ເມື່ອເພງຝຣັ່ງມາພົບກັບສຽງແຄນລາວ ຈະມ່ວນແລະແປກໃໝ່ຂະໜາດໃດ?
ເພງຝຣັ່ງທີ່ເຕັມໄປດ້ວຍມົນສະເໜ່ໄດ້ຖືກນຳມາບັນເລງໃໝ່ດ້ວຍສຽງແຄນ ແລະ ດົນຕີລາວ ຈາກທຳນອງທີ່ຄຸ້ນເຄີຍ ມັນຈະກາຍເປັນບົດເພງທີ່ໃຫ້ອາລົມ ແລະ ສີສັນທີ່ແປກໃໝ່ຫຼາຍເລີຍທຸກຄົນ.
ນີ້ຄືສິ່ງທີ່ໜ້າສົນໃຈຂອງ Et si Brel était une femme? ໂຄງການດົນຕີທີ່ນຳເພງຂອງ Jacques Brel ນັກຮ້ອງ-ນັກແຕ່ງເພງຊື່ດັງຊາວເບລຢຽມ ມາຮຽບຮຽງໃໝ່ຜ່ານສຽງດົນຕີຂອງແຕ່ລະປະເທດ ໂດຍ Iris Munos ນັກຮ້ອງ ແລະ ຜູ້ອຳນວຍການສ້າງສັນຂອງໂຄງການ ທີ່ເລີ່ມຕົ້ນມາຕັ້ງແຕ່ປີ 2016.
ສຳລັບຄັ້ງນີ້ ໂຄງການໄດ້ເດີນທາງມາຮອດລາວ ພ້ອມນຳເພງທີ່ຫຼາຍຄົນອາດຄຸ້ນຫູເຊັ່ນ Vesoul ແລະ Jojo ມາຕີຄວາມໃໝ່ ໂດຍປະສົມປະສານກັບສຽງແຄນ ແລະ ສີສັນດົນຕີລາວ.
ຄັ້ງນີ້ Iris Munos ຈະຮ່ວມການສະແດງກັບ Aluna Thavonsouk ນັກຮ້ອງປັອບລາວ ພ້ອມທີມນັກດົນຕີລາວ ເພື່ອສ້າງສຽງດົນຕີທີ່ລວມເອົາສອງວັດທະນະທຳເຂົ້າດ້ວຍກັນ.
ທີມນັກດົນຕີປະກອບມີ Vangthanousone Bouaphanh ນັກກີຕາ ແລະ ຜູ້ກໍ່ຕັ້ງວົງ Lao Jazzanova ຜູ້ມີປະສົບການດ້ານດົນຕີຫຼາຍກວ່າ 13 ປີ, Anonh Phothisan ນັກຕີກອງ ແລະ ສະມາຊິກວົງ Lao Jazzanova ແລະ Hongta Keomanysouk ນັກດົນຕີຈາກຄະນະສິລະປະແຫ່ງຊາດລາວ ຜູ້ຊຳນານການບັນເລງແຄນ ແລະ ຄ້ອງວົງ ເຊິ່ງເຄີຍນຳດົນຕີລາວໄປຮ່ວມງານແລກປ່ຽນວັດທະນະທຳທັງໃນອາຊີ ແລະ ເອີຣົບ.
ຖ້າທຸກຄົນມັກດົນຕີ ແລະ ຢາກລອງຟັງເພງເກົ່າໃນມຸມມອງໃໝ່ ນີ້ຈະເປັນອີກໜຶ່ງຄ່ຳຄືນທີ່ບໍ່ຄວນພາດເລີຍ.
ລາຍລະອຽດກ່ຽວກັບງານ
- ເຂົ້າຟຣີ
- ເບິ່ງຂໍ້ມູນກິດຈະກຳ: festivalfrancelaos.com
- ວັນງານ: 13 ພະຈິກ 2026, 18:00-19:30 ໂມງ
- ສະຖານທີ່: Institut français du Laos (ສະຖາບັນຝຣັ່ງ), ນະຄອນຫຼວງວຽງຈັນ.
