ເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke ທີ່ຢາກບອກວ່າຟິລກູ໊ດອົບອຸ່ນຫົວໃຈສຸດໆ, ມ່ວນຢາກຈະເລົ່າໃຫ້ຟັງໜ້ອຍໜຶ່ງກ່ຽວກັບເນື້ອເລື່ອງຂອງທັງ 3 Season ວ່າໜ້າຕິດຕາມຂະໜາດໃດ.
ເບິ່ງໄດ້ແລ້ວທັງໝົດ 3 Season ຢູ່ທີ່ Netflix, ມາຮ່ວມເອົາໃຈຊ່ວຍຕິດຕາມມິດຕະພາບລະຫວ່າງໝູ່ ແລະ ຄວາມຮັກຂອງເຂົາທັງສອງໄປພ້ອມກັນກັບເອນິເມຊັ່ນສຸດໂຣແມນຕິກຢ່າງ Kimini Todoke.

Season 1
ເລີ່ມຕົ້ນເລື່ອງດ້ວຍ Sawako Kuronuma ຍິງສາວຂີ້ອາຍທີ່ໝູ່ຂອງລາວເອີ້ນວ່າ “Sadako” ເພາະວ່າລາວເບິ່ງຄືກັບຕົວລະຄອນຈາກໜັງຜີ, ແຕ່ຊີວິດຂອງລາວກໍເລີ່ມປ່ຽນໄປເມື່ອລາວໄດ້ພົບກັບ Kazehaya Shouta, ຊາຍໜຸ່ມທີ່ໜ້າຮັກທີ່ທຸກຄົນມັກ ແລະ ຖືວ່າເປັນໜຸ່ມສຸດປ໊ອບໃນໂຮງຮຽນເລີຍ, ນີ້ຄືຈຸດເລີ່ມຕົ້ນຂອງເລື່ອງລາວທີ່ເຮັດໃຫ້ປະທັບໃຈມິດຕະພາບຄວາມຮັກຂອງພວກເຂົາ.

Season 2
ໃນ Season 2 ນີ້, ພວກເຮົາຈະເຫັນການພັດທະນາຄວາມສໍາພັນລະຫວ່າງ Sawako ແລະ Kazehaya ໄປອີກລະດັບໜຶ່ງ, ທີ່ຕ້ອງໄດ້ຍອມຮັບຄວາມຮູ້ສຶກຂອງຕົນເອງ ແລະ ການທີ່ຕ້ອງປະເຊີນກັບຄວາມບໍ່ໝັ້ນໃຈໃນຕົນເອງຈົນເຮັດໃຫ້ເກີດເຫດການຕ່າງໆທີ່ທັງໜ້າຮັກ ແລະ ວຸ້ນວາຍ.

Season 3
ມາເຖິງພາກສະຫຼຸບເລື່ອງລາວຂອງພວກເຂົາທີ່ຈະພາຄົນເບິ່ງໃຫ້ຮູ້ສຶກອົບອຸ່ນໃຈຟູ ແລະ ໄດ້ເຫັນເຖິງການພັດທະນາຕົວລະຄອນທັງ Sawako ແລະ Kazehaya ໃນດ້ານມິດຕະພາບ ແລະ ຄວາມຮັກ, ມັນຈະຊວນເຮັດໃຫ້ຄົນເບິ່ງທີ່ໄດ້ຕິດຕາມ ແລະ ປະທັບໃຈກັບການພັດທະນາການຄວາມສຳພັນ, ການເຕີບໃຫຍ່ຕົວຂອງທຸກໆຕົວລະຄອນນັ້ນ.
ໂດຍ: ທີມບັນນາທິການ Muan