Highlights
- ເພງ GOALS ລວມໂຕພໍ່ໂຕແມ່ລະດັບໂລກ (LISA, Anitta, Rema) ແຕ່ເຈິກະແສວິຈານໜັກວ່າມັນເບົາເກີນໄປ, ເນື້ອຫາເນັ້ນເລື່ອງຮັກ, ຕັດຕໍ່ຂັດໃຈ ແລະ ຂາດກິ່ນອາຍປຸກໃຈໃນການເຊຍບານໂລກ.
- ຫຼາຍຄົນເບິ່ງວ່າເພງນີ້ບໍ່ຈຳເປັນຕ້ອງຕິດກອບກີລາ ເພາະຄຳວ່າ Goals ຄືເປົ້າໝາຍຊີວິດ ແລະ ຄວາມຝັນ, ແຖມດົນຕີແບບນີ້ຍັງຟັງໄດ້ຕະຫຼອດ ແລະ ສະທ້ອນຄວາມຫຼາກຫຼາຍທາງວັດທະນະທຳໄດ້ດີ.
- ເຖິງເພງຈະຖືກວິຈານ ແຕ່ໃນ MV ຄືທຸກຄົນເຮັດເຖິງ ໂດຍສະເພາະ LISA ຕົວແທນເອເຊຍທີ່ພົກຄວາມໝັ້ນໃຈມາແບບເຜັດຮ້ອນຍົກມາທັງສວນ ປະຊັນກັບໂຕແມ່ຝັ່ງລາຕິນ ແລະ ໂຕພໍ່ໄນຈີເລຍໄດ້ແບບບໍ່ມີຈົມ.
ຫຼັງຈາກເພງ GOALS ເພງປະຈຳການແຂ່ງຂັນ FIFA World Cup 2026 ປ່ອຍອອກມາໄດ້ເກືອບອາທິດ, ບອກເລີຍວ່າກະແສມາແຮງຫຼາຍ ທັງຕົວເພງ ແລະ ກະແສດຣາມ່າວິຈານຕ່າງໆເລີຍທຸກຄົນ. ຮອບນີ້ເປັນການລວມສິລະປິນ ໂຕພໍ່-ໂຕແມ່ ລະດັບ Global ຢ່າງ LISA, Anitta ແລະ Rema.
ແຕ່ແທນທີ່ຈະໄດ້ຮັບແສຕອບຮັບໄປໃນທາງບວກ ຊາວເນັດພັດສຽງແຕກເປັນສອງຝັ່ງ ໂດຍສະເພາະປະເດັນທີ່ວ່າ “ເພງນີ້ຄືບໍ່ມີກິ່ນອາຍຂອງການແຂ່ງຂັນບານເລີຍ?” ມ່ວນຊວນຟັງ ເລີຍນຳມາແຊຣ໌ກັນວ່າແຕ່ລະຝັ່ງເຂົາເຈົ້າຄິດແນວໃດແດ່.
ເພງບານໂລກ ແຕ່ຟັງແລ້ວບໍ່ມີໄຟ?
ເພາະປົກກະຕິແລ້ວ ເພງບານໂລກຕ້ອງເດືອດໆປຸກໃຈ ແລະ ມີຄວາມຍິ່ງໃຫຍ່, ແຕ່ເພງ GOALS ພັດມາແນວ Afrobeat/Pop Dance ຈົນຊາວເນັດບອກວ່າ “ນີ້ແມ່ນເພງດ່ຽວຂອງ Lisa ຫຼາຍກວ່າເພງເຊຍບານ”.

