ໃຜເຄີຍເຈິເຫດການແບບນີ້ແນ່ ທີ່ແບບມີໃຜບາງຄົນລັກສົ່ງສາຍຕາມາໃຫ້ ຫຼືຈະເປັນການ “ທັກ DM ມາທຸກມື້ ກົດ Like ທຸກຮູບ” ຈົນເລີ່ມສົງໄສ ຫຼື ຫົວໃຈເລີ່ມສັ່ນຄອນ, ເລີຍເຮັດໃຫ້ຕັ້ງຄຳຖາມກັບການກະທຳເຫຼົ່ານີ້ວ່າ ເຂົາຄົນນັ້ນຄິດແນວໃດກັບພວກເຮົາ ມາຫາຄຳຕອບກັນໄດ້ໃນ Ready to know – JLIIXER Highbros ft. May Visuda.
ໃນໂລກຂອງຄວາມສຳພັນຍຸກໃໝ່ ບາງຄັ້ງສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດອາດບໍ່ແມ່ນຕອນທີ່ຄົບກັນແລ້ວ ແຕ່ແມ່ນຊ່ວງເວລາ “Situationship” ຫຼື ຄວາມສຳພັນທີ່ຕ່າງຝ່າຍຕ່າງສົ່ງສັນຍານໃຫ້ກັນແຕ່ຍັງບໍ່ມີໃຜຍອມເວົ້າອອກມາຕົງໆ ແລະ ເພງ Ready to know ແມ່ນຕົວແທນຄວາມຮູ້ສຶກຂອງຄົນທີ່ຕົກຢູ່ໃນຊ່ວງເວລານັ້ນໄດ້ຢ່າງສົມບູນແບບ.
ບົດເພງທີ່ມີກິ່ນອາຍຄວາມ Pop / Hip-hop ເຊິ່ງທາງ JLIIXER ໄດ້ນຳມາສ້າງສີສັນ ແລະ ຖ່າຍທອດອອກມາໄດ້ຢ່າງລົງໂຕ ແລະ ຍັງໄດ້ສຽງຫວານໆຂອງ ເມ ວິສຸດາ ມາຮ່ວມສ້າງບັນຍາກາດໃຫ້ເພງນີ້ເຕັມໄປດ້ວຍຄວາມຫວານລະມຸນ ແລະ ມີສະເໜ່ຫຼາຍຍິ່ງຂຶ້ນ.

ເນື້ອເພງເລົ່າເຫດການເຖິງໃຜບາງຄົນທີ່ຄອຍສົ່ງສາຍຕາມາໃຫ້ ພ້ອມກັບການ “ທັກ DM ມາທຸກມື້ ກົດ Like ທຸກຮູບ” ເຊິ່ງເປັນສິ່ງທີ່ໄວລຸ້ນຍຸກນີ້ມັກຈະພົບເປັນປະຈຳໃນການເລີ່ມຕົ້ນຄວາມສຳພັນໃໝ່, ແຕ່ພໍເວລາຜ່ານໄປ ຫຼື ເຫດການແບບນີ້ຫຼາຍໆກໍອາດຈະເຮັດໃຫ້ຫົວໃຈນັ້ນຫວັ່ນໄດ້ ຈົນໄດ້ກາຍເປັນເນື້ອເພງທີ່ຕັ້ງຄຳຖາມກັບການກະທຳພວກນີ້ວ່າ “ມີຄວາມໝາຍ ວ່າເຈົ້າມັກຂ້ອຍບໍ່? “ເຊິ່ງສະທ້ອນເຖິງຄວາມສັບສົນນີ້ກັບເຫດການເຫຼົ່ານີ້.
ການຢອດຄຳຫວານ ຫຼື ການເຂົ້າມາໃກ້ຈົນເຮັດໃຫ້ໃຈເລີ່ມສັ່ນ ຈົນເຖິງຈຸດທີ່ຄວາມອົດທົນເລີ່ມໝົດລົງ ເພງນີ້ຈຶ່ງກາຍເປັນຄຳຖາມທີ່ສົ່ງອອກໄປຢ່າງຕົງໄປຕົງມາວ່າ: “ຢາກລອງຖາມໃຫ້ຮູ້ ແມ່ນແທ້ບໍ ຈິງຫຼືຫຼອກ”*ເຊິ່ງເປັນການສື່ສານແບບສາວໝັ້ນຍຸກໃໝ່ທີ່ກ້າຈະຖາມເພື່ອຄວາມຊັດເຈນ. ເຊິ່ງກົງກັບຊື່ເພງ “Ready to know”.
ເພງນີ້ຈຶ່ງເປັນຕົວແທນຂອງໄວລຸ້ນຍຸກໃໝ່ທີ່ມີຄວາມໝັ້ນໃຈ ແລະ ຊື່ສັດກັບຄວາມຮູ້ສຶກຕົວເອງ. ຕົວຢ່າງເຊັ່ນໃນທ່ອນຮຸກ “ ຖ້າເຈົ້າ ຈະຮັກ ເຈົ້າກໍເດີນ ເດີນ ເຂົ້າມາເລີຍ ເພາະຂ້ອຍກໍຄິດ ຄິດເຫມືອນເຈົ້າ ຄືກັນ… “ ຖືເປັນການສົ່ງສັນຍານບອກອີກຝ່າຍແບບຕົງໄປຕົງມາວ່າ ຖ້າຈະຮັກກໍຮັກ ບໍ່ຕ້ອງລີລາໃຫ້ເສຍເວລາ.

