ຖ້າໃຜເປັນສາຍມັກຟັງເພງ ຫຼື ຕິດຕາມວົງການບັນເທີງເພື່ອນບ້ານ ຄົງຈະຕ້ອງເຄີຍໄດ້ຍິນຊື່ ຫຼື ເຫັນໜ້າຜູ້ຊາຍຄົນນີ້ຜ່ານຕາແດ່ລະ. ເພາະດີກຣີຄວາມຫຼໍ່ຂອງ Oak Soe Khant ຫຼື အုပ်စိုးခန့် (ອ່ານວ່າ: ໂອ້ກ ໂຊ ຄັ້ນ) ຖືວ່າເປັນລະດັບທັອບຂອງມຽນມາເລີຍກໍວ່າໄດ້.
ແຕ່ Muan Scoop ຂໍບອກໄວ້ເລີຍວ່າໜຸ່ມຄົນນີ້ບໍ່ທຳມະດາອີກແລ້ວ ເພາະຄວາມມັກໃນດ້ານດົນຕີ ແລະ ການຮ້ອງເພງ ເຮັດໃຫ້ລາວເລີ່ມຝຶກຫຼິ້ນດົນຕີ ເພື່ອເສີມທັກສະດ້ວຍໂຕເອງຕັ້ງແຕ່ອາຍຸພຽງ 9 ປີເທົ່ານັ້ນ.
Oak Soe Khant ເກີດວັນທີ 14 ເມສາ 2002, ເກີດ ແລະ ເຕີບໃຫຍ່ຢູ່ທີ່ ເມືອງແປຣ (Pyay), ປະເທດມຽນມາ. ຊ່ວງມັດທະຍົມ, ລາວໄດ້ເຂົ້າຮຽນຢູ່ໂຮງຮຽນນານາຊາດມຽນມາ (Myanmar International School).

ຈຸດເລີ່ມຕົ້ນສາຍພອນສະຫວັນ
ເຫັນຫຼໍ່ໆແບບນີ້ ໃນງານເບື້ອງຫຼັງລາວຄື Acoustic Boy ເດີ ເຊິ່ງງານຫຼັກຂອງ Oak Soe Khant ແມ່ນນັກຮ້ອງ, ນັກດົນຕີ ແລະ ນັກສະແດງໄວໜຸ່ມທີ່ມີຊື່ສຽງຫຼາຍໃນປະເທດມຽນມາ ໂດຍສະເພາະໃນກຸ່ມໄວຮຸ່ນ, ແຖມຍັງເປັນທີ່ຮູ້ຈັກດີໃນຖານະສິລະປິນແນວເພງ R&B ແລະ Pop ທີ່ມີສະເໜ່ ແລະ ມີຄວາມສາມາດຮອບດ້ານ.
ດ້ວຍຄວາມທີ່ Oak Soe Khant ມັກຮັກໃນດ້ານການຮ້ອງ ແລະ ຫຼິ້ນດົນຕີ ຈຶ່ງເຮັດໃຫ້ລາວໄດ້ຝຶກຝົນຮຽນຮູ້ດ້ວຍໂຕເອງ ແລະ ຍັງສາມາດຫຼິ້ນດົນຕີໄດ້ຫຼາຍປະເພດທັງ ກີຕ້າ, ເປຍໂນ ແລະ ກອງ. ນອກຈາກນີ້, ຕອນທີ່ລາວອາຍຸ 9 ປີ ກໍເລີ່ມຮຽນຮ້ອງ ແລະ Cover ເພງແບບຈິງຈັງແລ້ວ.
ຫຼັງຈາກນັ້ນ, ທີ່ລາວຮຽນຮ້ອງເພງດ້ວຍການ Cover ມາເລື້ອຍໆ, Oak Soe Khant ໃນໄວພຽງ 13 ປີ ກໍເລີ່ມແຕ່ງເພງ ແລະ ຂຽນເນື້ອຮ້ອງເອງແລ້ວ. ໃນປີດຽວກັນລາວຍັງມີເພງທຳອິດຕັ້ງແຕ່ຕອນນັ້ນທີ່ຊື່ວ່າ I Need Your Love ທີ່ຫຼາຍຄົນບໍ່ຮູ້ ເພາະຄົນສ່ວນໃຫຍ່ຄິດວ່າລາວເລີ່ມ Debut ຈາກເພງດັງໃນປີ 2017 ແຕ່ຄວາມຈິງແມ່ນລາວປ່ອຍເພງທຳອິດໃນຊີວິດ ຕັ້ງແຕ່ວັນທີ 3 ມິຖຸນາ 2015.
