Highlights
- ທີ່ມາຂອງຊື່ HIEUTHUHAI (ຮ້ຽວທູຮາຍ) ດີກຣີເດັກບໍລິຫານທຸລະກິດທີ່ສູ້ຊີວິດ ເຮັດວຽກທຸກຢ່າງເພື່ອຕາມຝັນຫາເງິນມາຊື້ຄອມພິວເຕີມາອັດເພງ.
- ເລີ່ມເຮັດເພງ Underground ຕັ້ງແຕ່ປີ 2018 ກັບກຸ່ມ “GERDNANG” ກ່ອນຈະມາປັງລະດັບປະເທດໃນລາຍການ King of Rap 2020 ແລະ ປ່ອຍເພງຮິດລະດັບຮ້ອຍລ້ານວິວ.
- ເປັນຄົນທີ່ມີທັດສະນະຄະຕິດີ, ມີສະເໜ່ຄວາມຕາຫຼົກທຳມະຊາດທີ່ເຫັນໃນລາຍການວາໄຣຕີ້ 2 Days 1 Night Vietnam ທີ່ HIEUTHUHAI ເປັນສະມາຊິກຫຼັກ.
Muan Scoop ເດີນສາຍມາເຖິງສິລະປິນຂອງຝັ່ງຫວຽດນາມແລ້ວທຸກຄົນ! ຂໍບອກວ່າຕ້ອງລະວັງໃຈກັນໄວ້ໃຫ້ດີໂລດ ສິລະປິນຄົນນີ້ຄືບໍ່ທຳມະດາເລີຍ ເພາະຈາກທີ່ໄປຊອກໄປຄົ້ນປະຫວັດມາຕ້ອງຂໍບອກວ່ານີ້ຄື ຂອງດີຫວຽດນາມ ເລີຍ ເພື່ອບໍ່ເປັນການເສຍເວລາວ່າແລ້ວ ກໍໄປຮູ້ຈັກລາວກັນດີກວ່າເນາະ.
HIEUTHUHAI (ຮ້ຽວທູຮາຍ) ແມ່ນໜຶ່ງໃນສິລະປິນນັກຮ້ອງ-ແຣັບເປີ ແລະ ນັກແຕ່ງເພງ ທີ່ມີຊື່ສຽງຂອງວົງການເພງ V-Pop (ຫວຽດນາມ) ທີ່ມາແຮງແບບສຸດໆ. ດ້ວຍຮູບຮ່າງໜ້າຕາທີ່ຫຼໍ່ ແລະ ມີສະເໜ່ຄວາມເປັນທຳມະຊາດ ແຖມຍັງມີຄວາມສາມາດຮອບດ້ານ ເຮັດໃຫ້ລາວກາຍເປັນຂວັນໃຈຂອງໄວໜຸ່ມຫວຽດນາມ ແລະ ມີອິດທິພົນຕໍ່ວົງການເພງໃນຂະນະນີ້.
ລາວມີຊື່ແທ້ແຕ່ກຳເນີດວ່າ Trần Minh Hiếu (ເຈິ່ນ ມິນ ຮ້ຽວ) ເກີດວັນທີ 28 ກັນຍາ 1999 ແລະ ບ້ານເກີດຂອງລາວແມ່ນຢູ່ ນະຄອນໂຮຈີມິນ, ປະເທດຫວຽດນາມ.
ເຫັນຫຼໍ່ໆ ແລະ ແຣັບເກັ່ງ ແບບນີ້, ດີກຣີການສຶກສາບໍ່ທຳມະດາເດີ ເພາະລາວຮຽນຈົບປະລິນຍາຕີ ສາຂາ ທຸລະກິດລະຫວ່າງປະເທດ ທີ່ ມະຫາວິທະຍາໄລເສດຖະສາດໂຮຈີມິນ (University of Economics Ho Chi Minh City – UEH).
