີ່ຫຼິ້ນຍາກໆຄື ບົດສະແດງທີ່ເນັ້ນອາລົມ (Dramatic Acting) ເພາະຄິດວ່າຈະເປັນຄວາມທ້າທາຍອີກລະດັບໜຶ່ງ ແລະ ຄົງຈະເປັນປະສົບການທີ່ມ່ວນດີສຳລັບລາວ.

ເຖິງຄົນທີ່ມີຄວາມຝັນຢາກເປັນນັກສະແດງ
“ສຳລັບຄົນທີ່ມີຄວາມຝັນຢາກເປັນນັກສະແດງ ບໍ່ວ່າຈະຢູ່ລາວ, ໄທ ຫຼື ປະເທດໃດກໍຕາມ. ຂ້ອຍຢາກໃຫ້ທຸກຄົນກຽມຄວາມພ້ອມ ແລະ ພັດທະນາຕົນເອງຢູ່ສະເໝີ. ເມື່ອມີໂອກາດເຂົ້າມາ ກໍຂໍໃຫ້ກ້າຈັບ ແລະ ຮັບເອົາມັນໄວ້ ຢ່າປ່ອຍໃຫ້ຂໍ້ອ້າງຕ່າງໆມາປິດກັ້ນໂອກາດຂອງຕົນເອງ. ສິ່ງສຳຄັນຄືການເຊື່ອໝັ້ນໃນຕົນເອງ ແລະ ເຊື່ອວ່າມື້ໜຶ່ງເຮົາຈະສາມາດເຮັດມັນໄດ້” ໄຊ ກ່າວ.
ກ່ອນຈົບບົດຄວາມນີ້, ໃຜທີ່ຍັງບໍ່ໄດ້ເບິ່ງຜົນງານຊີຣີສ໌ໃນແພລດຟອມ Netflix ເລື່ອງ ພາບລວງຕາຍ ທີ່ ໄຊ ຮ່ວມຫຼິ້ນກໍສາມາດນຳໄປເບິ່ງໄດ້ເດີ ເຊິ່ງ ໄຊ ກໍຫວັງວ່າຄົນເບິ່ງຈະຖືກໃຈກັບຜົນງານນີ້ ແລະ ຊ່ວຍເປັນກຳລັງໃຈໃຫ້ກັບກ້າວທຳອິດໃນສາຍການສະແດງຂອງລາວ.
ຫຼັງຈາກນີ້ ໄຊ ຍັງຈະມີຜົນງານການສະແດງ ແລະ ໂຄສະນາໃດອອກມາອີກແດ່ ທຸກຄົນກໍສາມາດໄປຕິດຕາມລາວໄດ້ເລີຍ.