ຖືເປັນອີກໜຶ່ງຄວາມພາກພູມໃຈຂອງເວທີການປະກວດບ້ານເຮົາ! ເມື່ອໜຸ່ມຫຼໍ່ຫຸ່ນໝີ “ແຈັກກີ້ ທິລະພົງ ຈັນທະວົງ” ຕົວແທນຈາກປະເທດລາວ ໄດ້ເດີນທາງໄປຮ່ວມການແຂ່ງຂັນບົນເວທີລະດັບໂລກຢ່າງ Mister Bear International 2026.
ເຖິງການແຂ່ງຂັນຈະເຕັມໄປດ້ວຍຕົວແທນຈາກຫຼາຍປະເທດ ແຕ່ໜຸ່ມແຈັກກີ້ ກໍໄດ້ພົກພາເອົາຄວາມໝັ້ນໃຈ, ບຸກຄະລິກທີ່ໂດດເດັ່ນ, ຄວາມສາມາດ ແລະ ຮອຍຍິ້ມແບບສະບັບຄົນລາວ ໄປດຶງດູດໃຈຄະນະກຳມະການ ຈົນສາມາດຜ່ານເຂົ້າຮອບເລິກ ກາຍເປັນ 1 ໃນ 7 ຄົນສຸດທ້າຍ (Top 7) ຂອງເວທີນີ້ໄດ້ສຳເລັດ!
ນີ້ຄືການພິສູດໃຫ້ເຫັນວ່າ ສັກກະຍະພາບຂອງຊາຍໜຸ່ມລາວກໍໂດດເດັ່ນ ແລະ ບໍ່ນ້ອຍໜ້າຊາດໃດໃນໂລກແທ້ໆ ທີ່ສຳຄັນຍັງເປັນການໂປຣໂມດຊື່ສຽງຂອງປະເທດລາວໃຫ້ເປັນທີ່ຮູ້ຈັກໃນເວທີສາກົນຕື່ມອີກ.
