ດ້ວຍຄວາມເປັນຕົວເອງ ຈຶ່ງກາຍເປັນສະເໜ່ທີ່ຄົນຈື່ ຮູ້ຈຸດເລີ່ມຕົ້ນນັກສ້າງເນື້ອຫາດີເດັ່ນທີມ ລໍ້ລົມ

ແບ່ງປັນ

ດ້ວຍຄວາມເປັນຕົວເອງ ຈຶ່ງກາຍເປັນສະເໜ່ທີ່ຄົນຈື່ ຮູ້ຈຸດເລີ່ມຕົ້ນນັກສ້າງເນື້ອຫາດີເດັ່ນທີມ ລໍ້ລົມ

25 November 2026● 6
✦ AI Summarized

Key Takeaways:

  • ຈຸດເລີ່ມຕົ້ນຂອງຊ່ອງ ລໍ້ລົມ ເກີດຈາກໄອເດຍຂອງ ບີ້ ທີ່ສັງເກດເຫັນຄວາມເປັນຄົນມັກເວົ້າ ແລະ ອາລົມດີຂອງ ແຄັດທີ້ ຈຶ່ງຊວນກັນມາເຮັດຊ່ອງ YouTube ໂດຍມີ ຕ້າ ເປັນຜູ້ຊ່ວຍ.
  • ຮູບແບບ ແລະ ວິທີການສ້າງຄອນເທັນຂອງ ລໍ້ລົມ ແມ່ນບໍ່ມີ Script ຕາຍຕົວ ແຕ່ເນັ້ນການເວົ້າແບບພາສາຄົນທົ່ວໄປທີ່ມີຄວາມເປັນທຳມະຊາດ ແລະ ນຳເອົາປະສົບການມາແບ່ງປັນ.
  • ຄວາມຕະຫຼົກ ແລະ ເອກະລັກຂອງຊ່ອງແມ່ນມາຈາກການນຳບຸກຄະລິກທີ່ມີຄວາມອາລົມດີມາປະສົມກັບມີມ ແລະ ກະແສທີ່ກຳລັງນິຍົມ ເຮັດໃຫ້ການສື່ສານບໍ່ຝືນ.
  • ທີມ ລໍ້ລົມ รู้สึกພາກພູມໃຈ ແລະ ດີໃຈຫລາຍເມື່ອໄດ້ຮັບລາງວັນ Muan Awards 2025 ສາຂາ ທີມສ້າງເນື້ອຫາທີ່ສ້າງຄວາມມ່ວນຊື່ນໃນຕິກຕັອກດີເດັ່ນແຫ່ງປີ.
  • ສິ່ງທີ່ເຮັດໃຫ້ຄົນຈື່ຈຳ ລໍ້ລົມ ໄດ້ດີທີ່ສຸດແມ່ນຕົວຕົນທີ່ແທ້ຈິງ ແລະ ความຈິງໃຈ ຫຼາຍກວ່າພຽງແຕ່ເນື້ອໃນຂອງຄອນເທັນ.

ເມື່ອຄວາມເປັນຕົວເອງ ກາຍເປັນສະເໜ່ທີ່ຄົນຈື່ຈຳ ເຮົາຈະດຶງຕົວຕົນນັ້ນອອກມາແນວໃດ?

ບາງເທື່ອການເລີ່ມຕົ້ນສິ່ງໃໝ່ໆ ກໍບໍ່ໄດ້ມາຈາກແຜນການທີ່ວາງໄວ້ຢ່າງດີ ແຕ່ມັນເລີ່ມຈາກການເຫັນໝູ່ຄົນໜຶ່ງທີ່ອາລົມດີມີສະເໜ່ ແລ້ວຄິດວ່າ ຖ້າມາເຮັດຫຍັງນຳກັນ ຄືຊິມ່ວນດີ.

