ໜ້າຫຼັກ Muan.la - ສາລະບັນເທີງ The Interview ມາຮູ້ຈັກ 6 ສາວ Fizche ທີ່ມາພ້ອມສະເໜ່ເຕັມພິກັດ ຈົນເຮັດໃຫ້ແຟນເພງຕ້ອງ “ເສຍອາການ” ໄປຕາມໆກັນ
The Interview

ມາຮູ້ຈັກ 6 ສາວ Fizche ທີ່ມາພ້ອມສະເໜ່ເຕັມພິກັດ ຈົນເຮັດໃຫ້ແຟນເພງຕ້ອງ “ເສຍອາການ” ໄປຕາມໆກັນ

ມາຮູ້ຈັກ 6 ສາວ Fizche ທີ່ມາພ້ອມສະເໜ່ເຕັມພິກັດ ຈົນເຮັດໃຫ້ແຟນເພງຕ້ອງ "ເສຍອາການ" ໄປຕາມໆກັນ

ແບ່ງປັນ

ພາມາຮູ້ຈັກວົງ Fizche Girl Group ສຸດປັງນ້ອງໃໝ່ມາແຮງຂອງວົງການ L-pop (Lao Pop), ທີ່ມີສະມາຊິກ 6 ຄົນ ປະກອບດ້ວຍ Piano, Koungnang, Phukboung, Namfon, Lisa, ແລະ Alicia.

ພວກເຂົາແມ່ນໄດ້ຜ່ານການແຂ່ງຂັນການຄັດເລືອກເພື່ອເດບິວເປັນສິລະປິນກຸ່ມ ແລະ ສົມການລໍຖ້າຂອງແຟນຄລັບ Fizche ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 12 ກຸມພາ 2025 ດ້ວຍຊິງເກິລເພງທຳອິດທີ່ມີຊື່ວ່າ “ເສຍອາການ” (You Make Me Blush) ເພງນີ້ຖືວ່າເປັນຈຸດເລີ່ມຕົ້ນທີ່ສຳຄັນຂອງພວກເຂົາໃນວົງການ L-pop ແລະ ຍັງໄດ້ຮັບຄວາມສົນໃຈຫຼາຍ.

“ເສຍອາການ” ເປັນເພງທີ່ມີທຳນຽມຕິດຫູ, ປະສົມປະສານລະຫວ່າງສຽງດົນຕີແບບປັອບສະໄໝໃໝ່ ແລະ ເຂົ້າກັນໄດ້ດີກັບ Character ຂອງສາວໆທີ່ມີທັງຄວາມໜ້າຮັກສົດໃສ ແລະ ຄວາມເຊັກຊີເບົາໆທີ່ເຮັດໃຫ້ຮູ້ສຶກຕື່ນເຕັ້ນທີ່ມາພ້ອມກັບຄວາມຂີ້ອາຍ, ມີຈັງຫວະທີ່ໄວເໝາະກັບການເຕັ້ນ ແລະ ຮ້ອງຕາມກໍງ່າຍ.

MV ຂອງເພງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງສະມາຊິກທັງ 6 ຄົນ, ໃນການເຕັ້ນປະສານງານເປັນກຸ່ມ ແລະ Visual ຂອງ MV ກໍເຮັດໃຫ້ດຶງດູດ, ການໃຊ້ສີສັນ ແລະ ແສງໃນ MV ຍັງຊ່ວຍເສີມໃຫ້ເພງນີ້ເບິ່ງມີຊີວິດຊີວາ.

ຫຼັງຈາກເລົ່າເຖິງຜົນງານສາວໆໃຫ້ທຸກຄົນຟັງ ແລະ ແນະນຳໃຫ້ທຸກຄົນໄດ້ຮູ້ຈັກກັນພໍຫອມປາກຫອມຄໍໄດ້ປະມານໜຶ່ງກັນແລ້ວ, ມ່ວນຄິດວ່າທຸກຄົນຕ້ອງຢາກຮູ້ຈັກພວກເຂົາໃຫ້ຫຼາຍຂຶ້ນແລ້ວແມ່ນບໍ່? ວ່າແລ້ວກໍເລີ່ມກັນເລີຍເນາະ.

