Taylor Swift ຖ້າເວົ້າຊື່ນີ້ຂຶ້ນມາ ເຊື່ອວ່າຫຼາຍຄົນຮູ້ຈັກລາວ ບໍ່ວ່າຈະເປັນຈາກຜົນງານເພງທີ່ເປັນກະແສໃນແຕ່ລະອາລະບຳທີ່ປ່ອຍອອກມາ ແລະ ຫຼ້າສຸດກໍຈາກການທົວຄອນເສີດຄັ້ງໃຫຍ່ໃນຊີວິດຂອງລາວ ນັ້ນກໍຄື The Eras Tour ທີ່ຫາກໍຈົບລົງເມື່ອບໍ່ດົນມານີ້. ອີກດ້ານໜຶ່ງທີ່ຄົນຮູ້ຈັກລາວແມ່ນ ເປັນຜູ້ຍິງທີ່ເກັ່ງໃນການເຮັດວຽກ ທັງໃນດ້ານແນວຄິດການຕະຫຼາດ, ຄວາມຄິດສ້າງສັນ ແລະ ການຢືນຢູ່ໃນວົງການຢ່າງເຂັ້ມແຂງ ເຖິງວ່າຈະຖືກກະແສຕ່າງໆໂຈມຕີ ແລະ ເຕີບໂຕໃນສາຍອາຊີບນີ້ໄດ້ຢ່າງມີກຽດ ແລະ ສະຫງ່າງາມ.
ບົດຮຽນຈາກການເຮັດວຽກຂອງນັກຮ້ອງສາວຄົນນີ້ ເຮົາສາມາດນຳມາປັບໃຊ້ໃນຊີວິດການເຮັດວຽກຂອງເຮົາໄດ້ ແລະ ຕໍ່ໄປນີ້ເຮົາໄດ້ສະຫຼຸບມາໃຫ້ທຸກຄົນໄດ້ຮຽນຮູ້ໄປນຳກັນ.
1. ໝັ້ນຄົງໃນຈຸດຢືນຂອງຕົນເອງ
ຊ່ວງທຳອິດທີ່ລາວເຂົ້າສູ່ວົງການເພງ, ລາວເຮັດໃນສິ່ງທີ່ຄົນອື່ນບອກສະເໝີ ແລະ ຫຼີກເວັ້ນການເວົ້າປະເດັນທີ່ຈະເຮັດໃຫ້ຕົນເອງຖືກເບິ່ງໃນແງ່ລົບ. ແຕ່ໃນຕອນນີ້ ລາວໃຫ້ຄວາມສຳຄັນກັບຈຸດຢືນຂອງຕົນເອງຫຼາຍກວ່າ ຖ້າວ່າບໍ່ເຫັນດີກັບສິ່ງໃດ, ລາວກໍພ້ອມທີ່ຈະເວົ້າມັນອອກມາ ເພື່ອສະແດງຈຸດຢືນຂອງຕົນເອງ ໂດຍບໍ່ຕ້ອງສົນໃຈວ່າຄົນອື່ນຈະເຫັນດີເຫັນງາມກັບມັນ ຫຼື ບໍ່.
ເຊັ່ນດຽວກັນ ໃນການເຮັດວຽກ, ຫຼາຍຄັ້ງເຮົາກໍຍ່າງຕາມກະແສສັງຄົມ ແລະ ເຮັດຕາມຄົນສ່ວນໃຫຍ່ ເພາະບໍ່ຢາກເບິ່ງວ່າເປັນຄົນທີ່ຂັດຂວາງຄົນອື່ນ ແຕ່ຖ້າວ່າສິ່ງທີ່ເຮົາຄິດນັ້ນ ເຮົາເຊື່ອວ່າເປັນສິ່ງທີ່ຖືກຕ້ອງ ກໍຂໍໃຫ້ກ້າທີ່ຈະຢືນຢັດ ແລະ ເວົ້າມັນອອກໄປ ໂດຍສະເພາະເມື່ອເຮົາເຫັນບັນຫາທີ່ເກີດຂຶ້ນໃນບ່ອນເຮັດວຽກ.
2. Connection ຄືພະລັງ
ປະຕິເສດບໍ່ໄດ້ວ່າ ໃນການເຮັດວຽກນັ້ນ Connection ຄືພະລັງທີ່ຊ່ວຍໃຫ້ເຮົາກ້າວໄປຂ້າງໜ້າໄດ້ງ່າຍຂຶ້ນ. ເຖິງວ່າ ເຮົາຈະພະຍາຍາມໄຕ່ເຕົ້າໄປສູ່ໂອກາດດີໆຫຼາຍສໍ່າໃດ ກໍຈະມີຄົນທີ່ຖ້າເບິ່ງຄວາມຫຼົມແຫຼວຂອງເຮົາສະເໝີ ແຕ່ Connection ທີ່ແໜ້ນແຟ້ນ ເປັນຄືກັບຮາກຖານທີ່ແຂງແຮງ ເຊິ່ງເຖິງວ່າເຮົາຈະລົ້ມ ກໍຈະມີຄົນທີ່ຖ້າສະໜັບສະໜຸນໃຫ້ເຮົາລຸກຂຶ້ນຍ່າງຕໍ່ໄດ້.
