ນາຍແບບລາວຮ່ວມສະແດງຊີຣີສ໌ໄທ ພາບລວງຕາຍເບິ່ງຜົນງານ “ຈະເລີນໄຊ ຈັນທີ” ໄດ້ທີ່ Netflix

ແບ່ງປັນ

ນາຍແບບລາວຮ່ວມສະແດງຊີຣີສ໌ໄທ ພາບລວງຕາຍເບິ່ງຜົນງານ “ຈະເລີນໄຊ ຈັນທີ” ໄດ້ທີ່ Netflix

06 October 2026● 4
✦ AI Summarized

Key Takeaways:

  • ຊີຣີສ໌ແນວປິດສະໜາ-ສືບສວນ ພາບລວງຕາຍ (ภาพลวงตาย) ມີເນື້ອຫາເຂັ້ມຂຸ້ນດ້ວຍຕຳນານຜີໂພ່ງແລະຄວາມເຊື່ອພື້ນບ້ານໃນບັນຍາກາດສຸດຫຼອນ.
  • ລວມນັກສະແດງແຖວໜ້າຊື່ດັງຂອງໄທເຊັ່ນ ແຕ້ວ ນະຖາພອນ, ເຈດ ເຈດພິພັດ ແລະ ອໍກັສ ວະຊິຣະວິດ.
  • ຄົນລາວຄວ້າໂອກາດສຳຄັນ ໂດຍມີໜຸ່ມລາວ ໄຊ ຫຼື ຈະເລີນໄຊ ຈັນທີ ນາຍແບບແລະນັກສະແດງອິດສະລະ ໄດ້ກ້າວໄປຝາກສີມືເທິງແພລດຟອມລະດັບໂລກ Netflix.
  • ໄຊ ຮັບບົດເປັນໜຸ່ມຊາວບ້ານທີ່ມີສ່ວນຮ່ວມໃນສາກສຳຄັນ ເຊັ່ນ ສາກພິທີກຳຂອງໝໍຜີ ແລະ ປະທະອາລົມກັບນັກສະແດງຮຸ່ນໃຫຍ່.
  • ຊີຣີສ໌ມີທັງໝົດ 6 ຕອນຈົບ ແລະ ມີຈຸດຫັກມຸມຕອນຈົບທີ່ຄາດບໍ່ເຖິງ.

ໃຜທີ່ເປັນແຟນຊີຣີສ໌ແນວປິດສະໜາ-ສືບສວນ ຕ້ອງຟ້າວປັກໝຸດເລື່ອງນີ້ໄວ້ເລີຍເດີ ເພາະນອກຈາກເນື້ອຫາຂອງເລື່ອງຈະເຂັ້ມຂຸ້ນດ້ວຍການນຳເອົາຕຳນານ ຜີໂພ່ງ ແລະ ຄວາມເຊື່ອພື້ນບ້ານມາເລົ່າຜ່ານບັນຍາກາດສຸດຫຼອນ.

ເລື່ອງ ພາບລວງຕາຍ (ภาพลวงตาย) ນີ້, ຍັງລວມນັກສະແດງແຖວໜ້າສີມືດີຂອງໄທໄວ້ ບໍ່ວ່າຈະເປັນ ແຕ້ວ ນະຖາພອນ (แต้ว ณฐพร), ເຈດ ເຈດພິພັດ (เจษ-เจษฎ์พิพัฒ) ແລະ ອໍກັສ ວະຊິຣະວິດ (ออกัส วชิรวิชญ์).

ແຕ່ສິ່ງທີ່ເຮັດໃຫ້ຊີຣີສ໌ເລື່ອງນີ້ພິເສດ ແລະ ໜ້າພູມໃຈສຸດໆ ສຳລັບຄົນລາວເຮົາ ກໍຄືການໄດ້ເຫັນໜຸ່ມລາວ ໄຊ ຫຼື ຈະເລີນໄຊ ຈັນທີນາຍແບບ-ນັກສະແດງອິດສະລະ (ອະດີດຜູ້ເຂົ້າແຂ່ງຂັນ The WOW Laos Season 2) ໄດ້ກ້າວໄປຝາກສີມືການສະແດງເທິງແພລດຟອມລະດັບໂລກຢ່າງ Netflix.

ອ່ານຕື່ມ:  ເບິ່ງພາກຕໍ່ຊີຣີສ໌ເດັດ 3 ເລື່ອງໜ້າເບິ່ງໃນປີ 2025 ໃນ Netflix
ພາບ: Chalernxai Chanthi

ໃນເລື່ອງນີ້ ໄຊ ຮັບບົດເປັນໜຸ່ມຊາວບ້ານ ທີ່ມີສ່ວນຮ່ວມໃນສາກສຳຄັນຫຼາຍໆສາກ ບໍ່ວ່າຈະເປັນສາກພິທີກຳຂອງໝໍຜີ ຫຼື ສາກທີ່ຕ້ອງຢູ່ກັບນັກສະແດງຮຸ່ນໃຫຍ່ປະທະອາລົມກັນ. ຖືເປັນອີກໜຶ່ງກ້າວໃຫຍ່ຂອງນັກສະແດງລາວທີ່ໄດ້ສະແດງສີມືໃຫ້ຊາວໂລກໄດ້ເຫັນ ທີ່ສຳຄັນເລື່ອງນີ້ມີຈຸດຫັກມຸມຕອນຈົບທີ່ຄາດບໍ່ເຖິງອີກດ້ວຍ.

ທຸກຄົນຢ່າລືມເຂົ້າໄປເບິ່ງ ແລະ ໃຫ້ກຳລັງໃຈ ໄຊ ໃນຊີຣີສ໌ ພາບລວງຕາຍ (ภาพลวงตาย) ເທິງ Netflix ກັນຫຼາຍໆເດີ ມີ 6 ຕອນຈົບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.