ຕາມເກັບຊີຣີສ໌ລາວໃນຕໍານານ ລວມ 7 ເລື່ອງມ່ວນໆ ຄົບທຸກລົດຊາດຮັບຮອງບໍ່ມີເບື່ອ

ແບ່ງປັນ

ຕາມເກັບຊີຣີສ໌ລາວໃນຕໍານານ ລວມ 7 ເລື່ອງມ່ວນໆ ຄົບທຸກລົດຊາດຮັບຮອງບໍ່ມີເບື່ອ

25 August 2026 9
AI Summarized

Key Takeaways:

  • ການກັບມາຕາມເກັບຊີຣີສ໌ເກົ່າໆເຫຼົ່ານີ້ ບໍ່ພຽງແຕ່ເຮັດໃຫ້ເຮົາໄດ້ເຫັນຈຸດເລີ່ມຕົ້ນຂອງນັກສະແດງທີ່ເຮົາມັກເທົ່ານັ້ນ ແຕ່ຍັງໄດ້ເຫັນພັດທະນາການຂອງວົງການຊີຣີສ໌ລາວອີກດ້ວຍ.
  • "ຮັກນີ້ສີບົວ" ເປັນຊີຣີສ໌ລາວໃນຕໍານານທີ່ສ້າງກະແສຄວາມຮິດ ແລະ ໄດ້ມີການສ້າງຕໍ່ເນື່ອງກັນມາເຖິງ 3 ພາກ ແລະ ພາກ 4 ກໍາລັງຈະອອກມາ.
  • "ສຸກໃຈ It's Okay the Series" ກ້າຫານທີ່ຈະນໍາສະເໜີປະເດັນສຸຂະພາບຈິດ ແລະ ຄວາມຫຼາກຫຼາຍທາງເພດໃນປະເທດລາວຢ່າງກົງໄປກົງມາ, ຍົກລະດັບວົງການ ແລະ ໃຫ້ແນວຄິດດີໆ.
  • "ຮັກວຸ້ນໆຄຸນໜູເນ່ເນ້ Diary Love the series" ເປັນຊີຣີສ໌ທີ່ເນັ້ນຄວາມຮັກໂຣແມນຕິກປົນຄອມເມດີ ຜ່ານໄດອາຣີ່ ແລະ ມຸມມອງຄວາມຮັກຂອງໄວຮຸ່ນ, ເບິ່ງງ່າຍ, ບໍ່ເຄັ່ງຄຽດ, ໄດ້ທັງຄວາມອົບອຸ່ນ ແລະ ຮອຍຍິ້ມ.
  • "ໂນຣາ ນາຣີ Nora Naree the Series" ເປັນເລື່ອງລາວແນວພົມລິຂິດກ່ຽວກັບສອງເອື້ອຍນ້ອງທີ່ຖືກພັດພາກໄປຕັ້ງແຕ່ເດັກນ້ອຍ ແລະ ໄດ້ກັບມາພົບກັນອີກຄັ້ງ, ເນັ້ນຄວາມຜູກພັນຂອງເອື້ອຍນ້ອງ ແລະ ປົມປະເດັນທີ່ໜ້າຕິດຕາມ.

ເຄີຍເປັນບໍ ພໍຮອດມື້ພັກຜ່ອນທັງທີ ແຕ່ກັບນັ່ງເລື່ອນໜ້າຈໍໄປມາຈົນໝົດມື້ ເພາະບໍ່ຮູ້ຈະເບິ່ງຫຍັງດີ?

ຖ້າເລີ່ມເບິ່ງຊີຣີສ໌ຕ່າງປະເທດຈົນເບື່ອແລ້ວ ມາປ່ຽນບັນຍາກາດເບິ່ງຊີຣີສ໌ລາວເຮົາເອງດີກວ່າ. ເພາະວົງການບັນເທີງບ້ານເຮົາໄວໆນີ້ ກໍກໍາລັງຈະມີຊີຣີສ໌ເລື່ອງໃໝ່ໆປ່ອຍອອກມາໃຫ້ເບິ່ງກັນອີກຫຼາຍເລື່ອງເລີຍ.

ແຕ່ກ່ອນທີ່ຈະໄປຖ້າເບິ່ງຜົນງານໃໝ່ໆ ເຮົາມາມາວົນເບິ່ງຊີຣີສ໌ລາວປີເລີກທີ່ຊວນໃຫ້ຄິດຮອດກັນກ່ອນ. ເພາະຫຼາຍໆເລື່ອງຖືເປັນຜົນງານການສະແດງທໍາອິດຂອງນັກສະແດງຫຼາຍຄົນ ທີ່ເຄີຍຝາກສີມືໄວ້ໃຫ້ເຮົາໄດ້ປະທັບໃຈ.

ການກັບມາຕາມເກັບຊີຣີສ໌ເກົ່າໆເຫຼົ່ານີ້ ບໍ່ພຽງແຕ່ເຮັດໃຫ້ເຮົາໄດ້ເຫັນຈຸດເລີ່ມຕົ້ນຂອງນັກສະແດງທີ່ເຮົາມັກເທົ່ານັ້ນ ແຕ່ຍັງໄດ້ເຫັນພັດທະນາການຂອງວົງການຊີຣີສ໌ລາວອີກດ້ວຍ. ທຸກເລື່ອງທີ່ ມ່ວນຊວນເບິ່ງ ນຳມາແຊຣ໌ທຸກຄົນສາມາດຄົ້ນຫາເບິ່ງໃນຍູທູບ ແລະ ເຟສບຸກເລີຍເດີ.

ອ່ານຕື່ມ:  ເຄີຍແອັບຮັກໃຜແລ້ວບໍ່ກ້າບອກບໍ? ຊວນຫວນກັບໄປຟັງເພງຈາກປີ 2018 "ຮັກແຕ່ບໍ່ກ້າບອກ" ເວີຊັ່ນ Yes Bands

ຮັກນີ້ສີບົວ on your side the series

ຖ້າເວົ້າເຖິງຊີຣີສ໌ລາວໃນຕໍານານທີ່ຫຼາຍຄົນຄິດຮອດ ຕ້ອງມີຊື່ຂອງ “ຮັກນີ້ສີບົວ” ຂຶ້ນມາໃນຫົວຢ່າງແນ່ນອນ ເພາະເລື່ອງນີ້ເຄີຍສ້າງກະແສຄວາມຮິດ ແລະ ເປັນທີ່ເວົ້າເຖິງຢ່າງຫຼາຍໃນສະໄໝນັ້ນ.

ເລື່ອງນີ້ຈະພາເຮົາຍ້ອນກັບໄປສູ່ບັນຍາກາດຄວາມຮັກ, ຄວາມຜູກພັນຂອງໝູ່ເພື່ອນ ແລະ ການເຕີບໃຫຍ່ຂອງແຕ່ລະຕົວລະຄອນໃນຊ່ວງໄວມັດທະຍົມ ເຊິ່ງເຮັດໃຫ້ເບິ່ງແລ້ວອິນ ແລະ ນຶກເຖິງຄວາມຊົງຈໍາເກົ່າໆໄດ້ງ່າຍ. ຄວາມສໍາເລັດຂອງເລື່ອງນີ້ເຮັດໃຫ້ມີການສ້າງຕໍ່ເນື່ອງກັນມາເຖິງ 3 ພາກ ແລະ ທີ່ສໍາຄັນ ຕອນນີ້ກໍກໍາລັງຈະມີພາກ 4 ອອກມາໃຫ້ເຮົາໄດ້ຕິດຕາມກັນໄວໆ ນີ້ອີກດ້ວຍ.

ໃຜທີ່ຢາກຍ້ອນໄວ ຫຼື ຫາຊີຣີສ໌ເບິ່ງເພີນໆໃນມື້ພັກຜ່ອນ ການກັບມາຕາມເກັບ “ຮັກນີ້ສີບົວ” ຕັ້ງແຕ່ພາກ 1 ເຖິງພາກ 3 ຖືເປັນຕົວເລືອກທີ່ເໝາະຫຼາຍ ເພື່ອຕຽມຄວາມພ້ອມກ່ອນຈະໄປເບິ່ງພາກໃໝ່ທີ່ກໍາລັງຈະມາ.

ສຸກໃຈ It’s Okay the Series

“ສຸກໃຈ It’s Okay the Series” ເປັນຊີຣີສ໌ທີ່ຢາກແນະນໍາໃຫ້ທຸກຄົນໄດ້ເບິ່ງຫຼາຍ. ເລື່ອງນີ້ບໍ່ພຽງແຕ່ໃຫ້ຄວາມບັນເທີງເທົ່ານັ້ນ ແຕ່ຍັງກ້າທີ່ຈະນໍາສະເໜີປະເດັນສຸຂະພາບຈິດ ແລະ ຄວາມຫຼາກຫຼາຍທາງເພດ (Nonbinary) ໃນປະເທດເຮົາຢ່າງກົງໄປກົງມາ.

ການດໍາເນີນເລື່ອງເຮັດໃຫ້ເຮົາໄດ້ເຂົ້າໃຈຄວາມຮັກ, ຄວາມກົດດັນ ແລະ ການຍອມຮັບຕົວເອງຂອງໄວໜຸ່ມຍຸກນີ້ໄດ້ຢ່າງເລິກເຊິ່ງ. ຖືເປັນຊີຣີສ໌ທີ່ຍົກລະດັບວົງການ ແລະ ໃຫ້ແນວຄິດດີໆ ໃນການໃຊ້ຊີວິດຫຼາຍ.

ຮັກວຸ້ນໆຄຸນໜູເນ່ເນ້ Diary Love the series 

ຖ້າຕ້ອງມາເຈີກັບຄວາມຮັກແບບວຸ່ນໆ ມັນຈະປ່ວນ ແລະ ມ່ວນຂະໜາດໃດ? ຖ້າທຸກຄົນກຳລັງຊອກຫາຊີຣີສ໌ເບິ່ງເພີນໆຕ້ອງລອງເບິ່ງ “ຮັກວຸ້ນໆຄຸນໜູເນ່ເນ້” ເພາະເລື່ອງນີ້ຈະພາເຮົາໄປຕິດຕາມຊີວິດຂອງ “ເນ່ເນ້” ຄຸນໜູສຸດແສບທີ່ຈະມາສ້າງຮອຍຍິ້ມ ແລະ ເລື່ອງລາວຄວາມຮັກສຸດວຸ່ນວາຍໃຫ້ໄດ້ລຸ້ນກັນ.

ເນື້ອເລື່ອງຈະເນັ້ນຄວາມຮັກໂຣແມນຕິກປົນຄອມເມດີທີ່ເລົ່າຜ່ານໄດອາຣີ່ ແລະ ມຸມມອງຄວາມຮັກຂອງໄວຮຸ່ນ ໂດຍຊີຣີສ໌ເລື່ອງນີ້ມີທັງໝົດ 2 ພາກດ້ວຍກັນ.

ອ່ານຕື່ມ:  ບໍ່ເປັນຫຍັງທີ່ເຈົ້າຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ໃຫ້ກຳລັງໃຈປ້າຈັນໃນ ສຸກໃຈ It's Okay the series

ເປັນເລື່ອງທີ່ເບິ່ງງ່າຍ, ບໍ່ເຄັ່ງຄຽດ, ໄດ້ທັງຄວາມອົບອຸ່ນ ແລະ ຮອຍຍິ້ມໄປພ້ອມກັນ. ຖືເປັນຊີຣີສ໌ລາວອີກເລື່ອງທີ່ເໝາະຫຼາຍສໍາລັບຄົນທີ່ມັກແນວຄວາມຮັກສົດໃສ ເບິ່ງແລ້ວຄາຍຄຽດໄດ້ດີ ແລະ ໄດ້ເຫັນສີມືການສະແດງຂອງ ແຮນນ່າ ອີກດ້ວຍ.

ໂນຣາ ນາຣີ Nora Naree the Series 

ທຸກຄົນເຄີຍເຊື່ອເລື່ອງພົມລິຂິດບໍ? ບາງຄັ້ງຄົນທີ່ພັດພາກກັນໄປໄກ ກໍອາດຈະກັບມາພົບກັນໄດ້ດ້ວຍເຫດຜົນບາງຢ່າງທີ່ເຮົາຄາດບໍ່ເຖິງ? ຖ້າມັກເລື່ອງລາວແນວນີ້ຕ້ອງບໍ່ພາດຊີຣີສ໌ “ໂນຣາ ນາຣີ” ເພາະຊີຣີສ໌ເລື່ອງນີ້ຈະພາເຮົາໄປຕາມຕິດຕາມຊີວິດຂອງສອງເອື້ອຍນ້ອງ ໂນຣາ ແລະ ນາຣີ ທີ່ຕ້ອງແຍກທາງກັນຕັ້ງແຕ່ຕອນຍັງນ້ອຍ.

ແຕ່ສຸດທ້າຍ ໂຊກຊະຕາກໍດຶງດູດໃຫ້ພວກເຂົາໄດ້ກັບມາພົບກັນອີກຄັ້ງ ເຊິ່ງການກັບມາເຈິກັນໃນຄັ້ງນີ້ບໍ່ແມ່ນເລື່ອງບັງເອີນເລີຍ ແຕ່ແມ່ນພົມລິຂິດທີ່ກໍານົດໄວ້ ຖືເປັນຊີຣີສ໌ອີກເລື່ອງທີ່ໜ້າຕິດຕາມຫຼາຍ ເພາະເນື້ອເລື່ອງເນັ້ນຄວາມຜູກພັນຂອງເອື້ອຍນ້ອງ ແລະ ປົມປະເດັນທີ່ເຮັດໃຫ້ຄົນເບິ່ງຕ້ອງລຸ້ນຕາມໄປນໍາກັນວ່າ ການກັບມາພົບກັນຄັ້ງນີ້ຈະນໍາພາຊີວິດຂອງພວກເຂົາໄປໃນທິດທາງໃດ.

ກູໂຫດໃດ໋ ມຶງໄຫວຫວາ Onelove the Series

ຖືເປັນຊີຣີສ໌ເລື່ອງທຳອິດຂອງບ້ານເຮົາເລີຍທີ່ມີຄູ່ເອກເປັນແນວວາຍ (Boy Love), ເນື້ອເລື່ອງຈະພາເຮົາໄປຕິດຕາມຊີວິດຂອງໄວຮຸ່ນກຸ່ມໜຶ່ງທີ່ມີຄວາມດື້ຕາມໄວ ຈົນເກີດມີເລື່ອງທະເລາະວິວາດກັນ ແລະ ເຫດການນັ້ນເອງທີ່ເຮັດໃຫ້ພວກເຂົາໄດ້ມາພົບກັບນັກຮຽນເກັ່ງຄົນໜຶ່ງ.

ນັ້ນແມ່ນຈຸດເລີ່ມຕົ້ນຂອງຄວາມໃກ້ຊິດ ທີ່ຄ່ອຍໆປ່ຽນແປງຄວາມສໍາພັນຂອງພວກເຂົາໄປເທື່ອລະໜ້ອຍ ຈົນກາຍເປັນຄວາມຮັກໃນທີ່ສຸດ.  ຈຸດເດັ່ນຂອງເລື່ອງນີ້ ແມ່ນຄວາມສໍາພັນທີ່ຊັບຊ້ອນ ແລະ ການໄດ້ເຫັນຕົວລະຄອນປັບປຸງໂຕເອງ ພ້ອມທັງເຕີບໃຫຍ່ໄປຕາມຮຽນຮູ້ຂອງຊີວິດ ແລະ ຄວາມຮັກ.

