Highlights
- ເພງເລົ່າເຖິງຄົນຂີ້ຢ້ານທີ່ມັກຟອມຈັດ, ມັກສະແດງຄວາມເຢັນຊາ ແລະ ເຮັດໃຫ້ຄົນທີ່ໂຕເອງຮັກຕ້ອງຖອຍຫ່າງອອກໄປທັງໆທີ່ໃນໃຈແມ່ນຮັກເຂົາສຸດໆ.
- ດ້ວຍຄວາມບໍ່ຊື່ສັດກັບຄວາມຮູ້ສຶກຂອງໂຕເອງ ເຮັດໃຫ້ຄົນທີ່ແອບຮັກຖອດໃຈແລ້ວເລືອກຕັດໃຈໄປກັບຄົນອື່ນ, ສຸດທ້າຍຈຶ່ງເຫຼືອແຕ່ຄວາມໂດດດ່ຽວ, ຄາບນ້ຳຕາ ແລະ ຕ້ອງມານັ່ງໂທດໂຕເອງ.
- MV ເພງ ເກັ່ງແຕ່ປາກ ຈາກ FIZCHE ເຮັດອອກມາໄດ້ພາບງາມສຸດໆ, ທັງ 6 ສາວ Visual ດີແຮງ, ສຽງຮ້ອງແບ່ງກັນຊັດເຈນ ແລະ ລາຍເຕັ້ນຄົມຊັດດຶງສະເໜ່ໄດ້ດີ.
ເຄີຍເຈິເຫດການແບບນີ້ບໍ່? ໃນຄວາມຊົງຈຳຄັ້ງໜຶ່ງຂອງເຈົ້າໃນຕອນນັ້ນ, ເຄີຍມີຄົນທີ່ເຮັດໃຫ້ຫວັ່ນໄຫວ, ເຮັດຮູ້ສຶກດີ ແລະ ໃນໃຈຂອງເຈົ້າຄືຮັກເຂົາແບບສຸດໆ. ແຕ່ປາກເຮົາມັນໂຄດແຂງເລີຍ ເຮັດຄືບໍ່ໄດ້ຄິດຫຍັງ… ແລ້ວເປັນແນວໃດລະ? ເພາະສຸດທ້າຍກໍເສຍເຂົາໄປ ເພາະເລືອກ “ເກັ່ງແຕ່ປາກ”. ນີ້ເປັນອີກໜຶ່ງຄວາມຄວາມຮູ້ສຶກຂອງຄົນທີ່ກຳລັງຮູ້ສຶກເສຍໃຈ ແລະ ໄດ້ແຕ່ໂທດໂຕເອງ. ມັນເປັນຄວາມຮູ້ສຶກເສົ້າໃຈທີ່ FIZCHE ຕ້ອງການຢາກບອກກັບຄົນທີ່ປາກບໍ່ຕົງກັບໃຈ.
ເປັນເພງທີ່ແທງໃຈດຳຄົນປາກເກັ່ງທີ່ສຸດ! ແຕ່ມັນກໍແມ່ນຄວາມໃດທຸກຄົນວ່າບໍ່? ເພາະການທີ່ເຮົາບໍ່ຊື່ສັດກັບຄວາມຮູ້ສຶກໂຕເອງ ເຮັດໃຫ້ຕ້ອງສູນເສຍສິ່ງສຳຄັນໄປຫຼາຍຢ່າງເລີຍ.
ສຸດທ້າຍແລ້ວ, ຄວາມປາກແຂງ ແລະ ການຝືນຄວາມຮູ້ສຶກໂຕເອງ ກໍກາຍເປັນອາວຸດທີ່ຍ້ອນກັບມາທຳຮ້າຍໂຕເອງ. ເພາະຕອນທີ່ເຮົາ, ປາກແຂງບໍ່ຍອມເວົ້າ… ຄົນທີ່ເຮົາແອບຮັກເຂົາກໍເລີຍຖອດໃຈ ແລ້ວຕັດສິນໃຈຍ່າງຈາກໄປກັບຄົນອື່ນແລ້ວ.
ຍ້ອນຄວາມປາກແຂງນີ້ແຫຼະ! ຈຶ່ງເຮັດໃຫ້ຕ້ອງເສຍຄົນທີ່ຮັກໄປ… ສິ່ງທີ່ເຫຼືອໄວ້ໃນຕອນທ້າຍຈຶ່ງມີພຽງແຕ່ຄວາມໂດດດ່ຽວ, ຄວາມເສຍໃຈ, ໄດ້ແຕ່ນັ່ງຄິດເຖິງຄວາມຜິດພາດຂອງໂຕເອງທີ່ຮັກສາໃຜໄວ້ບໍ່ໄດ້ ພຽງເພາະຄວາມຟອມຈັດຂອງປາກໂຕເອງ ແລະ ຕ້ອງຢູ່ກັບຄາບນ້ຳຕາແທນ.
ໃນສ່ວນຂອງເອັມວີນີ້ຄືເຮັດດີໂພດ ພາບງາມສຸດໆ, ຕ້ອງຂໍບອກຕື່ມວ່າສາວໆ FIZCHE ຄື Visua ດີແຮງ ແບບບໍ່ມີໃຜຍອມໃຜ, ງາມໜ້າຮັກກັນຄົນລະແບບ. ເລື່ອງສຽງຮ້ອງສາວໆກໍໄດ້ສະແດງທັກສະ ໂດຍການແບ່ງພາກຮ້ອງກັນໄດ້ຊັດເຈນ ແລະ ລາຍເຕັ້ນກໍຄົມຊັດ ເຊິ່ງເວລາສະແດງໃນສ່ວນເຕັ້ນແມ່ນສາມາດດຶງສະເໜ່ອອກມາໄດ້ດີ.
ມ່ວນຊວນຟັງ ຄິດວ່າເພງນີ້ຄືສາມາດເຕືອນໃຈໄດ້ດີເລີຍ ຖ້າທຸກຄົນຮັກໃຜ ກໍຮີບເວົ້າຮີບບອກເລີຍເດີ ຢ່າເອົາແຕ່ເກັ່ງ ເອົາແຕ່ປາກແຂງ ບໍ່ຊັ້ນຊິເຫຼືອແຕ່ນ້ຳຕາຄືໃນເພງນີ້.