ນັ້ນແມ່ນຈຸດເລີ່ມຕົ້ນຂອງທີມ ລໍ້ລົມ ເມື່ອ ບີ້ ສັງເກດເຫັນຄວາມເປັນຄົນມັກເວົ້າ ແລະ ອາລົມດີ ຂອງແຄັດທີ້. ປະກອບກັບຕອນນັ້ນ ບີ້ ເອງກໍກຳລັງຄິດຢາກເຮັດຊ່ອງ YouTube ຢູ່ແລ້ວ ທັງສອງຈຶ່ງເລີ່ມລອງເຮັດມັນຂຶ້ນມາໂດຍມີຊື່ ລໍ້ລົມ ເກີດຂຶ້ນມາຈາກການຄິດຫາຊື່ແບບງ່າຍໆໃນຕອນນັ້ນ.

ຈຸດເດັ່ນ ແລະ ເອກະລັກຂອງຊ່ອງ 

ຈຸດເລີ່ມຕົ້ນຂອງຊ່ອງ ລໍ້ລົມ ທີ່ເກີດຈາກໄອເດຍຂອງ ບີ້ ທີ່ໄດ້ສັງເກດເຫັນເຖິງບຸກຄະລິກທີ່ມີເອກະລັກຂອງ ແຄັດທີ້ ທີ່ເປັນຄົນເວົ້າເກັ່ງ, ມີອາລົມຂັນ ແລະ ເປັນສີສັນໃນວົງສົນທະນາ. ປະກອບກັບຊ່ວງນັ້ນ ບີ້ ກຳລັງຄິດຢາກເຮັດລາຍການລົງ YouTube ຈຶ່ງຄິດວ່າ ຖ້າມີຄົນທີ່ເວົ້າເກັ່ງໆຄື ແຄັດທີ້ ມາຮ່ວມດ້ວຍຄົງຈະມ່ວນຂຶ້ນ.

ອ່ານຕື່ມ:  ບໍ່ຄິດວ່າໂຕເອງເກັ່ງກວ່າໃຜ ເຄັດລັບຄວາມສໍາເລັດ ຈາກແມ່ຄ້ານັກໄລຟ໌ ຕານ້ອຍ - Super Top 10

ສ່ວນຊື່ຊ່ອງກໍເກີດຂຶ້ນແບບງ່າຍໆ ເພາະພວກເຂົາຄິດຊື່ອື່ນບໍ່ອອກ ຈຶ່ງເອົາຊື່ ລໍ້ລົມ ມາໃຊ້ເລີຍ. ຈາກຈຸດເລີ່ມຕົ້ນທີ່ບໍ່ໄດ້ມີຫຍັງຊັບຊ້ອນ ມາຮອດມື້ນີ້, ລໍ້ລົມ ກໍມີສະມາຊິກທັງໝົດ 3 ຄົນຄື ບີ້ – ສຸພົນ ປ້ອງສິງບຸນທຳ, ແຄັດທີ້ – ອາຣິຍາ ຈັນທະພອນ ແລະ ຕ້າ – ດາລາວອນ ພິມສີປະສົມ (ໂດຍມີ ບີ້ ແລະ ແຄັດທີ້ ເປັນ Host ຫຼັກຂອງຊ່ອງ, ສ່ວນຕ້າ ແມ່ນຜູ້ຊ່ວຍຂອງທັງສອງຄົນ).

ຕ້າ – ດາລາວອນ ພິມສີປະສົມ, ແຄັດທີ້ – ອາຣິຍາ ຈັນທະພອນ ແລະ ບີ້ – ສຸພົນ ປ້ອງສິງບຸນທຳ
ພາບ: L O R L O M – ລໍ້ລົມມ

ເຮົາໄດ້ຖ້າຖາມວ່າຈຸດເດັ່ນຂອງລໍ້ລົມແມ່ນຫຍັງ? ບີ້ ເອງກໍຍັງບໍ່ແນ່ໃຈໃນຄຳຕອບ ແຕ່ລາວຄິດວ່າເປັນຍ້ອນບຸກຄະລິກຂອງທັງສອງ ບວກກັບຄອນເທັນສຳພາດທີ່ກຳລັງເປັນກະແສໃນຊ່ວງນັ້ນ ແລະ ມຸກຕະຫຼົກທີ່ທັງສອງມັກໃຊ້ຢອກກັນເອງ.

