ໜ້າຫຼັກ Muan.la - ສາລະບັນເທີງ The Interview ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel
The Interview

ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel

ແບ່ງປັນ

ໃຜທີ່ໄດ້ເບິ່ງເອັມວີເພງ Trust Issues ຂອງ Imel ແລ້ວນັ້ນກໍຕ້ອງຮູ້ສຶກສົງໄສ ແລະ ຢາກຮູ້ວ່າພະເອກເອັມວີວ່າລາວແມ່ນໃຜ? ຄືມາຫຼໍ່ໜ້າຮັກ ແລະ ຍິ້ມຫວານແທ້. ມື້ນີ້ມ່ວນກໍບໍ່ລໍຊ້າຮີບໄປຊອກຫາ ແລະ ນຳລາວມາໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກກັນເລີຍ.

ສຸກສະຫວັນ ວິບູນສັກ ມີຊື່ຫຼີ້ນວ່າ ໂຈບີ້ ປັດຈຸບັນອາຍຸ 23 ປີ. ບຸກຄະລິກພາຍນອກຂອງລາວເປັນຄົນບໍ່ຄ່ອຍປາກງຽບຂຶມ, ແຕ່ຖ້າໃຜທີ່ໄດ້ມີໂອກາດຮູ້ຈັກລາວຫຼາຍຂຶ້ນກໍຈະເປັນຄົນກວນໆ ຊິລໆ ສະບາຍໆ.

ໂຈບີ້ ໄດ້ບອກກັບທີມງານມ່ວນວ່າຍັງບໍ່ເຄີຍຮັບງານສະແດງມາກ່ອນເລີຍ ແລະ ເທື່ອນີ້ແມ່ນເທື່ອທຳອິດ. ກ່ອນທີ່ຈະໄດ້ມາສະແດງເອັມວີ, ເປັນ JUST” (ນັກຮ້ອງທີ່ເປັນເຈົ້າຂອງເພງດັງຫຼາຍເພງຢ່າງ Radio, Glitter butterfly ແລະ ອຶ່ນໆ). ທີ່ໄດ້ຕິດຕໍ່ຜ່ານໝູ່ຂອງໂຈບີ້ ແລະ ທັງສອງແມ່ນຮູ້ຈັກກັນກ່ອນຢູ່ແລ້ວເພາະມີໂອກາດໄດ້ເຈິກັນບາງຄັ້ງຄາວ.

ການທີ່ໂຈບີ້ໄດ້ຮ່ວມງານກັບນັກຮ້ອງ ແລະ ທີມງານກອງນີ້ແມ່ນເຮັດໃຫ້ຮູ້ວ່າທຸກຄົນອະທະຍາໄສດີ ແລະ ບັນຍາກາດໃນກອງຖ່າຍເປັນກັນເອງ, ເຮຮາປາຕີ້ຄືກັນກັບໃນເອັມວີທີ່ໄດ້ເຜີຍແຜ່ໄປເລີຍ. ໃນສ່ວນຂອງການສະແດງໃນເອັມວີກໍຄິດວ່າຄົນເບິ່ງຫຼາຍຄົນໜ້າຈະມັກ ແລະ ທຸກຄົນທີ່ຢູ່ອ້ອມຂ້າງທັງໝູ່ເພື່ອນ, ຄອບຄົວແມ່ນໄດ້ໃຫ້ການຊັບພອດທີ່ດີ.

ໃນມື້ໃດທີ່ໂຈບີ້ມີເວລາວ່າງກໍມັກທີ່ຈະເຮັດກິດຈະກຳເຮັດເຊັ່ນ: ການຫຼິ້ນເກມ, ຫຼິ້ນກິຕ້າ, ຮ້ອງເພງເປັນບາງເວລາ. ໃນສ່ວນຂອງສະໄຕລ໌ການແຕ່ງຕົວທີ່ເປັນໂຈບີ້ທີ່ສຸດກໍຄືແຕ່ງຊິລໆເສື້ອເຊີດກັບໂສ້ງຂາຍາວ. ບ່ອນຊື້ເຄື່ອງກໍມັກຈະເລາະໄປຊຶ້ຕາມຮ້ານເສຶ້ອຜ້າທົ່ວໄປເລີຍ ແລະ ສິ່ງທີ່ໂຈບີ້ຂາດບໍ່ໄດ້ທີ່ຕ້ອງເອົາຕິດຕົວຕະຫຼອດກໍຄື: ໂທລະສັບ, ໂມງ ແລະ ນ້ຳຫອມ.

ສະຖານທີ່ພັກຜ່ອນແມ່ນມັກຢູ່ບ້ານ ແລະ ສິ່ງທີ່ຊ່ວຍເຮັດໃຫ້ Heal ໃຈກໍແມ່ນການອອກໄປ Camping ກັບໝູ່,ອາຫານທີ່ມັກກິນຕະຫຼອດກໍງ່າຍໆເລີຍແມ່ນຕາມສັ່ງທົ່ວໄປ.

ຄວາມຝັນທີ່ໂຈບີ້ຢາກເຮັດທີ່ສຸດຄື ການມີໂອກາດຮ່ວມວຽກໃນວົງການ ຫຼື ວຽກການສະແດງອື່ນໆອີກ. ເພື່ອການພັດທະນາໂຕເອງ ແລະ ຢາກຜະລິດຜົນງານໃຫ້ດີອອກສູ່ສັງຄົມ ຫຼື ຖ້າມີໂອກາດກໍຢາກເປັນນາຍແບບນຳ.

ຫຼັງຈາກໄດ້ທຳຄວາມຮູ້ຈັກລາວກັນແລ້ວແມ່ນເຮັດໃຫ້ພວກເຮົາຮູ້ເລີຍວ່າລາວມີຄວາມຕັ້ງໃຈທີ່ຈະສ້າງສັນຜົນງານອອກມາໃຫ້ພວກເຮົາໄດ້ຕິດຕາມຫຼາຍຂະໜາດໃດ ແລະ ພວກເຮົາກໍລໍຖ້າເບິ່ງສິ່ງທີ່ລາວກຳລັງຈະທ້າທາຍສິ່ງໃໝ່ໆຢູ່, ມາເອົາໃຈຊ່ວຍນ້ອງໃໝ່ໃນວົງການຄົນນີ້ນຳກັນເພື່ອສະໜັບສະໜຸນລາວໃຫ້ໄດ້ສະແດງຄວາມສາມາດ ແລະ ການພັດທະນາໃນດ້ານຕ່າງໆກັນນໍທຸກຄົນ.

ສຸດທ້າຍແລ້ວຖ້າໃຜຢາກຮູ້ຈັກລາວເພີ່ມຕື່ມອີກ ຫຼື ຢາກຕິດຕາມຜົນງານຂອງໂຈບີ້ ມ່ວນຈະເປີດວາບຊ່ອງທາງໃຫ້ເຂົ້າໄປຕິດຕາມໄດ້ທີ່????

ອ່ານຕື່ມ:  ເຈົ້າໄປບໍ່ລາຮູ້ບໍ່ຄົນຖ້າມັນເຈັບ ຟັງເພງ "ຮ້າຍ ແລະ ດີ" ຈາກ Sun Raccoon

IG: Jobee1610

FB Souksavanh VIBOUNSAK

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.