ອອກຈາກດ້ອຍພັດທະນາວັດແທກກັນແນວໃດ? ອອກແລ້ວຈັ່ງໃດຕໍ່?

ອອກຈາກ LDC ວັດແທກກັນຢູ່ໃສ? 3 ໂຕຊີ້ວັດຫຼັກ ເປົ້າໝາຍຕໍ່ໄປ ແລະ ຄວາມຈິງຫຼັງຄ່າສະເລ່ຍ
ແບ່ງປັນ

ອອກຈາກດ້ອຍພັດທະນາວັດແທກກັນແນວໃດ? ອອກແລ້ວຈັ່ງໃດຕໍ່?

ໂດຍ: Johnny Sayasane Johnny Sayasane
25 November 2026● 3
ອອກຈາກ LDC ວັດແທກກັນຢູ່ໃສ? 3 ໂຕຊີ້ວັດຫຼັກ ເປົ້າໝາຍຕໍ່ໄປ ແລະ ຄວາມຈິງຫຼັງຄ່າສະເລ່ຍ
✦ AI Summarized

Key Takeaways:

  • ອົງການສະຫະປະຊາຊາດ (UN CDP) ໃຊ້ 3 ໂຕຊີ້ວັດຫຼັກໃນການພິຈາລະນາການອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ປະກອບມີ ລາຍໄດ້ແຫ່ງຊາດຕໍ່ຫົວຄົນ, ດັດຊະນີຊັບສິນມະນຸດ, ແລະ ດັດຊະນີຄວາມບອບບາງທາງເສດຖະກິດແລະສິ່ງແວດລ້ອມ.
  • ການຫຼຸດພົ້ນຈາກສະຖານະ LDC ຕ້ອງຜ່ານເກນຢ່າງໜ້ອຍ 2 ໃນ 3 ໂຕຊີ້ວັດ ໃນການປະເມີນທຸກໆ 3 ປີ ຕິດຕໍ່ກັນ 2 ຄັ້ງ ຫຼື ມີລາຍໄດ້ຕໍ່ຫົວຄົນສູງກວ່າເກນເຖິງ 2 ເທົ່າ.
  • ເມື່ອອອກຈາກສະຖານະ LDC ແລ້ວ ປະເທດຈະກ້າວເຂົ້າສູ່ການໃຊ້ເກນຂອງທະນາຄານໂລກ ເພື່ອກ້າວຂ້າມກັບດັກລາຍໄດ້ປານກາງໄປສູ່ກຸ່ມປະເທດລາຍໄດ້ປານກາງລະດັບສູງ ແລະ ລາຍໄດ້ສູງ.
  • ການຍົກລະດັບເສດຖະກິດຕ้องປ່ຽນຜ່ານຈາກການເພິ່ງພາຊັບພະຍາກອນທຳມະຊາດ ແລະ ແຮງງານລາຄາຖືກ ໄປສູ່ອຸດສາຫະກຳ ບໍລິການ ແລະ ນະວັດຕະກຳທີ່ສ້າງມູນຄ່າເພີ່ມສູງຂຶ້ນ.
  • ດັດຊະນີສ່ວນໃຫຍ່ຄິດໄລ່ຈາກຄ່າສະເລ່ຍ ເຮັດໃຫ້ບັນຫາຄວາມເຫຼື່ອມລ້ຳ ຄ່າຄອງຊີບ ແລະ ການເຂົ້າເຖິງໂອກາດຕ່າງໆ ຍັງເປັນໂຈດໃຫຍ່ທີ່ຕ້ອງແກ້ໄຂຄວບຄູ່ກັນໄປ.

ຄຳວ່າ “ການອອກຈາກສະຖານະພາບປະເທດດ້ອຍພັດທະນາ” ຫຼື Least Developed Country (LDC) ອາດຟັງຄືເລື່ອງໄກໂຕໃນຫ້ອງປະຊຸມລະດັບໂລກ ແຕ່ຖ້າເຈົ້າເປັນຄົນທີ່ໃສ່ໃຈເລື່ອງເສດຖະກິດສັງຄົມ ແລະ ການເຮັດທຸລະກິດ ນີ້ເປັນຈຸດປ່ຽນສຳຄັນຂອງກະຕິກາທາງເສດຖະກິດ ການຄ້າ ແລະ ແຫຼ່ງທຶນຊ່ວຍເຫຼືອຈາກສາກົນ. ມັນຄືສິ່ງທີ່ສະທ້ອນເຖິງຄຸນນະພາບຊີວິດ ຄວາມໝັ້ນຄົງທາງເສດຖະກິດ ແລະ ວິທີທີ່ໂລກຈະຄ້າຂາຍກັບເຮົາໃນອະນາຄົດ.

