ຂໍໂທດດ້ວຍຄວາມຈິງໃຈດີບ່ອນໃດ? ຮູ້ຈັກສິລະປະການສ້ອມແຊມຄວາມສຳພັນ ແລະ ການຮັກສາໃຈ

ແບ່ງປັນ

ຂໍໂທດດ້ວຍຄວາມຈິງໃຈດີບ່ອນໃດ? ຮູ້ຈັກສິລະປະການສ້ອມແຊມຄວາມສຳພັນ ແລະ ການຮັກສາໃຈ

24 April 2026 9

Highlights

  • ການຂໍໂທດບໍ່ແມ່ນການເສຍສັກສີ ແຕ່ແມ່ນພຶດຕິກຳທາງສັງຄົມ (Prosocial Behavior) ທີ່ຊ່ວຍສ້ອມແຊມຄວາມເຊື່ອໝັ້ນ ແລະ ຢືນຢັນວ່າເຮົາໃຫ້ກຽດຄວາມຮູ້ສຶກຂອງອີກຝ່າຍຫຼາຍກວ່າອັກຄະຕິຂອງໂຕເອງ.
  • ຄຳຂໍໂທດທີ່ຈິງໃຈປຽບຄືຄ້ອນທີ່ທຸບກຳແພງອັກຄະຕິ ເຮັດໃຫ້ທັງສອງຝ່າຍກັບມາລົມກັນດ້ວຍເຫດຜົນ ແລະ ຊ່ວຍປ່ຽນບັນຍາກາດທີ່ເຄັ່ງຄຽດໃຫ້ກັບມາກາຍເປັນບວກເພື່ອການເລີ່ມຕົ້ນໃໝ່.
  • ການຂໍໂທດທີ່ມີປະສິດທິພາບຕ້ອງປະກອບດ້ວຍ 3 ສ່ວນຄື: ການຍອມຮັບຜິດ, ການສະແດງຄວາມເຫັນອົກເຫັນໃຈ (Empathy) ແລະ ການໃຫ້ຄຳໝັ້ນສັນຍາທີ່ຈະປັບປຸງແກ້ໄຂເພື່ອບໍ່ໃຫ້ເກີດບັນຫາຊ້ຳຮອຍເກົ່າ.


ພະລັງຂອງຄຳວ່າ “ຂໍໂທດ” ນັ້ນມີຄ່າ ແລະ ຊ່ວຍຮັກສາຈິດໃຈຫຼາຍ ມັນເປັນຄຳພື້ນຖານສັ້ນໆ ແຕ່ມີພະລັງມະຫາສານໃນການຮັກສາຄວາມສຳພັນກັບຄົນອື່ນໆຫຼາຍບໍ່ວ່າຈະເປັນໃຜ. ມັນບໍ່ແມ່ນພຽງແຕ່ການຍອມຮັບຄວາມຜິດ ແຕ່ມັນແມ່ນການສະແດງອອກເຖິງຄວາມຮັກ, ຄວາມຮັບຜິດຊອບ, ການໃຫ້ກຽດກັນ ແລະ ກັນ ຫຼາຍກວ່າອັກຄະຕິຂອງໂຕເອງ.

ທຸກຄົນມີໂອກາດທີ່ຈະເຮັດ ແລະ ເກີດຄວາມຜິດພາດສະເໝີ ບໍ່ມີໃຜສົມບູນແບບ 100% ເຊິ່ງເວລາທີ່ເຮົາໄດ້ຫຼົງຜິດເຮັດພາດໄປ ຢ່າຟ້າວໃຊ້ອາລົມໃນການແກ້ໄຂບັນຫາ. ແຕ່ພວກເຮົາຄວນຈະໃຫ້ໂຕເອງໄດ້ລອງພັກ ແລະ ຢຸດຄິດ ໃນເວລານັ້ນເຮົາກໍຈະພົບທາງອອກທີ່ດີກວ່າ.

ການຂໍໂທດຖືເປັນ Prosocial Behavior (ພຶດຕິກຳທາງສັງຄົມ) ທີ່ຈະຊ່ວຍໃນການປິ່ນປົວຮັກສາຄວາມສຳພັນ ໃນທາງຈິດຕະບຳບັດຈະເອີ້ນຂະບວນການນີ້ວ່າ Repair ມັນຄືກົນໄກທີ່ມະນຸດໃຊ້ເພື່ອສ້ອມແຊມຄວາມເຊື່ອໝັ້ນທີ່ຖືກທຳລາຍໄປ.

ນັກຈິດຕະວິທະຍາທີ່ມີຊື່ສຽງຢ່າງ John Gottman ກ່າວວ່າ: ຄູ່ຮັກທີ່ຢູ່ກັນໄດ້ດົນ ບໍ່ແມ່ນຄູ່ທີ່ບໍ່ຜິດກັນ, ແຕ່ແມ່ນຄູ່ທີ່ “ສ້ອມແຊມ (Repair)” ໄດ້ເກັ່ງ ແລະ ໄວ.

