ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ “ສາທຸ” ໂດຍ Hopee Tii ແຣັບເປີ ລາວ-ອາເມຣິກາ ບໍ່ພຽງແຕ່ປຸກໃຈ ແຕ່ໃຫ້ “ພອນ” ທຸກທ່ອນ
Muan Listen - ມ່ວນຊວນຟັງ

“ສາທຸ” ໂດຍ Hopee Tii ແຣັບເປີ ລາວ-ອາເມຣິກາ ບໍ່ພຽງແຕ່ປຸກໃຈ ແຕ່ໃຫ້ “ພອນ” ທຸກທ່ອນ

ແບ່ງປັນ
Getting your Trinity Audio player ready...

“ສາທຸ (Sa Tu)” ຈາກຜົນງານສິລະປິນສາວລາວທີ່ໃຊ້ຊີວິດຢູ່ ສະຫະລັດອາເມຣິກາ ບອກເລົ່າເສັ້ນທາງຊີວິດຜ່ານເພງ ແລະ ສະໄຕລ໌ການແຣັບສຸດທີ່ຈະໂດດເດັນກັບທຸກຖ້ອຍຄຳໃນເພງທີ່ເຕັມໄປດ້ວຍພະລັງບວກ ແລະ ແຮງບັນດານໃຈໃຫ້ຄົນກ້າເປັນໂຕຂອງໂຕເອງ.

ດ້ວຍແນວເພງ Hip-Hop ສະໄໝໃໝ່, ບີດທີ່ໜັກແໜ້ນແຕ່ ເມໂລດີ ແລະ sample ເພງທີ່ເຕັມໄປດ້ວຍ vibe ທີ່ສະໝູດໃຈ ພ້ອມດ້ວຍຍິບເອົາຄຳວ່າ: ​ສາທຸ ເປັນແກນຫຼັກຂອງເພງຈຶ່ງເຮັດໃຫ້ ສາທຸ ບໍ່ໄດ້ພຽງຄຳເວົ້າທີ່ໄດ້ຍິນໃນວັດ ຫຼື ເຮືອນບຸນບ້ານອີກຕໍ່ໄປ.

ເພງນີ້ Hopee Tii  ຢາກຈະບອກທຸກຄົນວ່າຈົງຕົວເອງສົ່ງຕໍ່ພະລັງງານດີໆເຕີມແສງສະວ່າງໃນເສັ້ນທາງຊີວິດ ແລະ ທ່ອມໂຕຢູ່ສະເໝີ. ໃນເພງຍັງໄດ້ມີການສອດແຊກຂອງຄຳວ່າ “Stayyellur” ທີ່ລາວມັກຈະໃຊ້ໃນທ້າຍຂອງເພງ. ຄຳນີ້ເປັນເໝືອນການປຸກໃຈໃຫ້ທຸກຄົນກ້າທີ່ຈະສະແດງອອກ, ກ້າທີ່ຈະເວົ້າຢ່າເຂີນອາຍຈົງເປັງປະກາຍໃຫ້ເຕັມທີ່. ໃນອີກມຸມໜຶ່ງ Stayyellur ຍັງສື່ເຖິງຄວາມພາກພູມໃຈໃນຄວາມເປັນເອເຊຍໂດຍສະເພາະຄົນລາວຢ່າງ Hopee Tii ທີ່ຢາກຢືນຢັດໃນສິ່ງທີ່ຕົວເອງເປັນ ແລະ ບອກໃຫ້ໂລກເຫັນ.

ດ້ວຍຄຳວ່າ ສາທຸ ຄືການໄຫວການ pray ເພື່ອຂໍພອນ ແລະ ອວຍພອນ ໃຫ້ຕົວເຮົາເອງຈົງ Stay Positive Energy ຢູ່ຕະຫຼອດເວລາ ພ້ອມຍັງອວຍພອນໃຫ້ຄົນອ້ອມຂ້າງທີ່ເຮົາຮັກໄດ້ຮັບພະລັງງານນນີ້ນຳເຮົາ.

ເຊິ່ງໃນຕົວເພງເອງເໝາະຈະເປີດຟັງຕອນອອກເດີນທາງ, ອອກກຳລັງກາຍ ຫຼື ເປີດໃນປາຕີ້ກໍເອີ້ນພະລັງບວກໄດ້ເຕັມແມັກຊ໌.

ຢ່າລືມ Stayyellur ແລ້ວໄປຕາມຫາໄຟຂອງຕົວເອງກັບ Hopee Tii ໄດ້ແລ້ວ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.