ທຳນອງຫົວໃຈ ໄວລຸ້ນປັ້ນຝັນ My melody the series

ທຸກຄົນເຄີຍຄິດຮອດບັນຍາກາດຕອນຢູ່ມັດທະຍົມທີ່ເຮົາ ແລະ ໝູ່ຕັ້ງໃຈເຮັດຫຍັງບາງຢ່າງດ້ວຍຄວາມຫຼົງໃຫຼ ແລະ ຄວາມຝັນບໍ?

ຖ້າຢາກໄດ້ຄວາມຮູ້ສຶກແບບນັ້ນກັບມາ ຕ້ອງລອງເບິ່ງ “ທຳນອງຫົວໃຈ ໄວລຸ້ນປັ້ນຝັນ” ເພາະຊີຣີສ໌ເລື່ອງນີ້ຈະພາເຮົາຍ້ອນກັບໄປສູ່ຊີວິດໄວຮຸ່ນມັດທະຍົມທີ່ເຕັມໄປດ້ວຍຄວາມຝັນ ແລະ ຄວາມຮັກໃນສຽງເພງເຊິ່ງພວກເຂົາໄດ້ຮ່ວມກັນສ້າງວົງດົນຕີຂຶ້ນມາ ເພື່ອສະແດງຄວາມສາມາດດ້ານການຮ້ອງເພງ ແລະ ຫຼິ້ນດົນຕີ.

ອ່ານຕື່ມ:  ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It's Okay the series

ຖືເປັນຊີຣີສ໌ທີ່ເລົ່າເລື່ອງລາວຄວາມຜູກພັນ, ຄວາມພະຍາຍາມ ແລະ ສຽງດົນຕີຂອງໄວຮຸ່ນໄດ້ຢ່າງເປັນທຳມະຊາດ, ເບິ່ງເພີນ ແລະ ເໝາະຫຼາຍສຳລັບຄົນທີ່ມັກເລື່ອງລາວແນວສ້າງແຮງບັນດານໃຈ.

ປະຕິຫານດອກໄມ້ Winter Flower the series 

ຖ້າຂໍພອນວິເສດໄດ້ 1 ຂໍ້ໃນຕອນນີ້ ທຸກຄົນຈະຂໍຫຍັງ? ບາງຄົນອາດຈະຂໍໂຊກລາບ ແຕ່ສໍາລັບໄວຮຸ່ນຫຼາຍຄົນພອນທີ່ດີທີ່ສຸດອາດຈະເປັນພຽງການໄດ້ຮຽນຕໍ່ໃນບ່ອນທີ່ຝັນໄວ້.

ເລື່ອງລາວໃນຊີຣີສ໌ເລື່ອງນີ້ຈະພາເຮົາໄປຕິດຕາມຊີວິດຂອງໄວຮຸ່ນທີ່ມີຄວາມຝັນອັນຍິ່ງໃຫຍ່ຄືການເສັງເຂົ້າຮຽນໃນມະຫາວິທະຍາໄລທີ່ມີຊື່ສຽງ, ການໄລ່ຕາມຄວາມຝັນນັ້ນ ພວກເຂົາບໍ່ພຽງແຕ່ຕ້ອງເຈິກັບສິ່ງທີ່ບໍ່ຄາດຄິດ ແຕ່ຍັງໄດ້ພົບກັບຄວາມຮັກອັນແສນບໍລິສຸດທີ່ເຄີຍປາຖະໜາມາໂດຍຕະຫຼອດ.

ເປັນເລື່ອງລາວທີ່ເລົ່າເຖິງການເຕີບໃຫຍ່, ຊີວິດຂອງໄວຮຸ່ນ ແລະ ຄວາມສໍາພັນທີ່ຄ່ອຍໆເຕີບໂຕໄປພ້ອມກັບຄວາມຝັນ. ຖືເປັນຊີຣີສ໌ທີ່ເບິ່ງແລ້ວໄດ້ທັງກໍາລັງໃຈໃນການໃຊ້ຊີວິດ ແລະ ສະທ້ອນມຸມມອງຄວາມຮັກຂອງໄວຮຸ່ນໄດ້ແບບເຂົ້າເຖິງງ່າຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.