ວາເລນທາຍນີ້ ຢ່າໃຫ້ດອກກຸຫຼາບບັງຕາ! ເຊັກດ່ວນວ່າຄົນທີ່ເຈົ້າລົມຢູ່ ຄືຄົນທີ່ ໃສ່ໃຈ ຫຼື ໃສ່ໜ້າກາກ

ແບ່ງປັນ

ວາເລນທາຍນີ້ ຢ່າໃຫ້ດອກກຸຫຼາບບັງຕາ! ເຊັກດ່ວນວ່າຄົນທີ່ເຈົ້າລົມຢູ່ ຄືຄົນທີ່ ໃສ່ໃຈ ຫຼື ໃສ່ໜ້າກາກ

12 February 2026● 240

ຂອງຂວັນສຸດພິເສດໃນວັນວາເລນທາຍ ຄົງຈະໜີບໍ່ພົ້ນດອກກຸຫຼາບແທນໃຈ ແລະ ຂໍ້ຄວາມບອກຮັກຈົນເຮັດໃຫ້ຊຶ້ງກິນໃຈ, ການສະແດງອອກເຫຼົ່ານີ້ບໍ່ແມ່ນເລື່ອງແປກເລີຍ ເພາະຖ້າຮັກກັນກໍຕ້ອງບອກກັນໃຫ້ຮູ້ໄປໂລດແຫຼະ. ແຕ່ຄົນຫາກໍລົມກັນບໍ່ຮອດອາທິດນີ້ລະເປັນຕາຢ້ານກວ່າ ເພາະມັນອາດຈະເປັນການສົ່ງສັນຍານຂອງພວກ “ທຸງແດງ (Red flag)” ທີ່ກຳລັງເຮັດພຶດຕິກຳ “Love Bombing” ທີ່ເບີ່ງຄືວ່າໃສ່ໃຈ, ຮັກເຮົາ-ຫຼົງເຮົາ ທີ່ແທ້ກໍ… ໃສ່ໜ້າກາກ.

ສ່ອງພຶດຕິກຳ Love Bombing ຈາກພວກ Red Flag

ເປີດຫົວຂໍ້ມາແບບຮຸນແຮງກະແທກໃຈກັນໃນວັນແຫ່ງຄວາມຮັກເລີຍທຸກຄົນ ກັບພຶດຕິກຳທີ່ຄວນລະວັງຂອງຄົນທີ່ເຮົາກຳລັງລົມຢູ່ວ່າແມ່ນຄົນປະເພດ Red flag ທີ່ມັກໃຊ້ການ Love Bombing ເພື່ອຫຼອກໃຫ້ເຮົາຕາຍໃຈຈົນຫຼົງເຊື່ອໃຫ້ໄປໝົດທັງໃຈຫຼືບໍ່? ໃນຄວາມຮັກ-ຄວາມສຳພັນ ຫຼາຍຄູ່ ກໍຈະມີການສະແດງອອກແຕກຕ່າງກັນໄປໃນຊ່ວງເວລາທີ່ໄດ້ຢູ່ດ້ວຍກັນ ຫຼື ຕອນເລີ່ມຕົ້ນຈີບກັນ.

ຖ້າໄປກັນໄດ້ດີຄວາມສຳພັນກໍສາມາດເດີນຕໍ່ໄປຢ່າງສວຍງາມ ແຕ່ບາງຄັ້ງເຮົາອາດຈະສັງເກດເຫັນຄວາມຜິດປົກກະຕິບາງຢ່າງ ຫຼື ສັນຍານແປກໆຈາກບາງຄົນທີ່ກຳລັງສຶກສາໃຈຈົນຕ້ອງຮ້ອງ “ເອົ້າ! ບໍ່ເຄີຍເຈິແບບນີ້ມາກ່ອນ” ເພາະລາວນັ້ນທຸ່ມເທເລື່ອງຄວາມຮັກຫຼາຍເກີນໄປທັງໆທີ່ຫາກໍເລີ່ມລົມ ຈົນຕ້ອງກັບມາຄິດວ່າຮັກຄັ້ງນີ້ຈະດີ ຫຼື ຮ້າຍກັນແທ້ລະ.

