ໜ້າຫຼັກ Muan Specialty ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ
Muan Specialty

ບໍລິສັດໄຟຟ້າ ນໍ້າເທີນ 2 ເປີດໂຕໂລໂກ້ ສະຫຼອງ 15 ປີ ແຫ່ງຄວາມສຳເລັດຂອງພະລັງງານໄຟຟ້າໃນລາວ

ສະໜັບສະໜຸນໂດຍ
ແບ່ງປັນ

ບໍລິສັດໄຟຟ້າ ນໍ້າເທີນ 2 ຈຳກັດ ກ້າວເຂົ້າສູ່ປີທີ 15 ຂອງການຜະລິດໄຟຟ້າຢ່າງເປັນທາງການ ດ້ວຍການເປີດໂຕໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີໃນວັນທີ 15 ມັງກອນ 2025 ທີ່ຜ່ານມາ ເພື່ອສະທ້ອນຄວາມສຳເລັດ ແລະ ຄວາມມຸ່ງໝັ້ນໃນການສົ່ງເສີມພະລັງງານສະອາດ ທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມໃນລາວ ແລະ ພາກພື້ນຢ່າງຍືນຍົງ. ພ້ອມດຽວກັນນີ້ ນໍ້າເທີນ 2 ຍົງໄດ້ປະກາດກິດຈະກຳຕະຫຼອດປີ 2025 ເພື່ອສະເຫຼີມສະຫຼອງ ແລະ ສ້າງຄຸນຄ່າຮ່ວມກັບຊຸມຊົນ ແລະ ພັນທະມິດທາງທຸລະກິດຂອງພວກເຂົາ.

ພິທີຖະແຫຼງຂ່າວ ທ່ານ ມາກ ອອງຕວນ ຣູບ ຜູ້ອຳນວຍການໃຫຍ່ ນໍ້າເທີນ 2 ໄດ້ນຳສະເໜີກ່ຽວກັບປະຫວັດຄວາມເປັນມາຂອງໂຄງການໄຟຟ້າ ນໍ້າເທີນ 2 ເຊິ່ງຖືກຮັບຮູ້ເປັນໂຄງການຕົວແບບທາງດ້ານການຜະລິດ, ຄວາມປອດໄພ ແລະ ສິ່ງແວດລ້ອມໃນລະດັບສາກົນ ໄປຈົນເຖິງການພັດທະນາເສດຖະກິດ-ສັງຄົມຂອງລາວ.

ກິດຈະກຳສຳຄັນໃນປີ 2025 

  • ງານສະເຫຼີມສະຫຼອງຄົບຮອບ 15 ປີ: ຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 15 ເມສາ 2025 ເພື່ອສະເຫຼີມສະຫຼອງຄວາມສຳເລັດໃນການຜະລິດພະລັງງານໄຟຟ້າ ໂດຍຮຽນເຊີນການນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ, ຜູ້ຕາງໜ້າຜູ້ຖືຮຸ້ນ ແລະ ພາກສ່ວນອື່ນໆທີ່ໄດ້ມີການປະກອບສ່ວນໃນໂຄງການ ນຳເທີນ2 ໃນໄລຍະ 15 ປີ ທີ່ຜ່ານມາ. 
  • ເທດສະການ Nakai Festival ມີກຳນົດຈັດຂຶ້ນໃນເດືອນ ຕຸລາ ປີ 2025 ໂດຍຮ່ວມມືກັບອົງການປົກຄອງທ້ອງຖິ່ນຂອງເມືອງນາກາຍ ເພື່ອຂອບໃຈປະຊາຊົນທ້ອງຖິ່ນ 3 ເມືອງປະກອບດ້ວຍ ເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງມະຫາໄຊ ຜ່ານກິດຈະກຳມ່ວນຊື່ນ ລວມທັງເປັນການຊຸກຍູ້ການທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດໃນພາກພື້ນ. 
  • ແຄມເປນປະຊາສຳພັນຜົນງານດີເດັ່ນ ຕະຫຼອດ 15 ປີທີ່ຜ່ານມາ ໂດຍຮ່ວມມືກັບ BlueGrass Design Group ຫຼື ຫຍ້າສີຟ້າ ທີ່ເປັນພາດເນີຂອງທາງນໍ້າເທີນ 2 ເພື່ອເຜີຍແຜ່ຜົນງານທີ່ພົ້ນເດັ່ນຂອງບໍລິສັດ ຜ່ານຈໍ LED ແລະ ປ້າຍໂຄສະນາທົ່ວປະເທດ. 

ທ່ານ ມາກ ອອງຕວນ ຣູບ ກ່າວວ່າ ຕັ້ງແຕ່ປີ 2010 ຈົນເຖິງປັດຈຸບັນ, ນໍ້າເທີນ 2 ເປັນໜຶ່ງໃນບໍລິສັດໃນລາວ ທີ່ປະສົບຄວາມສຳເລັດຢ່າງມີປະສິດທິພາບ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງຫຼວງຫຼາຍ ພາຍໃຕ້ການຊີ້ນຳຂອງພັກ-ລັດ. 

ອ່ານຕື່ມ:  "ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ" ຖອດບົດຮຽນຈາກສິລະປິນສາວ Taylor Swift

“ການສະເຫຼີມສະຫຼອງຄັ້ງນີ້ ຈັດຂຶ້ນເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເພື່ອໃຫ້ຄົນລາວທຸກຄົນມີຄວາມພາກພູມໃຈ,” ທ່ານ ມາກ ອອງຕວນ ຣູບ ກ່າວ. 

ຄວາມສຳຄັນຂອງ ນໍ້າເທີນ 2 ຕໍ່ເສດຖະກິດລາວ

ໂຄງການນໍ້າເທີນ 2 ເປັນໂຮງງານໄຟຟ້າພະລັງງານນໍ້າທີ່ໃຫຍ່ທີ່ສຸດໃນລາວ ຕັ້ງຢູ່ແຂວງຄຳມ່ວນ ດຳເນີນການພາຍໃຕ້ການຮ່ວມມືລະຫວ່າງ 3 ພາກສ່ວນ ປະກອບດ້ວຍ Electricité De France (40%), Electricity Generating Company of Thailand (35%) ແລະ Lao Holding State Enterprise (25%) ໂດຍໄດ້ຮັບສຳປະທານໄລຍະ 25 ປີ ນັບຕັ້ງແຕ່ປີ 2010 ຫາ ປີ 2035. 

ໂຄງການນີ້ຜະລິດໄຟຟ້າໄດ້ສະເລ່ຍ 6,000 ຈິກາວັດຊົ່ວໂມງຕໍ່ປີ ສົ່ງອອກໄປທີ່ປະເທດໄທ 95% ແລະ ນຳໃຊ້ພາຍໃນປະເທດລາວ 5%. 

ຄາດວ່າໃນໄລຍະດຳເນີນການ ຈະສາມາດສ້າງລາຍຮັບໃຫ້ກັບລັດຖະບານລາວຫຼາຍກວ່າ 2 ຕື້ໂດລາສະຫະລັດ ເຊິ່ງຈະນຳໄປໃຊ້ໃນໂຄງການພັດທະນາເສດຖະກິດ-ສັງຄົມ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊຸມຊົນຢ່າງຍືນຍົງ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.