ອ້າຍແບບໃດ? ສຸດທ້າຍຖິ້ມເຮົາໄປກັບເຂົາ ຟັງ “ອ້າຍຮັກ” ຈາກ SOPHANA ft STS73 x PORZAX

Key Takeaways:
- ບົດຄວາມເວົ້າເຖິງຄວາມສຳພັນທີ່ສັບສົນເມື່ອແຟນບອກວ່າຜູ້ຊາຍອີກຄົນເປັນພຽງແຕ່ອ້າຍ ແຕ່ພັດເຮັດຕົວຄືບໍ່ຮູ້ຈັກເຮົາ.
- ເປັນເລື່ອງລາວຈາກເພງ ອ້າຍຮັກ ໂດຍ SOPHANA ft STS73 x PORZAX ທີ່ສະທ້ອນຄວາມຮູ້ສຶກຂອງຄົນທີ່ຖືກຫັກຫຼັງ.
- ຄວາມສົງໄສວ່າຕົນເອງເປັນຄົນຮັກຫຼືເປັນພຽງຄົນທີ່ຄິດໄປເອງ ສ້າງຄວາມເຈັບຊ້ຳຫຼາຍກວ່າການຮູ້ວ່າມີຄົນອື່ນ.
- ບົດຄວາມເນັ້ນຢຳວ່າຄຸນຄ່າຂອງຄົນບໍ່ໄດ້ວັດກັນທີ່ເງິນທອງຫຼືອາຍຸ ເພາະຄວາມຮັກບໍ່ໄດ້ວັດກັນທີ່ສິ່ງເຫຼົ່ານີ້ພຽງຢ່າງດຽວ.
- ຄວາມເຈັບປວດທີ່ສຸດແມ່ນການໄວ້ໃຈຄຳວ່າອ້າຍ ໂດຍບໍ່ຄິດວ່າມັນຈະເປັນເຫດຜົນທີ່ເຮັດໃຫ້ຕ້ອງເສຍຄົນຮັກໄປ.
ທຸກຄົນເຄີຍເຈິແບບນີ້ບໍ່? ເມື່ອແຟນບອກວ່າຜູ້ຊາຍອີກຄົນເປັນພຽງແຕ່ ອ້າຍ ເຮົາກໍຫຼົງເຊື່ອ ແລະ ບໍ່ໄດ້ຄິດຫຍັງຫຼາຍ ເພາະໄວ້ໃຈຄົນທີ່ເຮົາຮັກ. ແຕ່ໃນມື້ໜຶ່ງ, ຄົນທີ່ເຄີຍບອກແບບນັ້ນພັດເຮັດຄືບໍ່ຮູ້ຈັກເຮົາເວລາຢູ່ກັບ ອ້າຍຮັກ ຄົນນັ້ນ ເຮົາຈະຍັງເຊື່ອໃຈໄດ້ຢູ່ບໍ?
ນີ້ແຫຼະຄືເລື່ອງລາວຈາກເພງ ອ້າຍຮັກ ຮ້ອງໂດຍ SOPHANA ft STS73 x PORZAX ທີ່ເລົ່າເຖິງຜູ້ຊາຍຄົນໜຶ່ງທີ່ກຳລັງສັບສົນກັບຄວາມສຳພັນຂອງຕົນເອງ ເພາະຄົນທີ່ເຄີຍຄິດວ່າຮັກກັນດີພັດມີອີກຄົນເຂົ້າມາຢູ່ໃນຄວາມສຳພັນທີ່ບໍ່ໄດ້ມີພຽງແຕ່ສອງຄົນ.
ຈາກທີ່ເຄີຍຄິດວ່າເຮົາກໍຮັກກັນດີ ມື້ໜຶ່ງກັບຕ້ອງມາຖາມຕົນເອງວ່າ ຕົກລົງເຮົາເປັນຫຍັງກັນແທ້? ທີ່ຜ່ານມາເຮົາເປັນຄົນຮັກຂອງເຂົາ ຫຼື ເປັນພຽງຄົນທີ່ຄິດໄປເອງວ່າຕົນເອງສຳຄັນ. ບາງເທື່ອການທີ່ຕ້ອງມາສົງໄສໃນສິ່ງທີ່ເຄີຍເຊື່ອ ກໍເຈັບກວ່າການຮູ້ວ່າເຂົາມີຄົນອື່ນຢູ່ແລ້ວຊ້ຳ.
ອີກມຸມໜຶ່ງໃນເພງ, ສິລະປິນຍັງໄດ້ສື່ສານອາລົມຄວາມເສຍໃຈຂອງຜູ້ຊາຍຄົນໜຶ່ງທີ່ກຳລັງຄິດວ່າ ສາເຫດທີ່ອີກຝ່າຍໝົດຮັກ ອາດເປັນເພາະຕົນເອງບໍ່ມີເງິນ ຫຼື ມີຖານະບໍ່ດີຄືຄົນອື່ນ ແຖມຍັງຖືກເບິ່ງວ່າຍັງເປັນເດັກນ້ອຍອີກ.
ແຕ່ສຳລັບເຮົາແລ້ວນັ້ນ, ຄຸນຄ່າຂອງຄົນມັນບໍ່ສາມາດວັດກັນທີ່ ອາຍຸ ຫຼື ເງິນທອງ ເຊິ່ງບໍ່ແມ່ນສິ່ງທີ່ຕັດສິນວ່າໃຜຈະຮັກໃຜໄດ້ຫຼາຍກວ່າກັນ ເພາະຄວາມຮັກບໍ່ໄດ້ວັດກັນທີ່ສິ່ງເຫຼົ່ານີ້ພຽງຢ່າງດຽວ.
ແຕ່ເມື່ອຄວາມຮັກມາຮອດທາງຕັນ ຄົນທີ່ເຄີຍຄິດວ່າຕົນເອງຈະໄດ້ໄປຕໍ່ ກໍຕ້ອງຍອມຮັບວ່າເທື່ອນີ້ຕົນເອງເປັນຝ່າຍແພ້. ສິ່ງທີ່ເຫຼືອກໍຄົງມີແຕ່ໄປນັ່ງລະບາຍຄວາມຊ້ຳໃຈກັບໝູ່ ແລະ ປ່ອຍໃຫ້ຄວາມເສຍໃຈຄ່ອຍໆ ຜ່ານໄປ.
ບາງທີສິ່ງທີ່ເຈັບທີ່ສຸດ ມັນບໍ່ແມ່ນການທີ່ເຂົາເລືອກໄປກັບຄົນອື່ນ ແຕ່ແມ່ນການທີ່ເຮົາເຄີຍໄວ້ໃຈຄຳວ່າ “ອ້າຍ” ຄຳດຽວ ໂດຍບໍ່ເຄີຍຄິດວ່າ ມື້ໜຶ່ງມັນຈະກາຍເປັນເຫດຜົນທີ່ເຮົາຕ້ອງເສຍຄົນຮັກໄປ.