ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ.
Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ.
ແຕ່ດຽວກ່ອນ! ການເຮັດ Micro-mance ນີ້ ຖ້າພາດໄປໜ້ອຍດຽວກໍອາດຈະກາຍເປັນດາບສອງຄົມໄດ້ຄືກັນ. ຖ້າເຮົາໃສ່ໃຈຫຼາຍເກີນໄປ ຫຼື ເຮັດເລື້ອຍໆຈົນເບິ່ງບໍ່ເປັນທຳມະຊາດ ກໍອາດຈະເຮັດໃຫ້ເຂົາຮູ້ສຶກອຶດອັດ ແທນທີ່ຈະຮູ້ສຶກດີ. ກາຍເປັນວ່າເຂົາຈະເບິ່ງວ່າເຮົາພະຍາຍາມເກີນເຫດ. ຫຼື ບາງເທື່ອຖ້າເຮົາເລືອກການກະທຳທີ່ບໍ່ເຂົ້າກັບແບບຂອງເຂົາ ເຊັ່ນ: ເຂົາເປັນຄົນມັກຄວາມເປັນສ່ວນຕົວ ແຕ່ເຮົາຊໍ້າພັດໄປໂພສສິ່ງທີ່ຫວານຊື່ນລົງໂຊຊຽວໃຫ້ຄົນອື່ນເຫັນ, ເຂົາກໍອາດຈະຮູ້ສຶກກົດດັນແທນທີ່ຈະດີໃຈຊໍ້າ. ພ້ອມນັ້ນ, ບາງຄັ້ງ ຖ້າເຮົາຄາດຫວັງວ່າການເຮັດ Micro-mance ຈະຕ້ອງໄດ້ຜົນຕອບຮັບທັນທີ ເຊັ່ນ: ເຂົາຕ້ອງຂອບໃຈ ຫຼື ຕ້ອງຮູ້ສຶກດີກັບມາ, ພໍເຂົາບໍ່ສະແດງອອກຕາມທີ່ເຮົາຄິດ ເຮົາກໍອາດຈະຮູ້ສຶກເສຍໃຈເອງໄປເລີຍ.
ແລ້ວເຮົາຈະເຮັດ Micro-mance ແນວໃດໃຫ້ເຂົາຕົກຫຼຸມຮັກເຮົາແບບບໍ່ຕ້ອງພະຍາຍາມຫຼາຍ? ມາເບິ່ງທຣິກກັນເປັນຂໍ້ໆເລີຍ ອ່ານງ່າຍ ໃຊ້ໄດ້ແທ້!
- ສັງເກດເຂົາກ່ອນ: ເບິ່ງວ່າເຂົາເປັນຄົນແບບໃດ. ມັກຫຍັງ ຫຼື ບໍ່ມັກຫຍັງ ເຊັ່ນ: ຖ້າເຂົາມັກກາເຟ ລອງຊື້ກາເຟທີ່ເຂົາມັກມາໃຫ້ຕອນເຊົ້າ ແລ້ວເວົ້າເບົາໆວ່າ “ເຫັນແລ້ວນຶກເຖິງເຈົ້າ”. ເທົ່ານີ້ກໍຫວານແລ້ວ ບໍ່ຕ້ອງຫຼາຍໄປກວ່ານີ້.
- ຢ່າເລື້ອຍຈົນເກີນໄປ: ເກັບໄວ້ເປັນຊ່ວງເວລາພິເສດ ເຮັດພຽງແຕ່ 2-3 ຄັ້ງຕໍ່ອາທິດກໍພໍ. ຖ້າເຮັດທຸກມື້ເຂົາຈະຊິນ ແລ້ວຄວາມພິເສດກໍຈະຫາຍໄປ.
- ເລືອກຈັງຫວະໃຫ້ດີ: ເຊັ່ນ ຖ້າເຂົາເບິ່ງເມື່ອຍໆຈາກວຽກ ລອງຍື່ນນ້ຳເຢັນໃຫ້ພ້ອມຮອຍຍິ້ມ ຮັບຮອງວ່າເຂົາຈະຮູ້ສຶກດີແບບບໍ່ທັນກຽມໃຈ.
- ຢ່າຄາດຫວັງຜົນ: ເຮັດດ້ວຍໃຈຈິງ ບໍ່ຕ້ອງລໍຖ້າໃຫ້ເຂົາຕອບກັບທັນທີ ເພາະບາງທີເຂົາອາດຈະແອບດີໃຈແບບງຽບໆໂດຍທີ່ເຮົາບໍ່ຮູ້.
- ປັບໃຫ້ເຂົ້າກັບແບບຂອງເຂົາ: ຖ້າເຂົາເປັນຄົນຂີ້ອາຍ ອາດຈະພຽງສົ່ງຂໍ້ຄວາມສັ້ນໆ ແທນທີ່ຈະເຮັດຫຍັງໂດດເດັ່ນເກີນໄປ.
ຕົວຢ່າງ Micro-mance ທີ່ລອງເຮັດໄດ້ເລີຍ
ຖ້າຍັງຄິດບໍ່ອອກວ່າ Micro-mance ມີຫຍັງແດ່ ລອງເບິ່ງຕົວຢ່າງເຫຼົ່ານີ້ດູ ຮັບຮອງວ່າ ໜ້າຮັກຈົນລາວຕ້ອງໃຈສັ່ນ!
- ສົ່ງຂໍ້ຄວາມສັ້ນໆຕອນເຊົ້າ: ເຊັ່ນ “ມື້ນີ້ອາກາດເຢັນ ໃສ່ເສື້ອໜາໆແດ່ເດີ”.
- ຈື່ສິ່ງທີ່ເຂົາມັກ: ເຊັ່ນ ຊື້ຂອງເຂົ້າໜົມທີ່ລາວເຄີຍບອກວ່າແຊບມາໃຫ້ແບບບໍ່ບອກກ່ອນ.
- ໃຫ້ກຳລັງໃຈແບບນຽນໆ: ເຊັ່ນ ຕອນລາວເຮັດວຽກໜັກ ລອງແຕະບ່າເບົາໆ ແລ້ວບອກວ່າ “ເກັ່ງຫຼາຍເລີຍເຈົ້ານະ”
- ຊ່ວຍເຫຼືອເລັກໆນ້ອຍໆ: ເຊັ່ນ ເກັບເຄື່ອງທີ່ລາວເຮັດຕົກໂດຍບໍ່ຕ້ອງເວົ້າຫຍັງ.
- ສົ່ງສາຍຕາ ຫຼື ຮອຍຍິ້ມ: ເຊັ່ນ ຕອນລາວເວົ້າຫຍັງຕະຫຼົກ ລອງສົ່ງຍິ້ມໃຫ້ແບບຮູ້ກັນສອງຄົນ.
ລອງເອົາໄປໃຊ້ເບິ່ງເດີ ການກະທຳເລັກນ້ອຍແບບ Micro-mance ຖ້າເຮັດຖືກຈັງຫວະ ຖືກວິທີ ຮັບຮອງວ່າເຂົາຈະຕ້ອງໃຈສັ່ນໃຫ້ເຮົາແນ່ນອນ! ໄດ້ຜົນ ຫຼື ບໍ່ໄດ້ຜົນແນວໃດກໍລອງມາບອກກັນແດ່.