ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers
Muan Watch - ມ່ວນຊວນເບິ່ງ

ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ແບ່ງປັນ

ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood & Tone ງົດງາມແບບໂກທິກ ແລະ ການເລົ່າເລື່ອງທີ່ຊັບຊ້ອນ ເປັນການປະສົມປະສານລະຫວ່າງຄວາມງາມຂອງດອກໄມ້ກັບຄວາມມືດໃນຈິດໃຈມະນຸດເຮັດໃຫ້ຜູ້ຊົມຕ້ອງລຸ້ນເຖິງຕອນຈົບ.

Dalah Death and the Flowers ແມ່ນຊີຣີສ໌ໄທຈາກ Netflix ເປັນເລື່ອງແນວສືບສວນ-ເລິກລັບ (Whodunit) ທີ່ມີການປະສົມປະສານລະຫວ່າງດຣາມ່າ, ອາຊະຍາກຳ ແລະ ຄວາມຕື່ນເຕັ້ນທີ່ເວົ້າເຖິງເລື່ອງລາວຂອງຄູ່ບ່າວສາວທີ່ມາຈາກຄອບຄົວຊົນຊັ້ນສູງທີ່ມີອິດທິພົນຂອງປະເທດ ເຊິ່ງທັງສອງກຳລັງຈະແຕ່ງານກັນ.

ແຕ່ໃນຄືນກ່ອນແຕ່ງງານຢູ່ໆເຈົ້າບ່າວ “ໂອມ” ທີ່ເປັນຜູ້ກຳລັງລົງເລືອກຕັ້ງນາຍົກລັດຖະມົນຕີ ຖືກຂ້າຕະກຳໃນສະຕູດິໂອຈັດດອກໄມ້ຂອງນາງເອກ “ດາຫຼາ” ທີ່ເປັນຜູ້ອອກແບບການຕົກແຕ່ງດອກໄມ້ທີ່ມີຊື່ສຽງ ແລະ ຢູ່ໆເຈົ້າສາວ “ຣິສາ” ກໍຫາຍຕົວໄປຢ່າງເລີກລັບ.

ເລີ່ມຕົ້ນເລື່ອງດ້ວຍຄວາມວຸ່ນວາຍເມື່ອໂອມຖືກພົບເປັນສົບໃນມື້ແຕ່ງງານຂອງລາວ, ຢູ່ໃນສະຕູດິໂອດອກໄມ້ຂອງດາຫຼາ. ການຕາຍຢ່າງເລິກລັບນີ້ເຮັດໃຫ້ທຸກຄົນກາຍເປັນຜູ້ຕ້ອງສົງໃສໃນການສືບສວນຄະດີຄາດຕະກຳ, ຕັ້ງແຕ່ຄອບຄົວຂອງໂອມ (ຕະກູນເອື້ອເທພາ) ແລະ ຄອບຄົວຂອງຣິສາ (ຕະກູນຕັ້ງສິນສັບ) ທີ່ມີຄວາມຂັດແຍ້ງກັນເອງ.

ດາຫຼາ ຜູ້ທີ່ເບິ່ງຄືວ່າເປັນພຽງນັກຈັດດອກໄມ້ກັບມາເປັນຄົນສຳຄັນໃນການຄົ້ນຫາຄວາມຈິງລາວໄດ້ເລີ່ມການຕາມສືບສວນດ້ວຍຕົວເອງເພື່ອເປີດເຜີຍຄວາມລັບດຳມືດຂອງຄອບຄົວຊົນຊັ້ນສູງນີ້, ທັງການຫຼອກລວງ ແລະ ຄວາມລັບທີ່ເຊື່ອມໂຍງກັບອາດີດຂອງດາຫຼາເອງ.

ພາຍໃນເລື່ອງໄດ້ເລົ່າການແກ້ໄຂປິດສະໜາດ້ວຍດອກໄມ້ ແລະ ສະທ້ອນໃຫ້ເຫັນຄວາມງາມທີ່ປົກປິດຄວາມມືດມົວ. ການສືບສວນໄດ້ເປີດເຜີຍເລື່ອງລາວ ແລະ ລວມເຖິງການສົມຮູ້ຮ່ວມຄິດທີ່ໃຫຍ່ ແລະ ຊັບຊ້ອນກວ່າທີ່ຄິດ ພ້ອມທັງຄວາມຈິງທີ່ບໍ່ຄາດຄິດກ່ຽວກັບການຕາຍຂອງໂອມ. ໃນທີ່ສຸດ ດາຫຼາໄດ້ເປີດເຜີຍຄວາມຈິງທັງໝົດ ແຕ່ກໍຕ້ອງປະເຊີນກັບຜົນກະທົບຈາກຄວາມລັບຂອງຕົວດາຫຼາທີ່ຖືກເປີດເຜີຍໃນຕອນຈົບເຊັ່ນດຽວກັນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

Muan Scoop

ຮູ້ຈັກ ພໍ່ຄູ ຂວັນໃຈສາວວາຍ: ເລື່ອງລາວຂອງ ເກັ່ງ – ຫະຣິດ ບົວຍ້ອຍ ກັບບົດບາດທີ່ເຮັດໃຫ້ຊີຣີສ໌ວາຍບໍ່ຄືເກົ່າ

ພໍ່ຄູພະຣັນ ບົດບາດທີ່ເຮັດໃຫ້ ເກັ່ງ ຫະຣິດ ກາຍເປັນຂວັນໃຈສາວວາຍ ໃນຊີຣີສ໌ໄທສະໄຕລ໌ສະຫຍອງຂວັນ.

Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.