ໜ້າຫຼັກ ມ່ວນຊວນຟັງ “ໃຈຫັ້ນນາ” ບໍ່ໄດ້ເລີຍ ໝູ່ມາທ້າທາຍກັນແບບນີ້ບໍ່ໄດ້ແລ້ວ ຟັງເພງໃໝ່ຈັງຫວະມ່ວນຊື່ນຈາກ TAIY AKARD ft BIGYAI
ມ່ວນຊວນຟັງ

“ໃຈຫັ້ນນາ” ບໍ່ໄດ້ເລີຍ ໝູ່ມາທ້າທາຍກັນແບບນີ້ບໍ່ໄດ້ແລ້ວ ຟັງເພງໃໝ່ຈັງຫວະມ່ວນຊື່ນຈາກ TAIY AKARD ft BIGYAI

ແບ່ງປັນ

ເພງຈັງຫວະມ່ວນໆຕ້ອນຮັບປີໃໝ່ຈາກ ຕ່າຍ ອາກາດ ແລະ ບິກໃຫຍ່ ກັບເພງ “ໃຈຫັ້ນນາ” ທີ່ໄດ້ເວົ້າເຖິງກ່ຽວຄວາມສຳພັນກັບໝູ່ຄູ່ ແລະ ການຊຸມແຊ່ວລ້ຽງສະຫຼອງໃນງານເທດສະການ ຫຼື ກິນລ້ຽງໃດໜຶ່ງ.

ເມື່ອໝູ່ດື່ມບໍ່ໄຫວເລີຍຂໍຕົວກັບກ່ອນ ແຕ່ໝູ່ທີ່ຍັງຢູ່ກໍໄດ້ເວົ້າຢອກວ່າ “ໃຈຫັ້ນນ່າ ໃຈຫັ້ນບໍ່ໄດ້ເລີຍ” ເປັນປະໂຫຍກທີ່ຖືເປັນການທ້າທາຍ ແລະ ເລື່ອງສັກສີນີ້ມັນຢາມກັນບໍ່ໄດ້ແທ້ໆ ຕ້ອງສັ່ງເພີ່ມອີກໂລດແຫຼະ.

ເພງນີ້ກໍຟັງໄດ້ແບບມ່ວນໆເພີນໆໃນວົງງານລ້ຽງ ແລະ ໃນເອັມແສງສີແສງຖືວ່າຈັດເຕັມເລື່ອງໂປຣດັກຊັນ, ພາບງາມຈັດແສງດີ ແລະ ເນື້ອເພງກໍບໍ່ຊັບຊ້ອນເຮັດໃຫ້ຮ້ອງຕາມໄດ້ງ່າຍໆເລີຍ.

ເພງ ໃຈຫັ້ນນ່າ ແມ່ນເປັນ Project DUO ທີ່ທາງສິລະປິນຢ່າງ ຕ່າຍ ອາກາດ ຕ້ອງການສ້າງສັນຂຶ້ນມາເພື່ອແລກປ່ຽນໃຫ້ແຟນເພງ ຫຼື ຄົນຟັງໄດ້ຮ່ວມມ່ວນຊື່ນໃນກັນຊ່ວງປີໃໝ່ລາວ ແລະ ໃນເອັມວີກໍມີຄົນໃນວົງການຫຼາຍຄົນທີ່ມາຮ່ວມສ້າງສີສັນໃຫ້ເອັມວີມີຄວາມມ່ວນຊື່ນຕາມຄອນເຊັບເພງຍິ່ງຂຶ້ນໄປອີກ.

ແຕ່ຢ່າງໃດກໍຕາມມ່ວນຢາກໃຫ້ທຸກຄົນໃຊ້ວິຈາລະນະຍານໃນການຟັງ ແລະ ຮັບຊົມເດີ, ເນື່ອງຈາກເພງນີ້ແມ່ນໄດ້ເວົ້າເຖິງການດື່ມຂອງມືນເມົາ ແລະ ເວລາສັງສັນພວກເຮົາບໍ່ຄວນທີ່ຈະບັງຄັບໝູ່ຖ້າລາວດື່ມບໍ່ໄຫວ, ຄວນດູແລບໍ່ໃຫ້ລາວຟ້າວກັບ ຫຼື ຂັບລົດກັບເອງເພາະມັນອາດຈະເປັນອັນຕະລາຍຕໍ່ໝູ່ເພື່ອນຂອງພວກເຮົາ ແລະ ຄົນອື່ນໆ ສ່ຽງຕໍ່ອຸບັດຕິເຫດເທິງທ້ອງຖະໜົນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ເມື່ອເວົ້້າເຖິງແນວເພງປະສົມປະສານລະຫວ່າງ Synth Wave ແລະ Pop ບອກໄດ້ເລີຍວ່າ: Dancing on the floor ຄືໜຶ່ງໃນເພງຈາກສິລະປິນມ້າມືດຢ່າງ VVVVANNO...

ມ່ວນຊວນຟັງ

ໂອບກອດແຫ່ງຄວາມເຂົ້າໃຈ ມ່ວນຊວນຟັງເພງໃໝ່ ຈາກ Tanu Vannasin ໃຫ້ອິນກ່ອນສົງການ.

1 ເມສາ ອາດເປັນວັນ April fool day ແຕ່ ຕານຸ ວັນນະສິນບໍ່ໄດ້ fool ພວກເຮົາພ້ອມປ່ອຍຜົນງານສູ່ຄວາມເລິກເຊິງແຫ່ງການຈາກລາທີ່ງົດງາມອອກມາໃຫ້ຜູ້ຟັງໄດ້ຕຳກັນຢ່າງເພງ: ຄວາມຊົງຈຳສຸດທ້າຍ...

ມ່ວນຊວນຟັງ

“ບົວລະພາ” ເພງຮັກຕ້ອງຫ້າມ ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມງົດງາມຂອງຫົວໃຈ ຜົນງານຫຼ້າລຸດຂອງ AIILA และ Taiy Akard

ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ....

ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ...