ຫຼາຍຄົນອາດຈະລຶ້ງເຄີຍ ແລະ ຕົກຫຼຸມຮັກ ເປຍໂນ ສຸກສະຫວັນ ໃນຖານະໄອດໍ້ສາວໜ້າໃສສະມາຊິກວົງເກີລກຣຸບຊື່ດັງຂອງລາວຢ່າງ Fizche ທີ່ເຄີຍຝາກຜົນງານເພງ, ສຽງຮ້ອງ, ສະເຕັບການເຕັ້ນ ແລະ ຄວາມໜ້າຮັກເທິງເວທີຈົນກວາດເອົາຫົວໃຈແຟນຄລັບທັງຍິງ ແລະ ຊາຍໄປຢ່າງຫຼວງຫຼາຍ.
ແຕ່ຫຼ້າສຸດ, ຖືເປັນອີກໜຶ່ງຄວາມພາກພູມໃຈ ແລະ ເປັນບາດກ້າວສຳຄັນຂອງວົງການບັນເທີງລາວ ເມື່ອ ເປຍໂນ ໄດ້ພິສູດຄວາມສາມາດໄປອີກຂັ້ນ ດ້ວຍການກ້າວເຂົ້າສູ່ໂປຣເຈັກໃຫຍ່ລະດັບອິນເຕີ ກັບການຂຶ້ນແທ່ນເປັນນາງເອກຮູບເງົາໄທເຕັມຕົວເລື່ອງທຳອິດໃນຊີວິດ ໂດຍໄດ້ປະກົບຄູ່ກັບພະເອກຊື່ດັງແຖວໜ້າຂອງໄທຢ່າງ “ເດັ່ນຄຸນ ງາມເນດ” ໃນບົດບາດຂອງຄູພິມພາ ຫຼື ທີ່ຫຼາຍຄົນເອີ້ນວ່າ ນາງຟ້າຂອງເດັກໆ.
ມື້ນີ້ ມ່ວນຈະພາທຸກຄົນໄປເຈາະເລິກເຖິງຄວາມຮູ້ສຶກ, ຄວາມທ້າທາຍ ແລະ ເບື້ອງຫຼັງກອງຖ່າຍທີ່ເຕັມໄປດ້ວຍຮອຍຍິ້ມຂອງສາວເປຍໂນນຳກັນ.
ຈຸດເລີ່ມຕົ້ນຂອງໂອກາດໃຫຍ່ ແລະ ຄວາມຮູ້ສຶກທີ່ໄດ້ເປັນ “ນາງເອກ”
ເມື່ອຖາມເຖິງຄວາມຮູ້ສຶກທຳອິດທີ່ໄດ້ຮັບເລືອກ, ເປຍໂນເປີດໃຈວ່າ: “ທັງຕື່ນເຕັ້ນ ແລະ ຮູ້ສຶກກົດດັນ ເພາະເປັນໂປຣເຈັກຄັ້ງທຳອິດໃນຊີວິດທີ່ໄດ້ໄປສະແດງຮູບເງົາຕ່າງປະເທດ ເຮົາກໍຢາກເຮັດໃຫ້ມັນອອກມາດີທີ່ສຸດ. ຍິ່ງໄດ້ຮັບບົດເປັນນາງເອກນຳ ກໍຍິ່ງຕື່ນເຕັ້ນ ແລະ ດີໃຈຫຼາຍ ທີ່ທາງຜູ້ກຳກັບຝັ່ງໄທເພິ່ນໃຫ້ໂອກາດເຮົາໃນເທື່ອນີ້.”
ສຳລັບຈຸດເລີ່ມຕົ້ນຂອງການໄດ້ມາຮ່ວມງານນັ້ນ ເປຍໂນເລົ່າວ່າ ທາງທີມງານຝັ່ງໄທໄດ້ຕິດຕໍ່ມາ ເນື່ອງຈາກສົນໃຈຢາກໃຫ້ໄປເປັນນາງເອກ. “ຕອນທຳອິດເກືອບໄດ້ໄປແຄສຕິ້ງເຊິ່ງໜ້າຢູ່ຈັງຫວັດມະຫາສາລະຄາມແລ້ວ ແຕ່ຕອນນັ້ນຄາວຽກ ກໍເລີຍໄດ້ສົ່ງເປັນວິດີໂອແຄສຕິ້ງແບບອອນລາຍໄປກ່ອນ, ລໍຖ້າປະມານເກືອບເດືອນໜຶ່ງຈົນຄິດວ່າສິບໍ່ໄດ້ແລ້ວ ແລະທາງທີມງານກໍຕິດຕໍ່ມາແຈ້ງຂ່າວດີວ່າ ເພິ່ນຕົກລົງໃຫ້ເຮົາເປັນນາງເອກເລີຍ ໂດຍທີ່ບໍ່ຕ້ອງໄປແຄສຮອບຕໍ່ໜ້າອີກ.”

ພິກຄາເຣັກເຕີສຸດທ້າທາຍ ແລະ ການຮ່ວມງານກັບ “ເດັ່ນຄຸນ ງາມເນດ”
ໃນຮູບເງົາເລື່ອງນີ້ ເປຍໂນ ຕ້ອງໄດ້ຮັບບົດເປັນ ຄູພິມພາ ຄູສອນພາສາໄທທີ່ເປັນຄົນຮຽບຮ້ອຍ, ອ່ອນຫວານ, ເວົ້າໜ້ອຍ ແລະ ເນັ້ນການສື່ສານອາລົມທາງສີໜ້າແລະແວວຕາ. ເຊິ່ງເຈົ້າຕົວບອກເລີຍວ່າ ກົງກັນຂ້າມກັບຕົວຈິງສຸດໆ ເພາະຕົວຈິງເປຍເປັນຄົນບໍ່ໄດ້ເວົ້າໜ້ອຍປານນັ້ນ ອອກໄປທາງເວົ້າຫຼາຍ ແລະ ກໍດີດໆນຳ, ເຊິ່ງມັນທ້າທາຍແຮງ ເພາະເປຍຕ້ອງໄດ້ກຽມຕົວໜັກຫຼາຍ ອ່ານບົດເພື່ອວິເຄາະ ແລະ ເຮັດຄວາມເຂົ້າໃຈວິທີຄິດຂອງຕົວລະຄອນ. ສິ່ງທີ່ຍາກທີ່ສຸດຄືການສະແດງສີໜ້າແນວໃດໃຫ້ຄົນເບິ່ງຮູ້ສຶກຮ່ວມໄປກັບຕົວລະຄອນໃຫ້ໄດ້.
ເມື່ອເວົ້າເຖິງການຮ່ວມງານກັບພະເອກຮັອດຢ່າງ ເດັ່ນຄຸນ ງາມເນດ, ສາວເປຍໂນກໍອົດຍິ້ມບໍ່ໄດ້ ແລະ ເລົ່າຄວາມປະທັບໃຈວ່າ: “ຕອນເຈິກັນທຳອິດມື້ຖ່າຍໂພສເຕີ ເປຍເກັງໆ ແລະ ບໍ່ກ້າລົມນຳເພິ່ນເລີຍ ເພາະເຮົາກໍຮູ້ວ່າເພິ່ນເປັນນັກສະແດງທີ່ມີຊື່ສຽງເນາະ, ແຕ່ພໍໄດ້ຮ່ວມງານກັນແທ້ໆ ອ້າຍລາວໜ້າຮັກ ແລະ ເປັນກັນເອງຫຼາຍແຮງ ມັກມາຊວນລົມ, ຊວນຫຼິ້ນນັ້ນນີ້ ເຊິ່ງມັນເຮັດໃຫ້ເຮົາຜ່ອນຄາຍເວລາເຂົ້າຕ້ອງສາກນຳກັນ, ທີ່ສຳຄັນ ອ້າຍເພິ່ນຍັງຄອຍໃຫ້ຄຳແນະນຳເລື່ອງການສະແດງຕະຫຼອດ ຖືເປັນອ້າຍໃນວົງການທີ່ເປຍເຄົາລົບແຮງ ເພາະເພິ່ນເກັ່ງ ແລະ ເຂົ້າເຖິງບົດບາດສຸດໆ.”

ບັນຍາກາດຫຼັງກ້ອງ ແລະ ການປັບຕົວໃນວົງການບັນເທີງໄທ
ສຳລັບການເຮັດວຽກຂ້າມປະເທດຄັ້ງທຳອິດ ເປຍໂນບອກວ່າບໍ່ໄດ້ຍາກຄືທີ່ຄິດ ໂດຍສະເພາະເລື່ອງພາສາທີ່ມີຄວາມໃກ້ຄຽງກັນ. ສ່ວນວັດທະນະທຳການເຮັດວຽກກໍຄ້າຍຄືກັນ ແຕ່ອາດຈະເພີ່ມຄວາມຈິງຈັງ ແລະ ຄວາມເປ໊ະຂຶ້ນມາອີກລະດັບ.
ເມື່ອຖາມເຖິງບັນຍາກາດໃນກອງຖ່າຍ ເຈົ້າຕົວເລົ່າດ້ວຍຄວາມມ່ວນຊື່ນວ່າ: “ປະທັບໃຈກອງຖ່າຍນີ້ແຮງ! ຕະຫຼົກ ແລະ ມີສີສັນຕະຫຼອດເວລາ ເພາະມີທີມງານກຸ່ມ LGBTQ+ ຫຼາຍ ເປຍນີ້ຫຼຸດຫົວຕະຫຼອດ ເພາະເພິ່ນມັກມີຄຳສັບໃໝ່ໆຕະຫຼົກໆມາເວົ້າໃຫ້ຟັງ. ເຊິ່ງທີມງານທຸກຄົນໃນກອງຖ່າຍແມ່ນໜ້າຮັກ, ເປັນກັນເອງ ແລະ ເບິ່ງແຍງເປຍດີຫຼາຍ ຮູ້ສຶກໂຊກດີແທ້ໆທີ່ໄດ້ມາຮ່ວມງານໂປຣເຈັກນີ້.”

ຄວາມຄາດຫວັງ ແລະ ອະນາຄົດໃນເສັ້ນທາງການສະແດງ
“ປະສົບການຈາກຮູບເງົາເລື່ອງນີ້ ໄດ້ຈູດປະກາຍຄວາມມັກໃນການສະແດງຂອງເປຍໂນໃຫ້ເພີ່ມຂຶ້ນໄປອີກ ເພາະຈາກທີ່ມັກຢູ່ແລ້ວ ພໍໄດ້ມາເຮັດຈິງຈັງ, ໄດ້ເຈິນັກສະແດງເກັ່ງໆ, ເຈິກອງຖ່າຍໃຫຍ່ໆ ກໍຍິ່ງເຮັດໃຫ້ເປຍຫຼົງຮັກການສະແດງຫຼາຍຂຶ້ນ. ຖ້າຜູ້ໃຫຍ່ໃຫ້ໂອກາດ ເປຍກໍພ້ອມທີ່ຈະລຸຍງານສາຍນີ້ຕໍ່ໄປແນ່ນອນ.”
ເປຍໂນ ຢາກໃຫ້ທຸກຄົນໄດ້ເບິ່ງຮູບເງົາເລື່ອງນີ້ ເພາະນອກຈາກຄວາມມ່ວນທີ່ຄົບທຸກລົດຊາດແລ້ວ ຍັງແຝງໄປດ້ວຍຂໍ້ຄິດຫຼາຍຢ່າງ ທີ່ທີມງານທຸກຄົນຕັ້ງໃຈເຮັດອອກມາໃຫ້ດີທີ່ສຸດ.
ສຸດທ້າຍນີ້ ເປຍຕ້ອງຂໍຂອບໃຈແຟນໆທັງທາງຝັ່ງລາວ ແລະ ໄທ ທີ່ຄອຍຊັບພອດ ແລະ ເປັນກຳລັງໃຈໃຫ້ເປຍສະເໝີມາ. ຮູບເງົາເລື່ອງນີ້ຖືເປັນບາດກ້າວໃໝ່ໃນວົງການບັນເທີງຂອງເປຍເລີຍ ຢາກໃຫ້ທຸກຄົນລໍຖ້າຕິດຕາມ ແລະ ເປັນກຳລັງໃຈໃຫ້ເປຍຕໍ່ໆໄປເດີ້ ເພາະໄວໆນີ້ ກໍກຳລັງຈະມີຜົນງານໃໝ່ໆອອກມາໃຫ້ໄດ້ຊົມກັນອີກແນ່ນອນ.
