ມາແລ້ວເພງໃໝ່ “ຢ່າບູລີ້ ຫຼື Yaa Bully” ຂອງສາວໆແກັ່ງ ReeRiew ທີ່ມີສະມາຊິກຢ່າງ ໂອເລ້, ຕາໜຶ່ງ, ໂຕຊ້າງ ແລະ ເຈເຈ ເພງນີ້ກໍຄົງຍັງສ້າງເອກະລັກໃໝ່ໆທີ່ທັງແສບສັນ, ກວນໆ ແລະ ໜ້າຮັກຕາມສະໄຕລ໌ ReeRiew ໄດ້ດີ.
ພິເສດເພງໃໝ່ ຢ່າບູລີ້ ນີ້ຍັງໄດ້ Poppy Master ເຈົ້າຂອງເພງ “ຄົນບໍ່ສຳຄັນ (2013)” ນັກຮ້ອງລາວອີກຄົນທີ່ເຄີຍສ້າງຊື່ສຽງໃນວົງການເພງລາວມາກ່ອນ ແລະ ປີນີ້ໄດ້ກັບມາຮ່ວມງານຮ້ອງເພງກັບ ReeRiew ອີກຄັ້ງ.

ຕິດຕາມໄດ້ທີ່: ReeRiew ຫລີລຽວ ທ່ຽວລາວ
ReeRiew ຖືວ່າເປັນສິລະປິນກຸ່ມຕົວແມ່ທີ່ໃຜໆຕ່າງກໍຮູ້ຈັກກັນດີໃນເລື່ອງສິລະປິນສາຍອິນເຕີເທຣນ ທີ່ໃຜໄດ້ຮູ້ຈັກກໍຈະຕ້ອງເວົ້າເປັນສຽງດຽວກັນວ່າມ່ວນແບບບໍ່ເບື່ອເລີຍ. ReeRiew ມີເພງທີ່ເຄີຍປ່ອຍມາກ່ອນໜ້ານີ້ຢ່າງ “ຢ່າມາຫຼົກ (2022)” ຈັງຫວະ ມັນໆມ່ວນດ້ວຍດົນຕີ EDM
ເພງ ຢ່າບູລີ້ ແມ່ນໄດ້ເວົ້າເຖິງຄົນທີ່ມັກທີ່ຈະຫາເລື່ອງເວົ້າໃສ່ກັນທຸກຢ່າງບໍ່ວ່າຈະເປັນເລື່ອງຮູບຮ່າງໜ້າຕາ ຫຼື ວ່າຈະເຮັດຫຍັງກໍຕາມກໍຍັງຫາເລື່ອງມາບູລີ້ກັນບໍ່ຢຸດ ສາວໆ ReeRiew ກໍເລີຍຕ້ອງອອກໂຮງມາປົກປ້ອງເອງເລີຍ.
ເພງນີ້ກໍຍັງມີສີສັນທີ່ຫຼາກຫຼາຍ Colorful ທັງຊຸດທີ່ຈັດເຕັມທຸກຊີນ ດົນຕີທີ່ມີຈັງຫວະສະໜຸກສະໜານ, ມັນ ແລະ ມ່ວນ ໃນຊ່ວງ Break dance ກໍຍັງມີການປະສົມປະສານດົນຕີລາວເຂົ້າຮ່ວມຖືວ່າເຮັດໄດ້ດີ ແລະ ລົງຕົວສຸດໆ.
ໂດຍ: ທີມບັນນາທິການ Muan