ເຈັບກວ່າການຈາກລາ ຄືການທີ່ຮູ້ວ່າ ເຮົາເອງທີ່ເປັນຄົນເຮັດໃຫ້ຄວາມສຳພັນນີ້ພັງ… ຖ້າໃຜກຳລັງຢູ່ໃນອາລົມອົກຫັກ ຫຼື ເຫງົາແບບນີ້, ຢາກໃຫ້ລອງໄປຟັງ ເພງ ຂໍຄືນ ຂອງ DEKSAVAN ft JUSTJAMES ເພງນີ້ມັນຄືຕົວແທນຂອງຄົນທີ່ກຳລັງຈົມຢູ່ກັບຄວາມຊົງຈຳເກົ່າໆ ເລົ່າເຖິງຄວາມໂດດດ່ຽວຫຼັງຈາກຄວາມສຳພັນໄດ້ຈົບລົງ.
ສິ່ງທີ່ເຮັດໃຫ້ເພງນີ້ມັນກິນໃຈຫຼາຍ ກໍຄືຄວາມຮູ້ສຶກເສຍໃຈ ແລະ ຜິດຫວັງກັບໂຕເອງ. ໃນເວລານັ້ນ, ມັນເຮັດໄດ້ແຕ່ຄິດຮອດສິ່ງທີ່ເຄີຍເຮັດຜິດພາດໃນອະດີດ ແລະ ຢາກຍ້ອນເວລາກັບໄປແກ້ໄຂໃຫ້ມັນດີກວ່າເກົ່າ.
ສຸດທ້າຍກໍເຮັດໄດ້ພຽງແຕ່ວິງວອນຂໍພອນຈາກດວງດາວ ແລະ ທ້ອງຟ້າ, ເຝົ້າຄອຍປາຕິຫານຫວັງໃຫ້ເຂົາຫວນກັບມາດູແລກັນອີກຄັ້ງ ທັງໆທີ່ໃນໃຈກໍຮູ້ດີວ່າ ການພົບ ແລະ ການຈາກລາ ມັນເປັນເລື່ອງທຳມະດາຂອງຊີວິດ.
ເພງ ຂໍຄືນ ມັນຄືສິ່ງທີ່ສະທ້ອນການກະທຳໃນອະດີດທີ່ເຄີຍເຮັດ ແລະ ບໍ່ດູແລໃຈກັນ ຈົນເຂົາຫາຍໄປ ຈຶ່ງເຂົ້າໃຈເຖິງຄວາມຮູ້ສຶກຄິດຮອດທີ່ບໍ່ມີວັນສິ້ນສຸດ ແລະ ຄວາມເຈັບປວດທີ່ຫາກໍມາຮູ້ໂຕໃນວັນທີ່ສາຍເກີນໄປ.
ແຕ່ຖ້າຟັງແລ້ວ, ມ່ວນຊວນຟັງ ຢາກໃຫ້ທຸກຄົນຢ່າລືມຮັກສາໃຈໂຕເອງແດ່ເດີ. ໃນເມື່ອເຂົາກ້າວເດີນຕໍ່ໄປແລ້ວ, ເຮົາເອງກໍຄວນໃຫ້ອະໄພໂຕເອງ, ຍອມຮັບຄວາມຈິງ ແລ້ວເກັບຄວາມຜິດພາດນັ້ນມາເປັນບົດຮຽນເພື່ອຍ່າງຕໍ່ໄປທາງໜ້າຄືກັນ.