ອະດີດກ່ອນກາຍເປັນສະລະປິນ
ຄົນໃນຫວຽດນາມຈະຄຸ້ນຊື່ລາວໃນວົງການຄື HIEUTHUHAI ແລະ ຊື່ນີ້ເປັນຊື່ທີ່ລາວໃຊ້ມາແຕ່ສະໄໝຮຽນ ເຊິ່ງ HIEUTHUHAI ເຄີຍເລົ່າກັບສື່ໃນຫວຽດນາມວ່າ ຕອນທີ່ຍັງຮຽນຢູ່ນັ້ນ, ໃນຫ້ອງມີຄົນຊື່ “Hiếu (ຮ້ຽວ)” ສອງຄົນ ແຕ່ຍ້ອນຮຽນອ່ອນກວ່າອີກຄົນໜຶ່ງ ເລີຍໄດ້ຕັ້ງຊື່ໃຫ້ໂຕເອງວ່າ “Hiếu thứ hai (ທີ່ແປວ່າ ຮ້ຽວຄົນທີສອງ)” ນັ້ນເອງ”.

ພາບ: hieuthuhai
ແຕ່ກວ່າຈະປັງຈົນເປັນຕົວທັອບທຸກມື້ນີ້ ບອກເລີຍວ່າຊີວິດລາວສູ້ມາຫຼາຍເລີຍ ເພາະເຄີຍເຮັດວຽກເປັນເດັກເສີບໃນຮ້ານເຝີ, ຢາຍໃບປິວ ແລະ ລວມທັງການເຮັດວຽກໃນໂຮງງານ ເພື່ອຫາເງິນມາຊື້ຄອມພິວເຕີ ແລະ ອຸປະກອນອັດສຽງເພື່ອເຮັດເພງຕາມຄວາມຝັນຂອງຕົນເອງ.
ຈຸດເດັ່ນທີ່ເຮັດໃຫ້ຄົນຮັກ
HIEUTHUHAI ມັກຈະຖືກນິຍາມວ່າເປັນ ຜູ້ຊາຍທີ່ດີ ຫຼື Good Boy ຂອງວົງການແຣັບ ເພາະລາວມີການໃຊ້ຊີວິດທີ່ລຽບງ່າຍ, ບໍ່ມັກທ່ຽວບັນເທີງ ແລະ ຍັງໃຊ້ຊີວິດສ່ວນໃຫຍ່ໃນການເຮັດວຽກໃນຫ້ອງອັດ. ສິ່ງສຳຄັນທີ່ເຮັດໃຫ້ແຟນຄລັບຫຼົງຮັກລາວແມ່ນ ທັດສະນະຄະຕິທີ່ດີ.
ຕັ້ງແຕ່ລາວມີຊື່ສຽງ ແລະ ປະສົບຜົນສຳເລັດ HIEUTHUHAI ກໍບໍ່ເຄີຍຖິ້ມໝູ່ເພື່ອນໃນກຸ່ມ GERDNANG ທີ່ຕັ້ງຕົ້ນນຳກັນມາ ແລະ ລາວກໍມັກຈະດຶງເອົາໝູ່ໃນກຸ່ມມາຮ່ວມງານເພື່ອຊຸກຍູ້ໃຫ້ມີຜົນງານໄປພ້ອມໆກັນ ເຮັດໃຫ້ລາວກາຍເປັນແຮງບັນດານໃຈໃຫ້ກັບໄວໜຸ່ມຫວຽດນາມໃນປັດຈຸບັນ.

ພາບ: hieuthuhai
ຈຸດເລີ່ມຕົ້ນເສັ້ນທາງສຽງດົນຕີຂອງ HIEUTHUHAI
HIEUTHUHAI ເລີ່ມເຮັດເພງມາຕັ້ງແຕ່ປີ 2018, ລາວເປັນໜຶ່ງໃນສະມາຊິກໃນກຸ່ມແຣັບເປີ GERDNANG ເຊິ່ງໃນຕອນທຳອິດມີສະມາຊິກທັງໝົດ 3 ຄົນຄື MANBO, HIEUTHUHAI ແລະ HURRYKNG.
ກຸ່ມແຣັບເປີ GERDNANG ພວກເຂົາແມ່ນກຸ່ມໝູ່ສະໜິດທີ່ຮ່ວມທຸກຮ່ວມສຸກກັນຕັ້ງແຕ່ເຮັດເພງໃຕ້ດິນ (Underground) ແລະ ສ້າງກຸ່ມນີ້ຂຶ້ນມາເພື່ອນຳສະເໜີແນວເພງແຣັບທີ່ມີເອກະລັກສະເພາະຕົວ. (ກຸ່ມ GERDNANG ປັດຈຸບັນມີສະມາຊິກເພີ່ມມາອີກ 2 ຄົນຄື REX ແລະ Negav ລວມເປັນ 5 ຄົນ).
