ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ແຜ່ນດິນໄຫວເປັນຕາຢ້ານ ແຕ່ຄວນຮັບມືຢ່າງມີສະຕິ ເພື່ອປົກປ້ອງທັງຮ່າງກາຍ ແລະ ຈິດໃຈ
Muan RelationTips

ແຜ່ນດິນໄຫວເປັນຕາຢ້ານ ແຕ່ຄວນຮັບມືຢ່າງມີສະຕິ ເພື່ອປົກປ້ອງທັງຮ່າງກາຍ ແລະ ຈິດໃຈ

ແບ່ງປັນ

ແຜ່ນດິນໄຫວເປັນໄພພິບັດທາງທຳມະຊາດທີ່ອາດເກີດຂຶ້ນໂດຍທີ່ເຮົາບໍ່ຄາດຄິດ ແລະ ນອກຈາກຈະສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊັບສິນແລ້ວ, ຍັງອາດກະທົບຕໍ່ສຸຂະພາບຈິດໃຈຂອງຜູ້ປະສົບໄພໄດ້ອີກ.

ຄວາມເຄັ່ງຕຶງ, ຄວາມຢ້ານກົວ ແລະ ຄວາມຮູ້ສຶກສູນເສຍອາດເກີດຂຶ້ນໄດ້ ທັງໃນລະຫວ່າງ ແລະ ຫຼັງເຫດການ.

ດັ່ງນັ້ນ, ການຮູ້ວິທີຮັບມືຢ່າງເໝາະສົມ ທັງໃນຂະນະທີ່ເກີດແຜ່ນດິນໄຫວ ແລະ ຫຼັງຈາກນັ້ນ, ຈະຊ່ວຍຫຼຸດຜົນກະທົບຕໍ່ຈິດໃຈ ແລະ ເຮັດໃຫ້ເຮົາກັບມາໃຊ້ຊີວິດໄດ້ຕາມປົກກະຕິໄວຂຶ້ນ.

ຕໍ່ໄປນີ້ແມ່ນສິ່ງທີ່ຄວນເຮັດເມື່ອເກີດແຜ່ນດິນໄຫວ

  • ຮັກສາຄວາມປອດໄພຂອງຮ່າງກາຍກ່ອນ
    – ຫາກຢູ່ພາຍໃນອາຄານ ໃຫ້ຟ້າວຫຼົບຢູ່ກ້ອງໂຕະ ຫຼື ເຟີນິເຈີທີ່ແຂງແຮງ. ໃຊ້ແຂນປົກປ້ອງຫົວ ແລະ ຄໍ ຕາມຫຼັກ “Drop, Cover, Hold On”
    – ຖ້າຢູ່ນອກອາຄານ ໃຫ້ເຄື່ອນທີ່ໄປຍັງບ່ອນໂລ່ງ. ຫຼີກລ່ຽງສິ່ງກໍ່ສ້າງ ຫຼື ສາຍໄຟທີ່ອາດຈະພັງລົງມາ.
    – ຫຼີກລ່ຽງການແລ່ນໜີຢ່າງຕື່ນຕົກໃຈ ເພາະອາດເພີ່ມຄວາມສ່ຽງຕໍ່ການໄດ້ຮັບບາດເຈັບ.
  • ຄວບຄຸມສະຕິ ແລະ ລົມຫາຍໃຈ
    – ຫາຍໃຈເຂົ້າເລິກໆ ແລະ ຊ້າໆ ເພື່ອຫຼຸດອາການຕື່ນຕົກໃຈ.
    – ບອກໂຕເອງວ່າ “ຂ້ອຍປອດໄພ ຂ້ອຍຈັດການໄດ້” ເພື່ອສ້າງຄວາມໝັ້ນໃຈ ແລະ ບໍ່ຢ້ານຈົນເກີນໄປ.
    – ໂຟກັສໄປທີ່ສິ່ງອ້ອມໂຕທີ່ເບິ່ງເຫັນ ຫຼື ໄດ້ຍິນ ເພື່ອ ດຶງສະຕິໂຕເອງ ກັບມາສູ່ຄວາມເປັນຈິງ.
  • ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່
    – ຖ້າມີການແຈ້ງເຕືອນ ຫຼື ຄຳສັ່ງອົບພະຍົບ, ໃຫ້ເຮັດຕາມຢ່າງວ່ອງໄວ ແລະ ສະຫງົບ ເພື່ອຫຼຸດຄວາມວຸ່ນວາຍ ແລະ ຄວາມເຄັ່ງຄຽດທີ່ອາດເກີດຈາກຄວາມບໍ່ແນ່ນອນ.

