ຢາກມີຊີວິດດີໆເລີ່ມທີ່ສະຕິ ຟັງ “ເລີ່ມຕົ້ນຊີວິດໃໝ່” ຈາກສິລະປິນຮຸ່ນໃຫຍ່ Preeda Paramee

ແບ່ງປັນ

ຢາກມີຊີວິດດີໆເລີ່ມທີ່ສະຕິ ຟັງ “ເລີ່ມຕົ້ນຊີວິດໃໝ່” ຈາກສິລະປິນຮຸ່ນໃຫຍ່ Preeda Paramee

06 February 2026● 352

ໃຜທີ່ຮູ້ສຶກວ່າປີທີ່ຜ່ານມາຊີວິດມັນເຮັດຫຍັງກໍບໍ່ດີ ແລະ ມັນກໍອັບໂຊກແບບກູ່ບໍ່ກັບ, ລອງມາຟັງເພງນີ້ກັນເລີຍ ແລ້ວເຮົາຈະໄດ້ມຸມມອງໃໝ່ໆຈາກສິລະປິນຮຸ່ນໃຫຍ່ຄົນນີ້ ປຣີດາ ປາຣະມີ ຫຼື Preeda Paramee ທີ່ໄດ້ມາເລົ່າ ແລະ ຊວນໃຫ້ເຮົາຄິດຫາໂຕເອງຫຼາຍຂຶ້ນໃນເພງ “ເລີ່ມຕົ້ນຊີວິດໃໝ່” ໃນສະໄຕລ໌ເພງລາວສຸດຄລາສສິກ (Lao Classic) ທີ່ຍັງຄົງເອກະລັກການໃຊ້ພາສາເວົ້າແບບຍຸກເກົ່າ ເພື່ອຖ່າຍທອດໃຫ້ຄົນຮຸ່ນໃໝ່ໄດ້ລອງຟັງ.

ເພງນີ້ມີເນື້ອຫາທີ່ກ່ຽວຂ້ອງກັບການໃຊ້ຊີວິດໃນປີທີ່ຜ່ານມາ ແລະ ເປັນການເຕື່ອນສະຕິ ແຖມຍັງມີການໃຊ້ພາສາເວົ້າແບບເກົ່າທີ່ອາດຈະໄດ້ຍິນຈາກຍາດຜູ້ໃຫຍ່ຂອງພວກເຮົານັ້ນ. ເຖິງວ່າເພງຈະເວົ້າເຖິງຄວາມລຳບາກຂອງປີເກົ່າ ແຕ່ດົນຕີກໍເປັນຈັງຫວະທີ່ມີຄວາມມ່ວນຊື່ນໃຫ້ອາລົມສະບາຍໃນຕອນທີ່ຟັງ ຮູ້ສຶກບໍ່ເສົ້າເລີຍ.

ຮູ້ສຶກວ່າເປັນເພງທີ່ມີຄວາມສົດໃສຫຼາຍ ເພື່ອຕ້ອນຮັບປີໃໝ່ ແລະ ແກ່ນຂອງເພງຄືການຮຽນຮູ້ທີ່ຈະຍອມຮັບ, ການປ່ອຍວ່າງ ແລະ ການປ່ຽນແປງເພື່ອເລີ່ມຕົ້ນໃໝ່. ເປັນເພງທີ່ພໍໄດ້ຟັງແລ້ວກໍຊ່ວຍໃຫ້ເຮົາໄດ້ກັບມາຄິດ ແລະ ເຕື່ອນສະຕິວ່າ ຖ້າຢາກໃຊ້ຊີວິດໃຫ້ດີກໍຕ້ອງເລີ່ມຈາກໂຕເອງ, ເວລາມີງານສະເລີ່ມສະຫຼອງກໍໃຫ້ລະວັງຫຼາຍຂຶ້ນ ແລະ ເລື່ອງສຸຂະພາບກໍຕ້ອງໄດ້ດູແລເຊັນດຽວກັນເດີທຸກຄົນ.

ອ່ານຕື່ມ:  ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈຄໍາວ່າ ຕະຫຼອດການ ເພງໃໝ່ ວາດຝັນ ຈາກ Dee Roc ເພງສຸດຫວານໃນວັນວາເລັນທາຍ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.