MANBO ແລະ HIEUTHUHAI, ພວກເຂົາໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການ King of Rap (2020) ແຕ່ HIEUTHUHAI ແມ່ນສູ້ຈົນເຂົ້າໄປເຖິງຮອບສຸດທ້າຍ ພ້ອມໄດ້ຮັບລາງວັນເປັນຜູ້ເຂົ້າແຂ່ງຂັນທີ່ໄດ້ຮັບຄວາມນິຍົມສູງສຸດ ແລະ ຕິດ Top 5 ຂອງລາຍການໃນຮອບສຸດທ້າຍ. ຈຸດນີ້ແຫຼະທີ່ເຮັດໃຫ້ລາວເລີ່ມມີຊື່ສຽງໂດ່ງດັງລະດັບປະເທດຕັ້ງແຕ່ນັ້ນມາ.
ໃນປີ 2023, ລາວໄດ້ປ່ອຍອະລາບ້ຳທຳອິດທີ່ມີຊື່ວ່າ Ai Cũng Phải Bắt Đầu Từ Đâu Đó (ແປວ່າ: ທຸກຄົນລ້ວນແຕ່ຕ້ອງມີຈຸດເລີ່ມຕົ້ນຈາກບ່ອນໃດບ່ອນໜຶ່ງ) ເຊິ່ງໄດ້ຮັບກະແສຕອບຮັບທີ່ດີຈົນກາຍເປັນເພງຮິດລະດັບຮ້ອຍລ້ານວິວໃນສະຕຣີມມິ່ງ
ຄວາມພະຍາຍາມທີ່ຖືກເບິ່ງເຫັນ ແລະ ຜົນງານ
HIEUTHUHAI ໄດ້ຮັບລາງວັນກາລັນຕີຄວາມສາມາດ ເຊິ່ງລາງວັນນີ້ບອກເລີຍວ່າບໍ່ທຳມະດາ ເພາະລາວແມ່ນສິລະປິນຊາຍຂອງຫວຽດນາມທີ່ໄດ້ຮັບຄວາມນິຍົມສູງສຸດຈາກເວທີໃຫຍ່ຢ່າງ Làn Sóng Xanh Awards (ຫຼື Green Wave Awards) ຕິດຕໍ່ກັນເຖິງ 2 ປີຊ້ອນ (2023-2024) ແລະ ຖືກຈັດໃຫ້ເປັນອັນດັບ 1 ຂອງ Top Local Artists ໃນ Spotify ຫວຽດນາມ.
ນອກຈາກຮ້ອງເພງແລ້ວ, ວຽກລາຍການວາໄຣຕີ້ (Reality Shows) ກໍປັງບໍ່ແພ້ກັນ ເພາະສະເໜ່ຂອງ HIEUTHUHAI ຍິ່ງຖືກພົບເຫັນເພີ່ມຂຶ້ນຕື່ມອີກ ເພາະລາວໄດ້ຮັບໂອກາດຮັບງານເປັນສະມາຊິກຫຼັກຂອງລາຍການ 2 Days 1 Night Vietnam ຕັ້ງແຕ່ 2022 – ປັດຈຸບັນ.
ດ້ວຍຄວາມທີ່ເປັນຄົນໜ້າຕາດີ ແຕ່ມີມຸມຕາຫຼົກ, ໜ້າຮັກ ແລະ ມີຄວາມຈິງໃຈ ເຮັດໃຫ້ລາວໄດ້ໃຈແຟນຄລັບ ແລະ ໄດ້ສ້າງຖານແຟນຄລັບເພີ່ມຂຶ້ນເລື້ອຍໆກັບໃນລາຍການນີ້.
ໃນປີ 2024, HIEUTHUHAI ຍັງໄດ້ເຂົ້າຮ່ວມລາຍການແຂ່ງຂັນ Anh Trai “Say Hi” ທີ່ໄດ້ລວມເອົານັກຮ້ອງຊາຍຊື່ດັງ 30 ຄົນຂອງຫວຽດນາມມາສະແດງຄວາມສາມາດ ທັງການຮ້ອງ, ແຣັບ, ເຕັ້ນ ແລະ ຄວາມເປັນຜູ້ນຳ (Captain) ຈົນສາມາດຄວ້າອັນດັບ 1 ຂອງລາຍການມາໄດ້ ດ້ວຍຄະແນນໂຫວດທີ່ຫຼາຍກວ່າ 1 ລ້ານໂຫວດ.