ແຕ່ສິ່ງໜຶ່ງທີ່ ບີ້ ເຊື່ອເລີຍກໍຄື ສຸດທ້າຍແລ້ວ ຄົນເບິ່ງຈະຈື່ຕົວຕົນຂອງພວກເຂົາ ຫຼາຍກວ່າຈື່ພຽງແຕ່ຄອນເທັນທີ່ເຫັນ ເຊິ່ງນີ້ເປັນອີກໜຶ່ງສິ່ງທີ່ເຮັດໃຫ້ລໍ້ລົມມີຄວາມແຕກຕ່າງ ເພາະຄົນເບິ່ງບໍ່ໄດ້ຕິດຕາມພຽງເພາະຫົວຂໍ້ຂອງຄລິບ ແຕ່ຍັງຕິດຕາມວິທີທີ່ທັງສອງສື່ສານ ແລະ ສ້າງສີສັນໃຫ້ກັບຄອນເທັນ.

ຮູບແບບ ແລະ ວິທີການສ້າງຄອນເທັນ 

ຈາກຄວາມຄິດຂ້າງເທິງນັ້ນ, ຍັງສະທ້ອນຜ່ານວິທີການເຮັດຄອນເທັນຂອງທັງສອງ ທີ່ສ່ວນໃຫຍ່ບໍ່ໄດ້ມີ Script ຕາຍຕົວ ແຕ່ເນັ້ນການເວົ້າແບບພາສາຄົນທົ່ວໄປທີ່ມີຄວາມເປັນທຳມະຊາດ ແລະ ນຳເອົາປະສົບການຂອງຕົນເອງມາແບ່ງປັນ ພ້ອມປັບຄອນເທັນທີ່ກຳລັງເປັນກະແສໃຫ້ເຂົ້າກັບສະໄຕລ໌ຂອງພວກເຂົາ ເຊິ່ງນີ້ເປັນເຄັດລັບຂອງຊ່ອງ ລໍ້ລົມ ເລີຍ.

ເພາະໃນບາງເທື່ອ, ພວກເຂົາກໍມີພຽງການຈົດຫົວຂໍ້ໃສ່ເຈ້ຍໄວ້ກັນລືມ ແຕ່ບໍ່ໄດ້ກຳນົດທຸກຄຳເວົ້າລ່ວງໜ້າ ເນັ້ນສື່ສານການເປັນຕົວເອງໃຫ້ໄດ້ຫຼາຍທີ່ສຸດ.

ການຮັບມືເວລາຄິດຄອນເທັນບໍ່ອອກ

ສຳລັບຊ່ວງທີ່ຄິດຄອນເທັນບໍ່ອອກ ຫຼື ຖ່າຍວິດີໂອບໍ່ໄດ້ຕາມທີ່ວາງໄວ້ ທັງສອງເບິ່ງວ່າເປັນເລື່ອງປົກກະຕິຂອງ Content Creator. ວິທີຮັບມືກໍຄືການປ່ອຍວາງ ແລ້ວລອງຫາວິທີໃໝ່ໆ ຄົ້ນຫາເບິ່ງໄອເດຍໃໝ່ໆໃນໂຊຊຽວ, ອອກໄປປ່ຽນບັນຍາກາດ ຫຼື ນັ່ງລົມກັນເພື່ອຫາແນວຄິດໃໝ່ໆ.

