LPOP ຊິລຸກເປັນໄຟ ໃຜມັກແນວ Survival ຕ້ອງເບິ່ງ BOY TO SHINE ລາຍການຄົ້ນຫາສິລະປິນລາວກຸ່ມໃໝ່

Key Takeaways:
- ລາຍການ "BOY TO SHINE" ເປັນລາຍການ Survival Reality ທໍາອິດທີ່ກຳລັງຈະສ້າງສິ່ງໃໝ່ໆ ໂດຍການຄົ້ນຫາຊາຍໜຸ່ມທີ່ມີສະເໜ່ ແລະ ຄວາມສາມາດຮອບດ້ານ ເພື່ອມາຟອມທີມເປັນສິລະປິນຊາຍກຸ່ມໃໝ່.
- ການເດີນທາງຈາກເດັກຝຶກສູ່ສິລະປິນກຸ່ມໃໝ່ໃນລາວ ຈະເຕັມໄປດ້ວຍຄວາມກົດດັນ ແລະ ບໍ່ມີຫຍັງໄດ້ມາງ່າຍໆ.
- ເດັກຝຶກ 20 ຄົນ ທີ່ມີຫຼາກຫຼາຍທັກສະພື້ນຖານ ຈະຕ້ອງມາຢູ່ຮ່ວມກັນ, ຜ່ານການຝຶກຊ້ອມຢ່າງເຂັ້ມງວດ ແລະ ພົບກັບ Missions ວັດຄວາມສາມາດສຸດທ້າທາຍໃນແຕ່ລະຕອນ.
- ຜູ້ຊົມຈະຮູ້ສຶກເໝືອນໄດ້ສູ້ໄປພ້ອມກັບເດັກຝຶກ, ໄດ້ເຫັນຮອຍຍິ້ມ, ນ້ຳຕາ, ຄວາມມຸ່ງໝັ້ນ ແລະ ຈະອິນໄປກັບລາຍການ.
- ສາມາດຕິດຕາມຄວາມເຄື່ອນໄຫວຂອງເດັກຝຶກໄດ້ທີ່ເພຈ "BOY to SHINE", "A-List Talent Agency" ຫຼື ຍູທູບ "Alist Laos".
ຖ້າເຈົ້າເປັນຄົນໜຶ່ງທີ່ມັກຄວາມຕື່ນເຕັ້ນ, ມັກລຸ້ນ ແລະ ມັກເຫັນການເຕີບໂຕຂອງຄົນທີ່ມີຄວາມຝັນ ບອກເລີຍວ່າຊົ່ວໂມງນີ້ຕ້ອງຮີບເບິ່ງລາຍການ BOY TO SHINE ເລີຍ ເພາະຕອນທີໜຶ່ງໄດ້ປ່ອຍອອກມາແລ້ວ ຖ້າບໍ່ເບິ່ງດຽວລົມກັບໝູ່ບໍ່ຮູ້ເລື່ອງໃດ.
BOY TO SHINE ຄືລາຍການ Survival Reality ທຳອິດຂອງລາວ ທີ່ກຳລັງຈະສ້າງສິ່ງໃໝ່ໆທີ່ທ້າທາຍໃຫ້ກັບ LPOP ດ້ວຍການຄົ້ນຫາຊາຍໜຸ່ມທີ່ມີສະເໜ່ ແລະ ມີຄວາມສາມາດຮອບດ້ານ ບໍ່ວ່າຈະເປັນການຮ້ອງ, ການເຕັ້ນ ຫຼື ການສະແດງເທິງເວທີ ເພື່ອມາຟອມທີມເປັນສິລະປິນຊາຍກຸ່ມໃໝ່ທີ່ຈະໄປສ່ອງແສງໃນອະນາຄົດ.
ບອກເລີຍວ່າການເດີນທາງຈາກເດັກຝຶກທຳມະດາສູ່ສິລະປິນກຸ່ມໃໝ່ໃນລາວ ເຊິ່ງການແຂ່ງຂັນນີ້ມັນໄດ້ເຕັມໄປດ້ວຍຄວາມກົດດັນ ແລະ ບໍ່ມີຫຍັງທີ່ຈະໄດ້ມາງ່າຍໆເລີຍ. ນອກຈາກນີ້, ເຮົາຈະໄດ້ເຫັນເດັກຝຶກ 20 ຄົນ ທີ່ມີຫຼາກຫຼາຍທັກສະພື້ນຖານຕ້ອງມາຢູ່ນຳກັນ, ຜ່ານການຝຶກຊ້ອມຢ່າງເຂັ້ມງວດ ແລະ ຕ້ອງພົບກັບ Missions ວັດຄວາມສາມາດສຸດທ້າທາຍໃນແຕ່ລະຕອນໃນລາຍການ.
ຖ້າທຸກຄົນໄດ້ເບິ່ງແລ້ວ ຈະຮູ້ສຶກເໝືອນໄດ້ສູ້ໄປພ້ອມພວກເຂົາເລີຍ ແລະ ຈະໄດ້ເຫັນທັງຮອຍຍິ້ມ, ນ້ຳຕາຄວາມມຸ່ງໝັ້ນ, ທີ່ຮັບຮອງວ່າເບິ່ງແລ້ວຈະຕ້ອງອິນ ແລະ ຢາກເອົາໃຈຊ່ວຍພວກເຂົາແບບບໍ່ຮູ້ໂຕກັນເລີຍ.
ມາຮ່ວມລຸ້ນ, ຮ່ວມເຊຍ ແລະ ສົ່ງກຳລັງໃຈໃຫ້ຄວາມຝັນຂອງເດັກຝຶກທັງ 20 ຄົນໄປນຳກັນ. ມ່ວນຊວນເບິ່ງ ຂໍບອກເລີຍວ່າທຸກໆຕອນຈະມີເລື່ອງໃຫ້ເຊີໄພຣສ໌ຕະຫຼອດ, ທຸກຄົນຕ້ອງໄປເບິ່ງ ແລະ ເລືອກປັກເມນໄວ້ຖ້າເລີຍເດີ.
- ຕິດຕາມຄວາມເຄື່ອນໄຫວຂອງເດັກຝຶກທັງ 20 ຄົນໄດ້ທີ່ເພຈ BOY to SHINE
- ຕິດຕາມເບິ່ງໄດ້ທີ່ເພຈ A-List Talent Agency ຫຼື ຍູທູບ Alist Laos