Fizche: ສະບາຍດີ ພວກເຮົາ Fizche~ ຕັ້ງແຕ່ເລີ່ມປ່ອຍເພງທຳອິດມາກໍຮູ້ສຶກວ່າຜົນຕອບຮັບດີເກີນຄາດເລີຍ ແບບວ່າຄຸ້ມກັບທີ່ພວກເຮົາໃຊ້ເວລາເຝິກຝົນກັນມາດົນ ຈາກແຕ່ກີ້ພວກເຮົາກໍເປັນຄົນທຳມະດາທີ່ໄລ່ລ່າຕາມຫາຄວາມຝັນ, ຕ່າງຈາກຕອນນີ້ ກໍມີຫຼາຍຄົນບອກຢາກເອົາພວກເຮົາມາເປັນ Idol ພວກເຮົາກໍຮູ້ສຶກດີໃຈແຮງ ແລະ ຈະພັດໂຕເອງໃຫ້ດີຂຶ້ນເລື້ອຍໆ.

ຊີນທີ່ພວກພວກເຮົາທັງ 6 ຄົນເວົ້າເປັນສຽງດຽວກັນວ່າມັກນັ້ນກໍຄື: ເຊັດຊຸດແດງທີ່ເປັນສາກໄຟ, ທີ່ພວກເຮົາມັກເພາະວ່າເປັນຊີນທີ່ງາມ ແລະ ທ້າທາຍພວກເຮົາແຮງ ເພາະຕ້ອງຖ່າຍໃນສະຖານທີ່ທີ່ຮ້ອນ ແລະ ຫາຍໃຈກໍລຳບາກ, ແຕ່ພໍຊີນນີ້ອອກມາໃນ MV ກໍເປັນຊີນໜຶ່ງທີ່ງາມ ແລະ ດຶງຄວາມ Sexy, ຄວາມເທ້ຂອງພວກເຮົາທັງ 6 ຄົນອອກມາໄດ້ຢ່າງ Perfect ????✨????

ອ່ານຕື່ມ:  Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ຂອບໃຈຮູບພາບຈາກເພຈ Fizche. official

Piano: ສະບາຍດີ ເຂົາເປຍໂນເດີ ອາຍຸ 21 ປີ, ຕຳແໜ່ງ Center, Main rap & Sup Vocal. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ເປຍເປັນຄົນທີ່ປະຢັດສຸດໆ, ບໍ່ຄ່ອຍມັກຊື້ ຫຼື ຈ່າຍຫຍັງຫຼາຍປານໃດ ຈົນຄົນໃນທີມມັກບອກວ່າ: ”ເພິ່ນກະໃຊ້ເງິນທີ່ເພິ່ນຫາມາແດ່ດຸ????”. ເງິນຫາຍາກອ່າາາ ຂໍໂທດໄດ້ບໍ່????.

ກ່ອນທີ່ພວກເຮົາທັງ 6 ຄົນຈະໄດ້ລວມໂຕກັນມາເປັນ Fizche ບອກເລີຍວ່າຍາກແຮງ ເພາະກ່ອນຈະເຂົ້າມາເປັນສະມາຊິກໃນວົງ Fizche ເປຍ, ຝົນ, ລິຊ້າ, ເຊຍ ແມ່ນໄດ້ເຂົ້າແຂ່ງຂັນ ແລະ ເທຣນນຳໝູ່ໆທີ່ເຝິກມານຳກັນ ແລະ ໄດ້ຖືກຄັດເລືອກມາເປັນ Girl Group ຕອນທຳອິດແມ່ນມີ 4 ຄົນ, ແຕ່ຮູ້ສຶກວ່າໃນວົງຍັງມີເຄມີໜຶ່ງທີ່ຂາດຫາຍໄປ ຈົນໄດ້ມີແຝດຜັກບຸ້ງ-ກຸ້ງນາງ ທີ່ເຂົ້າມາຊ່ວຍເຕີມເຕັມໃຫ້ພວກເຮົາເປັນ Fizche ໄດ້ຢ່າງສົມບູນແບບ.

