ໃນຊີວິດທີ່ເຫຼືອຈະໄດ້ພົບກັບ “ຮັກສຸດທ້າຍ” ບໍ?
ຊວນຫາຄຳຕອບໃນເພງໃໝ່ສຸດຊື້ງຈາກ ຕີ໋ ອຸດາໄລ ທີ່ໄດ້ຝາກຜົນງານເພງໃໝ່ ແລະ ບອກເລົ່າຄວາມຮັກສຸດກິນໃຈຜ່ານທຳນອງ ແລະ ເນື້ອເພງທີ່ຟັງແລ້ວເຮັດໃຫ້ຄົນທີ່ມີຄູ່ນັ້ນມີກຳລັງໃຈໃນການສູ້ ຮ່ວມກັນເອົາຊະນະອຸປະສັກກ້າວຂ້າມຜ່ານມັນໄປດ້ວຍກັນ.
ໃນເອັມວີເພງກໍໄດ້ເລົ່າພາບມຸມມອງຂອງຄູ່ຮັກທີ່ມີອາຊີບທີ່ຕ່າງກັນ ແລະ ພະເອກເອັມວີກໍມີຄວາມຝັນທີ່ຢາກເຮັດ ແຕ່ລາວກໍຢາກຮັກສາທັງຄວາມຝັນ ແລະ ຜູ້ຍິງທີ່ເຮົາຮັກໃຫ້ກ້າວໄປດ້ວຍກັນ. ໃນສ່ວນນາງເອກນັ້ນກໍຢາກໃຫ້ພະເອກໄດ້ເດີນຕາມຄວາມຝັນໂດຍທີ່ບໍ່ຕ້ອງມາກັງວົນ.
ດ້ວຍຄວາມຮັກທີ່ທັງສອງຄົນມີໃຫ້ກັນ ມັນກໍໄດ້ເຮັດໃຫ້ພວກເຂົາກັບມາຢູ່ດ້ວຍກັນເຖິງວ່າເວລາຂອງນາງເອກຈະເຫຼືອບໍ່ຫຼາຍ, ພວກເຂົາກໍເລືອກທີ່ຈະໃຊ້ທຸກເວລາ ແລະ ສ້າງຄວາມຊົງຈຳໃຫ້ສວຍງາມ ແລະ ມີຄ່າທີ່ສຸດ.
ໂດຍ: ທີມບັນນາທິການ Muan