ໜ້າຫຼັກ Muan.la - ສາລະບັນເທີງ The Interview ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ
The Interview

ຮູ້ຈັກ AiiLA ສິລະປິນໜຸ່ມຈາກຫຼວງນໍ້າທາ ຜູ້ຢາກສົ່ງຕໍ່ຄວາມເປັນລາວສູ່ສາຍຕາໂລກດ້ວຍສຽງເພງ

ແບ່ງປັນ

ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ.

ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ ແລະ ຫົວໃຈຂອງຄົນຮຸ່ນໃໝ່.

AiiLA ຫຼື ຄຳຫລ້າ ນາບຸນແພງ ນັກຮ້ອງໄວອາຍຸ 25 ປີ ຈາກແຂວງຫຼວງນ້ຳທາຂອງລາວ ແລະ ອີກດ້ານໜຶ່ງກໍເປັນເຈົ້າຂອງທຸລະກິດສ່ວນຕົວ.

ຍ້ອນກັບໄປເມື່ອ 10 ປີຄືນຫຼັງ ໃນປີ 2012-2013, ໃນຕອນທີ່ເພງລາວເຮົາກຳລັງມາແຮງ ເຊິ່ງຕອນນັ້ນລາວເອງກໍຍັງໜຸ່ມນ້ອຍ ແລະ ໄດ້ໄປຮຽນມັດທະຍົມຕົ້ນຢູ່ນະຄອນຫຼວງວຽງຈັນ. ລາວໄດ້ຊຶມຊັບກັບເພງລາວໃນຍຸກນັ້ນຫຼາຍ ແລະ ລາວບອກກັບທີມງານມ່ວນວ່າ ຕົນເອງໄດ້ຟັງເພງລາວທຸກມື້ ບໍ່ວ່າຈະເລີກຮຽນ ຫຼື ໃນໂຮງຮຽນ ແລະ ໃນເວລາວ່າງກໍຈະມີການສົ່ງຈົດໝາຍຂໍເພງທີ່ເປີດໃນໂຮງຮຽນ.

“ທຸກໆແລງວັນສຸກ ໃນຕອນນັ້ນ ສິລະປິນທີ່ມາແຮງ ທີ່ຂ້ອຍມັກຟັງ ແມ່ນ ວົງ Pull T Club, Idolz, Cells, ຕ່າຍ ອາກາດ ແລະ ອ້າຍ ຕ້າ ເອແພັກ. ແລ້ວກໍມີອີກຫຼາຍໆເພງ ຫຼາຍໆສິລະປິນ. ເພງ ‘ຄົນບໍ່ສຳຄັນ’ ເພງນີ້ມັກແຮງເລີຍຟັງເຊົ້າ ຟັງແລງ.”

ລາວເລົ່າສູ່ຟັງວ່າ ຄວາມລໍາບາກ ແລະ ອຸປະສັກຂອງການເປັນສິລະປິນໃນລາວ ສໍາລັບໂຕເອງແມ່ນການເຂົ້າເຖິງ.

“ລາວຟັງລາວຍັງໜ້ອຍ ແລະ ລາວບໍ່ຍອມຮັບລາວຍັງຫຼາຍ. ອັນນີ້ຄືຄວາມຈິງທີ່ສິລະປິນທຸກຄົນຕ້ອງເຈິ ແລະ ຂາດການສະໜັບສະໜຸນ ເຮັດໃຫ້ສິລະປິນລາວຫຼາຍຄົນໄປບໍ່ເຖິງຝັນເພາະທຸກຢ່າງມັນມີຕົ້ນທຶນ.”

AiiLA ກ່າວວ່າ ຜົນງານເພງທີ່ຕົນເອງຮູ້ສຶກພາກພູມໃຈທີ່ສຸດແມ່ນ “ໂສພາ” ເນື່ອງຈາກເປັນເພງທໍາອິດ ເປັນເພງແຈ້ງເກີດຂອງລາວ ເຮັດໃຫ້ມີກຸ່ມຄົນຟັງທັງໃນ ແລະ ຕ່າງປະເທດ ລວມທັງເປັນເພງທີ່ເອົາວັດທະນະທຳລາວຍຸກເກົ່າມາເຜີຍແຜ່ສູ່ສາຍຕາຜູ້ຟັງທົ່ວໄປ.

