ໄຂຄວາມລັບເບື້ອງຫຼັງການຖ່າຍທຳ Voice of Hope ທີ່ມັນນີ້ ມົງກຸດເພັດ ລົງມືເຮັດດ້ວຍຕົນເອງ

ແບ່ງປັນ

ໄຂຄວາມລັບເບື້ອງຫຼັງການຖ່າຍທຳ Voice of Hope ທີ່ມັນນີ້ ມົງກຸດເພັດ ລົງມືເຮັດດ້ວຍຕົນເອງ

ໂດຍ: Tonmai Phoutthasack Tonmai Phoutthasack
14 August 2026 1
AI Summarized

Key Takeaways:

  • Miss World is the world's oldest international beauty pageant, founded in 1951, emphasizing beauty, grace, and a genuine commitment to social service.
  • Beauty with a Purpose, initiated in 1972, is the core campaign of Miss World, focusing on social impact and real-world projects, reflecting a warm and approachable image.
  • Miss Manita Kongphet, representing Laos at Miss World 73, presented a vision focused on using documentary filmmaking to preserve cultural heritage and local wisdom through her 'Voice of Hope' project.
  • Her goal is to be a global 'bridge' connecting small Lao communities to the world, fostering pride in identity, and passing on the role of 'cultural guardian' to the younger generation.
  • Manita's 'Voice of Hope' project aims to preserve endangered cultural heritage and wisdom, empower communities to value their identity, and connect artisans and communities to a wider audience.
ອ່ານຕື່ມ:  ເປີດເສັ້ນທາງ “ເບຍ ພຸດຖາວອນ” ຈາກຊ່າງແຕ່ງໜ້າສູ່ຖານະ President ເວທີ Miss & Mister Teen Laos

Miss World ແມ່ນເວທີການປະກວດນາງງາມລະດັບນານາຊາດທີ່ເກົ່າແກ່ທີ່ສຸດໃນໂລກ ເລີ່ມຈັດການປະກວດຄັ້ງທຳອິດໃນປີ 1951 ທີ່ສະຫະລາຊະອານາຈັກ ທີ່ບໍລິຫານງານໂດຍ ຈູເລຍ ມໍລີ (Julia Morley). ເອກະລັກຂອງເວທີນີ້ແມ່ນການຊອກຫາຜູ້ຍິງທີ່ມີຄວາມງາມສະຫງ່າ, ກິລິຍາມາລະຍາດດີ ແລະ ມີຈິດອາສາເພື່ອຊ່ວຍເຫຼືອສັງຄົມຢ່າງແທ້ຈິງ.

ສ່ວນ Beauty with a Purpose (ງາມຢ່າງມີຄຸນຄ່າ) ແມ່ນຫົວໃຈຫຼັກ ແລະ ແຄມເປນທີ່ສຳຄັນທີ່ສຸດຂອງເວທີ Miss World ເຊິ່ງລິເລີ່ມຂຶ້ນໃນປີ 1972 ໂດຍຕົວຂອງ ຈູເລຍ ມໍລີ ເອງ ເພື່ອເປັນເຄື່ອງມືໃນການສ້າງພາບລັກ (Soft Power) ໃຫ້ກັບອົງກອນໃນຖານະເວທີທີ່ເນັ້ນ “ການລົງມືເຮັດເພື່ອສັງຄົມ” ເຮັດໃຫ້ຜູ້ຊະນະເວທີນີ້ຈຶ່ງມັກຈະມີພາບລັກທີ່ເບິ່ງອົບອຸ່ນ, ເຂົ້າເຖິງງ່າຍ ແລະ ມີໂປຣເຈັກຈິດອາສາທີ່ເປັນຮູບປະທຳຈັບຕ້ອງໄດ້ຈິງ ຫຼາຍກວ່າພຽງແຕ່ການຕອບຄຳຖາມເທິງເວທີພຽງຢ່າງດຽວ.

ເຊິ່ງ “ມັນນີ້ ມົງກຸດເພັດ ຫານຊະນະ” ຕົວແທນຈາກປະເທດລາວ ໃນການປະກວດ Miss World ຄັ້ງທີ 73 ກໍໄດ້ນຳສະເໜີວິໄສທັດອັນໂດດເດັ່ນທີ່ມຸ່ງເນັ້ນການນຳໃຊ້ການສ້າງຮູບເງົາສາລະຄະດີ ເປັນເຄື່ອງມືໃນການອະນຸລັກມໍລະດົກທາງວັດທະນະທຳ ແລະ ພູມປັນຍາທ້ອງຖິ່ນ ພາຍໃຕ້ໂຄງການ Beauty with a Purpose ທີ່ໃສ່ຊື່ວ່າ “Voice of Hope” (ສຽງແຫ່ງຄວາມຫວັງ).

