ທຸກຄົນເຄີຍສົງໄສບໍ່? ວ່າເຫດໃດຈຶ່ງມີໄວຮຸ່ນທີ່ໂປຣໄຟລ໌ດີຈົບຈາກນອກ ແລະ ເສັ້ນທາງຊີວິດທີ່ສາມາດເລືອກໄດ້ ເປັນຫຍັງລາວຈຶ່ງຕ້ອງມາແລ່ນຕາມຫາຄວາມຝັນໃນການເປັນ ນັກຮ້ອງ-ແຣັບເປີລາວ ພ້ອມທັງໄດ້ທຸ່ມເທໃຫ້ກັບການເຮັດເພງໄດ້ຫຼາຍຂະໜາດນີ້?
ມື້ນີ້, Muan TheInterview ຈະພາໄປຮູ້ຈັກ GEMI9PK ຫຼື ປະກອນ ບົວພັນ (Pakone Bouaphanh) ໄວໜຸ່ມອາຍຸ 27 ປີ, ດີກຣີຈົບນອກຈາກອາເມລິກາ ທີ່ Rock Valley College. ລາວແມ່ນ ນັກຮ້ອງ-ແຣັບເປີ ທີ່ມາພ້ອມກັບທັດສະນະຄະຕິທີ່ດີ ຖ້າທຸກຄົນໄດ້ຮູ້ຈັກຫຼາຍກວ່ານີ້ຕ້ອງຮູ້ສຶກວ່າໄດ້ຮັບພະລັງບວກແບບເຕັມໆກັນເລີຍລະ.
ຄວາມບັງເອີນທີ່ມີຄວາມໝາຍ ທີ່ມາຂອງຊື່ “GEMI9PK”
ເລີ່ມຕົ້ນດ້ວຍຊື່ທີ່ຫຼາຍຄົນຢາກຮູ້ທີ່ມາກັນກ່ອນ ເຊິ່ງມັນເກີດຈາກຄວາມບັງເອີນທີ່ໜ້າຮັກຫຼາຍ ເພາະຕອນນັ້ນ GEMI9PK ໄດ້ໄປນັ່ງລົມກັບອາຈານທີ່ປຶກສາຢູ່ວິທະຍາໄລຂອງລາວ ພໍລົມກັນໄປລົມກັນມາເລີຍບັງເອີນຮູ້ວ່າທັງສອງຄົນເກີດເດືອນມິຖຸນາຄືກັນ ແລະ GEMINI ແມ່ນຊື່ລາສີປະຈຳເດືອນມິຖຸນາໃນພາສາອັງກິດ.
ລາວເລີຍຄິດໄອເດຍຊື່ທີ່ຈະໃຊ້ໃນວົງການອອກມາ ໂດຍເອົາຊື່ລາສີປະຈຳເດືອນມິຖຸນາຄື GEMINI ມາລວມເຂົ້າກັບຊື່ແທ້ຂອງລາວຄື Pakone (PK), ປັບປ່ຽນດີໄຊນ໌ໜ້ອຍໜຶ່ງຈົນກາຍມາເປັນ GEMI9PK ຊື່ທີ່ມີເລື່ອງລາວສະເພາະໂຕແບບບໍ່ຊ້ຳໃຜ.

ເປັນຫຍັງຕ້ອງເປັນດົນຕີ? ແລະ ແຮງບັນດານໃຈຈາກຊີວິດຈິງ
ມາຮອດຕອນນີ້, ຫຼາຍຄົນຄົງຢາກຮູ້ແມ່ນບໍ່ວ່າເປັນຫຍັງຕ້ອງເປັນດົນຕີ? ຄວາມຈິງແລ້ວເຫດຜົນທີ່ລາວກ້າວເຂົ້າສູ່ເສັ້ນທາງສາຍນີ້ ແມ່ນເລີ່ມມາຈາກຄວາມຮັກໃນການເລົ່າເລື່ອງ ເຊິ່ງ GEMI9PK ໄດ້ເປີດໃຈລົມກັບ Muan TheInterview ແບບກັນເອງວ່າ:
“ຍ້ອນຄວາມມັກຮັກໃນການເລົ່າເລື່ອງຜ່ານສຽງເພງ ມັນເລີ່ມຕົ້ນຢູ່ບ່ອນນີ້, ຂ້ອຍຕັ້ງໃຈຢາກຈະສົ່ງຕໍ່ຂໍ້ຄວາມບາງຢ່າງໄປເຖິງຄົນຟັງ ໂດຍໃຊ້ສຽງເພງເປັນສື່ກາງ ທີ່ສາມາດເຮັດໃຫ້ຄົນຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ໃນເວລາດຽວກັນກໍຮູ້ສຶກຜ່ອນຄາຍເພີດເພີນໄປກັບມັນໄດ້ພ້ອມໆກັນ”.