ຫຼັງຈາກນັ້ນພວກເຮົາທັງ 6 ຄົນ ກໍພາກັນເຝິກຝົນ ການເຕັ້ນ,ການຮ້ອງນຳກັນມາເປັນເວລາເກືອບ 1 ປີ ຈົນໄດ້ມີຜົນງານເພງເດບິວ, ເພງທຳອິດຊື່ວ່າ: ເສຍອາການ. ເຊິ່ງການເດີນທາງຂອງພວກເຮົາທັງ 6 ຄົນບອກເລີຍວ່າເມື່ອຍ, ທໍ້ ແຕ່ກໍຄຸ້ມຄ່າເພາະມີທຸກໆຄົນຊັບພອດ ແລະ ໃຫ້ກຳລັງໃຈພວກເຮົາຈະຫຼອດມາ.

IG: piano_souksavanh

Phukboung: ສະບາຍດີ ຜັກບຸ້ງ ເດີ ອາຍຸ 21 ປີ, ຕຳແໜ່ງ Lead Dance & Sub vocal. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ບຸ້ງກໍເປັນຄົນຫນຶ່ງທີ່ມັກພົບປະກັບຄົນໃໝ່ໆ, ແຕ່ເວລາໄດ້ພົບເຈິກັບຄົນໃໝ່ໆ ຄົນສ່ວນຫຼາຍຄິດວ່າບຸ້ງເປັນຄົນເວົ້າໜ້ອຍຂີ້ອາຍ, ແຕ່ຄວາມຈິງແລ້ວເວລາບຸ້ງເຈິຄົນໃໝ່ໆຈະຄິດກ່ອນ ແລະ ເບິ່ງຝ່າຍກົງກັນຂ້າມວ່າຄວນຈະສົນທະນາດ້ວຍແບບໃດ ຕ້ອນຮັບທຸກຄົນເດີ້????❣

ກ່ອນຈະຮູ້ວ່າກຳລັງຈະມີເພງທຳອິດ “ເພງ ເສຍອາການ” ກ່ອນໜ້ານີ້ພວກເຮົາກໍໄດ້ມີການກຽມໂຕ ແລະ ເຝິກຊ້ອມ, ບໍ່ວ່າຈະເປັນການຮ້ອງ ຫຼື ເຕັ້ນ. ພວກເຮົາ 6 ຄົນກໍມີຄວາມຕັ້ງໃຈ ແລະ ພະຍາຍາມເຝິກຝົນດ້ວຍຕົວເອງເປັນສ່ວນຫຼາຍ ເພາະເວລາຂອງພວກເຮົາບໍ່ຄ່ອຍກົງກັນ, ແຕ່ພວກເຮົາກໍສູ້ເຖິງຈະວ່າງບໍ່ກົງກັນສໍ່າໃດ ແຕ່ພວກເຮົາກໍນັດກັນມາຊ້ອມໃຫ້ຄົບຈົນໄດ້, ເພາະພວກເຮົາທັງ 6 ຄົນມີເປົ້າໝາຍ ແລະ ຄວາມຝັນອັນດຽວກັນ.