Screenshot unctad.org-topic-least-developed-countries
ໜ້າເວັບໄຊອົງການສະຫະປະຊາຊາດສະແດງເກນແລະໂຕຊີ້ວັດການອອກຈາກສະຖານະປະເທດດ້ອຍພັດທະນາ UN LDC criteria (AI gen for surrounding)

ອີງຕາມຂໍ້ມູນຈາກ ຄະນະກຳມະການນະໂຍບາຍການພັດທະນາ ແຫ່ງອົງການສະຫະປະຊາຊາດ (UN Committee for Development Policy ຫຼື CDP) ທຸກໆ 3 ປີ ຄະນະກຳມະການນະໂຍບາຍການພັດທະນາ ແຫ່ງອົງການສະຫະປະຊາຊາດ (UN CDP) ຈະທົບທວນລາຍຊື່ປະເທດໃນກຸ່ມ LDC ເຊິ່ງແນ່ນອນວ່າ ການຕັດສິນບໍ່ໄດ້ເບິ່ງເອົາຕາມຄວາມຮູ້ສຶກ ຫຼື ເບິ່ງສະພາບຕຶກສູງໃນນະຄອນຫຼວງ ແຕ່ໃຊ້ 3 ໂຕຊີ້ວັດຫຼັກ ເປັນເກນວັດແທກຢ່າງເຂັ້ມງວດ, ແຕ່ຈະລອງໃຊ້ຄຳສັບງ່າຍໆ ເບິ່ງເດີ ເພື່ອໃຫ້ເຂົ້າໃຈງ່າຍນຳກັນ.

1. ເຮົາມີເງິນພໍບໍ່? ຜ່ານລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI per capita)

ດ່ານທຳອິດຄືການເບິ່ງກຳລັງການຜະລິດ ແລະ ລາຍໄດ້ສະເລ່ຍຂອງປະຊາກອນ ໂດຍຄິດໄລ່ຈາກລາຍໄດ້ລວມແຫ່ງຊາດຫານໃຫ້ຈຳນວນພົນລະເມືອງ. ໃນຮອບການປະເມີນປີ 2024 ເກນມາດຕະຖານຖືກກຳນົດໄວ້ທີ່ 1,306 ໂດລາສະຫະລັດຂຶ້ນໄປ ຕໍ່ຄົນຕໍ່ປີ ເພື່ອຢືນຢັນວ່າເສດຖະກິດພາຍໃນມີຂະໜາດ ແລະ ກຳລັງການສ້າງລາຍໄດ້ພຽງພໍໃນລະດັບພື້ນຖານ ແຮງສູງແຮງດີ.

2. ຄຸນນະພາບຊີວິດເດເປັນແນວໃດ? ຜ່ານດັດຊະນີຊັບສິນມະນຸດ (Human Assets Index ຫຼື HAI)

ຈະມີແຕ່ເງິນຢ່າງດຽວກໍບໍໄດ້ ຕົວເລກລາຍໄດ້ພຽງຍັງບໍ່ສະທ້ອນຄວາມໝັ້ນຄົງໄລຍະຍາວ ຈຶ່ງຕ້ອງວັດແທກຄຸນນະພາບຊັບພະຍາກອນມະນຸດຄວບຄູ່ກັນໄປ. ດັດຊະນີ HAI ປະເມີນຈາກ 2 ດ້ານຫຼັກຄື ສຸຂະພາບ ແລະ ການສຶກສາ ໂດຍເບິ່ງຕັ້ງແຕ່ອັດຕາການລອດຊີວິດຂອງເດັກອາຍຸຕ່ຳກວ່າ 5 ປີ ອັດຕາການຕາຍຂອງແມ່ ພາວະຂາດສານອາຫານ ໄປຈົນເຖິງອັດຕາການເຂົ້າຮຽນຊັ້ນມັດທະຍົມ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່. ປະເທດທີ່ຈະຜ່ານເກນນີ້ຕ້ອງເຮັດຄະແນນໃຫ້ໄດ້ 66 ຄະແນນຂຶ້ນໄປ ແຮງສູງແຮງດີ.

