ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Serious ເພງຂອງຄົນທີ່ທຸ້ມເທສູ້ເພື່ອຄວາມຝັນຈາກ Zamio P FT. PEKY DUANGCHAMPA
Muan Listen - ມ່ວນຊວນຟັງ

Serious ເພງຂອງຄົນທີ່ທຸ້ມເທສູ້ເພື່ອຄວາມຝັນຈາກ Zamio P FT. PEKY DUANGCHAMPA

ແບ່ງປັນ

Serious ເພງໄຟແຮງຈາກ Zamio P และ PEKY DUANGCHAMPA ສິລະປິນເລືອດລາວທີ່ປຸກພະລັງຄົນມີຝັນໃຫ້ລຸກຂື້ນມາສູ້ອີກຄັ້ງ. ບອກເລົ່າເລື່ອງລາວຂອງການເຮັດວຽກໜັກສູ້ເພື່ອສິ່ງທີ່ຢາກໄດ້ ແລະ ບໍ່ຢຸດຈົນກວ່າຈະຄວ້າຄວາມສຳເລັດມາຄອງ.

ເພງນີ້ຄືສຽງຂອງຄົນທີ່ກຳລັງໄລ່ຕາມເປົ້າໝາຍຂອງຕົວເອງກາງດົງອຸປະສັກ, ຄວາມອິດເມື່ອຍ ແລະ ບາງຄັ້ງກໍຕ້ອງເສຍສະລະຫຼາຍໆຢ່າງໃນຊີວິດເພື່ອໃຫ້ໄປເຖິງຈຸດທີ່ໂຕເອງຫວັງໄວ້.

Serious ຖ່າຍທອດອາລົມຈິງຈັງ ແລະ ຈິງໃຈຜ່ານດົນຕີຈັງຫວະໜັກແໜ່ນປະສົມກັບເນື້ອຮ້ອງທີ່ຕົງໄປຕົງມາ ຈຸດໄຟໃຫ້ຄົນທີ່ກຳລັງທໍ້ໄດ້ຮູ້ວ່າຖ້າຍັງບໍ່ຢຸດຝັນທຸກຢ່າງຍັງບໍ່ຈົບ.

ໂດຍ:​ ທີມບັນນາທິການ Muan

ອ່ານຕື່ມ:  ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY
ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.