ການເບິ່ງແຍງສຸຂະພາບຈິດຫຼັງແຜ່ນດິນໄຫວ

  1. ຍອມຮັບຄວາມຮູ້ສຶກໂຕເອງ: ຄວາມຢ້ານ, ເສົ້າ ຫຼື ກັງວົນ ເປັນປະຕິກິລິຍາຕໍ່ເຫດການທີ່ຮຸນແຮງ ຢ່າກົດດັນຕົວເອງໃຫ້ “ເຂັ້ມແຂງ” ທັນທີ. ລົມກັບຄົນທີ່ໄວ້ໃຈໄດ້ ເຊັ່ນ: ໝູ່, ຄອບຄົວ ຫຼື ຜູ້ຊ່ຽວຊານ ເພື່ອລະບາຍຄວາມຮູ້ສຶກ.
  2. ສ້າງກິດຈະວັດປະຈຳວັນໃໝ່: ການກັບມາເຮັດສິ່ງທີ່ຄຸ້ນເຄີຍ ເຊັ່ນ: ກິນອາຫານໃຫ້ກົງເວລາ ຫຼື ອອກກຳລັງກາຍຢ່າງເປັນປົກກະຕິ ຈະຊ່ວຍໃຫ້ຮູ້ສຶກໝັ້ນຄົງ ແລະ ຄວບຄຸມຊີວິດໄດ້ຫຼາຍຂຶ້ນ. ນອກຈາກນັ້ນ, ຄວນຫຼີກລ່ຽງການເສບຂ່າວ ຫຼື ເບິ່ງພາບເຫດການຊໍ້າໄປຊໍ້າມາ ເພາະອາດຈະກະຕຸ້ນຄວາມເຄັ່ງຄຽດ.
  3. ເບິ່ງແຍງຮ່າງກາຍເພື່ອໃຫ້ຈິດໃຈເປັນສຸກ: ນອນໃຫ້ພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ເປັນປະໂຫຍດ. ຝຶກການຜ່ອນຄາຍ ເຊັ່ນ: ນັ່ງສະມາທິ ຫຼື ໂຢຄະ ເພື່ອຫຼຸດຄວາມເຄັ່ງຄຽດ ຫຼື ອາການກັງວົນໃຈ.
ອ່ານຕື່ມ:  ຕ້ອງມີເສັ້ນສາຍເທົ່ານັ້ນຫວາ ຈຶ່ງຈະໄດ້ເຂົ້າເຮັດວຽກ?

ການຮັບມືກັບແຜ່ນດິນໄຫວບໍ່ແມ່ນພຽງແຕ່ການປົກປ້ອງຮ່າງກາຍເທົ່ານັ້ນ, ແຕ່ຍັງລວມທັງການເບິ່ງແຍງຈິດໃຈໃຫ້ເຂັ້ມແຂງນຳ. ການກຽມໂຕລ່ວງໜ້າ, ຮູ້ວິທີປະຕິບັດເມື່ອເກີດເຫດ ແລະ ການຟື້ນຟູສະພາບຈິດໃຈຫຼັງເກີດເຫດ ຈະຊ່ວຍໃຫ້ເຮົາຜ່ານຊ່ວງເວລາທີ່ຍາກລຳບາກນີ້ໄປໄດ້.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.