ຝັ່ງຂັດໃຈບອກວ່າ ໃນເນື້ອເພງມີແຕ່ເນັ້ນເລື່ອງຄວາມຮັກ ແລະ ເປົ້າໝາຍຊີວິດ ຫຼາຍກວ່າເລື່ອງກີລາ ເລີຍພາຄົນຟັງເຂົ້າບໍ່ເຖິງອາລົມການແຂ່ງຂັນ. ໃນສ່ວນຂອງເຄມີສິລະປິນຍັງບໍ່ເຂົ້າກັນ ເຊິ່ງຫຼາຍຄົນຮູ້ສຶກວ່າການຕັດຕໍ່ທ່ອນຮ້ອງຂອງ 3 ຄົນຍັງຂັດໆ ແລະ ຍັງດຶງສະເໜ່ອອກມາໄດ້ບໍ່ສຸດ ແຖມຍັງຂາດທ່ອນພີກ (Climax) ທີ່ເຮັດໃຫ້ຄົນຟັງວ້າວ ແລະ ຈື່ທ່ອນຮ້ອງນັ້ນ.
ຄວາມຄາດຫວັງທີ່ສູງເກີນ ເພາະຍ້ອນມີຊື່ LISA ແລະ ຕົວທັອບລະດັບໂລກ ຄົນເລີຍຫວັງເຫັນເຖິງຄວາມແປກໃໝ່ທີ່ມີພະລັງ ພໍເພງອອກມາລຽບໆໃນມຸມຂອງຄົນຟັງ ເລີຍພາກັນຜິດຫວັງ.
ເພງຍຸກໃໝ່ບໍ່ຈຳເປັນຕ້ອງຕິດກອບ
ເພງມີຄວາມໝາຍກວ້າງ ແລະ ຟັງໄດ້ຕະຫຼອດ ເພາະຄຳວ່າ Goals ບໍ່ໄດ້ແປວ່າຕ້ອງຍິງປະຕູຢ່າງດຽວ ແຕ່ໝາຍເຖິງ “ເປົ້າໝາຍຊີວິດ ແລະ ຄວາມຝັນ” ຂອງທຸກຄົນ. ເພງຟັງງ່າຍບໍ່ຕິດກອບເລື່ອງກີລາເກີນໄປ ເປີດຟັງໄດ້ເລື້ອຍໆ ບໍ່ແມ່ນດັງແຕ່ຊ່ວງແຂ່ງຂັນແລ້ວຫາຍໄປ.

ຝັ່ງທີ່ມັກເພງ ແລະ ເປັນສາຍເຊຍສຸດໃຈກໍບອກວ່າ Goals ແມ່ນເພງນີ້ມີຄວາມຫຼາກຫຼາຍທີ່ປະສົມປະສານດົນຕີ ມັນຈຶ່ງຄືກັບການສະເຫຼີມສະຫຼອງວັດທະນະທຳຮ່ວມກັນ (Global Unity) ຕາມຄອນເຊັບບານໂລກ 2026 ນັ້ນເອງ.
ໃນສ່ວນຂອງສິລະປິນທັງ 3 ກໍໄດ້ປ່ອຍຂອງກັນສຸຸດໆ
LISA: ຕົວແທນຈາກເອເຊຍຮອບນີ້ຄື ເຮັດເຖິງອີກແລ້ວ! ລາວພົກຄວາມໝັ້ນໃຈມາແບບເຜັດຮ້ອນທີ່ຍົກມາທັງສວນ ພ້ອມປະຊັນກັບໂຕແມ່ຝັ່ງລາຕິນໄດ້ແບບບໍ່ມີຈົມ.
Anitta: ຕົວແທນຈາກລາຕິນ/ບຣາຊິນ ຄືຟາດຫຼາຍ! Attitude ສະເໜ່ກິນຂາດ ທັງສາຍຕາສຸດເຊັກຊີ່ ແລະ ອິນເນີຮ້ອນແຮງໃນ MV.
Rema: ຕົວແທນຈາກອາຟຣິກາ (ໄນຈີເລຍ) ກໍບໍ່ທຳມະດາ ມາຕັດຄວາມເຜັດດ້ວຍທ່ອນ Rap ສຸດເທ່ ແລະ ນ້ຳສຽງທີ່ດຸດັນ.

ເພງ GOALS ອາດຈະບໍ່ໄດ້ໃຈແຟນບານທີ່ຕ້ອງເປັນເພງປຸກໃຈກີລາແບບເກົ່າ ແຕ່ຖືກໃຈຄົນທີ່ມັກຟັງເພງປັອບຮ່ວມສະໄໝ ທີ່ຂາຍຄວາມຫຼາກຫຼາຍທາງວັດທະນະທຳ ແລະ ຂາຍສະເໜ່ຂອງສິລະປິນລະດັບໂລກ ໂດຍສະເພາະ LISA ທີ່ຍັງຄົງຮັກສາມາດຕະຖານໄດ້ໜ້າພາກພູມໃຈ.