ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢາກມີແຟນແຕ່ຄ້ານພິມ… ເປັນຄົນ “ແຊັດແຫ້ງ” ແບບນີ້ ຕ້ອງເຮັດແນວໃດຈຶ່ງຈະມີແຟນ?
Muan RelationTips

ຢາກມີແຟນແຕ່ຄ້ານພິມ… ເປັນຄົນ “ແຊັດແຫ້ງ” ແບບນີ້ ຕ້ອງເຮັດແນວໃດຈຶ່ງຈະມີແຟນ?

ຄ້ານຕອບຂໍ້ຄວາມ ແຕ່ຢາກມີແຟນ? ນີ້ແມ່ນວິທີແກ້ dry texting ດ້ວຍຄວາມໃສ່ໃຈ ແລະການລົມທີ່ສ້າງຄວາມເຊື່ອມໂຍງ ສຳລັບຄົນທີ່ຢາກສ້າງຄວາມສຳພັນກັບຄົນອື່ນ.

ແບ່ງປັນ

ເຄີຍເປັນບໍ່? ຢາກມີແຟນ, ຢາກມີຄົນລົມນຳໃຈຈະຂາດ ແຕ່ພໍມີຄົນທັກມາແລ້ວຊໍ້າພັດຄ້ານຕອບ, ຕອບແບບສັ້ນໆບໍ່ໃສ່ໃຈ ຫຼື ຮ້າຍສຸດແມ່ນ ຄ້ານຕໍ່ບົດສົນທະນາ. ບາງເທື່ອກໍເຖິງຂັ້ນບໍ່ຮູ້ວ່າຊິລົມຫຍັງກັບເຂົາດີ. ພາວະນີ້ເຮົາເອີ້ນກັນວ່າ Dry Texting ຫຼື ແປແບບບ້ານໆເຮົາກໍຄື “ແຊັດແຫ້ງ” ນັ້ນເອງ.

ສາເຫດມັນມາຈາກໃສ? ຄວາມຈິງແລ້ວພາວະນີ້ເຮົາສາມາດເປັນກັນໄດ້ທຸກຄົນ. ເຫດຜົນກໍຄື ທຸກມື້ນີ້ ໂລກອອນລາຍເຮັດໃຫ້ເຮົາເບື່ອໜ່າຍ ແລະຊິນຊາ ເພາະພື້ນທີ່ການລົມກັນຂອງເຮົາຖືກຮຸກຮານດ້ວຍເລື່ອງວຽກ, ເນື້ອຫາລົບໆ, ການຜິດຖຽງກັນຂອງຄົນທີ່ເຮົາບໍ່ໄດ້ຮູ້ຈັກ ຫຼື ບາງເທື່ອກໍຍ້ອນເຮົາຕ້ອງໄປໂຟກັສກັບວຽກ ຫຼື ການຮຽນຈົນບໍ່ມີເວລາລົມກັບໃຜ. ອີກຢ່າງໜຶ່ງ, ທັກສະການລົມແບບຫຼິ້ນໆ ຫຼື small talk ຂອງເຮົາກໍເລີ່ມຈາງຫາຍໄປ ເຮັດໃຫ້ເຮົາກາຍເປັນຄົນລົມບໍ່ເກັ່ງ.

ສະນັ້ນ, ບັນຫາໂລກແຕກຂອງຄົນຢາກມີແຟນແຕ່ຄ້ານແຊັດ ຈຶ່ງຄືກັບງູກິນຫາງທີ່ຫາທາງອອກຍາກ. ເພາະເຮົາເອງກໍເຜີເຮັດແບບນັ້ນຈົນກາຍເປັນນິໄສ, ຕອບແບບສົ່ງໆ ບໍ່ໃສ່ໃຈ ຈົນບາງເທື່ອກໍລືມໄປວ່າເຮົາເອງກະເປັນຄົນທີ່ຢາກມີໃຜຈັກຄົນຄືກັນ.

ແລ້ວເຮົາຕ້ອງປັບແນວໃດດີຈຶ່ງຈະຫຼີກໜີຈາກພາວະ Dry Texting ນີ້ໄດ້?

ຖ້າຢາກມີໃຜຈັກຄົນໃນຊີວິດ, ບໍ່ຢາກເຫງົາ ວິທີການງ່າຍໆເລີຍກໍຄື ຕ້ອງເລີ່ມຕົ້ນທີ່ “ການຕັ້ງໃຈລົມ” ທີ່ບໍ່ແມ່ນພຽງແຕ່ການສົ່ງຂໍ້ຄວາມຕອບແບບສົ່ງໆໄປຊື່ໆ.