IG: boung_bk5

ອ່ານຕື່ມ:  Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ

Koungnang: ສະບາຍດີ ກຸ້ງນາງ ເດີ ອາຍຸ 21 ປີ, ຕຳແໜ່ງ Main Dance & Lead Vocal. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ເບິ່ງພາຍນອກຄືຈະເຂົ້າຫາຍາກ, ແຕ່ຖ້າເຂົ້າມາທັກກໍທັກຕອບ ເປັນຄົນທີບໍ່ກ້າທັກໃຜກ່ອນປານໃດເພາະວ່າບໍ່ກ້າ, ແລ້ວກໍຊວນລົມບໍ່ເກັ່ງ ແຕ່ຖ້າໄດ້ຮູ້ຈັກກໍເວົ້າຫຼາຍເປັນພິເສດ ແລະ ເປັນຄົນສຽງຫົວດັງນຳ????

ເວລາວ່າງສາວໆຢູ່ນຳກັນກໍຈະມັກນັ່ງລົມກັນ, ປຶກສາກັນ ແລະ ເລົ່າເລື່ອງຂອງໂຕເອງໃຫ້ກັນຟັງ ແຊຣ໌ປະສົບການຄວາມສາມາດຂອງແຕ່ລະຄົນເຮັດໃຫ້ພວກເຮົາສະນິດກັນຫຼາຍຂຶ້ນ.

IG: koung_kb5

Namfon: ສະບາຍດີ ນ້ຳຝົນ ເດີ ອາຍຸ 20 ປີ, ຕຳແໜ່ງ Sub Vocal & Visual. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ຝົນເປັນຄົນທີ່ມັກມ່ວນເຮຮາ, ແຕ່ກໍຈະມີມຸມທີ່ຈະມິດໆຄືກັນ, ເປັນມຸມທີ່ຫຼາຍໆຄົນຈະບໍ່ຄ່ອຍເຫັນກັນ ແຕ່ຖ້າມື້ທີ່ດີດກໍດີດຈົນສຸດ ແລະ ກໍມັກກິນຢູ່ຕະຫຼອດເວລາແຮ່ໆ ທຸກຄົນໃນທີມຈະຮູ້ເລີຍວ່າຝົນຈະມີເຂົ້າໜົມໄວ້ຢູ່ໃນກະເປົາ????.

ບັນຍາກາດໃນກອງບອກເລີຍວ່າຄຶກຄື້ນ ແລ້ວກໍມ່ວນກັນເເຮງ, ທຸກຄົນທັງທີມງານ ແລະ ພວກເຮົາທັງ 6 ຄົນຕ່າງຄົນກໍຕ່າງເຕັມທີກັບຜົນງານໃນຄັ້ງນີ້ ເຖີງຈະມີບາງຄົນທີ່ບໍ່ສະບາຍແຕ່ພວກເຮົາກໍທຸ້ມເທ ເເລະ ຢາກຈະເຮັດຜົນງານນີ້ໃຫ້ອອກມາດີທີ່ສຸດເທົ່າທີ່ພວກເຮົາທັ້ງ 6 ຄົນຈະເຮັດໄດ້ບັນຍາກາດໃນກອງກໍບໍ່ກົດດັນເລີຍ ທຸກຄົນເປັນກັນເອງແຮງ.

IG: namfon.stx

Lisa: Hi~ Lisa ເດີ ອາຍຸ18 ປີ, ຕໍາເເໜ່ງ Main vocal. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ທຸກຄົນມັກຈະຄິດວ່າລີຊ້າເປັນຄົນນີ້ງໆ, ເເຕ່ຄວາມຈິງເເລ້ວເປັນຄົນທີມັກກວນໝູ່ໃນທີມສຸດໆ ຮູ້ສຶກວ່າຢູ່ຊື່ໆບໍ່ໄດ້ເປັນຄົນທີ່ຄົນຢູ່ກັບໝູ່ເເລ້ວ Energy ຈະລົ້ນເຫຼືອ ຈົນບາງທີໝູ່ໃນທີມບອກວ່າຊ້າບໍ່ເມື່ອຍເເນ່ຫວາ???? ຮາຮາ .

