ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄຽດເກັ່ງຕະຫຼອດ ເຝີກຕົວເອງແນວໃດບໍ່ໃຫ້ເປັນຄົນຂີ້ຄຽດ
Muan RelationTips

ຄຽດເກັ່ງຕະຫຼອດ ເຝີກຕົວເອງແນວໃດບໍ່ໃຫ້ເປັນຄົນຂີ້ຄຽດ

ແບ່ງປັນ

ກ່ອນຈະໄປອ່ານວິທີເຝິກໃຈບໍ່ໃຫ້ນ້ອຍ ມ່ວນຂໍບອກເລີຍວ່າປະເດັນນີ້ບໍ່ໄດ້ເກີດກັບພຽງຜູ້ຍິງແຕ່ເກີດກັບຜູ້ຊາຍນຳ! ອາການຂີ້ຄຽດ ຂີ້ນ້ອຍໃຈ ທີ່ມັກຈະເກີດກັບຄູ່ຮັກທົ່ວໄປໂດຍສະເພາະແມ່ນຄູ່ໄວລຸ້ນ ຖືວ່າເປັນບັນຫາອັນດັບຕົ້ນໆເລີຍທີ່ເຮັດໃຫ້ຄວາມສໍາພັນຫຼາຍຄູ່ເພພັງ.

ສາເຫດຫຼັກໆກໍມັກຈະເກີດຈາກການທີ່ຄົນຮັກຂອງເຮົາເຮັດຫຍັງບາງຢ່າງບໍ່ຖືກໃຈເຮົາ ແລ້ວເຮົາກໍບໍ່ຍອມເວົ້າອອກມາ ແລະ ນ້ອຍໃຈເຂົາ,​ ແລ້ວບາດເຂົາຖາມ ສິ່ງທີ່ອອກຈາກບາງສ່ວນຫຼາຍກໍແມ່ນຄໍາວ່າ ‘ບໍ່ໄດ້ເປັນຫຍັງ’

ຖ້າວ່າບໍ່ຢາກໃຫ້ໂຕເອງເປັນແນວນັ້ນກໍຄວນເຝິກໂຕເອງແບບງ່າຍໆພຽງ 3 ຢ່າງຄື:

1. ບໍ່ເກັບຫຍັງໄວ້ໃນໃຈ ຄວນລົມກັນປຶກສາກັນ

ການທີ່ເຮົາມີຫຍັງໃນໃຈແລ້ວບໍ່ບອກນັ້ນມັນເປັນຜົນເສຍຕໍ່ເຮົາ ແລະ ເຂົາ, ສິ່ງທີ່ຄວນເຮັດທີ່ສຸດຄືຕ້ອງເວົ້າເລື່ອງບັນຫາໃຫ້ອີກຝ່າຍຟັງ ແລະ ຫາທາງແກ້ໄຂນໍາກັນ.

2. ໃຈເຢັນ ແລະ ມີສະຕິກັບທຸກເລື່ອງ

ຄົນໃຈຮ້ອນມັກຈະມີບັນຫາກັບຄູ່ຮັກຕະຫຼອດເພາະຄວບຄຸມໂຕເອງບໍ່ໄດ້ ສະນັ້ນ, ໃຈຮົ່ມໆໄວ້ກ່ອນ ຮ້າຍໄປກໍບໍ່ມີຫຍັງດີຂຶ້ນດອກ, ດຽວເຂົາໜີປະເດີ.

3. ເຂົ້າໃຈ ແລະ ຍອມຮັບໃນໂຕອີກຝ່າຍ

ຄວາມຮັກເທົ່າກັບການປັບໂຕ, ເຮົາບໍ່ສາມາດຄາດຫວັງໃຫ້ອີກຝ່າຍເປັນໄປຕາມທີ່ເຮົາຕ້ອງການໄດ້ທຸກຢ່າງ ບາງຢ່າງເຮົາພໍຍອມໄດ້ເຮົາກໍຍອມ ແຕ່ຖ້າບໍ່ໄດ້ແທ້ໆກໍຄ່ອຍໆປັບເຂົ້າຫາກັນເດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເຫຍື່ອຈາກການລ່ວງລະເມີດຈຶ່ງກາຍເປັນຜູ້ທີ່ຖືກຕຳໜິ? ຄວນຢຸດ Victim Blaming
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.