ເປົ້າໝາຍຂອງມັນນີ້ຄືການເປັນ “ຂົວຕໍ່” ລະດັບໂລກ ເພື່ອເຊື່ອມໂຍງເລື່ອງລາວຂອງຊຸມຊົນນ້ອຍໆໃນລາວ ສູ່ສາຍຕາຊາວໂລກ, ສ້າງຄວາມພາກພູມໃຈໃນເອກະລັກ ແລະ ສົ່ງຕໍ່ໜ້າທີ່ການເປັນ “ຜູ້ພິທັກວັດທະນະທຳ” ໃຫ້ແກ່ຄົນລຸ້ນໃໝ່.

ຈຸດເລີ່ມຕົ້ນຂອງແນວຄິດ ແລະ ພາລະກິດນີ້ ມາຈາກປະສົບການໃນໄວເດັກ ແລະ ອິດທິພົນຈາກຄອບຄົວ. ພໍ່ຂອງມັນນີ້ເປັນຄົນທຳອິດທີ່ສອນໃຫ້ຮູ້ວ່າ “ທຸກຊ່ວງເວລາມີຄ່າຄວນແກ່ການຈົດຈຳ” ເຊິ່ງໄດ້ກາຍມາເປັນຈຸດມຸ່ງໝາຍຫຼັກໃນຊີວິດ. ການເຕີບໃຫຍ່ທ່າມກາງວັດທະນະທຳອັນອຸດົມສົມບູນ ແລະ ທຳມະຊາດທີ່ງົດງາມຂອງປະເທດລາວ ເຮັດໃຫ້ມັນນີ້ຮຽນຮູ້ວ່າ ທຸກເລື່ອງລາວລ້ວນແລ້ວແຕ່ມີຄວາມໝາຍ.

ອ່ານຕື່ມ:  ຟັງ"ເສຍອາການ" ເພງທຳອິດຈາກ FIZCHE ນັກຮ້ອງສາວກຸ່ມໃໝ່ຈາກຄ້າຍ A-List

ຄວາມຫຼົງໄຫຼນີ້ໄດ້ນຳພາມັນນີ້ກ້າວເຂົ້າສູ່ການເຮັດຮູບເງົາສາລະຄະດີ. ມັນນີ້ພົບວ່າ ບົດບາດຂອງຕົນເອງຢູ່ເບື້ອງຫຼັງເລນກ້ອງນັ້ນ ບໍ່ແມ່ນພຽງແຕ່ການເປັນຜູ້ສ້າງຮູບເງົາ ແຕ່ຄືການເປັນ “ຜູ້ຮັກສາຄວາມຊົງຈຳ” ທີ່ອາດຈະເລືອນຫາຍໄປຕາມການເວລາ.

ວິດີໂອແນະນຳຕົວ (VTR) ຂອງມັນນີ້ ແມ່ນຜົນງານທີ່ມັນນີ້ຕັ້ງໃຈຖ່າຍທອດຄວາມເປັນຕົວຕົນ ແລະ ເອກະລັກຂອງປະເທດລາວໃຫ້ຫຼາຍທີ່ສຸດ. ມັນນີ້ໄດ້ລົງພື້ນທີ່ຕົວຈິງຈາກເໜືອຮອດໃຕ້ນັບຕັ້ງແຕ່ຮຽນຈົບ ໂດຍສະເພາະການໄປສຶກສາຮາກເຫງົ້າຂອງ “ຜ້າໄໝລາວ” ກ່ອນຈະກາຍມາເປັນຊຸດທີ່ເປັນເອກະລັກໜຶ່ງຊຸດ. ວິດີໂອນີ້ມັນນີ້ລົງມືກຳກັບ, ຕັດຕໍ່ ແລະ ເລົ່າເລື່ອງດ້ວຍຕົນເອງ ເພື່ອນຳສະເໜີໃຫ້ຊາວລາວ ແລະ ຊາວໂລກໄດ້ສຳຜັດ.

ໂຄງການ “Voice of Hope” ມີເປົ້າໝາຍຫຼັກໃນການສ້າງຜົນກະທົບເຊີງບວກຕໍ່ສັງຄົມດັ່ງນີ້:
– ການອະນຸລັກຮັກສາ ແລະ ປົກປ້ອງມໍລະດົກທາງວັດທະນະທຳ, ພູມປັນຍາທ້ອງຖິ່ນ ແລະ ມໍລະດົກທາງປັນຍາທີ່ກຳລັງຈະສູນຫາຍ.
– ການສ້າງຄວາມເຂັ້ມແຂງ (Empowerment) ທີ່ຊ່ວຍໃຫ້ຊຸມຊົນຮັບຮູ້ເຖິງຄຸນຄ່າໃນເອກະລັກຂອງຕົນເອງ ແລະ ສ້າງໂອກາດໃນການຮັກສາປະເພນີຢ່າງພາກພູມໃຈ.
– ການເຊື່ອມໂຍງທີ່ນຳເອົາເລື່ອງລາວຂອງຊ່າງສີມື ແລະ ຊຸມຊົນທີ່ບໍ່ຄ່ອຍມີຄົນໄດ້ຮູ້ ໃຫ້ກ້າວອອກສູ່ໂລກກວ້າງ.