ປະເດັນສຳຄັນທີ່ Muan RelationTips ຈະມາຊວນທຸກຄົນສັງເກດກໍຄືພຶດຕິກຳຂອງຄົນລົມເຮົານັ້ນເອງ ຖ້າຢາກຮູ້ວ່າເຂົາກຳລັງ Love Bombing ກໍມາ Checklist ກັນເລີຍ.

Checklist Love Bombing

  • ເວົ້າວ່າ “ເຈົ້າແມ່ນຄົນພິເສດທີ່ສຸດ ຫຼື ຂາດເຈົ້າບໍ່ໄດ້” ທັງໆທີ່ຮູ້ຈັກກັນໄດ້ບໍ່ດົນ.
  • ຫາກໍລົມກັນ ແຕ່ເວົ້າເຖິງອະນາຄົດຢ່າງຈິງຈັງ.
  • ສົ່ງຂໍ້ຄວາມ / ໂທ ຕະຫຼອດທັງມື້ (ຕອບຊ້າ ຫຼື ບໍ່ຮັບສາຍ → ຄຽດ-ນ້ອຍໃຈ ເຮັດໃຫ້ເຮົາຮູ້ສຶກຜິດ).
  • ເອົາໃຈໃສ່ເກີນຂອບເຂດຂອງສະຖານະຄົນລົມ.
  • ຮີບຜູກມັດເປັນແຟນ ຫຼື ໃຫ້ຄໍາສັນຍາແບບໃຫຍ່ໆໄວ້ກ່ອນ.
  • ຢາກຮູ້ວ່າເຮົາຢູ່ໃສ ຫຼື ຢູ່ກັບໃຜຕະຫຼອດເວລາ.
  • ສະແດງຄວາມຮັກແບບໄຟແຮງ ທຸກຢ່າງເກີດຂຶ້ນແບບໄວເກີນໄປ.
ອ່ານຕື່ມ:  10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ພໍເລົ່າມາຮອດຈຸດນີ້, ກໍຄົງຮູ້ສຶກວ່າ “ເອະ! ມັນຈະຮັກຫຍັງກັນຂະໜາດນັ້ນ” ທຸກຄົນຄິດຄືກັນແມ່ນບໍ່ວ່າ ມັນໄວ-ມັນລົ້ນເກີນໄປ, ຢາກບອກວ່າຖ້າໃຜກຳລັງເຈິແບບນີ້ ແມ່ນໃຫ້ຮີບໜີໄປເລີຍ! Love Bombing ແມ່ນພຶດຕິກຳທີ່ບາງຄົນມັກໃຊ້ເຮັດໃຫ້ເຮົາຫຼົງເຊື່ອ ສິ່ງທີ່ແຝງມາຫຼັງຈາກນີ້ກໍຄືຄວາມ Red flag ທີ່ຈະເຮັດໃຫ້ເຮົາເຈັບປວດໃຈ.

ຄົນທີ່ມີພຶດຕິກຳ Love Bombing ກໍປຽບເໝືອນລະເບີດເວລາ ໃນຕອນທຳອິດຈະເຮັດໃຫ້ເຮົາຮູ້ສຶກຫຼົງຮັກ, ຜູກພັນ ແລະ ຜູກມັດ, ເຮັດໃຫ້ເຮົາຕ້ອງເພິ່ງພາອາໄສແຕ່ເຂົາສະເໝີ. ຫຼັງຈາກນັ້ນກໍຈະເຂົ້າມາຄວບຄຸມ (Manipulation) ເຮົາຢ່າງແນບນຽນຈົນເຮົາສູນເສຍໂຕຕົນໄປ ແລະ ບາງຄັ້ງກໍມັກທີ່ຈະໂທດເຮົາ ເພື່ອເຮັດໃຫ້ເຮົາຮູ້ສຶກຜິດ (Gaslighting) ແລະ ຫຼິ້ນກັບອາລົມຄວາມຮູ້ສຶກເຮັດຄືເຮົາບໍ່ມີຄ່າ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.