ຕະຫຼອດໄປບໍ່ມີຢູ່ຈິງ ມັນຄືຄຳຕົວະທີ່ໃຊ້ຫຼອກຮັກ ຟັງ “ສັນຍາ (PROMISE)” ຈາກ MORIGINAL ft BADBOMZ

Key Takeaways:
- ຫຼາຍຄົນເຄີຍຖືກຄຳວ່າສັນຍາຜູກມັດຄວາມຮູ້ສຶກ ແຕ່ສຸດທ້າຍກໍຕ້ອງຈົມຢູ່ກັບຄວາມຈິງທີ່ວ່າຄຳເຫຼົ່ານັ້ນບໍ່ມີຢູ່ຈິງ.
- ເພງ ສັນຍາ (PROMISE) ຂອງ MORIGINAL ft BADBOMZ ເປັນສື່ກາງໃນການລະບາຍຄວາມເຈັບປວດຈາກຄວາມຜິດຫວັງໃນຄວາມຮັກ.
- ຄຳສັນຍາຫວານໆທີ່ເຄີຍມີໃຫ້ກັນ ສຸດທ້າຍກໍເປັນພຽງຄຳຕົວະທີ່ຫຼອກໃຫ້ເຮົາຮັກ.
- ຄວາມເຈັບປວດທີ່ສຸດແມ່ນການທີ່ເລື່ອງຈົບໄປດົນແລ້ວ ແຕ່ພາບຄວາມຊົງຈຳໃນອະດີດຍັງຝັງເລິກແລະຕິດຕົວຄືກັບເງົາ.
- ສຸດທ້າຍເຮົາຕ້ອງຍອມຮັບຄວາມຈິງທີ່ໂຫດຮ້າຍວ່າຄຳສັນຍາທີ່ເຄີຍໝັ້ນຄົງໄດ້ຕາຍໄປແລ້ວ ແລະ ເຫຼືອພຽງຮ່ອງຮອຍຄວາມແຕກຫັກ.
ທຸກຄົນເຄີຍບໍ່… ເຄີຍຖືກໃຜຈັກຄົນເອົາຄຳວ່າ “ສັນຍາ” ມາຜູກຕິດກັບຄວາມຮູ້ສຶກຂອງເຮົາໄປໄວ້ກັບເຂົາ. ທຳອິດມັນກໍດີ ແຕ່ສຸດທ້າຍ, ກໍຖິ້ມໃຫ້ເຮົາຈົມຢູ່ກັບຄວາມຈິງທີ່ວ່າ ຄຳພວກນັ້ນມັນບໍ່ມີຢູ່ແທ້ເລີຍ.
ເພາະຄຳສັນຍາທີ່ເຮົາເຄີຍຄິດວ່າຍິ່ງໃຫຍ່… ສຸດທ້າຍມັນຕາຍໄປດົນແລ້ວ ເຫຼືອໄວ້ພຽງເຮົາທີ່ຍັງບໍ່ທັນເຊົາເຈັບ. ຖ້າຫາກເຄີຍຮູ້ສຶກແບບນີ້ ລອງຟັງເພງ “ສັນຍາ (PROMISE)” ຂອງ MORIGINAL ft BADBOMZ.
ເພງນີ້ໄດ້ສື່ສານໃຫ້ເຮົາເຂົ້າໃຈ ແລະ ອາດຈະເປັນການລະບາຍຄວາມເຈັບປວດອີກທາງໜຶ່ງ ເພາະຄວາມຜິດຫວັງໃນຄວາມຮັກທີ່ມີແບບສຸດໆ. ຈາກຄົນທີ່ເຮົາເຄີຍເຊື່ອໃຈ, ຄຳຫວານໆທີ່ເຄີຍບອກວ່າຈະຮັກກັນ ຫຼື ການຈະໃຊ້ຊີວິດຢູ່ນຳກັນຕະຫຼອດໄປ ແລະ ບໍ່ມີມື້ຈາກລາ, ສຸດທ້າຍກໍກາຍເປັນພຽງຄຳຕົວະ ທີ່ເອົາໄວ້ຫຼອກໃຫ້ເຮົາຮັກກໍເທົ່ານັ້ນ.

ສິ່ງທີ່ ມ່ວນຊວນຟັງ ໄດ້ຟັງຈາກເພງ ແລະ ຮູ້ສຶກວ່າມັນເຮັດໃຫ້ເຈັບທີ່ສຸດ, ບໍ່ແມ່ນພຽງແຕ່ການເລີກກັນ ແຕ່ເປັນການທີ່ເລື່ອງລາວມັນຜ່ານມາເປັນປີໆແລ້ວ. ເຮົາເອງນີ້ທີ່ຮູ້ດີຢູ່ວ່າ ທຸກຢ່າງມັນຈົບໄປແລ້ວ ແລະ ຄຳສັນຍາພວກນັ້ນມັນບໍ່ມີທາງເປັນຈິງໄດ້ອີກແຕ່ພາບຄວາມຊົງຈຳໃນອະດີດມັນກໍຍັງຝັງເລິກ, ຍັງຕິດຕົວຄືກັບເງົາ ບໍ່ເຄີຍເລືອນຫາຍໄປໃສ.
ຄວາມອຸກອັ່ງໃນຫົວໃຈທີ່ແຕກສະຫຼາຍມັນຫຼາຍເກີນກວ່າຈະເກັບໄວ້ໄດ້ ຈົນຕ້ອງກັ່ນອອກມາເປັນຕົວໜັງສື ແລະ ສຽງເພງ ເພື່ອເປັນຕົວແທນລະບາຍສິ່ງທີ່ຍັງຕິດຢູ່ໃນໃຈ.
ສຸດທ້າຍແລ້ວ, ມັນກໍຄືການບັງຄັບໃຫ້ຕົວເຮົາເອງຕ້ອງຍອມຮັບຄວາມຈິງທີ່ແສນໂຫດຮ້າຍວ່າ ຄຳສັນຍາທີ່ເຄີຍຄິດວ່າຍິ່ງໃຫຍ່ ແລະ ໝັ້ນຄົງນັ້ນ ມັນໄດ້ຕາຍໄປດົນແລ້ວ. ສິ່ງທີ່ເຫຼືອໄວ້ໃຫ້ເຮົາມີພຽງແຕ່ຄວາມຊົງຈຳທີ່ເຄີຍຮັກ ແລະ ຮ່ອງຮອຍຄວາມແຕກຫັກໃນໃຈທີ່ຍັງບໍ່ທັນເຊົາດີເທົ່ານັ້ນເອງ.