ຈາກການເດີນທາງໄປທົ່ວປະເທດເພື່ອຮັບຟັງເລື່ອງລາວເຫຼົ່ານີ້ ມັນນີ້ພົບວ່າ ມັນບໍ່ໄດ້ເປັນພຽງແຕ່ເລື່ອງໃນອະດີດ ແຕ່ຍັງສະທ້ອນໃຫ້ເຫັນເຖິງ: ຄວາມຢືດຢຸ່ນໃນການປັບຕົວ (Resilience), ຄວາມຫວັງ (Hope) ແລະ ຄວາມສາມັກຄີ (Unity) ທີ່ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນ.

ສຳລັບ ມັນນີ້ ການປະກວດ Miss World ບໍ່ແມ່ນພຽງແຕ່ການແຂ່ງຂັນ ແຕ່ເປັນເວທີສຳຄັນໃນການຂັບເຄື່ອນພາລະກິດ ແລະ ການເປັນທູດທາງວັດທະນະທຳຢ່າງແທ້ຈິງ.
– ຂົວຕໍ່ລະດັບໂລກ: ມັນນີ້ຕ້ອງການໃຫ້ການປະກວດຄັ້ງນີ້ ເປັນຂົວເຊື່ອມໂຍງລະຫວ່າງເລື່ອງລາວຂອງຄົນໃນປະເທດລາວ ກັບ ປະຊາຄົມໂລກ.
– ການເປັນຕົວແທນຂອງຄົນທັງປະເທດ: ໃນການກ້າວເຂົ້າສູ່ການແຂ່ງຂັນ ມັນນີ້ຂໍນຳເອົາສຽງຂອງປະຊາຊົນ, ພູມປັນຍາຂອງຜູ້ອາວຸໂສ ແລະ ຄວາມຝັນຂອງທຸກຊຸມຊົນທີ່ມັນນີ້ເຄີຍໄດ້ສຳຜັດ ໄປພ້ອມກັບຕົນເອງ.
– ພາບລັກຂອງລາວ: ມັນນີ້ປາດຖະໜາຢາກໃຫ້ຄົນທົ່ວໂລກ ໄດ້ເບິ່ງເຫັນຄວາມຝັນ, ຄວາມເມດຕາ, ຄວາມເຂັ້ມແຂງ ແລະ ຈິດວິນຍານອັນຈົບງາມຂອງຊາວລາວ ທີ່ເຮັດໃຫ້ປະເທດຂອງພວກເຮົາມີຄວາມພິເສດ.

ອ່ານຕື່ມ:  ຖາມແທ້! ນີ້ປະກວດ FACE of LAOS ຫຼື ລາຍການ MasterChef? ເມື່ອຜູ້ເຂົ້າແຂ່ງຂັນຕ້ອງມາຮຽນແຕ່ງໜ້າເອງ

ຄວາມເຊື່ອຫຼັກທີ່ເປັນແຮງຊຸກຍູ້ໃນຜົນງານຂອງ ມົງກຸດເພັດ ຄື: “ວັດທະນະທຳຈະຢູ່ລອດໄດ້ ກໍຕໍ່ເມື່ອພວກເຮົາເລືອກທີ່ຈະປົກປ້ອງມັນ”. ມັນນີ້ໄດ້ເນັ້ນໜັກເຖິງບົດບາດຂອງຊາວໜຸ່ມຄົນລຸ້ນໃໝ່ ທີ່ຈະຕ້ອງກ້າວຂຶ້ນມາເປັນ “ຜູ້ພິທັກວັດທະນະທຳ” (Cultural Guardians) ຜ່ານການສ້າງຄວາມເຂົ້າໃຈວ່າ ເລື່ອງລາວຕ່າງໆ ບໍ່ວ່າຈະມາຈາກຊຸມຊົນທີ່ນ້ອຍທີ່ສຸດ ກໍລ້ວນແລ້ວແຕ່ມີຄຸນຄ່າ ແລະ ສົມຄວນໄດ້ຮັບຄວາມສຳຄັນ.

ທຸກເລື່ອງລາວມີພະລັງໃນການຮັກສາ, ເຊື່ອມໂຍງ ແລະ ຫຼໍ່ຫຼອມຕົວຕົນຂອງພວກເຮົາ — ມັນນີ້ ມົງກຸດເພັດ ຫານຊະນະ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.