ພະລັງຂອງຄຳວ່າຂໍໂທດທີ່ມີຄວາມຈິງໃຈ ຈະຊ່ວຍສົ່ງເສີມຄວາມສຳພັນໃຫ້ດີຂຶ້ນ.

1. ການຫຼຸດກຳແພງທີ່ມີຄວາມອັກຄະຕິ (Breaking the Ego)

ອ່ານຕື່ມ:  ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ເມື່ອມີການຜິດຖຽງກັນ, ແຕ່ລະຝ່າຍມັກຈະສ້າງກຳແພງເພື່ອປົກປ້ອງຄວາມຮູ້ສຶກຕົນເອງ ເຊິ່ງຄຳວ່າ “ຂໍໂທດ” ທີ່ຈິງໃຈປຽບດັ່ງຄ້ອນທີ່ທຸບກຳແພງນັ້ນລົງ ເຮັດໃຫ້ທັງສອງຝ່າຍກັບມາລົມກັນດ້ວຍເຫດຜົນ ແລະ ຄວາມເຂົ້າໃຈ.

2. ການຢືນຢັນຄວາມຮູ້ສຶກຂອງອີກຝ່າຍ (Validation)

ບາງຄັ້ງ, ສິ່ງທີ່ຫຼາຍຄົນຕ້ອງການບໍ່ແມ່ນຄຳກ່າວຫາວ່າ “ໃຜຜິດ-ໃຜຖືກ”, ແຕ່ແມ່ນການທີ່ເຂົາຮູ້ສຶກວ່າ “ຄວາມເຈັບປວດ ແລະ ຄວາມລຳບາກໃຈຂອງເຂົາຖືກຮັບຮູ້”. ການຂໍໂທດບອກໃຫ້ເຂົາຮູ້ວ່າ ເຈົ້າແຄຣ໌ຄວາມຮູ້ສຶກຂອງເຂົາ ແລະ ເສຍໃຈທີ່ເຮັດໃຫ້ເຂົາຮູ້ສຶກບໍ່ດີ.

3. ການສ້າງຄວາມເຊື່ອໝັ້ນຄືນໃໝ່ (Rebuilding Trust)

ຄວາມຜິດພາດທີ່ບໍ່ມີການຂໍໂທດຈະກາຍເປັນບາດແຜຊ້ຳເຮື້ອ. ການຂໍໂທດຢ່າງຈິງໃຈ (ພ້ອມກັບການປັບປຸງໂຕ) ເປັນຂັ້ນຕອນທຳອິດໃນການຊ້ອມແຊມຄວາມເຊື່ອໝັ້ນທີ່ອາດຈະເພພັງໄປໃຫ້ກັບຄືນມາແຂງແຮງກວ່າເກົ່າ.

4. ເປັນການເລີ່ມຕົ້ນໃໝ່ (The Power of a Reset)

ຄຳວ່າຂໍໂທດຊ່ວຍ “Reset” ບັນຍາກາດທີ່ເຄັ່ງຄຽດໃຫ້ກັບມາເປັນບວກ. ມັນຊ່ວຍໃຫ້ເຮົາບໍ່ຈົມຢູ່ກັບອະດີດ ແລະ ພ້ອມທີ່ຈະກ້າວໄປຂ້າງໜ້າ ເພື່ອໃຫ້ຄວາມສຳພັນທີ່ດີຂອງເຮົາຍືນຍາວຂຶ້ນ.

5. ວິທີຂໍໂທດໃຫ້ມີ “ພະລັງ”

ການຂໍໂທດທີ່ຈະໄດ້ຜົນດີທີ່ສຸດຄວນປະກອບດ້ວຍ 3 ສ່ວນຄື: ການຍອມຮັບໃນສິ່ງທີ່ເຮັດຜິດ, ການເຂົ້າອົກເຂົ້າໃຈ (Empathy) ຮູ້ວ່າສິ່ງນີ້ເຮັດໃຫ້ຄົນອື່ນຮູ້ສຶກບໍ່ສະບາຍໃຈ ແລະ ການແກ້ໄຂໃນສິ່ງທີ່ຜິດພາດສື່ສານວ່າຕໍ່ໄປຈະບໍ່ເຮັດອີກ ຫຼື ຈະບໍ່ໃຫ້ມັນເກີດຂຶ້ນອີກ.

ພວກເຮົາຄວນໃສ່ໃຈຄວາມຮູ້ສຶກກັນ ແລະ ກັນໃຫ້ຫຼາຍຂຶ້ນ ເພາະຄົນທີ່ຂໍໂທດກ່ອນຄືຄົນທີ່ກ້າຫານທີ່ສຸດ ແລະ ຖ້າຄົນທີ່ເຮັດຜິດແລ້ວຂໍໂທດເຮົາກໍຄວນທີ່ຈະໃຫ້ອະໄພ ນັ້ນຄືການທີ່ເຮົາໄດ້ສະແດງຄວາມເຂັ້ມແຂງທາງດ້ານຈິດໃຈ ມັນຈະເຮັດໃຫ້ຄວາມສຳພັນຂອງພວກເຮົາມີຄວາມສຸກຂຶ້ນ ນັ້ນເອງ.

ທີ່ມາgottman.com

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.