ອ່ານຕື່ມ:  Muan Awards 2024 ສະຫຼອງຜົນງານຄຣີເອເຕີລາວ 15 ລາງວັນ

ທີ່ມາຂອງຄວາມຕະຫຼົກ

ສ່ວນຄວາມຕະຫຼົກທີ່ຄົນເບິ່ງເຫັນໃນແຕ່ລະຄລິບ ກໍມາຈາກການນຳບຸກຄະລິກທີ່ມີຄວາມອາລົມດີຂອງທັງສອງ ມາປະສົມກັບມີມ ແລະ ກະແສທີ່ກຳລັງນິຍົມ. ນັ້ນອາດເປັນເຫດຜົນທີ່ເຮັດໃຫ້ຄອນເທັນຂອງ ລໍ້ລົມ ມີຄວາມຮູ້ສຶກເປັນການເວົ້າລົມກັນທີ່ບໍ່ຝືນ ແລະ ເປັນທຳມະຊາດ.

ຄວາມຮູ້ສຶກເມື່ອໄດ້ຮັບລາງວັນຈາກ Muan Awards

ອີກໜຶ່ງຊ່ວງເວລາດີໆທີ່ທັງສອງປະທັບໃຈ ແລະ ຈື່ມັນໄດ້ດີ ແມ່ນວິນາທີທີ່ຮູ້ວ່າຊ່ອງຂອງຕົນເອງໄດ້ຮັບລາງວັນ Muan Awards 2025 ສາຂາ ທີມສ້າງເນື້ອຫາທີ່ສ້າງຄວາມມ່ວນຊື່ນໃນຕິກຕັອກດີເດັ່ນແຫ່ງປີ ເຊິ່ງ ບີ້ ໄດ້ເປັນຕົວແທນ ລໍ້ລົມ ເລົ່າຄວາມຮູ້ສຶກໃນມື້ນັ້ນວ່າ:

“ພຽງແຕ່ມີຊື່ເຂົ້າຊິງກໍດີໃຈແລ້ວ ເພາະບໍ່ຄິດວ່າຈະມີຄົນແນມເຫັນຊ່ອງນ້ອຍໆຂອງພວກເຮົາ. ແຕ່ເມື່ອຊື່ ລໍ້ລົມ ຖືກປະກາດວ່າເປັນຜູ້ໄດ້ຮັບລາງວັນ ບັນຍາກາດໃນຕອນນັ້ນກໍເຕັມໄປດ້ວຍຄວາມຕື່ນເຕັ້ນຈົນ ແຄັດທີ້ ເຖິງຂັ້ນຢາກອອກໄປແລ່ນອ້ອມຕຶກກ່ອນຂຶ້ນເວທີ” ບີ້ ກ່າວ.

ຄວາມປະທັບໃຈຕໍ່ຜູ້ຕິດຕາມ ແລະ ແຂກຮັບເຊີນໃນຊ່ອງ

ເຮົາສຳຜັດໄດ້ຈາກທີມ ລໍ້ລົມ ເຖິງສິ່ງທີ່ພວກເຂົາຮູ້ສຶກ ບໍ່ພຽງແຕ່ດີໃຈ ຫຼື ບໍ່ແມ່ນພຽງລາງວັນທີ່ໄດ້ຮັບ ແຕ່ທີ່ພວກເຂົາເຫັນໄດ້ຈາກຄອນເທັນທີ່ສ້າງຄືຮູ້ວ່າ ມີຄົນຕິດຕາມ ແລະ ຄອຍສະໜັບສະໜຸນພວກເຂົາຫຼາຍຂະໜາດໃດ ໂດຍສະເພາະການສະແດງຄວາມຄິດເຫັນຈາກຄົນເບິ່ງໃນແຕ່ລະຄລິບທີ່ມີແຕ່ຄວາມເປັນມິດ ແລະ ຄຳເວົ້າທີ່ໃຫ້ກຳລັງໃຈ.

