ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS
Muan Listen - ມ່ວນຊວນຟັງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ແບ່ງປັນ

ມາແລ້ວເພງໃໝ່ຂອງ Phoenix Boii ທີ່ສົ່ງກົງມາຈາກຫຼວງພະບາງ, ມ່ວນ ຢາກບອກວ່າການກັບມາຄັ້ງນີ້ຂອງລາວຄືການແຣັບທີ່ດຸເດືອດຈົນໄຟລຸກ ພ້ອມກັບສຽງຈັງຫວະການແບ່ງສັດສ່ວນຂອງການ Rhyme ແລະ Flow ທີ່ລ່ຽນໄຫຼແບບບໍ່ມີສະດຸດເຮັດໃຫ້ເພງນີ້ມີຄວາມໂດດເດັ່ນຂຶ້ນມາທັນທີ.

ເພງໃໝ່ຂອງລາວມີຊື່ວ່າ “WDYS (What Did You Say)” ບໍ່ພຽງເປັນແຕ່ເພງເທົ່ານັ້ນ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດທີ່ພົບກັບອຸປະສັກຕ່າງໆ ໂດຍ Phoenix Boii ຕ້ອງການເລົ່າຜ່ານບົດເພງໃຫ້ທຸກຄົນໄດ້ເຫັນເຖິງສະເໜ່ ແລະ ສັກກະຍະພາບຂອງລາວຜ່ານເພງນີ້.

ໃນສ່ວນຂອງເອັມວີກໍເຮັດໄດ້ຄັກ, ທັງເພງ ແລະ ຄອນເຊັບເອັມວີມີກິ່ນອາຍຂອງຄວາມອິນເຕີ ໃນສ່ວນການແຕ່ງຕົວຂອງ Phoenix Boii ກໍມາໃນລຸກແປກຕາ ເພາະລາວໄດ້ປ່ຽນລຸກຈາກພາບໜຸ່ມຫຼວງພະບາງຜົມດຳກາຍເປັນໜຸ່ມຜົມແດງສຸດຈີດໃນເພງ WDYS.

ໃຜທີ່ກຳລັງຫາເພງຟັງເພື່ອປຸກໄຟໃນໂຕເອງຕ້ອງລອງຟັງເລີຍ.

ອ່ານຕື່ມ:  ReeRiew Comeback ຈັດເຕັມຫຼິ້ນໃຫຍ່ທຸກຊີນ ຊວນຟັງເພງໃໝ່ຈາກ ReeRiew ໃນເພງ ຢ່າບູລີ້ ft Poppy Master
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.