ຢາກຈະເມົ້າອ້າຍນົນວ່າຕອນທີ່ກຳລັງກຽມໂຕຢູ່ເເມ່ນອ້າຍນົນງຽບເເຮງ, ຮູ້ສືກວ່າອ້າຍນົນໜ້າຈະກໍາລັງໝົກໝຸ້ນຢູ່ກັບສາກຂອງໂຕເອງຢູ່???? ເເຕ່ທີ່ສຸດເເລ້ວອ້າຍນົນກໍເຮັດອອກມາໄດ້ດີເເຮງມີຄວາມເປັນມືອາຊີບສຸດໆ ແລ້ວກໍດີໃຈທີ່ອ້າຍນົນໃຫ້ກຽດມາເປັນພະເອກໃນເອັມວີທຳອິດຂອງ Fizche ເລີຍ ຂອບໃຈຫຼາຍໆເລື່ອງທີ່ຢາກເມົ້າກໍມີເທົ່ານີ້ເນາະ????????.

IG: lililililililsa

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

Hello Alicia, ເດີ ອາຍຸ 16 ປີ, ຕຳແໜ່ງ Main rap, Lead dance. ນິໄສທີ່ຫຼາຍໆຄົນບໍ່ຮູ້ແມ່ນ: ຫຼາຍຄົນຈະຄິດວ່າເຊຍຫຍິ່ງແຕ່ທີ່ຈິງແລ້ວໜ້າມັນເປັນເອງ???? ຖ້າໄດ້ລົມໄດ້ເວົ້າຈະເປັນຄົນເວົ້າຫຼາຍ555 ເປັນຄົນຄ່ອນຂ້າງຈິງຈັງກັບສິ່ງທີ່ເຮັດຢູ່, ສ່ວນຄວາມດີດນັ້ນແລ້ວແຕ່ມື້ ຫຼາຍອາລົມບາງຄົນຈົນວ່າເປັນ Bipolar ຫວາ????.

Alicia: ຖ້າຖາມວ່າຊ້ອມໜັກບໍ່?  ບອກເລີຍວ່າໜັກພວກເຮົາໃຊ້ເວລາຊ້ອມທັງໝົດເກືອບປີ ເພາະຢາກໃຫ້ອອກມາດີທີ່ສຸດບາງເທື່ອກໍທໍ້ ຫຼື ໝົດໄຟບາງຄົນກໍຈົນໄຫ້, ແຕ່ພວກເຮົາກໍໃຫ້ກຳລັງໃຈກັນ ເພາະພວກເຮົາມີເປົ້າໝາຍດຽວກັນ.

IG: raffy.alicia

Fizche: ສຸດທ້າຍນີ້ພວກເຮົາ Fizche ກໍຢາກຝາກຜົນງານເພງ ເສຍອາການ (You Make Me Blush), ເຊິ່ງເປັນເພງເດບິວຂອງພວກເຮົາເລີຍ ແລະ ໄວໆນີ້ພວກເຮົາກໍຈະມີຜົນງານເພງທີ 2 ອອກມາ, ເຊິ່ງພວກເຮົາທຸ້ມເທກັບຜົນງານນີ້ແຮງ ເປັນແນວໃດກໍຝາກພວກເຮົາ Fizche ໄວ້ໃນໃຈຂອງທຸກໆຄົນແດ່ເດີ ພວກເຮົາຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ????????????

ຕິດຕາມສາວໆ Fizche ໄດ້ທີ່:
IG: fizche_official
FB: Fizche.
TikTok: Fizche officail
YouTube: Alist Laos

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

The Crown ExclusiveUncategorized

“ເມລີ້” ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ເມລີ້ ນາງແບບຈາກລາວ ຜູ້ທີ່ເປັນໜຶ່ງໃນ 500 ຄົນ ກ້າວເຂົ້າສູ່ The Face Thailand Season 6 ດ້ວຍຄວາມຝັນທີ່ຍິ່ງໃຫຍ່...

The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ. ການທີ່ໄດ້ລົມກັບ...

The Interview

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.