ສຳລັບ ລໍ້ລົມ ແລ້ວນີ້ຄືອີກໜຶ່ງຄວາມປະທັບໃຈທີ່ມີຄຸນຄ່າບໍ່ແພ້ລາງວັນ. ແຄັດທີ້ ຍັງໄດ້ເລົ່າຕໍ່ອີກວ່າ “ສິ່ງທີ່ມັກໃນທຸກໆຄລິບແມ່ນການໄດ້ພົບກັບຄົນທີ່ມີຄວາມຫຼາກຫຼາຍທີ່ມາຮ່ວມງານ ແລະ ສ້າງເນື້ອຫາ ເພາະແຕ່ລະຄົນມີຄວາມໜ້າຮັກ, ມີຄວາມໃຈດີ ແລະ ເປັນຕົວເອງເວລາຢູ່ນຳກັນ”.

ພໍຟັງ ຈາກສິ່ງທີ່ ບີ້ ແລະ ແຄັດ ເລົ່າ ເຮົາກໍເຂົ້າໃຈທັນທີ່ວ່ານີ້ຄືສິ່ງທີ່ມີສະເໜ່ສະເພາະໂຕ ແລະ ຊ່ວຍໃຫ້ບັນຍາກາດໃນຄລິບອອກມາເປັນທຳມະຊາດ ແລະ ຕາຫຼົກອາລົມດີ.

ສຳລັບກ້າວຕໍ່ໄປ ລໍ້ລົມ ຍັງມີຫຼາຍໄອເດຍທີ່ຢາກລອງເຮັດ ແລະ ຝາກໃຫ້ທຸກຄົນຕິດຕາມຜົນງານໃໝ່ໆ ຕໍ່ໄປ.

ພ້ອມກັນນັ້ນ ທັງສອງຍັງເຊື່ອວ່າວົງການ Content Creator ຈະພັດທະນາໄປໄດ້ໄກ ແລະ ມີຄຸນນະພາບຂຶ້ນເລື້ອຍໆ ຫາກທຸກຄົນຊ່ວຍກັນສະໜັບສະໜຸນ ແລະ ມອບກຳລັງໃຈໃຫ້ກັນ.

ໃນມື້ນີ້ ລໍ້ລົມ ກຳລັງບອກໃຫ້ທຸກຄົນຮູ້ວ່າ ຊ່ອງນ້ອຍໆທີ່ເກີດໃນຄວາມຄິດ, ການສ້າງຄອນເທັນທີ່ເກີດຈາກກະແສ ແຕ່ການບໍ່ຍຶດຕິດກັບ Script ທີ່ຕາຍຕົວທີ່ໄດ້ປັບໃຫ້ເຂົາກັບຕົວຕົນຂອງທັງສອງ ຍັງສາມາດເຮັດໃຫ້ຄົນຢາກຕິດຕາມໄດ້ ແລະ ກາຍມາເປັນຊ່ອງທີ່ມີເອກະລັກທີ່ສະແດງອອກມາດ້ວຍຄວາມຈິງໃຈ.

ອ່ານຕື່ມ:  AGENDA: ກວດເຊັກວາລະງານ Muan Awards 2025 ໃຫ້ພ້ອມ ແລ້ວມາພົບກັນ ວັນທີ 24 ທັນວາ 2025

ຈາກເນື້ອຫາທີ່ ລໍ້ລົມ ໄດ້ສ້າງເປັນສິ່ງທີ່ດຶງດູດຄົນໃຫ້ເຂົ້າມາຮູ້ຈັກ ແຕ່ສິ່ງທີ່ເຮັດໃຫ້ຄົນຈື່ໄດ້ແມ່ນຕົວຕົນຂອງພວກເຂົາ. ການໄດ້ຮັບລາງວັນຈຶ່ງບໍ່ແມ່ນພຽງຄວາມສຳເລັດຂອງຊ່ອງ ແຕ່ຖືວ່າເປັນກຳລັງໃຈຈາກຜູ້ຊົມທີ່ຄອຍຕິດຕາມ ແລະ ສະໜັບສະໜຸນມາໂດຍຕະຫຼອດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.