3. ເຮົາຈະໄຫວບໍ່ຖ້າມີວິກິດພາຍນອກ? ຜ່ານດັດຊະນີຄວາມບອບບາງທາງເສດຖະກິດ ແລະ ສິ່ງແວດລ້ອມ (EVI)

ໂຕຊີ້ວັດສຸດທ້າຍວັດແທກຄວາມສ່ຽງເມື່ອປະເທດຕ້ອງປະເຊີນກັບວິກິດພາຍນອກ ທັງຄວາມຜັນຜວນຂອງຕະຫຼາດໂລກ ແລະ ໄພພິບັດທຳມະຊາດ. ເກນການຄິດໄລ່ຈະພິຈາລະນາໂຄງສ້າງການສົ່ງອອກວ່າ ຫຼາກຫຼາຍບໍ່ ຕ້ອງເພິ່ງພາສິນຄ້າບໍ່ເທົ່າໃດປະເພດຫຼືບໍ່ ມີຄວາມຫ່າງໄກຈາກທະເລປານໃດ (ໃນແງ່ການເຂົ້າເຖິງການຄ້າຂາຍກັບສາກົນ) ແລະ ຜົນກະທົບຈາກໄພທຳມະຊາດທີ່ຜ່ານມາ. ຄະແນນ EVI ຕ້ອງຢູ່ທີ່ 32 ຄະແນນ ຫຼື ຕ່ຳກວ່ານັ້ນ (ແຮງຕ່ຳແຮງດີ ແປວ່າ ສ່ຽງຕ່ຳ) ເຊິ່ງສະແດງເຖິງໂຄງສ້າງເສດຖະກິດທີ່ມີຄວາມຢືດຢຸ່ນ ແລະ ກະຈາຍຄວາມສ່ຽງໄດ້ດີ.

ຜ່ານ 2 ໃນ 3 ຕິດຕໍ່ກັນ 2 ຮອບ ຈຶ່ງຈະໄດ້ຮັບການຮັບຮອງ

ການຫຼຸດພົ້ນຈາກສະຖານະ LDC ຕ້ອງຜ່ານເກນ ຢ່າງໜ້ອຍ 2 ໃນ 3 ໂຕຊີ້ວັດ ໃນການປະເມີນທຸກໆ 3 ປີ ຕິດຕໍ່ກັນ 2 ຄັ້ງ (ຫຼື ມີລາຍໄດ້ຕໍ່ຫົວຄົນສູງກວ່າເກນເຖິງ 2 ເທົ່າ ຄື 2,612 ໂດລາສະຫະລັດຂຶ້ນໄປ) ຈຶ່ງຈະໄດ້ຮັບມະຕິຮັບຮອງຈາກສະມັດຊາໃຫຍ່ສະຫະປະຊາຊາດ ແລະ ເຂົ້າສູ່ໄລຍະຂ້າມຜ່ານເພື່ອກຽມຄວາມພ້ອມ.

  • ເມື່ອກ້າວອອກຈາກກຸ່ມ LDC ຢ່າງເປັນທາງການ ສິດທິພິເສດທາງການຄ້າບາງຢ່າງ ເຊັ່ນ
  • ການຍົກເວັ້ນພາສີນຳເຂົ້າໃນຕະຫຼາດໃຫຍ່
  • ເງິນກູ້ດອກເບ້ຍຕ່ຳພິເສດ ແລະ ທຶນຊ່ວຍເຫຼືອລ້າ

ຈະຄ່ອຍໆຫຼຸດລົງຕາມໄລຍະເວລາທີ່ກຳນົດ.

ການຜ່ານ 3 ໂຕຊີ້ວັດນີ້ ຈຶ່ງເປັນທັງເຄື່ອງຢືນຢັນພັດທະນາການຂອງປະເທດ ແລະ ເປັນຈຸດເລີ່ມຕົ້ນຂອງການປັບໂຕເພື່ອແຂ່ງຂັນໃນຕະຫຼາດໂລກດ້ວຍກົນໄກການຄ້າແບບປົກກະຕິ.

ຫຼັງຈາກອອກຈາກຄວາມດ້ອຍພັດທະນາ ແລ້ວຈັ່ງໃດຕໍ່?