ເຫັນບໍ່ທຸກຄົນ ພໍຟັງແລ້ວຄືຮູ້ສຶກໄດ້ເຖິງຄວາມຕັ້ງໃຈຂອງລາວເລີຍ ເພາະດົນຕີຂອງ GEMI9PK ບໍ່ແມ່ນພຽງແຕ່ການຮ້ອງເພງ ແຕ່ມັນຄືການສົ່ງຕໍ່ຄວາມຮູ້ສຶກ ແລະ ເລື່ອງລາວດີໆໃຫ້ຄົນຟັງ.

ແຮງບັນດານໃຈໃນການຂຽນເພງຂອງ GEMI9PK
ຖ້າຖາມວ່າການຂຽນເພງຍາກບໍ່? ບອກເລີຍວ່າມັນມີລາຍລະອຽດ ແລະ ຕ້ອງໃຊ້ແຮງບັນດານໃຈທີ່ຖືວ່າຍາກພໍສົມຄວນເລີຍລະ. ແລ້ວທຸກຄົນສົງໄສຄືກັນແມ່ນບໍ່ວ່າ GEMI9PK ເອົາໄອເດຍມາຈາກໃສຫຼາຍແທ້ໃນການຂຽນເພງ? ແຖມເພງຂອງລາວກໍມີເອກະລັກສະເພາະໂຕທີ່ປະສົມປະສານກິ່ນອາຍແບບລາວໆໄດ້ຢ່າງລົງຕົວສຸດໆ.
ຄວາມລັບກໍຄື… ແຮງບັນດານໃຈໃນການຂຽນເພງຂອງລາວ ມັນມາຈາກ “ການໃຊ້ຊີວິດປະຈຳວັນ” ນີ້ເອງທຸກຄົນ ເພາະ GEMI9PK ເປັນຄົນທີ່ມັກສັງເກດສິ່ງອ້ອມໂຕ, ເກັບລາຍລະອຽດຈາກເຫດການຕ່າງໆທີ່ເກີດຂຶ້ນໃນຊີວິດຈິງ ບໍ່ວ່າຈະເປັນເລື່ອງຂອງໂຕເອງ ຫຼື ເລື່ອງຂອງຄົນອື່ນ ແລ້ວຈັບເອົາເລື່ອງລາວເຫຼົ່ານັ້ນມາ ຮຽບຮຽງ-ກັ່ນກອງ ອອກມາເປັນເນື້ອເພງ. ມັນເລີຍເຮັດໃຫ້ເພງຂອງລາວຟັງແລ້ວອິນງ່າຍ, ເຂົ້າເຖິງໃຈຄົນຟັງໄດ້ດີສຸດໆ ເພາະມັນຄືເລື່ອງຈິງທີ່ໃຜໆກໍເຄີຍເຈິ.
ຖ້າຖາມເຖິງເພງທີ່ GEMI9PK ມັກທີ່ສຸດໃນຕອນນີ້ແມ່ນເພງໃດ ລາວກໍໄດ້ແຊຣ໌ໃຫ້ຟັງວ່າ:
ຕອນນີ້, ຂ້ອຍຮູ້ສຶກມັກເພງ ແດນຈຳປາ (Dan Champa) ຫຼາຍ ເພາະເປັນເພງທຳອິດທີ່ໄດ້ Debut ກັບທາງຄ້າຍ Highbros Entertainment ເຊິ່ງເປັນເພງທີ່ນໍາເອົາດົນຕີລາວມາປະສົມປະສານກັບດົນຕີສາກົນ ແລະ ໄດ້ນຳສະເໜີຄວາມເປັນລາວທີ່ຂ້ອຍຮູ້ສຶກພາກພູມໃຈ
ໂຫ… ໄດ້ຍິນແນວນີ້ທຸກຄົນຄືຈະຢາກຮີບໄປກົດເປີດເພງ ແດນຈຳປາ ຟັງດຽວນີ້ເລີຍແມ່ນບໍ່? ເພາະເພງນີ້ບໍ່ແມ່ນແຕ່ເພງທຳມະດາ ແຕ່ມັນຄືຄວາມພາກພູມໃຈໃນຄວາມເປັນລາວ ທີ່ GEMI9PK ຕັ້ງໃຈໃສ່ລົງໄປໃນຜົນງານນຳອີກ.
