ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ແບ່ງປັນ

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

26 January 2026● 186

“ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ?” ມ່ວນ ບອກເລີຍວ່າມັນເຂົ້າກັນ ແລະ ກົມກ່ອນສຸດໆ.

ປ່ອຍໃຫ້ໄດ້ຟັງຢ່າງເປັນທາງການແລ້ວສຳລັບເພງໃໝ່ຈາກ MAO MUN ທີ່ພວກເຂົາໄດ້ຍົກທັບສິລະປິນຮິບຮັອບໃນວົງການເພງລາວທີ່ປະກອບໄປດ້ວຍ PETH PMM, JOE., E.I.P ຍັງບໍ່ໝົດພຽງເທົ່ານີ້ ເພາະເພງນີ້ຍັງໄດ້ PHON UNA ແລະ ALEX $MOKE ມາເສີມທັບຈັດເຕັມຄວາມມັນຜ່ານບົດເພງທີ່ມີຊື່ວ່າ “ໝໍລຳໃຫຍ່”

ເພງນີ້ໄດ້ຍົກເອົາແນວດົນຕີ “ຮິບຮັອບ ແລະ ໝໍລຳ” ທີ່ຫຼາຍມັກຈະບອກວ່າ ມັນເປັນໄປບໍ່ໄດ້ ຫຼື ມັນບໍ່ເຂົ້າກັນດອກ ມາປະສົມປະສານກິ່ນອາຍກົກເຄົ້າຄວາມເປັນລາວທີ່ມີທັງຄວາມອ່ອນຊ້ອຍ ແລະ ການແຣັບແບບໜັກແໜ້ນທີ່ເຊື່ອງຊ້ອນຄວາມໝາຍທີ່ກົງໃຈໃຫ້ທຸກຄົນໄດ້ຟັງວ່າສອງແນວເພງນີ້ສາມາດຢູ່ນຳກັນໄດ້ຢ່າງລົງໂຕ.

ພິເສດ MAO MUN ຍັງໄດ້ປ່ອຍເພງ ໝໍລຳໃຫຍ່ ໃຫ້ໄດ້ຟັງກັນທັງສອງເວີຊັນຄື Official ແລະ Live Performance ທີ່ງານ Muan Awards 2025.

ຕ້ອງບອກເລີຍວ່າຕ້ອງລອງໄປຟັງກັນເລີຍເດີທຸກຄົນ ເພາະຄວາມມັນຂອງຈັງຫວະແໜ້ນໆຂອງບີດ (Beat) ເພງ ແລະ ສຽງດົນຕີລາວໃນເພງນີ້ ມັນຄັກ! ພ້ອມທີ່ຈະກະຕຸ້ນໃຫ້ຕ້ອງເຕັ້ນ ແລະ ໂຢກຕາມເລີຍ.

ອ່ານຕື່ມ:  ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.