ຜົນງານ Ready to know – JLIIXER Highbros ft. May Visuda ຍັງເປັນການລວມຕົວຂອງສິນລະປິນຍອດຝີມືລາວ-ໄທ ໂດຍໄດ້ໂປຣດິວເຊີ ແລະ ນັກແຕ່ງເພງມາກຝີມືຢ່າງ ພົນ Clash (PON CLASH) ແລະ ຟຸ້ງ Better Weather (FUNG) ມາເບິ່ງແຍງເລື່ອງດົນຕີ ເຮັດໃຫ້ເມໂລດີມີຄວາມເປັນສາກົນ, ສົດໃສ ແລະ ຕິດຫູແບບ Pop-Modern.
ພ້ອມຍັງມີສະເໜ່ຂອງສິລະປິນ ກໍຄື JLIIXER ທີ່ໄດ້ນຳເອກະລັກການຮ້ອງ ແລະ ມີຄວາມເປັນຕົວຂອງຕົວເອງສູງ ມາປະສົມປະສານກັບສຽງຫວານໆຂອງ ເມ ວິສຸດາ ທີ່ຊ່ວຍເຕີມເຕັມອາລົມຄວາມລະມຸນໃຫ້ກັບເພງໄດ້ຢ່າງສົມບູນແບບ.
ແລະຍັງມີ Highbros Entertainment ພາຍໃຕ້ການເບິ່ງແຍງຂອງ REMY Highbro ແລະ Arune Jenly ທີ່ເຮັດໃຫ້ເພງນີ້ບໍ່ແມ່ນແຄ່ເພງຮັກທົ່ວໄປ ແຕ່ເປັນງານ Art ທີ່ສື່ເຖິງໄລຟ໌ສະໄຕລ໌ຂອງໄວລຸ້ນຍຸກໃໝ່ໃນວຽງຈັນ ແລະ ວົງການເພງລາວທີ່ກຳລັງກ້າວໄປຂ້າງໜ້າ.

ຖ້າກຳລັງຊອກຫາເພງຈັງຫວະສະບາຍໆ ທີ່ປະສົມປະສານກິ່ນອາຍ Lao Pop ແລະ Hip-hop ທີ່ທັນສະໄໝ ຫຼື ຖ້າກຳລັງຕົກຢູ່ໃນສະຖານະການ “ແອບມັກແຕ່ບໍ່ກ້າບອກ” ຫຼື “ຕົກຢູ່ໃນຄວາມສຳພັນທີ່ບໍ່ຊັດເຈນ” ຟັງເພງນີ້ຈົບແລ້ວອາດຈະແຮງຜັກດັນທີ່ດີໃນການຊ່ວຍໃຫ້ເຊົາລັງເລກໍໄດ້. “ເພາະບາງຄັ້ງ ຄຳວ່າຮັກທີ່ລໍຖ້າຢູ່… ອາດຈະຫ່າງຈາກທ່ານພຽງແຕ່ກ້າວດຽວເທົ່ານັ້ນ”.
ຕິດຕາມຮັບຟັງ “Ready to know – JLIIXER Highbros ft. May Visuda” ໄດ້ແລ້ວມື້ນີ້ໃນ YouTube ແລະ ທຸກແພລັດຟອມສະຕຣີມມິງ!