ຕົວຕົນ ແລະ ສະໄຕລ໌ເພງຂອງ Gemi9pk
ຖ້າຫາກໄດ້ລອງສັງເກດເບິ່ງ ແລະ ຟັງເພງຂອງ GEMI9PK ຈະຮູ້ສຶກວ່າ ພໍຟັງແລ້ວຈະຫຼົງຮັກໃນຄວາມເປັນລາວກັນແມ່ນບໍ່ທຸກຄົນ ເພາະຜົນງານເພງທີ່ລາວໄດ້ເຮັດອອກມາ ຖືວ່າເປັນແນວເພງທີ່ມີພະລັງງານດ້ານບວກ.
ຍ້ອນວ່າລາວຢາກໃຫ້ຄົນຟັງເພງໄດ້ຮັບແຕ່ພະລັງງານທີ່ດີໆ ແລະ ຮູ້ສຶກພູມໃຈໃນສຽງດົນຕີລາວທີ່ມີໃນເພງ. ໃນສ່ວນສະໄຕລ໌ທີ່ເຮົາໄດ້ຟັງກັນນັ້ນແມ່ນເອີ້ນວ່າ Lao Modern Pop ທີ່ມີສ່ວນປະສົມກັນລະຫວ່າງດົນຕີລາວ ແລະ ດົນຕີ Modern ນັ້ນແຫຼະຄືຕົວຕົນຂອງ GEMI9PK.
ມັນຄືການເອົາສະເໜ່ ແລະ ກິ່ນອາຍຂອງດົນຕີລາວບ້ານເຮົາ ມາລວມກັບຄວາມທັນສະໄໝຂອງດົນຕີສາກົນແບບກົມກ່ອມສຸດໆ.
GEMI9PK ກັບບົດບາດໃນຊີວິດຈິງ
ຕັດພາບຈາກການເປັນແຣັບເປີລາວສຸດເທ່ຢູ່ເທິງເວທີ ຫຼາຍຄົນອາດຈະຍັງບໍ່ຮູ້ວ່າໃນຊີວິດຈິງ ຕອນນີ້ GEMI9PK ລາວມີອີກໜຶ່ງບົດບາດເປັນເຖິງຜູ້ຈັດການໂຄງການ ຢູ່ບໍລິສັດກໍ່ສ້າງແຫ່ງໜຶ່ງພ້ອມເດີ.

ໃນສ່ວນຂອງການເຮັດວຽກນັ້ນ, ລາວຕ້ອງໄດ້ຮັບຜິດຊອບເບິ່ງແຍງ ແລະ ບໍລິຫານຈັດການທີມງານທັງໝົດໃນໂຄງການກໍ່ສ້າງ ເຊິ່ງລາວກໍບອກວ່າຮູ້ສຶກດີ ແລະ ມັກໃນໜ້າທີ່ນີ້ຄືກັນ ເພາະມັນເປັນອີກໜຶ່ງປະສົບການຊີວິດທີ່ທ້າທາຍ ແລະ ເຮັດໃຫ້ລາວຮູ້ສຶກພາກພູມໃຈທີ່ສາມາດເຮັດມັນໄດ້ສຳເລັດໄປອີກໜຶ່ງກ້າວ.
ວິທີການຈັດການກັບຄວາມຜິດຫວັງຂອງ GEMI9PK
ເຫັນລາວເປັນຄົນພະລັງບວກລົ້ນເຫຼືອແບບນີ້ ແຕ່ຊີວິດຄົນເຮົາເນາະມັນກໍຕ້ອງມີມຸມທີ່ທໍ້, ໝົດໄຟ ຫຼື ຜິດຫວັງກັນແດ່ເປັນທຳມະດາ. ແລ້ວທຸກຄົນຢາກຮູ້ບໍ່ວ່າເວລາທີ່ GEMI9PK ລາວຮູ້ສຶກແບບນັ້ນ ລາວມີວິທີຈັດການ ແລະ ກ້າວຜ່ານມັນໄປໄດ້ແນວໃດ?