  • ໃສ່ໃຈໃຫ້ຫຼາຍຂຶ້ນ: ຖ້າເຮົາສົນໃຈໃຜ, ລອງພິມໃຫ້ຫຼາຍຂຶ້ນ, ຫາຫົວຂໍ້ລົມທີ່ເຂົາສົນໃຈ ຫຼື ຫາຫົວຂໍ້ທີ່ລົມກັນໄດ້ທັງສອງຝ່າຍ. ວາງເວລາໃນການລົມກັນໄວ້ (ເທົ່າທີ່ຈະມີເວລາ) ເຖິງວ່າຈະຮູ້ສຶກເບື່ອກໍຕາມ ເພາະໂຕເອງຢາກມີແຟນເນາະ!
  • ສະແດງຄວາມເປັນຕົວເອງ: ລອງຄົ້ນຫາມຸມທີ່ເປັນຕົວເອງອອກມາ. ບໍ່ວ່າຈະເປັນເລື່ອງທີ່ມັກ, ຄວາມສົນໃຈ ຫຼືອາລົມຕະຫຼົກແບບຫຼິ້ນມຸກຕ່າງໆ ເພື່ອໃຫ້ອີກຝ່າຍຮູ້ສຶກມ່ວນທີ່ໄດ້ລົມນຳເຮົາ. ວິທີນີ້ຈະເຮັດໃຫ້ການແຊັດກັນກັບມາມ່ວນ ແລະ ຕື່ນເຕັ້ນຄືກັບຕອນທີ່ເຮົາແຊັດກັນໃໝ່ໆ.
  • ຖ້າພະຍາຍາມແຊັດແລ້ວແຕ່ບໍ່ໄປບໍ່ມາ ນີ້ເລີຍ 👉 ລອງໄປເຈິກັນ: ຖ້າສຸດທ້າຍແລ້ວແຊັດກັນແບບໃດກໍຍັງບໍ່ຄືບໜ້າ, ລອງນັດເຈິກັນເລີຍ. ການໄປເຈິກັນຊ່ວຍໃຫ້ເຮົາໄດ້ສຳຜັດຄວາມເປັນຄົນ ແລະ ຄວາມມີຕົວຕົນຂອງອີກຝ່າຍໄດ້ຊັດເຈນຂຶ້ນ. ຄັ້ງຕໍ່ໄປ ຫຼັງຈາກການໄປເຈິໜ້າກັນມາແລ້ວ, ເວລາເຮົາຈະຕອບແຊັດແບບສົ່ງໆໄປ, ເຮົາກໍຈະຄິດຂຶ້ນມາໄດ້ວ່າຄົນນີ້ລາວມີຄວາມຮູ້ສຶກຄືກັບເຮົາ, ເຮົາຄວນໃສ່ໃຈລາວໃຫ້ຫຼາຍຂຶ້ນ. ຫາສິ່ງທີ່ມັກຮ່ວມກັນ, ເຊັ່ນ: ໄປເບິ່ງໜັງ, ໄປຄອນເສີດ, ອອກກຳລັງກາຍ, ຫຼື ໄປຍ່າງສວນ ກໍສາມາດຊ່ວຍໄດ້ ເພື່ອໃຫ້ມີຫົວຂໍ້ໃນການລົມກັນເພີ່ມຂຶ້ນ.
ອ່ານຕື່ມ:  ກົດໃຈ Story ເຈົ້າຕະຫຼອດ ພໍສ່ອງກໍພົບວ່າ “ມີແຟນແລ້ວ” ຫຼື ເຈົ້າເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating?

ແຕ່ຖ້າເປັນເຮົາເອງທີ່ໄປເຈິຄົນທີ່ dry texting ໃສ່ເຮົາ ໃຫ້ລອງເບິ່ງໃນມຸມກັບກັນ ບໍ່ຟ້າວໃຈຮ້າຍໃຫ້ເຂົາ. ບາງເທື່ອເຂົາອາດຈະມີເຫດຜົນບາງຢ່າງຄືທີ່ວ່າວ່າ. ລອງຊວນເຂົາລົມໃຫ້ຫຼາຍຂຶ້ນ ອາດຊ່ວຍໃຫ້ໄປກັນຕໍ່ໄດ້. ພະຍາຍາມເປັນຝ່າຍເລີ່ມຕົ້ນກ່ອນ ຖ້າຢາກໃຫ້ຄວາມສຳພັນນັ້ນສືບຕໍ່.

ຢາກມີແຟນກໍຕ້ອງໄດ້ພະຍາຍາມແນ່ເດີ້, ສູ້ໆ!

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.