ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ
Muan Listen - ມ່ວນຊວນຟັງ

Déymi ຫຼິ້ນກັບໃຈຄົນຟັງປ່ອຍເພງເສົ້າ ບອກມາເຮັດຫຍັງ Soft Lies ຕອກຢ້ຳຄວາມເຈັບຂອງຄົນທີ່ຖືກໃຫ້ຄວາມຫວັງ

"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

ແບ່ງປັນ

“ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ…” ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.

Déymi ສື່ສານຄວາມເສົ້າຜ່ານເພງໃໝ່ “ບອກມາເຮັດຫຍັງ Soft Lies” ເຊິ່ງເພງນີ້ໄດ້ສື່ສານໃຫ້ຄົນຟັງເຂົ້າໃຈເຖິງຄວາມຮູ້ສຶກແສນເຈັບປວດຂອງການຖືກໃຫ້ຄວາມຫວັງຈາກໃຜຜູ້ໜຶ່ງ. ໃນໃຈກໍຍັງຄອຍຖ້າຢູ່ແບບນັ້ນ ເພາະຕ້ອງການຄວາມຊັດເຈນ. ພໍເຂົາເລືອກຈາກໄປ ສຸດທ້າຍກໍໄດ້ແຕ່ຕັ້ງຄຳຖາມ ພ້ອມຕ້ອງຍອມປ່ອຍເຂົາໄປກັບຄົນໃໝ່.

ຖຶວ່າເປັນເພງທີ່ຫຼິ້ນກັບໃຈຄົນຟັງອີກແລ້ວ ເພາະໃນອົງປະກອບພາບວິດີໂອຂອງເພງນີ້ ໄດ້ເຮັດໃຫ້ໂທນອາລົມຂອງເພງ “ບອກມາເຮັດຫຍັງ Soft Lies” ຍິ່ງຮູ້ສຶກດິ່ງລົງ, ໝົ່ນໝອງ ແລະ ຮູ້ສຶກຢາກຢູ່ກັບໂຕເອງຫຼາຍກວ່າເກົ່າ ເພື່ອຄົ້ນຫາຄຳຕອບໃນຄວາມສຳພັນທີ່ເຄີຍເກີດຂຶ້ນກັບເຂົາຄົນນັ້ນ  ແລະ ຮ້ອງຂໍໃຫ້ເຂົາພໍແລ້ວທີ່ມາໃຫ້ຄວາມຫວັງກັນ.

“ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ

ທີ່ຜ່ານມານັ້ນມັນຫຼອກ ແລະ ຍິ່ງຕອກຍ້ຳເລື່ອງເຮົາ

ນັ້ນເປັນພຽງຄວາມຝັນ ໃນເວລາອັນແສນສັ້ນ”.

ນີ້ຄົງເປັນປະໂຫຍກທີ່ເຮັດໃຫ້ຄົນຟັງຮູ້ສຶກວ່າມັນຕຳໃຈບໍ່ຫຼາຍກໍໜ້ອຍ ເພາະໃນຄວາມສຳພັນຂອງການບໍ່ຊັດເຈນ ແລະ ການໃຫ້ຄວາມຫວັງ ມັນມັກຈະເກີດເຫດການແບບນີ້ອີຫຼີ່ ພໍຟັງເພງໄປນຳຍິ່ງເສົ້າກັນເລີຍ.

ອ່ານຕື່ມ:  ຄຽດເກັ່ງຕະຫຼອດ ເຝີກຕົວເອງແນວໃດບໍ່ໃຫ້ເປັນຄົນຂີ້ຄຽດ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

RGB ພາທະລຸຈໍ ຫຼຸດເຂົ້າໄປໃນໂລກຂອງເກມສະເໝືອນຈິງ ໃນ The Love of My Life

Highlights The Love of My Life ເພງໃໝ່ຫຼ້າສຸດຈາກ RGB ແລະ ເພງນີ້ກໍມາໃນແນວໂມເດິນຂອງຍຸກປີ 80 (Modern...

ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You

ຊວນສ່ອງຄວາມໜ້າຮັກສົດໃສໃນເພງ Coz i Love You ຈາກ ອາທຽນ, ເພງຮັກສຸດຫວານທີ່ສື່ເຖິງອາການຄົນກຳລັງຕົກຢູ່ໃນຄວາມຫຼົງໃຫຼຂອງກັນ ແລະ ກັນ.

ວາເລນທາຍນີ້ ຢ່າໃຫ້ດອກກຸຫຼາບບັງຕາ! ເຊັກດ່ວນວ່າຄົນທີ່ເຈົ້າລົມຢູ່ ຄືຄົນທີ່ ໃສ່ໃຈ ຫຼື ໃສ່ໜ້າກາກ

Love Bombing ຄືວິທີການທີ່ພວກ Red Flag ມັກໃຊ້ "ຄວາມຮັກ" ເປັນເຄື່ອງມືໃນການຄວບຄຸມຈົນເຮັດໃຫ້ເຮົາສູນເສຍໂຕຕົນຖ້າຮູ້ສຶກວ່າຄວາມສຳພັນມັນ "ໄວ ແລະ ລົ້ນ" ເກີນໄປຈົນຜິດປົກກະຕິໃຫ້ຮີບຖອຍອອກມາທັນທີ...

ຢ່າປ່ອຍໃຫ້ຕ້ອງຈາກກັນ ໂດຍທີ່ບໍ່ມີໂອກາດຂໍໂທດ ຟັງ “ຕາຍຍ້ອນກຽດ” ຈາກ ຕີ໋ ອຸດາໄລ

ບົດຮຽນລາຄາແພງຈາກເພງ "ຕາຍຍ້ອນກຽດ" ຈາກ ຕີ໋ ອຸດາໄລ ເຕືອນໃຫ້ວາງກຽດສັກສີລົງ ກ່ອນທີ່ຝ່າຍໃດຝ່າຍໜຶ່ງຈະຈາກໄປ ໂດຍທີ່ບໍ່ມີໂອກາດໄດ້ຂໍໂທດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.