ຄຳຕອບຄືຄົນອ້ອມໂຕນີ້ແຫຼະທຸກຄົນ, ທັງສະມາຊິກທຸກຄົນທີ່ຢູ່ໃນຄ້າຍ ແລະ ໝູ່ຄູ່ທີ່ຮ່ວມເດີນທາງໃນສາຍດົນຕີນຳກັນ ຄືກຳລັງໃຈທີ່ສຳຄັນທີ່ສຸດທີ່ຄອຍຊຸກຍູ້, ຄອຍດຶງລາວຂຶ້ນມາໃຫ້ມີຄວາມຫວັງໃນການສານຕໍ່ຄວາມຝັນ. ມັນເລີຍເຮັດໃຫ້ລາວມີພະລັງໃຈສູ້ ແລະ ຕັ້ງໃຈວ່າຈະເຮັດມັນຕໍ່ໄປເລື້ອຍໆຈົນກວ່າຈະໄປຮອດຈຸດໝາຍທີ່ວາງໄວ້.
ບ່ອນພັກໃຈທີ່ດີທີ່ສຸດຂອງລາວໃນເວລາທີ່ທໍ້ ຫຼື ໝົດໄຟກໍຄື ທີມ Highbros ນີ້ເອງ ເຊິ່ງພໍລາວໄດ້ຢູ່ບ່ອນນີ້ກໍຈະຮູ້ສຶກສະບາຍໃຈທີ່ສຸດ, ເປັນ Safe Zone ທີ່ສາມາດເຂົ້າໄປສາກພະລັງແບັດເຕີຣີຊີວິດໃຫ້ກັບມາມີພະລັງເຕັມຮ້ອຍໄດ້ດີທີ່ສຸດເລີຍລະ.

ຖ້າເພງທັງໝົດຫາຍໄປ ແລະ ເຫຼືອແຕ່ປະໂຫຍກດຽວທີ່ບອກວ່ານີ້ຄື GEMI9PK?
ຖ້າສົມມຸດວ່າມື້ໜຶ່ງຕື່ນຂຶ້ນມາ, ແລ້ວພົບວ່າເນື້ອເພງທັງໝົດທີ່ເຄີຍທຸ່ມເທກັ່ນກອງມາທັງຊີວິດ ພັດຖືກລົບຫາຍໄປ ແລ້ວສິ່ງທີ່ເຫຼືອມີພຽງແຕ່ປະໂຫຍກດຽວ ຫຼື Rhyme ດຽວເທົ່ານັ້ນ ເພື່ອຈະບອກໂລກໃບນີ້ວ່າ ນີ້ແມ່ນຕົວຕົນຂອງ GEMI9PK ທຸກຄົນຄິດວ່າລາວຈະເລືອກເກັບຄຳວ່າຫຍັງໄວ້?
ບອກເລີຍວ່າຄຳຕອບທີ່ລາວຕອບກັບ Muan TheInterview ໄດ້ຮັບມາ ມັນເຮັດໃຫ້ເຫັນເລີຍວ່າຜູ້ຊາຍຄົນນີ້ທັດສະນະຄະຕິບໍ່ທຳມະດາແທ້ໆ.
“ຂໍຕອບແບບບໍ່ຕ້ອງຄິດເລີຍຄື… ຂ້ອຍຂໍຮັກສາຄຳວ່າ Faith ຫຼື ຄວາມສັດທາ ເພາະຂໍແຕ່ເຮົາມີສັດທາ, ມີຄວາມເຊື່ອທີ່ຍັງຫຼົງເຫຼືອຢູ່ ສິ່ງນີ້ແຫຼະທີ່ຈະເຮັດໃຫ້ເຮົາໄດ້ກັບມາ ແລະ ເລີ່ມຕົ້ນໃໝ່ໄດ້ອີກຄັ້ງ ເຖິງແມ່ນວ່າຄໍາອື່ນໆຈະຖືກລົບອອກໄປແລ້ວກໍຕາມ”
ຝັນຢາກໃຫ້ເພງລາວໄປໃຫ້ຮອດລະດັບ Global
ຄວາມຝັນສູງສຸດໃນຊີວິດຂອງຄົນເຮັດເພງຄົນໜຶ່ງຄືຫຍັງ? ບາງຄົນອາດຈະຢາກມີຊື່ສຽງ, ບາງຄົນອາດຈະຢາກໄດ້ເງິນຄຳ… ແຕ່ສຳລັບ GEMI9PK ແລ້ວ, ຄວາມຝັນທີ່ໃຫຍ່ທີ່ສຸດ ແລະ ເປັນແຮງພັກດັນໃຫ້ຕື່ນມາເຮັດເພງໃນທຸກໆມື້ຂອງລາວຄື ການເຮັດໃຫ້ຄົນທັງໂລກໄດ້ຮູ້ຈັກ ປະເທດລາວ.