ເຊັ່ນດຽວກັນ, Taylor Swift ເຄີຍມີບັນຫາເລື່ອງລິຂະສິດເພງ ທີ່ຕ້ອງໄດ້ຍົກໃຫ້ຄ້າຍເພງໄປ. ລາວກໍຕອບໂຕ້ໂດຍການເອົາເພງມາເຮັດໃຫ້ດ້ວຍຕົວເອງ ເຊິ່ງຫຼາຍຄົນກໍຄິດວ່າມັນຈະບໍ່ປະສົບຄວາມສຳເລັດ. ແຕ່ດ້ວຍຖານແຟນເພງທີ່ໜຽວແໜ້ນ ກໍເຮັດໃຫ້ອາລະບຳທີ່ເປັນ Taylor’s Version ປະສົບຄວາມສຳເລັດແຊງໜ້າເວີຊັນເກົ່າ.
3. ພັດທະນາຕົວເອງຢູ່ສະເໝີ
Taylor Swift ເປັນຄົນທີ່ບໍ່ເຄີຍຢູ່ກັບທີ່, ໃນທຸກໆການສະແດງຂອງລາວ ລາວມຸ່ງໝັ້ນທີ່ຈະເຮັດໃຫ້ມັນດີຂຶ້ນກວ່າເກົ່າ ໂດຍການເສີມໄອເດຍໃໝ່ໆ ແລະ ໃສ່ໃຈລາຍລະອຽດຫຼາຍຂຶ້ນ ແຕ່ກໍບໍ່ໄດ້ຖິ້ມໂຕຕົນຂອງຕົວເອງ.
ໃນໂລກຂອງການເຮັດວຽກ, ຖ້າຄວາມສາມາດຂອງເຮົາຍັງຢູ່ໃນລະດັບດຽວກັບເມື່ອ 3 ປີກ່ອນ, ໃຫ້ຟ້າວພັດທະນາ ແລະ ປັບປຸງຕົວເອງໃຫ້ດີຂຶ້ນ. ພຽງແຕ່ເຮົາເກັ່ງຂຶ້ນມື້ລະ 1% ໃນ 30 ມື້ ເຮົາກໍເກັ່ງຂຶ້ນໄດ້ 30% ແລ້ວ.
4. ສະແດງຄວາມສາມາດຂອງເຈົ້າໃຫ້ຄົນອື່ນເຫັນ
Taylor Swift ຮູ້ຕົວສະເໝີວ່າ ໂຕເອງເກັ່ງຫຍັງ ແລະ ເຮັດຫຍັງໄດ້ດີ. ລາວມີສະໄຕລ໌ການຮ້ອງເພງທີ່ເປັນເອກະລັກ ແລະ ລາວກໍສະແດງມັນອອກມາ ເພື່ອໃຫ້ຄົນຈື່ວ່າ ນີ້ແຫຼະຄື Taylor Swift.
ໃນການເຮັດວຽກ, ເຮົາອາດເປັນຄົນທີ່ມີຄວາມສາມາດ ແຕ່ການທີ່ເຈົ້າບໍ່ສະແດງສິ່ງທີ່ຕົວເອງເກັ່ງອອກມາ ມັນອາດຈະເຮັດໃຫ້ເຈົ້າຖືກເບິ່ງຂ້າມໄປ. ການສະແດງຄວາມສາມາດອອກມາໃຫ້ຄົນອື່ນເຫັນ ກໍອາດເປັນໃບເບີກທາງໃຫ້ເຈົ້າກ້າວໜ້າໃນອາຊີບການງານໄດ້.
ນອກຈາກ 4 ບົດຮຽນນີ້ແລ້ວ, ຍັງມີອີກຫຼາຍໆບົດຮຽນຈາກສິລະປິນສາວຄົນນີ້ທີ່ເຮົາສາມາດນຳເອົາມາປັບໃຊ້ໃນການເຮັດວຽກໄດ້. ເຈົ້າຄິດວ່າມີບົດຮຽນໃດອີກທີ່ຮຽນຮູ້ໄດ້ຈາກລາວ ຢ່າລືມຄອມເມັ້ນລົມກັນໄດ້ເດີ.
ໂດຍ: ທີມບັນນາທິການ Muan Specialty