ຕຳນານໄວເດັກກຳລັງກັບມາ Netflix ພາຢ້ອນສູ່ຈຸດເລີ່ມຕົ້ນຂອງໂລກເວດມົນ ໃນ NARNIA: THE MAGICIAN’S NEPHEW

ເວດມົນມີຢູ່ທຸກບ່ອນ ແຕ່ກ່ອນຈະມີຕູ້ເສື້ອຜ້າວິເສດ ແລະ ກຸ່ມເດັກນ້ອຍ ທີ່ຈະກ້າວເຂົ້າສູ່ Narnia, ໂລກແຫ່ງນີ້ມີມາຈາກໃສ ແລະ ເຈົ້າເຄີຍເຫັນຈຸດກຳເນີດຂອງມັນບໍ່?
ທຸກຕຳນານລ້ວນມີຈຸດເລີ່ມຕົ້ນ ແລະ ຄັ້ງນີ້ ເຮົາຈະໄດ້ກັບໄປເຫັນວິນາທີທີ່ Narnia ຖືກສ້າງຂຶ້ນມາ.
ບົດຄວາມນີ້ອາດມີການ Spoiler ຈາກນິຍາຍຕົ້ນສະບັບ.
ມື້ນີ້ມີຫຍັງໃໝ່ໆມາເລົ່າອີກແລ້ວທຸກຄົນ, ພຽງແຕ່ ມ່ວນຊວນເບິ່ງ ໄດ້ເຫັນຕົວຢ່າງຂອງ NARNIA: THE MAGICIAN’S NEPHEW ທີ່ Netflix ທີ່ໄດ້ປ່ອຍອອກມາ, ກໍອົດທີ່ຈະຕື່ນເຕັ້ນບໍ່ໄດ້ ເພາະພາບ, ແສງ, ສີ ແລະ ສຽງ ຄືດີແຮງ ໂດຍສະເພາະ CG ຄືອະລັງການສົມຖານະຂອງໜັງມະຫາກາບ ການຜະຈົນໄພ-ແຟນຕາຊີ ທີ່ແຟນ Narnia ຕັ້ງຕາຖ້າເບິ່ງ.
ໃຜສາຍໜັງແຟນຕາຊີເລື່ອງນີ້, ກໍກຽມໂຕກັບຄືນສູ່ຈັກກະວານ Narnia ອີກຄັ້ງໜຶ່ງເດີ ເພາະນີ້ຄືຜົນງານໃໝ່ຈາກ Netflix ທີ່ຈະພາເຮົາທຸກຄົນໄປເປີດເຜີຍເລື່ອງລາວກ່ອນເຫດການໃນ The Lion, the Witch and the Wardrobe ໂດຍໄດ້ Greta Gerwig ຜູ້ກຳກັບຈາກໜັງ Barbie (2023) ມາຮັບໜ້າທີ່ຖ່າຍທອດໂລກແຫ່ງຈິນຕະນາການໃນມຸມມອງໃໝ່ໆນີ້.
ໃນເລື່ອງ NARNIA: THE MAGICIAN’S NEPHEW ນີ້, ຖືກດັດແປງຈາກນິຍາຍຂອງ C.S. Lewis ທີ່ຕີພິມໃນປີ 1955. ເຖິງວ່າເນື້ອຫາໃນໜັງຈະເປັນປຶ້ມຫົວທີ 6 ຕາມລຳດັບການຕີພິມກໍຕາມ ແຕ່ກັບເປັນເລື່ອງລາວລຳດັບທຳອິດຕາມເສັ້ນເວລາຂອງຈັກກະວານ Narnia ເປັນຕົ້ນກຳເນີດສຳຄັນທີ່ຄົນເບິ່ງພາດບໍ່ໄດ້ເລີຍ.