ມັນອາດຈະຟັງເບິ່ງເປັນເລື່ອງໃຫຍ່, ແຕ່ GEMI9PK ກຳລັງພະຍາຍາມເຮັດມັນຢູ່ທຸກມື້ ເພື່ອສົ່ງຕໍ່ເລື່ອງວັດທະນາທຳລາວສູ່ສາກົນຜ່ານສຽງດົນຕີລາວແທ້ໆ.

“ຂ້ອຍຕັ້ງໃຈ ແລະ ຢາກເປັນສ່ວນໜຶ່ງໃນການຂັບເຄື່ອນຄວາມໂດດເດັ່ນ ແລະ ເອກກະລັກດົນຕີລາວ, ຢາກຍົກລະດັບດົນຕີທີ່ເຮົາເຮັດຢູ່ໃຫ້ໄປໄດ້ໄກເຖິງຂັ້ນ Global, ຢາກໃຫ້ຄົນຮຸ່ນໃໝ່ເປີດໃຈລອງຟັງ ແລະ ມັກຮັກໃນສິລະປະວັດທະນະທຳອັນດີງາມຂອງບ້ານເຮົາ ເຊິ່ງເພງລາວດີໆກໍມີຫຼາຍຄືກັນ”
GEMI9PK ເລົ່າວ່າ: “ການພາເພງລາວໄປໃຫ້ຄົນທັງໂລກໄດ້ຍິນ ມັນບໍ່ແມ່ນແຄ່ເລື່ອງຂອງຊື່ສຽງ… ແຕ່ມັນຄືການເຮັດໃຫ້ໂລກຮູ້ວ່າ ດົນຕີ ແລະ ວັດທະນະທຳລາວເຮົາ ມັນມີສະເໜ່ ແລະ ສຸດຍອດຂະໜາດໃດ” GEMI9PK ກ່າວ
ຖ້າບໍ່ມີທຸກຄົນໃນມື້ນີ້… ກໍຄົງບໍ່ມີ Gemi9pk ທີ່ໄດ້ເດີນຕາມຝັນ
ມາຮອດທ້າຍສຸດຂອງບົດສົນທະນາມື້ນີ້ແລ້ວທຸກຄົນ, ບອກເລີຍວ່າການໄດ້ມາທຳຄວາມຮູ້ຈັກກັບ GEMI9PK ໃນມື້ນີ້ ມັນເຮັດໃຫ້ເຮົາໄດ້ຮັບແຮງບັນດານໃຈ ແລະ ພະລັງບວກກັບໄປແບບລົ້ນເຫຼືອອີ່ຫຼີ.
ກ່ອນຈະຈາກກັນໄປ, ລາວຂໍຝາກຄວາມໃນໃຈ ແລະ ຂໍ້ຄວາມຊຶ້ງໆເຖິງທຸກໆຄົນທີ່ຄອຍຢູ່ຄຽງຂ້າງລາວມາຕະຫຼອດວ່າ: “ສຸດທ້າຍນີ້, ຂອບໃຈທຸກໆຄົນທີ່ຄອຍສະໜັບສະໜຸນ ແລະ ຕິດຕາມຜົນງານກັນມາຕະຫຼອດ ລວມໄປເຖິງທີມງານ ແລະ ຄ້າຍເພງ ທີ່ເຂົ້າມາພັກດັນໃຫ້ຂ້ອຍມີໄຟ. ໃນປີນີ້, ຂ້ອຍກໍຈະເດີນຕາມຄວາມຝັນນີ້ຕໍ່ໄປເດີ”.

ຄວາມຝັນຂອງລາວຈະເດີນໜ້າຕໍ່ໄປບໍ່ໄດ້ເລີຍ ຖ້າຂາດກຳລັງໃຈຈາກຄົນຟັງເພງທຸກຄົນ, ມາຮອດນີ້ Muan TheInterview ກໍຂໍເປັນອີກໜຶ່ງກຳລັງໃຈໃຫ້ກັບ GEMI9PK ໃນການສ້າງສັນຜົນງານເພງມ່ວນໆ ໃຫ້ພວກເຮົາໄດ້ຟັງກັນອີກເລື້ອຍໆ. ສ່ວນໃຜທີ່ອ່ານແລ້ວຫຼົງຮັກຄວາມຄິດຂອງລາວຄືກັນ ກໍຢ່າລືມໄປກົດຕິດຕາມ ແລະ ສະໜັບສະໜຸນຜົນງານເພງຂອງ GEMI9PK ນຳກັນຫຼາຍໆເດີທຸກຄົນ.