ອ່ານຕື່ມ:  ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຫຼັງຈາກທີ່ເຮັດເພງມາໄດ້ໄລຍະໜຶ່ງ, AiiLA ກໍເປັນທີ່ຮູ້ຈັກຫຼາຍຂຶ້ນ ມີທັງຜູ້ຟັງທີ່ເປັນຄົນລາວ ແລະ ຕ່າງປະເທດ ແລະມາຮອດປີ 2023 ລາວກໍໄດ້ໂອກາດທີ່ຈະກ້າວເດີນໄປສູ່ເສັ້ນທາງທີ່ເຮັດໃຫ້ເຕີບໃຫຍ່ຂຶ້ນ ຈາກການໄດ້ເປັນໜຶ່ງໃນສິລະປິນທີ່ໄດ້ຮ່ວມສະແດງໃນ Sabaidee Fest ທີ່ເປັນເທດສະການດົນຕີ-ວັດທະນະທຳ ຂອງຊາວອາຊີຕາເວັນອອກສ່ຽງໃຕ້ ຢູ່ສະຫະລັດອາເມລິກາ.

AiiLA ເລົ່າວ່າ ປະສົບການຂຶ້ນສະແດງຄອນເສີດທີ່ ສະຫະລັດອາເມລິກາ ທໍາອິດເລີຍກໍຄື “ຄວາມຕື່ນເຕັ້ນ”.

“ຢ້ານແຮງເພາະບໍ່ເຄີຍຂຶ້ນເວທີໃຫຍ່ແບບນັ້ນມາກ່ອນ. ຄິດໃນໃຈວ່າຕາຍແທ້ ບາດນີ້ເຂົາສິຈັບຜິດ, ຈັບຈຸດເຮົາບໍ? ເຮົາສິສະແດງອອກມາໄດ້ດີບໍ? ມີແຕ່ຄວາມຢ້ານ. ແຕ່ພໍເຮົາໄດ້ໄປຢືນຢູ່ກາງເວທີນັ້ນຄວາມກົດດັນມັນຫາຍໄປໝົດເລີຍ. ໄດ້ຍິນ fc ຮ້ອງໃສ່ AiiLA AiiLA ເຮັດໃຫ້ຂ້ອຍມີໃຈຫຼິ້ນໂຄດໆເລີຍ. ແຟນຄລັບທຸກຄົນໜ້າຮັກຫຼາຍ. ຖືວ່າເປັນກັນເອງ ແລະ ມ່ວນຫຼາຍ.”

ສຳລັບຜົນງານເພງທີ່ຜ່ານມາຂອງລາວມີຢູ່ຫຼາຍເພງ ເຊັ່ນ: “ງາມອີ່ຫຼີ”, “ເຂົາມາກ່ອນ”, “I Love Hmong Girl Zoo Tiag Tiag”, “ມະຫັດສະຈັນ” ແລະ “ເຂົ້າມາເຮັດໃຫ້ເຈັບອີກແນ່”.

ໃນແຕ່ລະເພງຂອງລາວມັກຈະມີການນຳສະເໜີຄວາມເປັນລາວ ແລະ ອັດຕະລັກຂອງຊົນເຜົ່າ ເຂົ້າໄປນຳ ບໍ່ວ່າຈະເປັນການນຸ່ງຖື ເຊັ່ນໃນເພງ “ເຂົາມາກ່ອນ” ທີ່ເຄື່ອງແຕ່ງກາຍໃນເອັມວີເປັນເຄື່ອງນຸ່ງຂອງຊົນເຜົ່າ ຫຼື ໃນເພງ “ມະຫັດສະຈັນ” ທີ່ມີການໃຊ້ເຄື່ອງດົນຕີລາວ ເຊັ່ນ ລະນາດ ເຂົ້າມານຳ.

ນອກຈາກນັ້ນ ກໍຍັງມີເນື້ອຮ້ອງບາງສ່ວນທີ່ໃຊ້ພາສາມົ້ງ ເຊິ່ງລາວໄດ້ເປີດເຜີຍກັບທີມງານມ່ວນວ່າ ທີ່ເລືອກເອົາພາສາມົ້ງເຂົ້າມາໃຊ້ໃນເນື້ອເພງ ແມ່ນເນື່ອງຈາກມີຜູ້ຟັງທີ່ເປັນຄົນມົ້ງຕິດຕາມຜົນງານເພງຂອງລາວເປັນຈຳນວນຫຼາຍ.

ພາບຈາກ MV ເພງ ເຂົາມາກ່ອນ ໂດຍ AiiLA x SOPHAN x ສິລິພອນ ສີປະເສີດ

ອ່ານຕື່ມ:  “ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ສາມາດຕິດຕາມການເຄື່ອນໄຫວຂອງ AiiLA ໄດ້ທີ່:

YouTube: AiiLA

YouTube: Kingdom Production

Facebook: Aii LA

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.