ເມື່ອຜ່ານເກນ LDC ແລ້ວ ທາງ UN ຈະບໍ່ມີຂັ້ນໄດປະເມີນຂັ້ນຕໍ່ໄປ (ປະເທດຈະຖືກຈັດຢູ່ໃນກຸ່ມ “ປະເທດກຳລັງພັດທະນາ” ທົ່ວໄປ). ດັ່ງນັ້ນ ເປົ້າໝາຍໃຫຍ່ລະດັບສາກົນຕໍ່ຈາກນີ້ ຈຶ່ງປ່ຽນໄປໃຊ້ເກນຂອງ ທະນາຄານໂລກ (World Bank) ເປັນຫຼັກ ໂດຍວັດແທກຈາກລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI per capita ຄິດໄລ່ດ້ວຍວິທີ Atlas Method) ຄວບຄູ່ກັບດັດຊະນີດ້ານຄຸນນະພາບຄົນ ແລະ ຜະລິດຕະພາບ ເພື່ອກ້າວຂ້າມ “ກັບດັກລາຍໄດ້ປານກາງ” (Middle-Income Trap) ເຊິ່ງທ້າທາຍສູງ ແຕ່ກໍມີຫຼາຍປະເທດເຮັດໄດ້.

ຊ່ວຍກັນກ້າວຂ້າມກັບດັກລາຍໄດ້ປານກາງ

ເກນໃນການກ້າວໄປສູ່ໄລຍະຕໍ່ໄປຈະມີການປັບປຸງໃໝ່ໃນທຸກໆ ປີເຊັ່ນ:

  • ກຸ່ມປະເທດລາຍໄດ້ປານກາງລະດັບສູງ (Upper-Middle Income): ຕ້ອງຍົກລະດັບລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI per capita) ໃຫ້ຢູ່ລະຫວ່າງ 4,516-14,005 ໂດລາສະຫະລັດ ຕໍ່ປີ ເຊິ່ງສູງກວ່າເກນອອກຈາກ LDC ເກືອບ 3.5 ເທົ່າ.
  • ກຸ່ມປະເທດລາຍໄດ້ສູງ (High Income): ຕ້ອງມີລາຍໄດ້ຕໍ່ຫົວຄົນ ຫຼາຍກວ່າ 14,005 ໂດລາສະຫະລັດ ຂຶ້ນໄປ ເຊິ່ງເປັນລະດັບທີ່ສະທ້ອນວ່າປະເທດສາມາດກ້າວຂ້າມ “ກັບດັກລາຍໄດ້ປານກາງ” (Middle-Income Trap) ໄດ້ສຳເລັດ.

ນອກຈາກໂຕເລກລາຍໄດ້ແລ້ວ ຍັງຕ້ອງວັດແທກຄຸນນະພາບໂຄງສ້າງເສດຖະກິດຜ່ານ ດັດຊະນີການພັດທະນາມະນຸດ (HDI) ຂອງ UNDP, ດັດຊະນີທຶນມະນຸດ (Human Capital Index) ແລະ ຜະລິດຕະພາບແຮງງານ. ເພາະການຈະຍົກລະດັບລາຍໄດ້ໃຫ້ທະລຸຫຼັກໝື່ນໂດລາໄດ້ນັ້ນ ປະເທດຈຳເປັນຕ້ອງປ່ຽນຜ່ານຈາກເສດຖະກິດທີ່ເພິ່ງພາຊັບພະຍາກອນທຳມະຊາດ ແລະ ແຮງງານລາຄາຖືກ ໄປສູ່ອຸດສາຫະກຳ ບໍລິການ ແລະ ນະວັດຕະກຳທີ່ສ້າງມູນຄ່າເພີ່ມສູງຂຶ້ນ.