ປ່ອຍເພງໃດກໍປັງ ແລະ ສ້າງຕຳນານໄດ້
ພໍມາຮອດວັນທີ 3 ກໍລະກົດ 2017, Oak Soe Khant ໄດ້ປ່ອຍເພງ Chit Nay P (ချစ်နေပြီ) ບອກເລີຍວ່າເປັນດັງພຽງຂ້າມຄືນເລີຍ ຈົນກາຍກະແສດີຈົນຄົນເອົາມາຮ້ອງ Cover ເປັນເວີຊັນພາສາໄທ ແລະ ພາສາອື່ນໆເຕັມແພລັດຟອມ TikTok.
ຄວາມປັງຂອງລາວຍັງບໍ່ຢຸດເທົ່ານັ້ນ ເພາະພຽງແຕ່ລາວປ່ອຍອາລະບ້ຳເປີດໂຕ The Number One (ທ້າຍປີ 2018) ມັນກໍໄດ້ກາຍເປັນອາລະບ້ຳດ່ຽວທີ່ຂາຍດີທີ່ສຸດໃນມຽນມາ ປະຈຳປີ 2019.
ນອກຈາກນີ້, ຜົນງານຂອງລາວຍັງໄດ້ສ້າງປະຫວັດສາດໃນມຽນມາ ເພາະເປັນສິລະປິນຄົນທຳອິດທີ່ພາອາລະບ້ຳ The Number One ຕິດ Top 100 ໃນ Joox Chart ຂອງມຽນມາ ແລະ ຍັງຮັກສາສະຖິຕິໃຫ້ເພງຕິດໃນ Chart ຕໍ່ກັນຍາວເຖິງ 2 ອາທິດລວດ. ຕໍ່ມາກໍຍັງຄວ້າລາງວັນ Best Male Artist Award of 2019 (ສິລະປິນຊາຍດີເດັ່ນ) ຈາກ Shwe FM ໄປຄອງຕັ້ງແຕ່ອາຍຸຍັງນ້ອຍ.

ລາງວັນ Best Male Artist Award of 2019 ຈາກ Shwe FM
ຜົນງານເພງ ແລະ ການສະແດງຊີຣີສ໌
ກະແສດີຈົນຢຸດຄວາມຮິດບໍ່ໄດ້ ເພາະ Oak Soe Khant ມີຖານແຟນຄລັບຢູ່ໄທທີ່ຖືວ່າຫຼາຍເຕີບ ຈົນໃນປີ 2021 ໄດ້ເຂົ້າມາຮ່ວມງານຢູ່ປະເທດໄທ ແລະ ຮ່ວມຮ້ອງເພງກັບສິລະປິນທີ່ມີພະລັງສຽງຊົງພະລັງຄື ເຂົ້າໜົມຈີນ ກຸນລະມາດ ໃນເພງ This Christmas.
ນອກຈາກນີ້, ລາວກໍຍັງຖືກເຊີນໄປເປັນຄະນະກຳມະການຕັດສິນ ໃນລາຍການປະກວດຮ້ອງເພງໄທທີ່ຈັດຂຶ້ນຢູ່ປະເທດມຽນມາ ຊື່ວ່າ T-Pop Star Challenge Myanmar Season 1 (2024) ແລະ Season 3 (2026) ອີກດ້ວຍ.
ສ່ວນງານສະແດງກໍບໍ່ແຜ່ວ ເພາະໃນປີ 2020 ລາວໄດ້ຮັບໂອກາດດີໆໄປຫຼິ້ນຊີຣີສ໌ມຽນມາເລື່ອງ The House with Dream (အိပ်မက်တွေ မိုးထားတဲ့အိမ်).
ເພງຮິດທີ່ແນະນຳໃຫ້ລອງຟັງ
