ນຶກເຖິງວັນເວລາທີ່ຈາກໄປກັບຄວາມຮັກທີ່ແສນເຈັບປວດ ຟັງເພງ “ຈາກ” ຮ້ອງໂດຍ J9INE ft BUS TLN

ແບ່ງປັນ

ນຶກເຖິງວັນເວລາທີ່ຈາກໄປກັບຄວາມຮັກທີ່ແສນເຈັບປວດ ຟັງເພງ “ຈາກ” ຮ້ອງໂດຍ J9INE ft BUS TLN

27 December 2024● 295

“ແສງດວງດາວຍັງສ່ອງປະກາຍເທິງຟ້າ ນຶກເຖິງວັນທີ່ກ່ອນຈະລາຈາກໄປ

ຫາກຈະຂໍພອນໃຫ້ດາວເທິງຟ້າ ຊ່ວຍໂອບກອດເຈົ້າໃນຄືນທີ່ເສຍໃຈ (ກອດເຈົ້າໄວ້ໃນຄືນທີ່ອ່ອນໄຫວ)”

ເພງເນຶ້ອຫາດີ ແລະ ທຳນອງມ່ວນຫູ, ມ່ວນຈຶ່ງຢາກນຳມາແຊຣ໌ໃຫ້ທຸກຄົນໄດ້ລອງຟັງນຳກັນໃນເພງ “ຈາກ (Depression)” ຮ້ອງໂດຍ J9INE ft. BUS TLN.

ທັງສອງແມ່ນສິລະປິນໜ້າໃໝ່ຈາກ sunflow.official ແລະ ໃຜທີ່ຮູ້ສຶກວ່າກຳລັງເຈັບປວດກັບຄວາມຮັກ ແລະ ກຳລັງເສົ້າຢູ່ຕ້ອງລອງຟັງເພງນີ້ເລີຍເພາະມັນດິ່ງສຸດໆ.

ເນື້ອຫາຂອງເພງແມ່ນໄດ້ເລົ່າເຖິງຄວາມເຈັບປວດທີ່ມັນສຸດທີ່ຈະທໍລະມານຈາກຄົນຮັກເກົ່າ, ເພາະການຕື່ນມາແລ້ວບໍ່ມີເຂົາມັນຍັງເຮັດໃຫ້ຄິດຮອດຢູ່, ມັນຍິ່ງເຮັດໃຫ້ຈື່ສິ່ງທີ່ເຮັດຮ່ວມກັນທັງເຈັບ ແລະ ຕ້ອງທຳໃຈໃຫ້ລືມ.ເພາະການອ້ອນວອນມັນກໍບໍ່ໄດ້ຊ່ວຍຫຍັງເລີຍ.

ໃນສ່ວນເລື່ອງລາວໃນເອັມວີກໍໄດ້ເລົ່າເຖິງຊ່ວງເວລາເກົ່າໆທີ່ມີກັບຄົນຮັກ, ການໄຕ່ລຳດັບພາບເລື່ອງລາວທີ່ສະແດງອອກມາຂອງນັກສະແດງຊາຍເຮັດໃຫ້ເຫັນເລີຍວ່າລາວມີຄວາມສັບສົນ ແລະ ເສຍໃຈຫຼາຍຂະໜາດໃດ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຟັງເພງຂອງ Saluna "ຖຽງນານ້ອຍຄອຍຊາຍ" ໄດ້ Coya ແຣັບເປີຈາກອາເມຣິກາ ມາຮ່ວມຮ້ອງ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.