ໂຕເລກຄ່າສະເລ່ຍ ກັບ ຄວາມຈິງໃນຊີວິດປະຈຳວັນ

ສຳລັບຄົນຫຼາຍຄົນທີ່ອາດຈະຍັງຮູ້ສຶກວ່າ ຊີວິດປະຈຳວັນກໍຍັງລຳບາກຄືເກົ່າ ແລະ ການຮັບຮູ້ໂຕເລກພວກເຫຼົ່ານີ້ບໍ່ໄດ້ຊ່ວຍໃຫ້ເຮົາຫາເງິນໄດ້ຫຼາຍຂຶ້ນພໍເທົ່າໃດ ຄວາມຮູ້ສຶກເຫຼົ່ານັ້ນເປັນເລື່ອງທີ່ເຂົ້າໃຈໄດ້. ແຕ່ການເຂົ້າໃຈກະຕິກາເຫຼົ່ານີ້ ຢ່າງໜ້ອຍກໍຊ່ວຍໃຫ້ເຮົາເຫັນພາບລວມວ່າ ປະເທດກຳລັງຈະປ່ຽນຜ່ານໄປໃນທິດທາງໃດ ການແຂ່ງຂັນໃນຕະຫຼາດແຮງງານ ແລະ ທຸລະກິດຂະໜາດນ້ອຍຈະປັບປ່ຽນໄປແນວໃດ ເພື່ອໃຫ້ເຮົາກຽມໂຕຮັບມືໄດ້ທັນ.

ເພາະໃນຄວາມເປັນຈິງ ການຂັບເຄື່ອນເສດຖະກິດຂອງປະເທດລ້ວນມາຈາກຄວາມອົດທົນ ສູ້ຊົນຂອງຄົນທຳມະດາທີ່ຍັງທຳມາຫາກິນ ພັດທະນາທັກສະ ແລະ ປະຄັບປະຄອງຊີວິດຜ່ານຊ່ວງເວລາທີ່ທ້າທາຍໃນແຕ່ລະມື້ ເຊິ່ງທຸກຄົນລ້ວນສົມຄວນໄດ້ເຫັນຜົນລັບທີ່ຕອບແທນກັບມາ ທີ່ເປັນຊີວິດການເປັນຢູ່ທີ່ດີຂຶ້ນແບບທີ່ພວກເຮົາຈັບຕ້ອງໄດ້.

ສິ່ງສຳຄັນທີ່ຕ້ອງເບິ່ງຕື່ມໃຫ້ເລິກກວ່າໂຕເລກທີ່ເຮົາເວົ້າມາຄື ດັດຊະນີເກືອບທັງໝົດນີ້ຄິດໄລ່ຈາກ “ຄ່າສະເລ່ຍ” ຂອງທັງປະເທດ. ຄ່າສະເລ່ຍສາມາດເພີ່ມຂຶ້ນໄດ້ຫາກມີການລົງທຶນຂະໜາດໃຫຍ່ ຫຼື ມີຄົນກຸ່ມໜຶ່ງທີ່ມີລາຍໄດ້ສູງຫຼາຍ ໂດຍທີ່ລາຍໄດ້ ແລະ ຊີວິດການເປັນຢູ່ຂອງຄົນສ່ວນໃຫຍ່ອາດຈະຍັງບໍ່ທັນໄດ້ເຕີບໂຕໄປຕາມຄ່າສະເລ່ຍໄດ້ທັນ.

ເລື່ອງຄວາມຫຼຸດໂຕນກັນ (ເຫຼື່ອມລ້ຳ) ເລື່ອງຄ່າຄອງຊີບ ໂອກາດໃນການເຂົ້າເຖິງແຫຼ່ງທຶນ ແລະ ຄຸນນະພາບຂອງລະບົບການສຶກສາ ແລະ ສາທາລະນູປະໂພກຕ່າງໆ ຈຶ່ງຍັງເປັນໂຈດໃຫຍ່ທີ່ຕ້ອງແກ້ໄຂຄວບຄູ່ກັນໄປ ເພື່ອໃຫ້ການເຕີບໂຕທາງເສດຖະກິດກະຈາຍໄປເຖິງຄົນທຸກກຸ່ມຢ່າງທົ່ວເຖິງ.

ແຫຼ່ງທີ່ມາ

  • United Nations Department of Economic and Social Affairs (UN DESA): Handbook on the Least Developed Country Category: Inclusion, Graduation and Special Support Measures (ຄູ່ມືຫຼັກເກນການຈັດກຸ່ມ ແລະ ການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ).
  • UN Committee for Development Policy (CDP): LDC Identification Criteria & Indicators (2024 Triennial Review), ຂໍ້ມູນເກນຕັດສິນ GNI per capita, HAI ແລະ EVI.
  • United Nations General Assembly: Resolution A/RES/76/8 (ມະຕິຮັບຮອງການກຽມຄວາມພ້ອມອອກຈາກສະຖານະ LDC ຂອງ ສປປ ລາວ).

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.