ຢ້ອນສູ່ຈຸດກຳເນີດກ່ອນໂລກ Narnia ຈະຖືກສ້າງຂຶ້ນ
ຖ້າອີງເນື້ອເລື່ອງຈາກນິຍາຍຄື ໃນໜັງແມ່ນຈະພາຄົນເບິ່ງໄປຕິດຕາມການຜະຈົນໄພຂອງ Digory Kirke ແລະ Polly Plummer ເດັກນ້ອຍສອງຄົນທີ່ບັງເອີນຄົ້ນພົບແຫວນວິເສດຂອງ Uncle Andrew ເຊິ່ງມີພະລັງສາມາດພາຜູ້ຄົນເດີນທາງຂ້າມໄປຍັງໂລກອື່ນໄດ້. ຍ້ອນສາເຫດນີ້ເອງ, ເດັກທັງສອງຈຶ່ງຖືກດຶງເຂົ້າສູ່ການຜະຈົນໄພທີ່ບໍ່ຄາດຄິດ.
ການຜະຈົນໄພຄັ້ງນີ້, ໄດ້ພາພວກເຂົາໄປພົບກັບອານາຈັກເລິກລັບ Charn ແລະ ລາຊິນີ Jadis ຜູ້ຊົ່ວຮ້າຍ ເຊິ່ງຕໍ່ມາຈະກາຍເປັນ White Witch ຫຼື ແມ່ມົດຂາວທີ່ແຟນ Narnia ຄຸ້ນເຄີຍກັນດີ ເຊິ່ງໜຶ່ງໃນຫົວໃຈສຳຄັນຂອງເລື່ອງຄື ການເປີດເຜີຍວິນາທີທີ່ Aslan ສິງໂຕຜູ້ຍິ່ງໃຫຍ່ ໃຊ້ສຽງເພງສ້າງໂລກ Narnia ຂຶ້ນມາຈາກຄວາມມືດມິດຈົນເກີດເປັນ ດວງດາວ, ທ້ອງຟ້າ, ປ່າໄມ້ ແລະ ບັນດາສັດວິເສດທີ່ສາມາດເວົ້າໄດ້.
ນອກຈາກນີ້, ເລື່ອງນີ້ຍັງຈະພາເຮົາໄປຄົ້ນຫາທີ່ມາຂອງສັນຍະລັກສຳຄັນຕ່າງໆ ທັງເສົາໄຟກາງປ່າ ແລະ ຕູ້ເສື້ອຜ້າວິເສດທີ່ກາຍເປັນປະຕູສູ່ໂລກ Narnia ໃນພາກທີ່ຄົນເບິ່ງຮູ້ຈັກ.

ການກັບມາຂອງ Narnia ຜ່ານມຸມມອງຂອງ Greta Gerwig
ການນຳ THE MAGICIAN’S NEPHEW ມາສ້າງເປັນໜັງໃນຄັ້ງນີ້ ຖືເປັນການເລີ່ມຕົ້ນໃໝ່ຂອງຈັກກະວານ Narnia ທີ່ບໍ່ໄດ້ມີພຽງແຕ່ການນຳເລື່ອງລາວເກົ່າກັບມາຖ່າຍທອດໃໝ່ ແຕ່ຍັງເປັນການພາຄົນເບິ່ງຮຸ່ນໃໝ່ໄປສຳຜັດກັບຮາກເຫງົ້າຂອງໂລກເວດມົນທີ່ຢູ່ໃນຄວາມຊົງຈຳຂອງແຟນໜັງທົ່ວໂລກ.
ສຳລັບແຟນ Narnia ມ່ວນຊວນເບິ່ງ ຄິດວ່າ ນີ້ອາດເປັນອີກໜຶ່ງຜົນງານທີ່ໜ້າຈັບຕາ ເພາະຄັ້ງນີ້ເຮົາຈະບໍ່ໄດ້ພຽງແຕ່ກັບໄປຢ້ຽມຢາມໂລກແຫ່ງເວດມົນ ແຕ່ຈະໄດ້ຮັບຮູ້ວ່າ ກ່ອນທີ່ຕຳນານທັງໝົດຈະເລີ່ມຕົ້ນນັ້ນ Narnia ໄດ້ຖືກສ້າງຂຶ້ນມາໄດ້ແນວໃດ.
NARNIA: THE MAGICIAN’S NEPHEW ມີແຜນເຂົ້າສາຍໃນໂຮງໜັງ ວັນທີ 10 ກຸມພາ 2027, ກ່ອນຈະເປີດໃຫ້ເບິ່ງຜ່ານ Netflix ວັນທີ 2 ເມສາ 2027.